ເຣື້ອງທີ່ເກັບບັນທຶກໄວ້
2022-04-15
ທະນາຄານໂລກ ຄາດວ່າ ໃນປີນີ້ ເສຖກິດລາວຈະຂຍາຍໂຕ ພຽງແຕ່ 3.8% ຫລື 3.3% ຈາກທີ່ຄາດໄວ້ ປະມານ 4.5% ຍ້ອນເງິນເຟີ້ຮຸນແຮງ, ກະທົບຕໍ່ການຄ້າ ແລະການນໍາເຂົ້າ-ສົ່ງອອກ ແລະການເປັນໜີ້ ສາທາຣະນະ ຫລາຍເກີນໄປ.
2022-04-15
ທາງການລາວ ພະຍາຍາມ ຄວບຄຸມລາຄາສິນຄ້າ ໂດຍສະເພາະ ໃນໄລຍະບຸນປີໃໝ່ລາວນີ້ ແຕ່ຄວາມເປັນຈິງແລ້ວ ເປັນເຣື່ອງຍາກ ໃນພາກປະຕິບັດ ແລະ ກໍບໍ່ສາມາດ ຊ່ອຍແກ້ໄຂ ບັນຫາຄາລາສິນຄ້າແພງ ເປັນຕົ້ນຊີ້ນ, ເຂົ້າສານ ແລະ ອື່ນໆ.
2022-04-15
ເຄືອຂ່າຍ ປະຊາຊົນໄທຍ 8 ແຂວງ ລຸ່ມນໍ້າຂອງ ຮຽກຮ້ອງ ໃຫ້ທາງການຈີນ ຍອມຮັບວ່າ ເຂື່ອນນໍ້າຂອງທີ່ີສ້າງຢູ່ຈີນ ເປັນສາເຫດ ຂອງຜົລກະທົບ ຂ້າມຊາຍແດນ, ແຕ່ທາງການຈີນ ປະຕິເສດ ແລະ ໂທດວ່າ ເປັນຍ້ອນການປ່ຽນແປງ ຂອງສະພາບດິນຟ້າ, ອາກາດ.
2022-04-14
ໃນປີ 2021 ທີ່ຜ່ານມາ, ຣັຖວິສາຫະກິຈໄຟຟ້າລາວ ສູນເສັຽລາຍຮັບ 200 ປາຍຕື້ກີບ ຍ້ອນບັນຫາ ມີຜູ້ລັກລອບດັດແປງ ໝໍ້ນັບໄຟ ແລະ ລັກໃຊ້ໄຟ ດ້ວຍຫຼາຍຮູບແບບ, ເຊິ່ງມີທັງຊາວບ້ານທົ່ວໄປ ແລະ ຊ່າງໄຟຟ້າກໍມີ ທີ່ຖືກດຳເນີນຄະດີ ແລະ ປັບໃໝໃສ່ໂທສ ຈາກບັນຫາດັ່ງກ່າວ.
2022-04-14
ການລະເມີດສິດທິມະນຸສ ໃນປະເທດຢູເຄຣນ ເປັນນຶ່ງໃນຫົວຂໍ້ ທີ່ສະຫະຣັຖອາເມຣິກາ ໃຫ້ຄວາມສຳຄັນ ໃນວັນຖແລງຂ່າວ ອອກບົດຣາຍງານ ດ້ານສິດທິມະນຸສ ປະຈຳປີ ໃນຂະນະທີ່ ບັນຫາສິດທິມະນຸສໃນລາວ ສະຫະຣັຖອາເມຣິກາ ໄດ້ເວົ້າເຖິງ ການບັງຄັບ ບຸກຄົນໃຫ້ຫາຍສາບສູນ, ການສັງຫານຊາວ ເຜົ່າມົ້ງ ແລະ ສະພາບຄຸກທີ່ແອອັດ.
2022-04-14
ຫ້ອງການຄຸ້ມຄອງ ເຂດເສຖກິດພິເສດ ສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫ້າມບໍ່ໃຫ້ບໍຣິສັດ, ຫ້າງຮ້ານ ຮັບເອົາຄົນງານເຂົ້າເຮັດວຽກ ໃນໄລຍະພັກບຸນປີໃໝ່ລາວ ຕັ້ງແຕ່ມື້ວັນທີ 14-17 ເມສານີ້, ຫາກຝ່າຝືນ ແລະມີບັນຫາ ຕ້ອງຮັບຜິດຊອບ ເອົາເອງທັງໝົດ.
2022-04-14
ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູຣີ ຈັບພະນັກງານ ບໍຣິສັດລາວໂທຣະຄົມ ຂົນຢາເສບຕິດ ເກືອບ 1 ຕັ່ນ, ຂະນະທີ່ຊາວບ້ານ ໃນເຂດເມືອງ ແລະ ແຂວງດັ່ງກ່າວ ກໍຍິນດີ ທີ່ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ ປາບປາມບັນຫານີ້ ຢ່າງຈິງຈັງ
2022-04-14
ເທສການ ສລອງບຸນປີໃໝ່ລາວປີນີ້ ຢູ່ຫລາຍເຂດ ບໍ່ຄຶກຄື້ນປານໃດ ຍ້ອນທາງການ ສັ່ງຫ້າມຈັດງານ ສັງສັນ ແລະພົບພໍ້ກັນຫລາຍຄົນ ເພື່ອປ້ອງກັນໂຄວິດ-19, ແຕ່ຢູ່ບາງເຂດກກໍມ່ວນຊື່ນດີ, ຜູ້ຄົນພາ ກັນໄປວັດ ສົງນໍ້າພຣະ.
2022-04-13
ຣັຖບານລາວ ທົດລອງເປີດຕ້ອນຮັບ ນັກທ່ອງທ່ຽວໄລຍະທີ 1 ເມື່ອຕົ້ນປີ 2022 ຜ່ານມາ ແຕ່ນັກທ່ອງທ່ຽວ ຕ່່າງປະເທດ ເຂົ້າມາໜ້ອຍ ແລະຜ່ານການປະເມີນ ຂອງໜ່ວຍງານ ພົບວ່າຂັ້ນຕອນ ການດຳເນີນ ເອກະສານ ຫຍຸ້ງຍາກຫລາຍ.
2022-04-13
ທຸຣະກິຈລາວ ຫຼາຍພາກສ່ວນ ໂດຍສະເພາະ ພາການທ່ອງທ່ຽວ ຢາກໃຫ້ຣັຖບານ ເປີດປະເທດ ແລະ ຍົກເລີກ ລະບຽບ, ຂໍ້ບັງຄັບ ແລະ ມາດຕະການ ຕ່າງໆ ທີ່ເປັນອຸປະສັກ ຕໍ່ການທ່ອງທ່ຽວ ໂດຍສະເພາະ ເພື່ອກະຕຸ້ນ ນັກທ່ອງທ່ຽວ ຈາກຕ່າງປະເທດ.
2022-04-13
ໃນໄລຍະ ບຸນປີໃໝ່ລາວປີນີ້, ຊາວລາວ ທະຍອຍເດີນທາງ ກັບພູມລໍາເນົາກັນ ຢ່າງຄຶກຄັກ ເຖິງວ່າຄ່າໂດຍສານ ຈະແພງຂຶ້ນກໍຕາມ ຊຶ່ງການສລອງບຸນປີໃໝ່ລາວປີນີ້ ແມ່ນຢູ່ໃນທ່າມກາງ ການຣະບາດຂອງເຊື້ອ ໂຄວິດ-19 ແລະຄ່າຄອງຊີບທີ່ແພງຂຶ້ນຫຼາຍ.
2022-04-13
ແຂວງຈຳປາສັກ ເປັນອີກພື້ນທີ່ນຶ່ງ ທີ່ມີໂຄງການພະລັງງານໄຟຟ້າ ຈຳນວນ 31 ໂຄງການ ແຕ່ນີ້ກໍບໍ່ໄດ້ຊ່ອຍໃຫ້ຊາວບ້ານ ຫຼຸດພົ້ນອອກຈາກ ຄວາມທຸກຍາກ ແລະສິ່ງທີ່ສຳຄັນ ຄືຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ພະລັງງານໄຟຟ້າເຫຼົ່ານັ້ນ ບໍ່ໄດ້ຮັບການເບິ່ງແຍງ ເທົ່າທີ່ຄວນ ຈາກພາກຣັຖ ຫຼືພາກສ່ວນທີ່ກ່ຽວຂ້ອງ.
2022-04-13
ນັບແຕ່ປີ 2016 ມາ ຍ້ອນມີການສໍ້ຣາສບັງຫລວງ, ລາວຈຶ່ງສູນເສັຍເງິນໄປຫລາຍກວ່າ 700 ລ້ານໂດລາຣ໌ສະຫະຣັຖ, ອົງການກວດກາແຫ່ງຣັຖ ໄດ້ສລຸບວຽກງານກວດກາແຕ່ປີ 2016 ເຖິງປັດຈຸບັນ, ກວດພົບ ແລະລົງວິນັຍສະມາຊິກພັກ 3,690 ຄົນ ທີ່ສໍ້ຣາສບັງຫລວງ ແລະລະເມີດລະບຽບ ວິນັຍຕ່າງໆ.
2022-04-12
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈຳນວນນຶ່ງ ຈາກເຂື່ອນໄຟຟ້າ ນ້ຳທາ 1 ທີ່ເມືອງຜາອຸດົມ ເຂົ້າໄປບຸກລຸກປ່າໄມ້ ພາຍໃນເຂດສງວນ ຂອງເຂື່ອນໄຟຟ້າ ຍ້ອນບໍ່ມີເນື້ອທີ່ ທຳການກະເສຕ ແລະ ຕ້ອງດີ້ນຮົນ ເພື່ອຄວາມຢູ່ລອດ ຊຶ່ງກໍເປັນວິຖີຊີວິດ ຂອງຊາວບ້ານ.
2022-04-12
ຊາວບ້ານ 5 ຄົນ ຢູ່ເມືອງນາຊາຍທອງ ທີ່ຖືກທະຫານຈັບ ຍ້ອນຂໍ້ຖົກຖຽງ ເຣື່ອງທີ່ດິນ ຍັງບໍ່ທັນຖືກປ່ອຍໂຕ ອອກມາເທື່ອ ຊຶ່ງກໍສ້າງຄວາມກັງວົນ ໃຫ້ກັບຍາຕິພີ່ນ້ອງ ຂອງຜູ້ຖືກຈັບ ແລະ ເປັນຫ່ວງ ຄວາມປອດພັຍນຳດ້ວຍ.