ຊາວວຽງຈັນກັງວົນໃນວັນ ກິລາຊີເກັມສ໌
2009.11.30
ໃນຂນະທີ່ກໍາລັງ ນັບຖອຍຫລັງ count down ວັນເປີດການແຂ່ງຂັນ ງານມະຫາກັມ ກິລາຊີເກັມສ ຄັ້ງທີ 25 ຢູ່ນີ້ ມີຊາວລາວຫລາຍຄົນ ທີ່ຍັງກັງວົນວ່າ ເມື່ອເຖິງຊ່ວງການແຂ່ງຂັນ ບັນຍາກາດ ອາຈບໍ່ຄຶກຄື້ນ ຄືດັ່ງທີ່ຄາດເອົາໄວ້. ຕາມຄໍາເວົ້າຂອງ ຊາວນະຄອນຫລວງ ວຽງຈັນທ່ານນຶ່ງ ຕໍ່RFA.
ທ່ານວ່າ ສາເຫດທີ່ພາໃຫ້ ພວກເຂົາເຈົ້າຮູ້ສຶກ ເຊັ່ນນັ້ນກໍຍ້ອນວ່າ ທາງການກ່ຽວຂ້ອງ ໄດ້ປະກາດເລື້ອງ ການສັນຈອນວ່າ ໃນຊ່ວງຊີເກັມສ ເສັ້ນທາງຈາກຕົວເມືອງ ໄປສູ່ສນາມກິລາ ແຫ່ງຊາດຫລັກ 16 ຄື: ຖນົນລ້ານຊ້າງ ແລະ ຖນົນໃກສອນ ພົມວິຫານ ນັ້ນເພິ່ນໃຫ້ສະເພາະ ສໍາລັບແຂກທາງການ, ການນໍາຂັ້ນສູງ, ນັກກິລາ ແລະເຈົ້າໜ້າທີ່ ທຸກປະເທດ ທີ່ມາເຂົ້າຮ່ວມ ການແຂ່ງຂັນນັ້ນໃຊ້. ສ່ວນປະຊາຊົນ ທົ່ວໄປໃຫ້ໃຊ້ ເສັ້ນທາງເວີ້ງ ຫລືທາງອ້ອມເມືອງ ຊຶ່ງສ່ວນໃຫຍ່ ກໍມີສະພາບ ບໍ່ຄ່ອຍດີແລະຕ້ອງ ໃຊ້ເວລາຫລາຍກ່ວາ.
ສໍາລັບວັນປິດ ແລະເປີດງານ ກໍຫ້າມຂີ່ຣົຖ ສ່ວນຕົວໄປເດັດຂາດ. ຣາຄາເຂົ້າຊົມ ການແຂ່ງຂັນກິລາ ກໍແພງຫລາຍ ເຊັ່ນ: ກິລາປະເພດ ທີ່ມີຄວາມນິຍົມ ຄື: ເຕະບານຍິງ ຮອບທັມມະດາ ປີ້ນຶ່ງ50ພັນກີບ. ສ່ວນຮອບ ຊະນະເລີດ ແມ່ນ70ພັນກີບ ແລະ1ແສນກີບ. ສ່ວນເພດຊາຍ ຮອບຄັດເລືອກ ຫລືຮອບທັມມະດາ 50ຫາ70ພັນກີບ ຕໍ່1ປີ້ ແລະ ຮອບຊິງຊະນະເລີດ ແມ່ນ70ພັນກີບ ແລະ 1ແສນກີບຕໍ່1ປີ້. ມວຍປີ້ນຶ່ງ 50ພັນກີບ.
ສ່ວນກິລາປະເພດ ອຶ່ນໆທີ່ບໍ່ຄ່ອຍ ມີຄວາມນິຍົມ ແມ່ນ20ພັນກິບ ແລະ 30ພັນກີບຕໍ່1ປີ້. ຖ້າທຽບໃສ່ເງິນເດືອນ ຫລືຣາຍໄດ້ຂອງ ພນັກງານພັກ-ຣັຖ ແລະ ປະຊາຊົນທົ່ວໄປແລ້ວ ເຫັນວ່າ ຣາຄາສູງຫລາຍບໍ່ຄຸ້ມຄ່າ. ສໍາລັບກິລາ ປະເພດທີ່ບໍ່ ຕ້ອງຈ່າຍເງິນ ມີຢູ່8ປະເພດ ຄື: ຍົກນໍ້າໜັກ ຍິງທະນູ ຖີບຣົຖຖີບ ແລ່ນແລະລານ ເປັນຕົ້ນ.
ນອກຈາກນີ້ ເລື້ອງການປ້ອງກັນ ຄວາມສງົບຮຽບຮ້ອຍ ກໍເຫັນວ່າເຂັ້ມງວດ ແລະ ການຈັດກອງກໍາລັງ ພິເສດຝຶກຊ້ອມ ປ້ອງກັນການຈາຣະຈົນ ແລະ ສລາຍການປະທ້ວງ ກໍຍິ່ງເຮັດໃຫ້ຄົນ ສ່ວນໃຫຍ່ ມີຄວາມຢ້ານກົວ ວ່າຈະເກີດເຫດຮ້າຍ ແນວໃດແນວນຶ່ງຂຶ້ນ. ຊາວນະຄອນຫລວງວຽງຈັນ ທ່ານນີ້ກ່າວ.