ເຣື້ອງທີ່ເກັບບັນທຶກໄວ້
2023-04-11
ທ່ານ ຫວໍ ວັນ ເຖືອງ ເດີນທາງຢ້ຽມຢາມລາວ ຕາມຄຳເຊີນ ຂອງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຢ່າງເປັນທາງການ ຫຼັງຈາກຂຶ້ນ ເປັນປະທານປະເທດ ສສ ວຽດນາມ, ຂະນະທີ່ ຊາວລາວ ມີຄຳເຫັນທີ່ຫຼາກຫຼາຍ ກ່ຽວກັບຄວາມສຳພັນ ລາວ-ວຽດນາມ ໃນປັດຈຸບັນ.
2023-04-10
ເຈົ້າໜ້າທີ່ຕຳຣວດ ຈະຣາຈອນ ມີຄວາມເຂັ້ມງວດ ໃນການປ້ອງກັນອຸບັດຕິເຫດ ໃນໄລຍະບຸນປີໃໝ່ລາວ, ແຕ່ ປະຊາຊົນເຫັນວ່າ ອຸບັດຕິເຫດປ້ອງກັນໄດ້ຍາກ ຍ້ອນວ່າ ເຈົ້າໜ້າບາງຄົນ ຍັງເອົາເງິນນຳຜູ້ຂັບຂີ່ທີ່ລະເມີດ ລະບຽບຈະຣາຈອນ ແລ້ວປ່ອຍໄປ.
2023-04-10
ໝອກຄວັນທີ່ເກີດຂຶ້ນ ຈາກການຈູດໄຮ່ ແລະໄຟໄໝ້ລາມປ່າໃນລາວ ເປັນບັນຫາ ທີ່ນາຍົກຣັຖມົນຕຣີ ຂອງລາວ, ໄທຍ ແລະພະມ້າ ຕ້ອງປະຊຸມຮ່ວມກັນ ເພື່ອຫາທາງແກ້ໄຂ ແລະປ້ອງກັນ ໂດຍສະເພາະ ໃນອະນາຄົດ, ເຖິງແມ່ນວ່າ ຈະຍັງບໍ່ມີຄວາມຄືບໜ້າ ທາງການປະຕິບັດ ທີ່ເປັນຮູບປະທັມກໍຕາມ.
2023-04-10
ອົງການຮ່ວມມືສາກົລ ປະເທດເກົາຫຼີໃຕ້ ຫຼື KOICA ໃຫ້ການສນັບສນຸນ ງົບປະມານ 12.5 ລ້ານໂດລ້າຣ໌ ສະຫະຣັຖ ແກ່ກົມພັທນຊົນນະບົດ ເປີດໂຄງການ ສ້າງແຜນກິຈກັມພັທນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ປະຊາຊົນ ໃນເຂດຊົນນະບົດ ຢູ່ແຂວງພາກເໜືອ ແລະພາກກາງ.
2023-04-10
ໂຄງການ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ເລັ່ງສົມທົບ ກັບອຳນາດການປົກຄອງ ເມືອງຫາດຊາຍຟອງ ເພື່ອດຳເນີນການແກ້ໄຂ ແລະ ຈ່າຍຄ່າຊົດເຊີຍ ໃກ້ແກ່ຊາວບ້ານ ຢູ່ເຂດເມືອງຫາດຊາຍຟອງ ທີ່ສູນເສັຽທີ່ິດິນ ຈາກໂຄງການດັ່ງກ່າວ ພາຍໃນເນື້ອທີ່ 51 ເຮັກຕ້າຣ໌ ແຕ່ຍັງບໍ່ທັນໄດ້ຮັບເງິນຄ່າຊົດເຊີຍ.
2023-04-10
ຊາວລາວໃນລາວ ຈໍານວນຫຼາຍ ກະຕຣຽມກັບພູມລໍາເນົາ ແຂວງຕ່າງ ໃນໄລຍະບຸນປີໃໝ່ລາວ ເພື່ອສເລີມສລອງ ກັບຄອບຄົວ ເຊິ່ງສ່ວນຫຼາຍ ຊາວໜຸ່ມ ທີ່ອອກຈາກບ້ານ ເພື່ອໄປເຮັດວຽກຢູ່ ນະຄອນຫຼວງວຽງຈັນ ຖືໂອກາດນີ້ກັບຕ່າວຄືນ ບ້ານເກີດເມືອງນອນ ດ້ວຍຄວາມສຸຂໃຈ.
2023-04-10
ກອງປະຊຸມສຸດຍອດ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຄັ້ງທີ 4 ສິ່ງທີ່ທ້າທາຍ ໃນຕໍ່ໜ້າ ຄືການສ້າງດຸນຍະພາບ ຂອງແມ່ນໍ້າຂອງ ໃນຂະນະທີ່ ພັທນາ ສົ່ງຜົລກະທົບ ໃຫ້ມີການປ່ຽນແປງ ທາງດ້ານ ສັງຄົມ ແລະ ສີ່ງແວດລ້ອມ.
2023-04-10
ຈີນເຂົ້າມາ ຄວບຄຸມຫຼາຍກິຈການ ທີ່ເປັນແຫຼ່ງລາຍຮັບຫຼັກ ຂອງລາວ, ສວັນນະເຂດ ມີນັກຮຽນ ປະລະການຮຽນ ເພີ່ມຫຼາຍຂຶ້ນກວ່າ ທີ່ຜ່ານມາ, ການຂໍໜັງສືຜ່ານແດນ ຍັງມີຄວາມຫຍຸ້ງຍາກ ຫຼາຍທີ່ສຸດ.
2023-04-08
ບັນຫາທີ່ດິນ ຢູ່ປະເທດ ກັມພູຊາ ແລະ ວຽດນາມ ເກີດຂຶ້ນເປັນປະຈໍາ ແລະ ເປັນບັນຫາທີ່ເຄັ່ງຮ້ອນ ຄືກັນ ກັບປະເທດລາວ ເຊິ່ງຢູ່ ສປປ ລາວ ມີປະຊາຊົນ ທີ່ຮຽກຮ້ອງເຣື່ອງທີ່ດິນ ຈຳຫຼາຍຄົນຖືກຈັບ ແລະມີຫຼາຍກໍຣະນີ ຊາວບ້ານຖືກລະເມີດສິດ.
2023-04-08
ອະດີດ ນາຍທະຫານ ກອງທັບພຣະຣາຊອານາຈັກລາວ, ທີ່ຖືກໄປສັມມະນາ, ປະທານ ອົງການອໍານາດ ປະຊາຊົນລາວ ທີ່ສະຫະຣັຖອາເມຣິກາ, ໄດ້ກ່າວເຖິງ ຄວາມສໍາຄັນ ຂອງວັນກອງທັບ 23 ມິນາ ແລະ ສະພາບການບ້ານເມືອງ ບາງອັນ ຢູ່ລາວ.
2023-04-07
ອົງການ ໄອຍະການ ປະຊາຊົນສູງສຸດ ອອກຄໍາສັ່ງ ໃຫ້ດໍາເນີນຄະດີ ຕໍ່ຜູ້ທີ່ປູກ, ຄ້າຂາຍ ແລະຄອບຄອງ ພືດ ທີ່ໃຫ້ສານເສບຕິດ ແລະສານຣະເຫີຍ ທີ່ມີສານເສບຕິດອື່ນ ຜູ້ລະເມີດ ຈະຖືກລົງໂທດ ຕາມກົດໝາຍ ຢ່າງເຂັ້ມງວດ.
2023-04-07
ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ແລະ ຫາທາງແກ້ໄຂ ຂໍ້ຂັດແຍ່ງ ທາງດ້ານທີ່ດິນ ຢູ່ບ້ານຊຽງດາ ເມືອງໄຊເສດຖາ, ລະຫວ່າງບໍຣິສັດ ເອກກະຊົນ ແລະ ຣັຖ ເຊິ່ງບັນຫາຄ່າຊົດເຊີຍທີ່ດິນ ຂອງຊາວບ້ານ ຍັງບໍ່ໄດ້ຮັບການແກ້ໄຂເທື່ອ.
2023-04-07
ການເຮັດໜັງສືຜ່ານແດນທີ່ຊັກຊ້າ ແລະ ມີນາຍໜ້າເຂົ້າມາພົວພັນ ເປັນບັນຫາມາດົນແລ້ວ ເຊິ່ງຣັຖບານພະຍາຍາມແກ້ໄຂ ດ້ວຍການອອກບັດຄິວ ອອນລາຍນ໌ ແຕ່ບັນຫາດັ່ງກ່າວ ບໍ່ໄດ້ຫຼຸດລົງ ມາເຖິງຕອນນີ້ ທາງການລາວ ຈະປັບປຸງ ການອອກໜັງສືຜ່ານແດນ ໃຫ້ດີຂຶ້ນດ້ວຍການເພີ່ມ ເຄື່ອງພິມ ແລະບຸກຄະລາກອນ.
2023-04-07
ເຈົ້າຂອງທຸຣະກິຈ ໂຮງແຮມ ແລະບໍຣິສັດທ່ອງທ່ຽວ ເປັນກັງວົນວ່າ ນັກທ່ອງທ່ຽວ ອາດຍົກເລີກການຈ່ອງ ໂຮງແຮມ ແລະການທ່ອງທ່ຽວ ຖ້າຫາກບັນຫາໝອກຄັວນ ຫຼືຝຸ່ນລະອອງ ທີ່ເປັນອັນຕລາຍຕໍ່ສຸຂພາບ ຍັງບໍ່ໄດ້ຮັບການແກ້ໄຂ ຊຶ່ງຂະນະນີ້ ຍັງປົກຄົມຢູ່ຫລາຍແຂວງ.
2023-04-07
ການສໍ້ຣາສບັງຫລວງ ຄືພຍາດຊໍາເຮື້ອ ຂອງປະເທດລາວ ທີ່ສົ່ງຜົລກະທົບ ຕໍ່ການພັທນາ ເສຖກິຈ-ສັງຄົມ. ກວດພົບ ທຸກປີ ໂຕເລຂເພີ່ມຂຶ້ນ ແຕ່ບໍ່ມີ ການປາບປາມໃດໆ ເກີດຂຶ້ນ.