ບັນຫາ ໝອກຄວັນ ອາດສົ່ງຜົລກະທົບ ຕໍ່ພາກການທ່ອງທ່ຽວ

ສະພາບການທ່ອງທ່ຽວ ໃນນະຄອນຫຼວງພຣະບາງ, ເດືອນມີນາ 2023.
ສະພາບການທ່ອງທ່ຽວ ໃນນະຄອນຫຼວງພຣະບາງ, ເດືອນມີນາ 2023. (ນັກຂ່າວ ພົລເມືອງ)

0:00 / 0:00

ມາເຖິງປັດຈຸບັນ ໃກ້ບຸນປີໃໝ່ລາວແລ້ວ ແຕ່ຍັງມີບັນຫາໝອກຄັວນ ຫລື ຝຸ່ນລະອອງຂນາດນ້ອຍ PM 2.5 ຫລາຍຢູ່ ແລະ ບໍ່ມີທ່າວ່າຈະຫລຸດລົງເລີຍ, ຍັງໜາແໜ້ນຫລາຍຢູ່ ໂດຍສະເພາະທີ່ແຂວງຫລວງພຣະບາງ ແລະ ແຂວງວຽງຈັນ ທີ່ເປັນບ່ອນທ່ອງທ່ຽວສໍາຄັນ, ເຮັດໃຫ້ຜູ້ປະກອບການທ່ອງທ່ຽວຫລາຍຄົນກັງວົນ ຍ້ອນຢ້ານວ່າ ນັກທ່ອງທ່ຽວຈະຍົກເລີກ ການຈ່ອງທົວຣ໌ ແລະການຈ່ອງທີ່ພັກ.

ດັ່ງເຈົ້າຂອງໂຮງແຮມ ຢູ່ແຂວງຫລວງພຣະບາງຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ເມສານີ້ວ່າ:

“ກະຍັງຫລາຍຢູ່ ຕາມເບິ່ງ ຄືຍັງບໍ່ທັນມີວິທີການແກ້ໄຂ ແມ່ນຫຍັງເທື່ອ ໂຕນີ້ເຮົາຄິດວ່ານ່າຈະມີລູກຄ້າ ອາຈຍົກເລີກ ບຸກຄິ້ງ ຫລື ບາງຄົນມາກະ ອອກກ່ອນກໍານົດຫັ້ນນ່າ ມັນຂ້ອນຂ້າງຄືວ່າເກີດຂຶ້ນເນາະ ບໍ່ແນ່ໃຈວ່າ ຢູ່ພາຍໃນແຂວງຫລວງພຣະບາງ ມັນຈະຍົກເລີກຫລາຍບໍ່ ແຕ່ວ່າສໍາລັບໂຮງແຮມເຮົາມີບາງກໍຣະນີ ເຮົາກໍບໍ່ຢາກໃຫ້ເກີດແບບນີ້ຫັ້ນນ່າ ເຮົາກໍບໍ່ສະບາຍນໍາ ແບບນີ້ມັນບໍ່ໂອເຄຫັ້ນນ່າ ແລ້ວອີກຢ່າງ ຢ້ານໜັກໜ່ວງ...ທ່ຽວບໍ່ມາກໍກັງວົນຢູ່.”

ທ່ານກ່າວຕື່ມວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫາວິທີແກ້ໄຂບັນຫາດັ່ງກ່າວ, ເພີ່ມກົດລະບຽບໃຫ້ເຂັ້ມງວດຫລາຍຂຶ້ນ ໃນການລົງໂທດຜູ້ທີ່ຈູດປ່າ ຍ້ອນວ່າຝຸ່ນລະອອງ ຂນາດນ້ອຍ ເກີດມີຂຶ້ນຫລາຍຢູ່ໃນໄລຍະນີ້ ຊຶ່ງສ່ວນໃຫຍ່ແມ່ນເກີດຈາກ ການຈູດປ່າເພື່ອເຮັດໄຮ່, ເຮັດສວນ ແລະເຈົ້າຂອງເຮືອນພັກຜູ້ນຶ່ງ ຢູ່ແຂວງດຽວກັນນີ້ ກໍເວົ້າໃນມື້ດຽວກັນນີ້ວ່າ ຕົນເອງກໍມີຄວາມກັງວົນ ນໍາເຣື່ອງດັ່ງກ່າວເຊັ່ນກັນ ຍ້ອນວ່າໃນໄລຍະນີ້ ມີຝຸ່ນລະອອງ ຫລາຍ, ມື້ນີ້ຫລາຍກວ່າມື້ວານນີ້, ແຕ່ກໍເຮັດຫຍັງບໍ່ໄດ້, ຖ້າມີນັກທ່ອງທ່ຽວເຂົ້າມາພັກນໍາ ກໍຈະໄດ້ແຕ່ອະທິບາຍໃຫ້ລູກຄ້າ ເຂົ້າໃຈເທົ່ານັ້ນ ຂນາດວ່າຕົນເອງ ຍັງບໍ່ກ້າອອກໄປທາງໃດ ເພາະແສບດັງ, ແສບຕາໄປໝົດ, ມີແຕ່ຢາກໃຫ້ທາງການເພິ່ນ ແກ້ໄຂເຮັດໃຫ້ຄັວນໄຟນັ້ນໝົດໄປ.

“ກະມື້ນີ້ໝອກຫລາຍກວ່າເກົ່າ ແບບດຽວກັບເຂົາເຈົ້າແຊລເລີຍ ຝຸ່ນນັບມື້ນັບຫລາຍຂຶ້ນ ກໍຢາກໃຫ້ແກ້ໄຂເພາະວ່າ ກໍບໍ່ຄ່ອຍຢາກອອກໄປໃສ ເພາະວ່າຢູ່ບ່ອນໃດ ມັນກໍເປັນແສບຫູແສບຕາ ໄປໝົດ ເຣື່ອງກັງວົນກະກັງວົນຢູ່ ແຕ່ເຮົາເຮັດຫຍັງບໍ່ໄດ້ ມີແຕ່ເວລາເພິ່ນມາພັກ ເຮົາກໍອະທິບາຍໃຫ້ເພິ່ນເຂົ້າໃຈ.”

ໃນຂະນະດຽວກັນ ເຈົ້າຂອງບໍຣິສັດທ່ອງທ່ຽວ ແຫ່ງນຶ່ງຢູ່ນະຄອນຫລວງວຽງຈັນ ກໍເວົ້າວ່າ ເຣື່ອງຝຸ່ນລະອອງຂນາດນ້ອຍ ທາງບໍຣິສັດກໍກັງວົນ ຢ້ານລູກຄ້າຍົກເລີກ ການຈ່ອງທົວຣ໌. ທ່ານຄິດວ່າ ບາງບ່ອນກໍອາຈມີການຍົກເລີກໄປແລ້ວ ແຕ່ສໍາລັບບໍຣິສັດ ຂອງທ່ານຍັງບໍ່ທັນມີການຍົກເລີກເທື່ອ, ດີແຕ່ວ່າໃນຂະນະນີ້ ຢູ່ນະຄອນຫລວງວຽງຈັນ ເຖິງຍັງມີໝອກຄັວນໜາຫລາຍຢູ່ ແຕ່ກໍມີທ່າອ່ຽງຈະຫລຸດລົງ.

“ດຽວນີ້ PM 2.5 ນີ້ນ່າ ຢູ່ວຽງຈັນນີ້ຫລາຍ ທ້ອງຟ້າມັນອອກຈະຄຶ້ມໆ ບໍ່ເຫັນຮອດເມກນ່າ ເປັນແບບຄືຄັວນນີ້ນ່າ ບາງທີບໍຣິສັດອື່ນກໍອາຈມີການຍົກເລີກ ແລ້ວແຕ່ລູກຄ້າ ບາງລູກຄ້າບາງຄົນເຂົາເຈົ້າຕິດຕາມຂ່າວ ເຂົາເຈົ້າອາຈປ່ຽນມື້ໄປກະມີເນາະ ຍົກເລີກກະມີ.”

ພ້ອມກັນນັ້ນ ເຈົ້າຂອງບໍຣິສັດທ່ອງທ່ຽວ ແຫ່ງນຶ່ງຢູ່ເມືອງວັງວຽງ ແຂວງວຽງຈັນ ກໍເວົ້າວ່າ ຢູ່ແຂວງວຽງຈັນນີ້ ກໍມີຝຸ່ນລະອອງຫລາຍເຊັ່ນກັນ, ຢ້ານລູກຄ້າຍົກເລີກການຈ່ອງທົວຣ໌, ແຕ່ມາເຖິງຂະນະນີ້ ຍັງບໍ່ທັນມີການຍົກເລີກເທື່ອ, ເວລານີ້ກໍໃກ້ຈະເຖິງບຸນປີໃໝ່ລາວແລ້ວ, ແຕ່ໃນໄລຍະເກີດໄຟໄໝ້ປ່າ ເມື່ອເດືອນມີນາທີ່ຜ່ານມາ ກໍມີລູກຄ້າບາງຄົນຍົກເລີກ ການຈ່ອງທົວຣ໌ຢູ່.

“ກະມີແຕ່ຊ່ວງເດືອນມີນາເນາະ ອັນນ່າຊ່ວງນັ້ນເຂົາເຈົ້າມີໄຟໃໝ້ປ່ານ່າ ແລ້ວມັນກໍມີຄົວນມີຫຍັງ ກະມີແຕ່ຊ່ວງນັ້ນຍົກເລີກ ນ່າດຽວນີ້ເຂົາເຈົ້າກໍຈັອງມາແລ້ວ ຈັອງມານີ້ກໍວັນທີ 13-14 ນີ້ ຈະມາວັງວຽງຫລາຍຢູ່ເດ໋ປີນີ້ ແຂກສໍາລັບເຂົາເຈົ້າມານ່າ ບາງຄົນໄປທ່ຽວຫລວງພຣະບາງ ກະວັນທີ 17-18 ກໍຈະກັບມາວັງວຽງ.”

ຢູ່ແຂວງຫລວງພຣະບາງ ປະຊາຊົນຜູ້ນຶ່ງເວົ້າວ່າ ເຣື່ອງໝອກຄັວນນີ້ ຄາດວ່າຈະມີຜົລກະທົບ ໃສ່ນັກທ່ອງທ່ຽວແນ່ນອນ. ທ່ານເອງກໍກັງວົນ, ບໍ່ກ້າອອກໄປໃສຫລາຍ, ໄປວັດແລ້ວກໍກັບມາເຮືອນ.

“ດຽວນີ້ຈະຮອດບຸນແດ່ຫັ້ນນ່າ ຕ້ອງມີຜົນກະທົບກັບທ່ອງທ່ຽວຫລາຍເນາະ ມັນເປັນແບບນີ້ ເບິ່ງເຂົາຫັ້ນເຂົາບໍ່ສູ້ສົນດອກ ເຂົາຫັ້ນນ່າ ສະເພາະເອື້ອຍຫັ້ນ ມີແຕ່ວ່າໄປວັດ ແລ້ວກໍມາເຮືອນເທົ່ານັ້ນ ແລ້ວຈະໃຫ້ໄປທ່ຽວຫັ້ນນ່າເນາະ ບໍ່ຢາຫໄປກໍກັງວົນ ສຸຂພາບຫັ້ນມັນຈະແສບດັງ ຫາຍໃຈຝືດແດ່.”

ເຣື່ອງຝຸ່ນລະອອງ ເຈົ້າໜ້າທີ່ດ້ານການທ່ອງທ່ຽວ ຢູ່ແຂວງຫລວງພຣະບາງ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າວ່າ ໄລຍະນີ້ໝອກຄັວນໜາແຮງ ຍ້ອນມີການຈູດໄຮ່ຈູດສວນຫລາຍ, ເບິ່ງໄປທາງໃດກໍມີແຕ່ໝອກຄັວນມົວໆ, ແຕ່ກໍເຫັນນັກທ່ອງທ່ຽວຫລາຍຢູ່, ເຖິງແນວໃດ ໝອກຄັນນີ້ມັນກໍຕ້ອງມີຜົລກະທົບໃສ່ການທ່ອງທ່ຽວ.

ທ່ານກ່າວຕື່ມວ່າ ໃນການແກ້ໄຂບັນຫາດັ່ງກ່າວ ທາງກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ມີມາຕການແຈ້ງເຕືອນ ບໍ່ໃຫ້ຈູດປ່າໃນໄລຍະນີ້ ແລະໃຫ້ໃສ່ຜ້າອັດປາກອັດດັງ.

“ມີເຂົາກໍລົມກັນຢູ່ວ່າ ມັນກະສົ່ງຜົນກະທົບໃນການທ່ອງທ່ຽວ ໜ້ອຍນຶ່ງຫັ້ນແຫລະ ກະຟ້າມັນມົວໝົດຄືຍາມເຊົ້າ ຄືຍາມມີໝອກນີ້ນ່າ ປັດຈຸບັນກໍດໍາຣົງຊີວິດປົກຕິ ກະບໍ່ເຫັນເປັນຫຍັງອິຫຍັງເດ໋ ນັກທ່ອງທ່ຽວຫລາຍໃດ໋ ມັນກໍຍ້ອນຈູດໄຮ່ຈູດສວນ ຈູດຂີ້ເຫຍື້ອນໍາບ້ານ ນໍາຊ່ອງນີ້ແຫລະ ກໍຫຍູ້ງຍາກຢູ່ໂຕນີ້ ມັນຈຶ່ງເປັນແນວນີ້ມີແຕ່ເພິ່ນລົນນະລົງ ບໍ່ໃຫ້ຈູດຂີ້ເຫຍື້ອຊະຊາຍອິຫຍັງນີ້ແຫລະ.”

ເຈົ້າໜ້າທີ່ວິຊາການ ດ້ານສິ່ງແວດລ້ອມ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກໍເວົ້າວ່າ ບັນຫາດັ່ງກ່າວຍັງເປັນເຣື່ອງຍາກ ແລະເປັນເຣື່ອງທີ່ທ້າທາຍ ຕໍ່ຣັຖບານລາວ ໃນການທີ່ຈະຫລຸດຜ່ອນບັນຫາ ຝຸ່ນລະອອງຂນາດນ້ອຍ PM 2.5 ໄດ້ຢ່າງມີປະສິດທິພາບ ເພາະສາເຫດສ່ວນໃຫຍ່ແມ່ນເກີດຂຶ້ນ ຈາກຊາວບ້ານຈູດໄຮ່ຈູດສວນ ເພື່ອການປູກຝັງ ຊຶ່ງເຈົ້າໜ້າທີ່ຕ້ອງໄດ້ໃຫ້ຄວາມຮູ້ ພວກເຂົາເຈົ້າກ່ຽວກັບວິທີການຈູດ ແລະການປ້ອງກັນໄຟໄໝ້ປ່ານັ້ນຄັກແນ່.

“ໂຕນີ້ມັນກໍຢາກຍາກຢູ່ເນາະ ເຮົາຈະເຮັດມາຕການແນວໃດ ຊາວບ້ານເຂົາຈະເຂົ້າໃຈແນວໃດບັນຫານີ້ນ່າ ກໍຕ້ອງເວົ້າລົງໄປປະຊາສັມພັນ ບັນຫາວ່າ ສ່ຽງ ໜ້ອຍທີ່ສຸດຫັ້ນນ່າ ບາດນີ້ການຈູດກໍຕ້ອງມີວິທີການຈູດເນາະ ອັນນັ້ນມັນບໍ່ມີວິທີການມັນຊ່ວງລົມ ບາດນີ້ຈູດໄປລາມເພາະວ່າ ...ນີ້ມັນກໍເປັນສາເຫດທີ່ເກີດຂຶ້ນຫັ້ນນ່າ.”

ເພື່ອແກ້ໄຂບັນຫາ ໝອກຄັວນລະຫວ່າງ 3 ປະເທດ, ຣັຖບານ ສປປ ລາວ, ຣັຖບານໄທຍ ແລະພະມ້າ ໄດ້ປະຊຸມທາງໄກຮ່ວມກັນ ຜ່ານລະບົບອອນລາຍ ໃນມື້ວັນທີ 7 ເມສາ 2023 ນີ້.