ເຣື້ອງທີ່ເກັບບັນທຶກໄວ້
2024-01-10
ປະຊາຊົນແຂວງວຽງຈັນ ຫລາຍກວ່າ 3,000 ຄອບຄົວ ຍັງທຸກຍາກ ຍ້ອນບໍ່ມີວຽກເຮັດ, ບໍ່ມີດິນທໍາການຜລິດ, ແລະທາງການແກ້ໄຂບັນຫາ ພຽງແຕ່ສະເພາະໜ້າ ເທົ່ານັ້ນ ໂດຍສະເພາະ ປະຊາກອນທີ່ເປັນແມ່ຍິງ ແລະເດັກນ້ອຍ ຍັງຂາດໂອກາດ ທາງການສຶກສາ ແລະ ສາທາຣະນະສຸຂ.
2024-01-10
ແຂວງຫົວພັນ ຍັງພົບບັນຫາ ການຮຽນບໍ່ໄດ້ຄຸນນະພາບ ຍ້ອນບັນຫາການຂາດແຄນຄຣູ ແລະ ຈຳນວນເດັກນ້ອຍນັກຮຽນ ປະລະການຮຽນ ເພີ່ມຫຼາຍຂຶ້ນ ໂດຍສະເພາະ ເດັກນ້ອຍມັດທະຍົມສຶກສາ ທີ່ຕ້ອງອອກໂຮງຮຽນ ເພື່ອຊ່ອຍພໍ່ແມ່ເຮັດວຽກຫາເງິນ.
2024-01-09
ບໍຣິສັດ ຈີນເຂົ້າມາລົງທຶນ ໃນປະເທດລາວ ໄດ້ສົ່ງຜົລກະທົບ ຕໍ່ປະຊາຊົນ ແລະ ສັງຄົມ ຍ້ອນວ່າ ການປະຕິບັດກົດໝາຍ ຂອງທາງການລາວ ບໍ່ເຂັ້ມງວດ.
2024-01-09
ປັດຈຸບັນນີ້ ຊາວບ້ານຢູ່ເຂດອ້ອມແອ້ມ ໃກ້ກັບໂຮງງານຊີມັງ ໃນເມືອງວັງວຽງ ແຂວງວຽງຈັນ ໃນເຂດບ້ານຂັນໝາກ, ບ້ານໂພນຊູ ຍັງໄດ້ຮັບຜົລກະທົບ ໃນເຣື່ອງມົລພິດທາງອາກາດ ໂດຍສະເພາະ ຂີ້ຝຸ່ນ ຈາກຣົຖບັນທຸກ ໃນການຂົນຫິນ-ຊາຍຕ່າງໆ ເຂົ້າ-ອອກໂຮງງານ.
2024-01-09
ທະນາຄານໂລກ ແນະນໍາໃຫ້ ສປປ ລາວ ຫລຸດໜີ້ສາທາຣະນະ ແລະເພີ່ມລາຍຮັບ ຂະນະທີ່ ໃນປີ 2022 ມີໜີ້ສາທາຣະນະສູງເຖິງ 18.7 ຕື້ໂດລ້າຣ໌ສະຫະຣັຖ ຄິດເປັນ 112% ຂອງລວມຍອດມູນຄ່າຜລິຕພັນພາຍໃນ ແລະ ວາງມາຕການ ເພື່ອຫຼຸດຜ່ອນ ເງິນກີບເຟີ້ຮຸນແຮງ.
2024-01-09
ວິສາຫະກິຈ ນໍາເຂົ້າ-ສົ່ງອອກ ໃນແຕ່ລະແຂວງ ຕ້ອງລົງທະບຽນ ເປັນຜູ້ນໍາເຂົ້າ-ສົ່ງອອກ ນໍາກົມຄຸ້ມຄອງເງິນຕຣາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ຖ້າຫາກບໍ່ປະຕິບັດ ຈະບໍ່ສາມາດດໍາເນີນການ ນໍາເຂົ້າ ແລະສົ່ງອອກສິນຄ້າໄດ້ ເຊິ່ງການລົງທະບຽນໃນຄັ້ງ ກໍເພື່ອຄຸ້ມຄອງລະບົບເງິນຕຣາ ຂອງຣັຖບານ.
2024-01-09
ປັດຈຸບັນ ແຂວງເຊກອງ ມີເຂື່ອນຜລິດໄຟຟ້າໄດ້ແລ້ວ 3 ເຂື່ອນ ລວມກໍາລັງການຜລິດ 353 ເມກະວັດ ແລະມີແຜນການກໍ່ສ້າງເຂື່ອນອີກ 54 ແຫ່ງ, ແຕ່ປະຊາຊົນ ຍັງບໍ່ມີໄຟຟ້າໃຊ້ເກືອບເຖິງ 20%.
2024-01-08
ນາຍົກຣັຖມົນຕຣີລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມປະເທດວຽດນາມ ຢ່າງເປັນທາງການ ໂດຍການຕ້ອນຮັບ ຂອງທ່ານ ຟາມ ມິນ ຈິນ ນາຍົກຣັຖມົນຕຣີວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ ປະເທດວຽດນາມ ແລະ ໄດ້ຕົກລົງເຊັນສັນຍາ ຄວາມຮ່ວມມື ຈຳນວນ 4 ສະບັບ.
2024-01-08
ຄຣູອາສາສມັກ ຈຳນວນບໍ່ໜ້ອຍ ຂອງແຂວງເຊກອງ ໂດຍສະເພາະ ໃນເຂດຫ່າງໄກ ບໍ່ກັບໄປສອນໜັງສືຕໍ່, ແຕ່ອອກໄປເຮັດອາຊີບອື່ນແທນ ຍ້ອນການເປັນຄຣູອາສາ ມາຫຼາຍປີແຕ່ບໍ່ມີຄວາມຫວັງ ຈະໄດ້ເປັນຣັຖກອນ ພ້ອມທັງບໍ່ມີລາຍໄດ້ ຈາກການເປັນຄຣູອາສາ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ສຶກສາ.
2024-01-08
ປັດຈຸບັນ ການສົ່ງເສີມໃຫ້ໃຊ້ເງິນກີບ ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ຖືວ່າດີຂຶ້ນກວ່າເກົ່າ ທັງໄດ້ໃຫ້ຜູ້ປະກອບການຕ່າງໆ ພາຍໃນເຂດເຂດດັ່ງກ່າວ ມີການຕິດປ້າຍລາຄາສິນຄ້າ ແລະຊໍາລະສະສາງເປັນເງິນກີບ ແລະຍັງໃຫ້ບັນດາບໍຣິສັດຕ່າງໆ ມີການຈ່າຍເງິນໃຫ້ພະນັກງານ ເປັນອັດຕຣາເງິນກີບ.
2024-01-08
ຈຳນວນ ເດັກນ້ອຍເກີດໃໝ່ ໃນປະເທດລາວ ຖືກປະຖິ້ມ ຫລາຍຂຶ້ນ ແລະມີຂໍ້ມູນລະບຸວ່າ ຕັ້ງແຕ່ເດືອນກຸມພາ ຫາ ເດືອນທັນວາ ປີ 2023 ພົບເດັກນ້ອຍເກີດໃໝ່ ຖືກປະຖິ້ມ 4 ຄົນ ຊຶ່ງຄາດວ່າ ໂຮງໝໍຣັຖ ແຕ່ລະແຫ່ງ ມີເດັກນ້ອຍເກີດໃໝ່ ຖືກປະຖິ້ມແຕ່ລະປີ ບໍ່ຕໍ່າກວ່າ 2-3 ຄົນ.
2024-01-08
ເກີດເຫດການ ແມ່ມານເຈັບທ້ອງໄປເກີດລູກ ຢູ່ໂຮງໝໍແຂວງໄຊຍະບູຣີ ແຕ່ຕໍ່ມາໄດ້ເສັຍຊີວິດທັງແມ່ ແລະລູກ ເຮັດໃຫ້ຍາດພີ່ນ້ອງ ຂ້ອງຄາໃຈ ເຖິງບັນຫາການລະເລີຍໜ້າທີ່ ຂອງແພດ ແລະໝໍ ຕໍ່ໄປຊາຊົນ ບໍ່ສົນໃຈ ຄໍາຮ້ອງຂໍ ຂອງປະຊາຊົນ.
2024-01-06
ທ້າວ ວັນນານ້ອຍ ນິຍົມສິນ ເປັນເຈົ້າຂອງເພຈ ໄວໜຸ່ມ ສຸຂະພາບຈະເລີນພັນ, ອາສາສະໝັກ Global shaper Vientiane Hub ແລະຜູ້ບໍລິຫານ ໜ່ວຍງານສ້າງຄວາມອາສາມາດໃຫ້ກັບໄວໜຸ່ມ.
2024-01-05
ທາງການລາວ ແລະ ຜູ້ປະກອບການ ປືກສາຫາລື ກ່ຽວກັບ ຜົລກະທົບ ດ້ານສິ່ງແວດລ້ອມ ເພື່ອກໍ່ສ້າງ ໂຮງງານຜລິດແປ້ງມັນຕົ້ນ ແຫ່ງທໍາອິດ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ.
2024-01-05
ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ຄະນະໄດ້ເດີນທາງເຂົ້າຮ່ວມພີທີ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງຜູ້ອອກແຮງງານ ລາວໄປເຮັດວຽກຕາມຣະດູການ ຢູ່ເມືອງຄັງນຶງ ແຂວງຄັງວອນໂດ ປະເທດເກົາຫຼີໃຕ້.