ເຣື້ອງທີ່ເກັບບັນທຶກໄວ້
2009-11-30
ປະເທດໄທ ກໍາພູຊາ ແລະສປປລາວ ເຄີຍມີໂຄງການທີ່ຈະ ພັທນາເຂດຊາຍແດນ ທີ່ຕິດກັນຣະຫວ່າງ ສາມປະເທດ ຢູ່ໃນເຂດພາກໃຕ້ຂອງລາວ ຊຶ່ງມີຊື່ວ່າ ສາມຫລ່ຽມມໍຣະກົດ ຕໍ່ມາຍ້ອນບັນຫາຫລາຍຢ່າງ ໂດຍສະເພາະຄວາມຂັດແຍ້ງ ຣະຫວ່າງກໍາພູຊາແລະໄທ ກ່ຽວກັບຜາສາຕ ເຂົາພະວິຫານ ໄດ້ເຮັດໃຫ້ໂຄງການ ດັ່ງກ່າວບໍ່ມີຄວາມຄືບໜ້າ ຣາຍຣະອຽດເປັນແນວໃດນັ້ນ ພົງສວັນ ໄດ້ຮິບໂຮມຂໍ້ມູນຕ່າງໆ ຊຶ່ງ ວຽງໄຊ ຈະນໍາມາສເນີທ່ານ ໃນອັນດັບຕໍ່ໄປ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-30
ການທີ່ Kaing Guek Eav ອະດີດເຈົ້າໜ້າທີ່ຂເມນແດງ ຮ້ອງຂໍໃຫ້ສານປ່ອຍຕົວ ທ່ານໃນວັນສຸດທ້າຍ ຂອງການດໍາເນີນຄະດີ ເຮັດໃຫ້ມີການຕໍ່ສູ້ ທາງການເມືອງຢູ່ ໃນສານພິເສດຫລາຍຂື້ນ.
2009-11-30
ໝາ2ໂຕຢູ່ກຸງປັກກິ່ງ ຖືກກວດພົບເຊື້ອ ໄຂ້ຫວັດໝູ ເປັນກໍຣະນີ ທີ2 ໃນສັດລ້ຽງ ຢູ່ສປຈີນ ພ້ອມໆກັບໝູ ຢູ່ພາກຕາເວັນອອກ ສ່ຽງເໜືອ.
2009-11-30
ນາງ Do Thi Phung ຊາວວຽດນາມ ເຜີຍວ່າເມື່ອສາມີຂອງນາງ ເປັນເອດສໄປໂຮງໝໍ ພວກໝໍກໍບອກໃຫ້ລາວ ກັບບ້ານໄປລໍຖ້າ ຕາຍ ເພາະຢ້ານຈະຕິດ ເຊື້ອໂຣຄຈາກລາວ. ແລະເມື່ອ ນາງເອງຮູ້ວ່າ ຕົນເປັນເອດສເຊັ່ນກັນນັ້ນ ນາງກໍບໍ່ໄປຫາໝໍ ເພາະຢ້ານ ພວກທ່ານໝໍ ຈະລັງກຽດນາງ ຄືກັນກັບຜູ້ ເປັນສາມີ ກໍເລີຍນອນຖ້າຄວາມຕາຍ ຢູ່ເຮືອນ. ຕໍ່ມາ ເມື່ອໄດ້ຍີນຂ່າວ ກ່ຽວກັບໂຮງໝໍ ໂຣກເອດສ ໃນເຂດປາກແບ່ງ ແມ່ນໍ້າຂອງຊຶ່ງ ສະຫະຣັຖອະເມຣິກາ ເປັນຜູ້ຊ່ວຍໃຫ້ຢາ ຕ້ານເອດສແກ່ຜູ້ປ່ວຍ ນາງຈຶ່ງມີຄວາມຫວັງ ຂຶ້ນມາທັນທີ. ຕາມຣາຍງານຂ່າວ ຈາກເມືອງ Tin Bien.
2009-11-30
ເມື່ອເດືອນຕຸລາຜ່ານມາ ເຮົາໄດ້ເວົ້າເຖິງແຜນການ ຂອງຣັຖບານສປປລາວ ໃນການເປີດກ້ວາງ ໃຫ້ການຮ່ວມມື ຂອງຊາວລາວ ໃນຕ່າງປະເທດ ມີຄວາມສຳຄັນຫລາຍຂຶ້ນ ໂດຍມີການ ຮັບຮອງກົດໝາຍ ພ້ອມກັບການຈັດຕັ້ງ ກັມມະການຄນະນຶ່ງ ຂຶ້ນເພື່ອຕ້ອນຮັບ ເໝືອນດັ່ງທີ່ ປະເທດວຽດນາມ ໄດ້ປະຕິບັດ ກັບຊາວວຽດນາມ ໃນຕ່າງປະເທດ ທີ່ເອີ້ນວ່າ ‘ວຽດກ້ຽວ’. ມື້ນີ້ ພົງສວັນ ໄດ້ຮິບໂຮມຂໍ້ມູນ ກ່ຽວກັບການຮ່ວມມື ຂອງຊາວວຽດກ້ຽວ ໃນການພັທນາປະເທດ ຊຶ່ງ ວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-30
ຣັຖບານລາວອອກດໍາຣັສ ວ່າດ້ວຍການພັທນາ ເຂດເສຖກິຈພິເສດ ສາມຫ່ລຽມຄໍາ ໃນແຂວງບໍ່ແກ້ວ ແລະ ບໍ່ເຕັນ ຢູ່ແຂວງຫລວງນໍ້າທາ.
2009-11-30
ຊາວນະຄອນຫລວງວຽງຈັນ ຈໍານວນນຶ່ງ ກັງວົນວ່າ ການແຂ່ງຂັນ ກິລາຊີເກັມສ໌ ຄັ້ງທີ 25 ທີ່ລາວເປັນເຈົ້າພາບ ໃນເດືອນທັນວາ 2009 ຈະບໍ່ຄຶກຄື້ນ ດັ່ງທີ່ຄາດໝາຍ.
2009-11-30
ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-30
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 16 ໃນມື້ນີ້ຈະໄດ້ກ່າວເຖິງຕອນ ທີ່ພວກທະຫານ ແນວລາວທີ່ຄວບຄຸມສູນ ພາກັນກັ່ນແກ້ງ ຢ່າງຂນາດໜັກ ຕໍ່ພວກນັກໂທດ ສັມມະນາກອນ. ສເນີໂດຍ: ໂມທະນາ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-25
ອົງການອະນຸຣັກປ່າໄມ້ສາກົນ ວາງໂຄງການ ເພື່ອຊ່ວຍນຳໃຊ້ປ່າໄມ້ ຢ່າງຍືນຍົງ ແລະ ມີຄວາມຮັບຜິດຊອບ ຢູ່ລາວ.
2009-11-25
ການຢ້ຽມຢາມສະຫະຣັດ ຂອງນາຍົກຣັຖມົນຕຣີ ອິນເດັຽຄັ້ງນີ້ ມີຄວາມໝາຍບໍ່ພຽງແຕ່ ຂະຫຍາຍການພົວພັນ ຣະຫວ່າງ 2 ປະເທດໃຫຍ່ເທົ່ານັ້ນ ແຕ່ຫາກຍັງມີຄວາມສຳຄັນ ຕໍ່ການປົກປັກຮັກສາ ສັນຕິພາບ ຄວາມໝັ້ນຄົງ ແລະ ການຮ່ວມມືຢູ່ເອເຊັຍ ແລະໃນໂລກອີກດ້ວຍ. ຈຳປາທອງ ມີລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-25
ອົງກາຣຕ້ານໂຣຄເອດສ໌ (UNAIDS) ຂອງສະຫະປະຊາຊາຕ ແຈ້ງໃນຣາຍງານ ປະຈຳປີໃນມື້ ວັນອັງຄາຣນີ້ວ່າ ປະຊາຊົນທີ່ເສັຽ ຊີວີຕຈາກໂຣຄເອດສ໌ ມີທັງໝົດປະມານ 25 ລ້ານຄົນໃນທົ່ວໂລກ ແລະຈຳພວກຄົນປ່ວຍຕິດເຊື້ອໂຣຄ ທີ່ຮ້າຍແຮງດັ່ງກ່າວ ກໍປາກົດວ່າ ຄ່ອຍເບົາບາງລົງ ແຕ່ກໍຍັງເຕືອນ ໃຫ້ສືບຕໍ່ກາຣ ປາບປາມແລະ ປ້ອງກັນຢູ່ຕໍ່ໄປ.
2009-11-25
ອົງການອະນາມັຍໂລກ WHO ກໍາລັງພິຈາຣະນາເບີ່ງ ຣາຍງານການດື້ຢາ ຫລືຕ້ານທານຢາ ຂອງເຊື້ອພຍາດ ໄຂ້ຫວັດໝູ ຕາມຣາຍງານຂ່າວ ຈາກນະຄອນ Geneva ວັນອັງຄານນີ້. ອົງການ ປ້ອງກັນສຸຂພາບຂອງອັງກິດ ເວົ້າວ່າມີ5ກໍຣະນີ ທີ່ມີການຢືນຢັນວ່າ ຄົນຕິດເຊື້ອໄຂ້ຫວັດໝູ ໃນເຂດ Wales ທີ່ໃຊ້ຢາ Oseltamivirແລ້ວ ຍັງມີອາການຕ້ານທານ ກັບຢານັ້ນຢູ່.
2009-11-25
ອົງການແມ່ແລະເດັກ ຫລື UNICEF ໃຫ້ການຊ່ວຍເຫລືອ ໂຄງການສັກຢາ ກັນພຍາດທີ່ມັກເກີດ ກັບເດັກນ້ອຍລາວ ຊຶ່ງໃນນັ້ນ ກໍມີຫລາຍຊນິດ ເຊັ່ນ: ພຍາດຖອກທ້ອງ ປອດອັກເສບ ໄຂ້ຫວັດ ໄອ ແລະໄຂ້ເລືອດອອກ. ຕາມຣາຍງານ ກະແສຂ່າວທ້ອງຖີ່ນ ວັນທີ24 ພຶສຈິການີ້.
2009-11-25
ບໍຣິສັທໄຟຟ້າ ເອກກະຊົນໄທຽ ຮ່ວມລົງທຶນ ໃນໂຄງກາຣສ້າງເຂື່ອນເຊກອງ 4-5 ຮ່ວມກັບ ບໍຣິສັທຣັສເຊັຽ.