ອຸບັດຕິເຫດ ແກ້ໄຂຍາກ ຍ້ອນເຈົ້າໜ້າທີ່ບໍ່ຈິງຈັງ ແຕ່ຍັງຮັບເງິນ

ອຸ່ນແກ້ວ
2023.04.10
ອຸບັດຕິເຫດ ແກ້ໄຂຍາກ ຍ້ອນເຈົ້າໜ້າທີ່ບໍ່ຈິງຈັງ ແຕ່ຍັງຮັບເງິນ ໂຕຢ່າງ ອຸບັດຕິເຫດ ຕາມທ້ອງຖນົນ ໃນ ນະຄອນຫຼວງວຽງຈັນ.
RFA

ປະ​ຊາຊົນລາວເຫັນວ່າ ​​ມັນເປັນການຍາກ ທີ່ຈະສະກັດກັ້ນ ແລະ ປ້ອງກັນອຸບັດຕິເຫດ ຕາມທ້ອງນົນ ໃນໄລຍະ ລອງບຸນປີໃໝ່ລາວ ຍ້ອນວ່າປະຊາຊົນ ທີ່ເປັນຜູ້ຂັບຂີເອງ ຫຼາຍຄົນ ບໍ່ປະຕິບັດລະບຽບຈະຣາຈອນ ແລະ ເຈົ້າໜ້າທີ່ບາງຄົນບໍ່ເຄັ່ງຄັດ ໃນການບັງຄັບໃຊ້ກົດໝາຍ ເຊັ່ນເຈົ້າໜ້າທີ່ ເປັນຜູ້ຂັບຂີລະເມີດການຈະຣາຈອນ ແລ້ວກໍປ່ອຍໄປ.

ປະ​ຊາຊົນ ທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ ຄົນບໍ່ຟັງຄວາມ ລະກະແຖມເຈົ້າໜ້າທີ່ກໍຍັງ ຊອດລອດ ແຊັດແລັດ ຢູ່ຈັ່ງຊັ້ນ ຄົນເຮົາຄັນວ່າ ຈ່າຍແລ້ວ ບໍ່ເປົ່າກະໄດ້.

ນັກ​ຂ່າວ: ອະທິບາຍໃຫ້ຟັງແດ່ວ່າ ເຈົ້າໜ້າທີ່ຊອດລອດ ແຊັດແລັດ ນີ້ ເປັນຈັ່ງໃດ?

ປະ​ຊາຊົນ: ອັນຊອດລອດ ແຊັດແລັດ ເຫັນມັນເມົາ ມັນບໍ່ເປົ່າ ອ້າວ ຈ່າຍໃຫ້ 2 ແສນ. ອ້າວໄປເລີຍ ບໍ່ເປົ່າກະໄດ້.

ນັກ​ຂ່າວ: ມັນເກີດມີປະກົດການ ຈັ່ງຊີ້ຫວະຢູ່ບ້ານເຮົາ?

ປະ​ຊາຊົນ: ວາຍເປັນຫຍັງມັນຈຶ່ງຈະບໍ່ມີ, ແຕ່ກະບໍ່ເປັນທຸກຄົນ ກະເປັນສ່ວນນຶ່ງ ແຕ່ກະບໍ່ເປັນສ່ວນນຶ່ງ ເຄິ່ງໆ ໄປຊັ້ນແຫຼະ ມັນຍັງມີຊ່ອງວ່າງໂຕນີ້ຢູ່ຫວະ?

ປະ​ຊາຊົນ: ຫ້ວຍ ມັນກະມີຫັ້ນແຫຼະ ໃບຂັບຂີ່ ຈ່າຍໄປກະພົ້ນໄປ.

ນັກ​ຂ່າວ: ໃບຂັບຂີ່ຢູ່ບ້ານເຮົານີ້ ມັນເປັນຈັ່ງໃດ ຄືວ່າ ມັນຜ່ານການສອບເສັງ ຄັກແນ່ລະ ຄືວ່າ ເຄັ່ງຄັດຢູ່?

ປະ​ຊາຊົນ: ໂອ້ຍ ເຄັ່ງຄັດ ກະຄົນຕົ໋ວວ່າ ຢູ່ຫັ້ນ ລະບົບຄອມພິວເຕີ້ຣ໌ ກະຄົນຕົ໋ວວ່າ ໃຫ້ຄະແນນ.

ນັກ​ຂ່າວ: ສຳລັບຄົນເດ້ ສ່ວນຜູ້ຂັບຂີເອງເດ້ ມັນເປັນຈັ່ງໃດ?

ປະ​ຊາຊົນ: ອັນນັ້ນແລ້ວ ຜູ້ຂັບຂີ ບັນຫາມັນ.

ນັກ​ຂ່າວ: ເຈົ້າໜ້າທີ່ນີ້ ຊິຄວບຄຸມໄດ້ບໍ່ນິ ອຸບັດຕິເຫດປີນີ້?

ປະ​ຊາຊົນ: ບໍ່ໄດ້ດອກ ບໍ່ໄດ້ ແຕ່ບາງປີ ກະເພີ່ມ ບາງປີກະຫຼຸດ ແຕ່ສ່ວນໃຫຍ່ ມັນກະເພີ່ມຫັ້ນແຫຼະ.

 

ປະ​ຊາຊົນອີກທ່ານນຶ່ງ ກໍກ່າວວ່າ ບໍ່ຢາກອອກໄປທ່ຽວໃສ່ ຍ້ອນວ່າ ຢ້ານອຸບັດຕິເຫດ.

ດັ່ງ​ທ່ານ ໃຫ້ສັມພາດວ່າ: ບໍ່ໃຫ້ເວົ້າແຫຼະ ປີໃໝ່ ບໍ່ຢາກໄປໃສ ລູກກະໜີໄປຮຽນໝົດ.

ນັກ​ຂ່າວ: ແຕ່ວ່າ ໄລຍະປີໃໝ່ນີ້ເຮົາອອກບ້ານບໍ່?

ປະ​ຊາຊົນ: ອອກໆ ເຣື່ອງອອກ ກະອອກ. ອອກກະອອກດ້າມມື້ ໄປກິນເຂົ້າປ່າ ລະກະໄປຢາມພີ່ຢາມນ້ອງຫັ້ນແຫຼ ໄປຢາມພວກອາວຸໂສຫັ້ເດ້ ໄປຢາມພວກພະນັກງານ ບຳນານລະກະມາໂລດ.

ນັກ​ຂ່າວ: ບໍ່ຄຶດຢ້ານ ອຸບັດຕິເຫດເບາະ?

ປະ​ຊາຊົນ: ໂຕດຽວຫັ້ນແຫຼະ  

ແລະ ປະ​ຊາຊົນ ອີກທ່ານນຶ່ງ ກໍໃຫ້ສັມພາດວ່າ: ໂອບໍ່ໄປໃສຂາຍເຄື່ອງຢູ່ບ້ານ.

ນັກ​ຂ່າວ: ມີກິກັມຫຍັງບໍ່ຫັ້ນນະ?

ປະ​ຊາຊົນ: ກິຈກັມ ມີແຕ່ກິນສັງສັນ ນຳພີ່ນຳນ້ອງ ນຳເອື້ອຍນຳອ້າຍ ຈັ່ງຊີ້ແຫຼະ. ບໍ່ໄດ້ມີແຜນວ່າ ຊິໄປບ່ອນນັ້ນບ່ອນນີ້ດອກ. ມີແຕ່ວັນທີ 11 ນີ້ ຈະກິນລ້ຽງຢູ່ບໍລິສັດ ຂ້າແບ້ໂຕນຶ່ງ.

ເຖິງ​ຢ່າງໃດກໍຕາມ, ເຈົ້າໜ້າທີ່ຕຳຣວດຈະຣາຈອນ ກໍມີແຜນປ້ອງກັນ ການເກີດອຸບັດຕິເຫດ ແລະ ອຳນວຍຄວາມສະດວກ ໃຫ້ຜູ້ຂັບຂີ່ໃນໄລຍະການລອງບຸນໃໝ່ລາວ.

ພັນ​ເອຄຳເລັກ ໄຊຍະສິດ ຮອງກົມໃຫຍ່ ຕຳຣວດຈະຣາຈອນ ກະປ້ອງປ້ອງກັນຄວາມງົບ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນລາວ ໃນວັນທີ 10 ເມສາ ວ່າ: ແຕ່ງຕັ້ງຈຸປະຈຳການ ຄອຍເຫດຂອງກົມ ເພື່ອເກັບກຳສະພາບອຸບັດຕິເຫດຢູ່ໃນຂອບເຂດທົ່ວປະເທດ ຕລອດ 24 ຊົ່ວໂມງ. ບັນຫາທີ່ສອງລະແຕ່ງຕັ້ງຈຸອອກກວດກາ ທາດເຫຼົ້າຈັບຄວາມໄວ ຢູ່ເຂດເສັ້ທາງ 13 ເໜືອ, 13 ໃຕ້ ເພື່ອປ້ອງກັນ ສະກັດກັ້ນ ອຸບັດຕິເຫດ ຕາມທາງຍາວ.

ໃນ​ປີ 2021 ທີ່ຜ່ານມາ, ມີຜູ້ເສັຽຊີວິດ ການເກີດອຸບັດຕິເຫດ ຕາທ້ອງນົນ 30 ຄົນ, ບາດເຈັບ 170 ຄົນ.

ໃນ​ປີ 2022 ມີຜູ້ເສັຽຊີວິດ ຈາກການເກີດອຸບັດຕິເຫດ ຕາມທ້ອງນົນ 35 ຄົນ ແລະ ບາດເຈັບ 500 າຍຄົນ ອີງຕາມຂໍ້ມູນ ຈາກທາງການລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.