ການດໍາເນີນຄະດີຂອງ Kaing Guek Eav
2009.11.30
ຍຸທວິທີຂໍໃຫ້ປ່ອຍຕົວ ອາດີດເຈົ້າໜ້າທີ່ຂເມນແດງ ທີ່ຖືກດໍາເນີນຄະດີ ຄັ້ງສຸດທ້າຍ ໃນວັນສຸກຜ່ານມານີ້ ໄດ້ສ້າງຄວາມບໍ່ລົງຮອຍ ກັນອີກໃໝ່ລະຫ່ວາງ ເຈົ້າໜ້າທີ່ສານພິເສດ ທີ່ເປັນຄົນຕ່າງຊາດ ແລະຄົນກໍາພູຊາ. ໃນວັນສຸດທ້າຍ ຂອງການດໍາເນີນຄະດີນັ້ນ Kaing Guek Eav ໄດ້ຂໍຮ້ອງໃຫ້ປ່ອຍຕົວ ຫລັງຈາກລາວໄດ້ ຮັບສາຣະພາບ ກ່ຽວກັບການກະທໍາຜິດ ຂອງລາວ ໃນລະຍະຜ່ານມາ.
ລາຍງານຈາກ ກຸງພະນົມເປັນ ແຈ້ງວ່າທ່ານ Francois Roux ທີ່ປຶກສາສານພິເສດ ໄດ້ຂໍໃຫ້ສານ ພິຈາຣະນາ ຄວາມກິນແໜງແຄງໃຈ ຂອງ Kaing Guek Eav ເພື່ອຢາກໃຫ້ສານ ຫລຸດຜ່ອນໂທດຈໍາຄຸກ ລົງມາເປັນ40ປີ ແຕ່ວ່າທະນາຍຄວາມ ທີ່ເປັນຄົນຂເມນ ກ່າວຕ້ານວ່າສານພິເສດ ຂາດຄວາມສາມາດ ໃນການດໍາເນີນຄະດີ.
ທ່ານ Roux ກ່າວກັບນັກຂ່າວ ເອແອບພີວ່າ ຢູ່ໃນກໍາພູຊາ ມີຄົນຫລາຍຄົນ ທີ່ບໍ່ຢາກໃຫ້ ມີສານພິເສດ ເພື່ອມາດໍາເນີນຄະດີ ອາດີດເຈົ້າໜ້າທີ່ ຂເມນແດງ ຊຶ່ງທ່ານໝາຍເຖິງ ທະນາຍຄວາມຂອງ ທ່ານຮູນເຊັນ ນາຍົກຣັຖມົນຕຣີ ກໍາພູຊາ ທີ່ມີຈຸດໝາຍທາງ ດ້ານການເມືອງ.
ອັຍການສານກໍາພູຊາ ແລະ ອັຍການສານຕ່າງປະເທດ ບໍ່ມີຄວາມເຫັນລົງຮອຍ ກັນກ່ຽວກັບວ່າ ຈະນໍາເອົາເຈົ້າໜ້າທີ່ ຂເມນແດງຂື້ນມາ ດໍາເນີນຄະດີ ອີກຫລືບໍ່ຫລັງ ຈາກການດໍາເນີນຄະດີ Kaing Guek Eav ໄດ້ສີ້ນສຸດລົງແລ້ວ. ໃນຂນະດຽວກັນ ເຈົ້າໜ້າທີ່ສານກໍາພູຊາ ກໍບໍ່ຍອມຮຽກຕົວ ເຈົ້າໜ້າທີ່ຂັ້ນສູງ ກໍາພູຊາມາໃຫ້ການໄດ້.
ເມື່ອເດືອນມີນາຜ່ານມາ ທ່ານ ຮຸນແຊັນ ກ່າວວ່າທ່ານຕ້ອງການ ຢາກໃຫ້ສານພິເສດນີ້ ລົ້ມລະລາຍໄປ ແທນທີ່ຈະເຫັນ ການດໍາເນີນຄະດີ ອາດີດເຈົ້າໜ້າທີ່ຂເມນແດງ ຊຶ່ງອາດເຮັດໃຫ້ເກີດ ສົງຄາມກາງເມືອງຂື້ນອີກ.