ອະເມຣິກາ ຊ່ວຍຕ້ານເຊື້ອໂຣຄ HIV/AIDSໃນວຽດນາມ
2009.11.30
ໂຮງໝໍທີ່ເມືອງ Tinh Binh ເປັນນຶ່ງໃນຈໍານວນ clinic 55ແຫ່ງໃນທົ່ວວຽດນາມ ທີ່ໄດ້ຮັບການຊ່ວຍເຫລືອ ຈາກໂຄງການແຜນສຸກເສີນ ເພື່ອບັນເທົາດ້ານໂຣກເອດສ ຫລື PEPFAR ຊຶ່ງເປັນຂໍ້ລິເລີ່ມ ຂອງທ່ານ George W Bush ປະທານາທິບໍດີ ສະຫະຣັຖ ຄົນກ່ອນ .
Clinic ໃນເຂດເມືອງ Tinh Binh ກໍາລັງປີ່ນປົວ ຊາວວຽດນາມທີ່ຕິດເຊື້ອ HIV ຈໍານວນ340ຄົນ. ສະຫະຣັຖ ໄດ້ໄຊ້ງົບປະມານ ຫລາຍກວ່າ 300ລ້ານໂດລາ ໃນການຕ້ານໂຣກເອດສ ຢູ່ວຽດນາມ ແລະເວລານີ້ ສະຫະຣັຖ ກໍກໍາລັງຊ່ວຍເລື້ອງ ການໃຫ້ຢາຕ້ານໂຣກເອດສ ແກ່ຊາວວຽດນາມ ຫລາຍກວ່າ2ສ່ວນ3 ໃນຈໍານວນທັງໝົດ 32ພັນຄົນ.
ເວົ້າສະເພາະປີນີ້ປີດຽວ ສະຫະຣັຖ ກໍຈ່າຍ85ລ້ານໂດລ້າ ຄືເທົ່າກັບ 80ສ່ວນຮ້ອຍ ຂອງງົບປະມານຣາຍຈ່າຍ ດ້ານມະນຸສທັມ ຂອງສະຫະຣັຖ ໃນວຽດນາມ ຮວມທັງເລື່ອງການປີ່ນປົວ ສນັບສນູນຄອບຄົວ ຂອງຜູ້ປ່ວຍ ໂຄງການສະກັດກັ້ນ ແລະກໍາຈັດການ ຈໍາແນກຄົນຕິດເຊື້ອ HIV/AIDS ໃນວຽດນາມ.
ຢູ່ວຽດນາມການລັງກຽດ ຄົນຕິດເຊື້ອ HIV/AIDS ມີແນວໂນ້ມ ຮ້າຍແຮງຂຶ້ນ. ອາສາສມັກ ຢູ່ສູນຕ້ານເອດສ ຂອງວຽດນາມແຫ່ງນຶ່ງ ເວົ້າວ່າ ກ່ອນໜ້າສະຫະຣັຖ ເລີ່ມໃຫ້ການຊ່ວຍ ເຫລືອຢາຕ້ານເອດສ ໃນວຽດນາມ ທາງສູນຂອງລາວ ໄດ້ມ້ຽນສົບຄົນຕາຍ 1ຫລື2ຄົນ ໃນແຕ່ລະມື້. ມາດຽວນີ້ເດືອນນຶ່ງ ກໍມີແຕ່ຄົນດຽວທີ່ຕາຍ.
ໂຄງການ PEPFAR ຂອງສະຫະຣັຖ ສ່ວນໃຫຍ່ແມ່ນຢູ່ ບັນດາປະເທດ Africa. ວຽດນາມ ເປັນພຽງປະເທດດຽວ ທີ່ມີໂຄງການ PEPFAR ບັນເທົາຄົນເປັນເອດສ.
ເມືອງ Tinb Bien ໃນແຂວງ An Giang ເປັນເຂດທີ່ທຸກຍາກ ເຂດນຶ່ງຂອງວຽດນາມ ຊຶ່ງຜູ້ຍີງ ຈໍານວນບໍ່ໜ້ອຍ ໄປເປັນໂສເພນີ ຕາມໂຮງກາຊີໂນ ແລະ ໂຮງໂສເພນີ ໃນແຂວງຊາຍແດນ ກັມພູຊາ ເພື່ອຫາຣາຍໄດ້ເພີ້ມ ໃຫ້ແກ່ຄອບຄົວຂອງຕົນ.