ພົບເຊື້ອໄຂ້ຫວັດໝູ ໃນໂຕໝາ ຢູ່ສປຈີນ

ໝາ2ໂຕຢູ່ກຸງປັກກິ່ງ ຖືກກວດພົບເຊື້ອ ໄຂ້ຫວັດໝູ ເປັນກໍຣະນີ ທີ2 ໃນສັດລ້ຽງ ຢູ່ສປຈີນ ພ້ອມໆກັບໝູ ຢູ່ພາກຕາເວັນອອກ ສ່ຽງເໜືອ.
ມະນີຈັນ
2009.11.30

ໜັງສືພິມທາງການຈີນ Beijing Times ຣາຍງານໂດຍອ້າງອີງໃສ່ ຄໍາເວົ້າຂອງກະຊວງ ກະສິກັມວ່າເຊື້ອ ໄຂ້ຫວັດໝູ ທີ່ກວດພົບຢູ່ໃນໝາ 2ໂຕນັ້ນ 99ສ່ວນຮ້ອຍ ເປັນເຊື້ອທີ່ໜູນວຽນ ແຜ່ຣະບາດ ຢູ່ໃນຕົວຂອງຄົນ.

ຂ່າວດັ່ງກ່າວມີຂຶ້ນ 10ວັນພາຍຫລັງ ໝູ4ໂຕໃນແຂວງ Heilongjiang ຖືກກວດພົບເຊື້ອ ໄຂ້ຫວັດໝູ ຊຶ່ງຜູ້ສ່ຽວຊານ ຕ່າງກໍເວົ້າວ່າ ອາດຕິດຈາກຜູ້ຄົນ ກໍເປັນໄດ້. 
ປະເທດຕ່າງໆຮວມທັງ ສະຫະຣັຖອະເມຣິກາ ການາດາ ແລະ Chile ໄດ້ຣາຍງານກ່ຽວກັບ ກໍຣະນີສັດລ້ຽງ ຕິດເຊື້ອໄຂ້ຫວັດໝູ.

ມີການກວດພົບເຊື້ອ ໄຂ້ຫວັດໝູ ໃນຕົວແມວຢູ່ຣັດ Iowa ສະຫະຣັຖອະເມຣິກາ ເມື່ອຕົ້ນເດືອນນີ້ ເປັນກໍຣະນີ ທໍາອິດໃນໂລກ ຫັລງຈາກນັ້ນອົງການ ອະນາມັຍໂລກ ກໍຮຽກຮ້ອງໃຫ້ ຕິດຕາມສັງເກດເບີ່ງ ຄົນທີ່ເຮັດວຽກ ຢູ່ຕາມຟາມແລະສັດລ້ຽງຕ່າງໆ. 

ເຈົ້າໜ້າທີ່ຫ້ອງການ ກະສິກັມໃນກຸງປັກກິ່ງ ເວົ້າວ່າ ໝາທີ່ກວດພົບເຊື້ອ ໄຂ້ຫວັດໝູ ອາຈຕິດຈາກຄົນ ຊຶ່ງຫລັງຈາກນັ້ນ ກໍໄປຕິດຕໍ່ໃສ່ ໝາດ້ວຍກັນ ທີ່ຢູ່ໃກ້ຄຽງ. 
ມາຮອດເວລານີ້ ຍັງບໍ່ທັນສາມາດ ຕິດຕໍ່ຂໍຄໍາເຫັນ ຈາກກະຊວງກະສິກັມ ແລະ ຫ້ອງການ ກະສິກັມ ໃນກຸງປັກກິ່ງ ກ່ຽວກັບເຫດການ ກວດພົບເຊື້ອ ໄຂ້ຫວັດໝູ ໃນຕົວໝາ ຢູ່ສປຈີນ ນັ້ນເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.