ຄົນທີ່ເສັຽຊີວີຕ ຈາກໂຣຄເອດສ໌ ຄ່ອຍເບົາບາງລົງ
2009.11.25
ອົງກາຣຕ້ານໂຣຄເອດສ໌ ຣາຍງານວ່າພາຍຫລັງ ທີ່ມີກາຣຮິບໂຮມ ຂໍ້ມູລກ່ຽວກັບກາຣແພ່ ຣະບາທຂອງເຊື້ອໂຣຄເອດສ໌ ນານມານານກວ່າ 30ປີແລ້ວນັ້ນວ່າ ມີຜູ້ຕິດເຊື້ອ HIV ທັງໝົດເກືອບຮອດ 60ລ້ານຄົນ ແຕ່ພວກທີ່ເສັຽຊີວີຕ ຍ້ອນໂຣຄເອດສ໌ ໃນປີ2008 ຜ່ານມານີ້ມີປະມານ 2ລ້ານຄົນ ຮວມເປັນທັງໝົດ 25 ລ້ານຄົນ ແຕ່30ກວ່າປີຜ່ານມາ. ແຕ່ສະເພາະຈຳພວກ ທີ່ຕິດໃໝ່ໃນປີ2008 ມີປະມານ2.7ລ້ານຄົນ ຮວມເປັນທັງໝົດປະມານ 34ລ້ານຄົນໃນທົ່ວໂລກ.
Michel Sidibe ຜູ້ອຳນວຍກາຣຂອງອົງກາຣ ຕ້ານໂຣຄເອດສ໌ ໄດ້ແຈ້ງຕໍ່ກອງປະຊຸມ ຢູ່ນະຄອນ Shanghai ໃນມື້ວັນທີ່24 ພຶສຈິການີ້ວ່າ ຈຳນວນຜູ້ຕິດເຊື້ອໄວຣັສHIV ໃນຣະຍະ8ປີຜ່ານມາ ໄດ້ຫລຸດລົງປະມານ17%.
ເຈົ້າໜ້າທີ່ຜູ້ນຳ ອົງກາຣຕ້ານເອດສ໌ ດັ່ງກ່າວໄດ້ແຈ້ງເພີ່ມວ່າ: ແຕ່ປີ2001ເປັນຕົ້ນມາ ຈຳນວນຜູ້ຕິດໄວຣັສHIV ໃນເຂຕປະເທສອັຟຣີກາ ຕາເວັນອອກໄດ້ຫລຸດລົງ 25% ແລະໃນເຂຕປະເທສ ທະເລຊາຍSub-Sahara ກໍຫລຸດລົງເຊັ່ນກັນ ປະມານ15% ຊຶ່ງປີ2008 ມີຈຳນວນຜູ້ຕິດເຊື້ອໄວຣັສHIV ທັງໝົດປະມານ 400,000ຄົນ ທີ່ເປັນຈຳນວນ ທີ່ຕໍ່າກວ່າໃນເມື່ອກ່ອນ. ແຕ່ກໍທວງໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງດຳເນີນ ກາຣປ້ອງກັນຕໍ່ໆໄປ ເພື່ອໃຫ້ມີຈຳນວນ ຫລຸດລົງຕື່ມອີກ ຊຶ່ງໃນປັຈຈຸບັນນີ້ ມີຜູ້ຕິດເຊື້ອໂຣຄເອດສ໌ ດັ່ງກ່າວບໍ່ຕໍ່າກວ່າ 7,400ຄົນໃນແຕ່ລະມື້.