ຊາວບ້ານ ເມືອງຜາອຸດົມ ບຸກລຸກປ່າ ເຂດສງວນ ເຂື່ອນນ້ຳທາ 1
2022.04.12
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈຳນວນນຶ່ງ ຈາກເຂື່ອນໄຟຟ້ານ້ຳທາ 1 ໃນເມືອງຜາອຸດົມ ແຂວງບໍ່ແກ້ວ ເຂົ້າໄປບຸກລຸກປ່າໄມ້ ພາຍໃນເຂດສງວນ ຂອງເຂື່ອນໄຟຟ້າ ຍ້ອນພວກຊາວບ້ານ ໄດ້ສູນເສັຽທີ່ດິນ ທຳການກະເສຕ ແລະ ຖືກໂຍກຍ້າຍມາແລ້ວ ເກືອບ 3 ປີ, ແຕ່ຍັງບໍ່ໄດ້ຮັບ ດິນທົດແທນເທື່ອ ຈຶ່ງພາກັນເຂົ້າໄປຢູ່ບ້ານເກົ່າ, ເຊິ່ງປັດຈຸບັນ ຄືເຂດສງວນ ຂອງໂຄງການເຂື່ອນໄຟຟ້າ ແລ້ວຖາງປ່າ ເພື່ອລ້ຽງສັດ ແລະ ເຮັດໄຮ່ ຕາມວິຖີຊີວິດ ຂອງຊາວບ້ານ.
ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ເມສາ ນີ້ວ່າ:
“ປະຊາຊົນບາງຄົນຫັ້ນ ຂະເຈົ້າແບບ ຢາກກັບເມືອຢູ່ບ້ານເກົ່າ, ຫັ້ນນ່າ ແລ້ວກະຖາງໄຮ່ໄປເລີຍ, ຫັ້ນນ່າ ເພາະວ່າ ເຂົາບໍ່ມີພື້ນທີ່, ຫັ້ນນ່າ. ມັນເປັນພື້ນທີ່ ທີ່ວ່າດອຍ ເກືອບ 100% ໄດ໋, ດິນຈັດສັນນີ້ ປະຊາຊົນ ຂະເຈົ້າຕ້ອງໄດ້ມາເຮັດແບບນັ້ນ, ຫັ້ນນ່າ. ບາງຄົນກະໄດ້ຂາຍເຮືອນ ຂາຍຊານໜີ ເຂົາບໍ່ລຶ້ງກັບຊີວິດແບບໃໝ່ເນາະ ເຂົາອາສັຍຕິດພັນ ກັບທັມມະຊາດເດ້.”
ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ຈະກ່າວໂທສຊາວບ້ານ ທີ່ເຂົ້າໄປບຸກລຸກປ່າໄມ້ ພຽງຝ່າຍດຽວ ກະບໍ່ໄດ້ ເພາະພວກຊາວບ້ານເຫຼົ່ານັ້ນ, ຄືຜູ້ໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ທຳການກະເສຕ ໃຫ້ກັບໂຄງການ, ແຕ່ທາງໂຄງການ ແລະ ພາກສ່ວນທີກ່ຽວຂ້ອງ ມີຄວາມຫຼ້າຊ້າ ໃນການຊອກຫາເນື້ອທີ່ດິນ ທົດແທນໃຫ້ຊາວບ້ານ.
ຈົນມາເຖິງປັດຈຸບັນ, ທາງໂຄງການ ຈະເລັ່ງບຸກເບີກ ເນື້ອທີ່ທຳການກະເສຕ ເພື່ອທົດແທນ ໃຫ້ກັບຊາວບ້ານ, ແຕ່ພື້ນທີ່ທັງໝົດ ແມ່ນເປັນເຂດພູດອຍ ບໍ່ມີແຫຼ່ງນ້ຳ, ແຫ້ງແລ້ງ ແລະ ບໍ່ເໝາະສົມ ທີ່ຈະທຳການກະເສຕ ບໍ່ສາມາດປູກພືດ, ລ້ຽງສັດ ແລະ ເຮັດນາ ໄດ້ຄືແຕ່ເກົ່າ, ເຊິ່ງເປັນບັນຫາ ໃຫ້ກັບຊາວບ້ານ ຫຼາຍສົມຄວນ.
ຂະນະທີ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຖືກໂຍກຍ້າຍບ້ານ ໃນເມືອງຜາອຸດົມ ແຂວງບໍ່ແກ້ວ ກ່າວວ່າ ຫຼາຍຄອບຄົວ ກໍໄດ້ຮັບການທົດແທນທີ່ດິນ ທຳການກະເສຕໄປແລ້ວ ເມື່ອຕົ້ນປີ 2022 ທີ່ຜ່ານມາ, ແຕ່ກະມີຊາວບ້ານ ຈຳນວນຫຼາຍຄອບຄົວ ທີ່ຍັງບໍ່ໄດ້ຮັບການທົດແທນ ເຊັ່ນດຽວກັນ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຜາອຸດົມ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ດິນຊົດເຊີຍຫວາ ຍັງບໍ່ທັນໄດ້ນ່າ. ດິນກະສິກັມ ຍັງບໍ່ທັນໄດ້. ຜູ້ອື່ນໄດ້ ຂ້ອຍຍັງບໍ່ທັນໄດ້ນ່າ.”
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ໃນເມືອງຜາອຸດົມ ອີກຜູ້ນຶ່ງ ກ່າວວ່າ ຊາວບ້ານຈຳນວນນຶ່ງ ໄດ້ຮັບການຈັດສັນ ເນື້ອທີ່ທຳການກະເສຕແລ້ວ ຈຳນວນເຄິ່ງເຮັກຕ້າຣ໌, ແຕ່ພັດບໍ່ໄດ້ບຸກເບີກປ່າໄມ້ໃຫ້, ໂດຍຈະໃຫ້ຊາວບ້ານ ໄປຖາງປ່າໄມ້ເອົາເອງ, ເຊິ່ງຊາວບ້ານເຫັນວ່າ ບໍ່ເໝາະສົມປານໃດ ແລະ ເນື້ອທີ່ ກໍບໍ່ໄດ້ເໝາະສົມ ໃນການເຮັດໄຮ່ ເຮັດສວນ.
ເນື້ອທີ່ຈັດສັນ ທີ່ທາງໂຄງການ ເຂື່ອນໄຟຟ້າ ແລະ ທາງການລາວ ຈັດສັນໃຫ້ນັ້ນ, ເໝາະສົມກັບການປູກ ຢາງພາຣາ ພຽງຢ່າງດຽວ ຈົນບໍ່ສາມາດ ປູກພືດອື່ນໄດ້ເລີຍ, ແຕ່ຊາວບ້ານ ຈຳນວນນຶ່ງ ພັດຕ້ອງການທີ່ດິນ ເພື່ອປູກພືດອື່ນໆ ແລະ ລ້ຽງສັດໄດ້ນຳດ້ວຍ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຜາອຸດົມ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ດິນຫັ້ນ, ເຂົາແບ່ງໃຫ້ຊາວບ້ານ ຄອບຄົວນຶ່ງ ຕອນນຶ່ງ ຫາກໍແບ່ງປີນີ້ແຫຼະ ຈັກຊິໃຫ້ເຮົາປູກຫຍັງ ກະບໍ່ຮູ້ເທື່ອ. ເຮັດນາກະບໍ່ໄດ້ ຄືປູກໝາກສາລີ ກະບໍ່ໄດ້ນ່າ, ເຮັດໄດ້ແຕ່ຢາງພາຣາ ກະແລ້ວ. ພູດອຍຫຼາຍໂພດ, ມີ (ດິນ) ຢູ່ແຄມນ້ຳ ເລັກໆໜ້ອຍໆ ກໍຖ້ວມໝົດ.”
ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ຢາກໃຫ້ເບິ່ງບັນຫາ ແທ້ຈິງວ່າ ເປັນຫຍັງຊາວບ້ານ ຈຶ່ງຕ້ອງການ ເຂົ້າໄປຢູ່ບ້ານເກົ່າ ແລ້ວຖາງປ່າເຮັດໄຮ່, ລ້ຽງສັດ ຍ້ອນເຂດບ້ານຈັດສັນໃໝ່ ມີແຕ່ບັນຫາເກີດຂຶ້ນຫຼາຍຄັ້ງ ເຊັ່ນ ນ້ຳບໍ່ພຽງພໍ ທີ່ຈະໃຊ້, ໄຟຟ້າຂາດໆເຂີນໆ, ແຕ່ສິ່ງສຳຄັນ ແມ່ນເຣື່ອງປາກທ້ອງ ຂອງຊາວບ້ານ ທີ່ຍັງບໍ່ທັນມີອາຊີບ ແລະ ລາຍໄດ້ ຢ່າງໝັ້ນຄົງ.
ສ່ວນຊາວບ້ານ ອີກຜູ້ນຶ່ງ ໃນເມືອງຜາອຸດົມ ກ່າວວ່າ ຫຼັງຈາກຖືກໂຍກຍ້າຍ ມາຢູ່ບ້ານຈັດສັນໃໝ່ ຊາວບ້ານກໍບໍ່ມີອາຊີບ ແລະ ລາຍໄດ້ຄືເກົ່າ ເຮັດໃຫ້ຊີວິດການເປັນຢູ່ ທຸກຍາກລຳບາກລົງ ເພາະບໍ່ມີທີ່ດິນ ທຳການກະເສຕ. ສ່ວນຊາວບ້ານ ທີ່ຈະເຂົ້າໄປຫາ ເຄື່ອງປ່າຂອງດົງ ຫຼືຫາປາ ຕາມລຳຫ້ວຍ ມາກິນໃນຄອບຄົວ ຫຼືເອົາໄປຂາຍໃນຕລາດ ເພື່ອຫາລາຍໄດ້ ກະເຂົ້າໄປບໍ່ໄດ້ ເພາະປ່າໄມ້ທັງໝົດ ໄດ້ກາຍເປັນເຂດສງວນ ຂອງໂຄງການ ເຂື່ອນໄຟຟ້ານ້ຳທາ 1 ໄປຈົນໝົດແລ້ວ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຜາອຸດົມ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ປີນີ້ ເຂົາຊິມອບດິນໃຫ້, ແຕ່ວ່າ ຍັງມີໂຄງການ ຊິໄປຖາງໄຮ່, ຫັ້ນນ່າ. ຖາງໄຮ່ໃຫ້ເຮົາເຮັດນັ້ນ, ແຕ່ວ່າ ເຂົາຍັງຖາງບໍ່ທັນແລ້ວເທື່ອ. ໂອ້, ບໍ່ມີບ່ອນໄປຫາ (ກິນ) ກະຢູ່ລ້າໆ ຂອງປ່າຂອງດົງນີ້ ໄປບ່ອນໃດ ເຂົາກະບໍ່ໃຫ້ໄປ ມີແຕ່ຢູ່ບ້ານຫັ້ນ.”
ກ່ຽວກັບເຣື່ອງ ການບຸກລຸກປ່າໄມ້ ຂອງຊາວບ້ານ ພາຍໃນເຂດສງວນ ຂອງໂຄງການ ເຂື່ອນໄຟຟ້າ ນີ້, ທາງການລາວ ກໍໄດ້ເຂົ້າໄປເຈຣະຈາ ກັບຊາວບ້ານເຫຼົ່ານັ້ນແລ້ວ ເພື່ອໃຫ້ໂຍກຍ້າຍ ອອກມາຢູ່ເຮືອນຈັດສັນ ຄືເກົ່າ ແລະ ໃຫ້ລໍຖ້າ ການຈັດສັນທີ່ດິນ ທຳການກະເສຕ ຈາກທາງໂຄງການ, ເຊິ່ງຄາດວ່າ ພາຍໃນປີ 2022 ນີ້ ຈະມອບໃຫ້ຄົບ ໝົດທຸກຄອບຄົວ.
ຂະນະທີ່ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມ ຕິດຕໍ່ໄປຫາ ບໍຣິສັດເຂື່ອນໄຟຟ້ານ້ຳທາ 1 ເພື່ອສອບຖາມ ເຖິງຣາຍລະອຽດ ເຣື່ອງການບຸກລຸກປ່າໄມ້, ແຜນການສ້າງອາຊີບ ແລະ ລາຍໄດ້ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ, ແຕ່ບໍ່ສາມາດຕິດຕໍ່ໄດ້.