ເຣື້ອງທີ່ເກັບບັນທຶກໄວ້
2021-02-10
ນັກວິຊາການໄທຍ ເປັນຫ່ວງນໍາປາ ໃນແມ່ນໍ້າຂອງ ຈະສູນພັນ ຍ້ອນການ ກໍ່ສ້າງເຂື່ອນ ທີ່ສົ່ງຜົລ ໃຫ້ສະພາບ ແມ່ນໍ້າຂອງ ເກີດການປ່ຽນແປງ.
2021-02-09
ຜູ້ສມັກຮັບເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນແຂວງ ໃນຫລາຍແຂວງ ເລີ່ມອອກຫາສຽງແລ້ວ.
2021-02-09
ຣັຖບານ ສະຫະຣັຖ ອາເມຣິກາ ສືບຕໍ່ຊ່ອຍເຫຼືອ ໂຄງການ ເກັບກູ້ຣະເບີດ ບໍ່ທັນແຕກ ໃນລາວ.
2021-02-09
ກ່ຽວກັບ ເຣື່ອງຄົນງານປະມົງລາວ ຢູ່ ຣັຖປາຫັງ ຈໍານວນ 530 ຄົນ, ທີ່ຢາກເດີນທາງ ກັບມາລາວ ດ້ວຍຍົນ ເຊົ່າເໝົາລໍາ, ໃນຈໍານວນນີ້ ກໍມີບາງພວກ ກໍໜີກັບມາລາວ ໂດຍຜ່ານດ່ານ ທັມມະຊາດ ແລະ ລ່າສຸດນີ້ ຈໍານວນ ທີ່ໄດ້ກັບມາລາວ ດ້ວຍຍົນ ເຊົ່າເໝົາລໍາ ມີທັງໝົດ 177 ຄົນ.
2021-02-08
ຕາມແນວຊາຍແດນ ເຂດ ແມ່ນໍ້າຂອງ ເມືອງສອງຄອນ ແຂວງສວັນນະເຂດ ເຊິ່ງເປັນຈຸດ ທີ່ມີຊາຍແດນໃກ້ກັບ ປະເທດໄທຍ ງ່າຍຕໍ່ການລັກລອບ ເຂົ້າມາ.
2021-02-08
ຈີນ ໄດ້ສົ່ງວັກຊິນ ປ້ອງກັນ ເຊື້ອພຍາດໂຄວິດ-19 ໃຫ້ ສປປລາວ ອີກ ສາມແສນ ໂດສ ຈາກ ສັນຍາ 1,5 ລ້ານໂດສ.
2021-02-08
ສັປດາ ນີ້ມາຕິດຕາມ ສະຖານະການ ກ່ຽວກັບ ເຊື້ອພຍາດໂຄວິດ-19 ທີ່ປະຊາຊົນ ເປັນກັງວົນ ທາງດ້ານຊາຍແດນ ເຊິ່ງເປັນຈຸດ ສ່jຽງ ໃນການນຳເອົາເຊື້ອ ພຍາດ ໂຄວິດ-19 ເຂົ້າມາຣະບາດໃນລາວ.
2021-02-08
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວບ້ານຈາກ ເຂື່ອນ ນໍ້າທາ1 ຂໍດິນ ປູກຝັງ, ຊາວລາວ ຂໍຮ້ອງຜູ້ນຳໃໝ່ ແກ້ໄຂ ສິ່ງບໍ່ເປັນທັມ, ບໍຣິສັດນໍ້າທາ ກໍ່ສ້າງຂົວທາງ ຍັງຄົງເດີນຫນ້າ ບຸກເບີກທີ່ດິນ ຂອງ ປະຊາຊົນ ເຂດບ້ານ ຊຽງດາ, ຊາວບ້ານ ຢູ່ເມືອງສນາມໄຊ ທີ່ໄດ້ຮັບ ຜົນກະທົບ ຈາກເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ກ່າວວ່າ ການກໍ່ສ້າງ ເຮືອນຖາວອນ 700 ຫຼັງ ມີ ຄວາມຊັກຊ້າ, ແຕ່ທາງຝ່າຍ ບໍຣິສັດ ຜູ້ຮັບເໝົາກໍ່ສ້າງ ກໍຊີ້ແຈງວ່າ ບໍ່ຊັກຊ້າ ແລະ ຂ່າວອື່ນໆ…
2021-02-08
ຄົນຮ້າຍ ທຳຣາຍ ພຣະພຸດທະຮູບ ຄືໄດ້ລັກຕັດສີສະ ຫລື ຫົວ ພຣະພຸດທະຮູບ ອົງນຶ່ງ ຢູ່ວັດບ້ານໜອງບຶກໃຕ້ ໃນເຂດ ນະຄອນຫຼວງວຽງຈັນ.
2021-02-05
ຢູ່ ເມືອງສນາມໄຊ ແຂວງອັດຕະປື ການກໍ່ສ້າງ ເຮືອນຖາວອນ 700 ຫຼັງ ໃຫ້ ຜູ້ປະສົບພັຍ ເຂື່ອນແຕກ ຈະບໍ່ແລ້ວ ຕາມກໍານົດ ໃນປີ 2021 ນີ້.
2021-02-05
ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍົກເລີກງານ ບຸນດອກງິ້ວ ປະຈໍາປີ 2021 ເພື່ອ ປ້ອງກັນ ໂຄວິດ-19.
2021-02-05
ອົງການກວດກາ ຣັຖບານ ກວດພົບ ພະນັກງານ ຂອງ ຣັຖບານ 127 ຄົນ ເຂົ້າໄປພົວພັນ ຕັດໄມ້ເຖື່ອນ.
2021-02-05
ຊາວບ້ານທີ່ຖືກ ຜົລກະທົບ ຈາກ ການສັມປະທານ ທີ່ິດິນ ຂອງບໍຣິສັດ ສຸກຮຸ່ງເຮືອງ ຢູ່ ເມືອງນອງ ແຂວງສວັນນະເຂດ ບໍ່ສົນໃຈໄກ່ເກັ່ຽ ກັບ ປະຊາຊົນ. ຊາວບ້ານ ທີ່ເປັນຊົນເຜົ່າບຣູ ໄດ້ຮຽກຮ້ອງ ໄປຍັງເມືອງ ແຕ່ກໍຖືກເມີນເສີຍ. ນອກຈາກນີ້ ຍັງຫ້າມຊາວບ້ານ ຜ່ານເຂດ ສັມປະທານ, ງົວເຂົ້າໄປໃນສວນ ກໍຈັບມາປັບໃໝ.
2021-02-04
ສູນມະເຮັງ-ໂຮງໝໍມິຕພາບ ສປປລາວ ພົບວ່າໃນປີ 2020 ມີ ຍິງຊາຍຊາວລາວ ເປັນໂຣຄມະເຮັງ ເພີ່ມຂຶ້ນ 205 ຄົນ, ເມື່ອທຽບໃສ່ ສີ່ປີກ່ອນ.
2021-02-04
ປີ 2020 6 ປະເທດ ແມ່ນໍ້າຂອງ ກວດຍຶດ ສານຕັ້ງຕົ້ນຜລິດ ຢາເສບຕິດ ໄດ້ຫລາຍກວ່າ ປີ 2019 ປະມານ 67%