ໂຄງກາຣສ້າງເຂື່ອນເຊກອງ 4-5
2009.11.25
ບໍຣິສັທໄຟຟ້າມະຫາຊົນ ຣາຊບຸຣີຈຳກັດ ຊຶ່ງເປັນບໍຣິສັທ ຜລິຕພະລັງໄຟຟ້າ ຂອງປະເທສໄທຽ ໃຫ້ຄວາມສົນໃຈ ທີ່ຈະເຂົ້າມາມີຫຸ້ນສ່ວນ ໃນໂຄງກາຣສ້າງເຂື່ອນ ໄຟຟ້ານໍ້າຕົກເຊກອງ4 ແລະເຊກອງ5 ພາຍຫລັງທີ່ເຂົ້າມາ ເບິ່ງຕາມສະຖານທີ່ ແຕ່ກໍບໍ່ທັນຮູ້ເປັນ ທີ່ແນ່ນອນເທື່ອວ່າ ຈະມີຫຸ້ນສ່ວນ ຫນ້ອຍຫລາຍເທົ່າໃດແທ້ ເພາະຕ້ອງໄດ້ມີ ກາຣພົວພັນກັບ ບໍຣິສັທຂອງ ຣັສເຊັຽເສັຽກ່ອນ ດັ່ງເຈົ້າໜ້າທີ່ຈາກ ແຜນກພະລັງງານແລະບໍ່ແຮ່ ປະຈຳແຂວງເຊກອງ ໄດ້ກ່າວວ່າ:
“ເອີ໋..ເຂົ້າໃຈ ບໍຣິສັທໄຟຟ້າ ຣາຊບຸຣີເນາະ ຖືຫຸ້ນນຳບໍຣິສັທຂອງ ຣີຈຽນອອຽລ໌ ເພາະວ່າ ບໍຣິສັທຣາຊບຸຣີ ກໍເຄີຽລົງມາ ແຂວງເທື່ອໜຶ່ງເດ໋ ມາແຂວງເທື່ອໜຶ່ງ ກໍຫລາຍປີແລ້ວ ຂະເຈົ້າລົງມາແຕ່ປີ 2003”.
ພ້ອມດຽວກັນນີ້ ທ່ານກໍວ່າ ໂຄງກາຣເຂື່ອນໄຟຟ້າ ນ້ຳຕົກເຊກອງ 4-5ດັ່ງກ່າວ ເປັນໂຄງກາຣທີ່ ຣັຖບາລລາວ ໃຫ້ສັມປະທານ ກັບບໍຣິສັທຂອງຣັສເຊັຍ ແລະວ່າ ໂຄງກາຣສ້າງເຂື່ອນເຊກອງ4 ກຳລັງຕິດຕັ້ງທີ່ ຈະສາມາດຜລິຕ ກະແສໄຟຟ້າໄດ້ 460ເມກາວັຕ ໂດຽມີກາຣເຊັນສັນຍາ ຣະຫວ່າງກັນ ໃນເດືອນມີຖຸນາ 2008. ສ່ວນເຊກອງ5 ເປັນເຂື່ອນຂນາດຜລິຕ ກະແສໄຟຟ້ໄດ້ 400ເມກາວັຕ ທີ່ມີກາຣເຊັນ ສັນຍາສຶກສາເບິ່ງ ຄວາມເປັນໄປໄດ້ແຕ່ ເດືອນທັນວາ 2006 ຜ່ານມາ.
ໃນຂນະດຽວກັນນີ້ ໜັງສືພີມຜູ້ຈັດກາຣ ຣາຍວັນອອນໄລນ໌ຂອງໄທຽ ກໍໄດ້ຣາຍງານ ໃນມື້ວັນທີ່ 22 ພຶສຈິກາ 2009 ນີ້ ໂດຽກາຣອ້າງອີງ ຄຳເວົ້າຂອງ ທ່ານປຣະຈວບ ອຸຊຊິນ ກັມມະກາຣຜູ້ຈັດກາຣ ຂອງບໍຣິສັທໄຟຟ້າ ຣາຊບຸຣີ ທີ່ວ່າໄດ້ຂຍາຍ ກາຣລົງທຶນໃນ ໂຄງກາຣໆສ້າງເຂື່ອນໄຟຟ້າ ເຊກອງ4 ແລະເຊກອງ5 ດັ່ງກ່າວນີ້ທີ່ວ່າ ເຂົ້າຖືຫຸ້ນສ່ວນ29% ໃນມູລຄ່າທັງໝົດ 1,200ລ້ານດອລລາຣ໌ ສະຫະຣັຖ ແລະຢູ່ໃນຣະຫວ່າງ ກາຣເຈຣະຈາກັນ ໃນປັຈຈຸບັນນີ້.