ຜູ້ຮັບສມັກເລືອກຕັ້ງ ອອກຫາສຽງ
2021.02.09

ໃນຫລາຍແຂວງຂອງລາວ ເລີ່ມມີຜູ້ສມັກຮັບເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ ຫລື ສສຊ ຊຸດທີ 9 ແລະເປັນສະມາຊິກ ສະພາປະຊາຊົນ ຂັ້ນແຂວງ ຫລື ສສຂ ຊຸດທີ 2 ລົງພື້ນທີ່ຫາສຽງເລືອກຕັ້ງແລ້ວ, ຊຶ່ງມີທັງການຕິດຮູບ ແລະ ຊີວະປະວັດ ຕາມ ຫ້ອງການປົກຄອງ ໂຮງຮຽນ ແລະ ສະຖານທີ່ຕ່າງໆ.
ຢູ່ແຂວງສວັນນະເຂດ ຜູ້ສມັກຮັບເລືອກຕັ້ງເປັນ ສສຊ ທັງໝົດ 25 ຄົນ ຈະເລືອກເອົາ 20 ຄົນ, ສ່ວນຜູ້ສມັກຮັບເລືອກຕັ້ງເປັນ ສສຂ ມີ 69 ຄົນ ຈະເລືອກເອົາ 39 ຄົນ ເລີ່ມລົງໂຄສະນາ ແນະນໍາ ໂຕແລ້ວ ຕາມເມືອງຕ່າງໆ ມື້ລະ 2 ຈຸດ ຕັ້ງແຕ່ວັນທີ 9 ຫາວັນທີ 19 ກຸມພາ 2021, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະພາ ແຂວງສວັນນະເຂດ ທ່ານນຶ່ງ ທີ່ຂໍບໍ່ບອກຊື່ຕໍ່ RFA ໃນມື້ ວັນທີ 9 ກຸມພາ ນີ້:
“ເລີ່ມເຄື່ອນມື້ນີ້ແລ້ວເດ໋ ວັນທີ 9 ຫາວັນທີ 19 ເພິ່ນກະສິເຄື່ອນໄປແບບເປັນຂະບວນຫັ້ນນ່າ ຈາກເມືອງນີ້ຢູ່ຈຸດນີ້ ລະກະອີກເມືອງ ນຶ່ງ ແລະ ກະອີກຈຸດນຶ່ງ.”
ຊາວແຂວງສວັນນະເຂດ ທ່ານນຶ່ງເວົ້າຕໍ່ RFA ວ່າ ກໍເຫັນອອກຂ່າວທາງເຟສບຸກຢູ່ ກ່ຽວກັບການເລືອກຕັ້ງ ແລະທາງຫ້ອງການ ປົກຄອງ ເພິ່ນກໍບອກໄປເອົາເອກສານ
“ເຫັນອອກໃນເຟສຊື່ໆ ທ່ານນັ້ນ ເບີນັ້ນໆ ຂັ້ນບ້ານເພິ່ນກະບອກແລ້ວເດ໋ ໃຫ້ຫົວໜ້າຄອບຄົວ ໄປເອົາເອກສານນໍາບ້ານ ມີຈັກຄົນ ອັນຜູ້ທີ່ໄປປ່ອນບັດ ເອົາຜູ້ແທນ ຫັ້ນນ່າ.”
ທີ່ແຂວງຈໍາປາສັກ ຊຶ່ງມີຜູ້ສມັກຮັບເລືອກຕັ້ງເປັນ ສສຊ ທັງໝົດ 20 ຄົນ ຈະເລືອກເອົາ 15 ຄົນ, ຜູ້ສມັກຮັບເລືອກຕັ້ງເປັນ ສສຂ 55 ຄົນ ຈະເລືອກເອົາ 35 ຄົນ ກໍໄດ້ໄປໂຄສະນາ ແນະນໍາໂຕ ໃຫ້ປະຊາຊົນຮູ້ ໂດຍຈະລົງເຄື່ອນທີ່ຫາສຽງ ໃນແຕ່ລະເມືອງ ໄປ ຈົນຮອດວັນທີ 18 ກຸມພາ 2021. ແຕ່ວ່າການລົງຫາສຽງນັ້ນ ກໍຍັງຕ້ອງຢູ່ໃນຂອບເຂດຢູ່ ເພາະ ແຂວງຈໍາປາສັກ ຍັງປະຕິບັດ ມາຕການ ໂຄວິດ-19 ຢູ່ ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຈໍາປາສັກ ທ່ານນຶ່ງທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວຕໍ່ RFA ໃນມື້ດຽວ ກັນນີ້ວ່າ:
“ເພິ່ນກະລົງທົວແຕ່ລະເມືອງໆ ເພິ່ນບໍ່ທັນໄດ້ໂຄສະນາ ແຕ່ເພິ່ນລົງວ່າແນະນໍາຣາຍຊື່ ຊື່ໆ, ມີໂຄວິດ ເພິ່ນກໍຢາກເຮັດໃນວົງແຄບແດ່ ມີເຄື່ອງປ້ອງກັນອິຫຍັງແນ່ ຫລາຍຫລາກ.”
ຢູ່ຫລວງພຣະບາງ ທາງເຈົ້າໜ້າທີ່ສະພາແຂວງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ຄືກັນນັ້ນກໍກ່າວຕໍ່ RFA ວ່າຢູ່ຫຼວງພຣະບາງ ກໍາລັງ ວາງແຜນ ຈະລົງເຄື່ອນໄຫວ, ໄດ້ຕິດປ້າຍໂຄສະນາ ແລະປ້າຍຊີວະປວັດ ຕາມສະຖານທີ່ຕ່າງໆແລ້ວ.
ຜູ້ສມັກຮັບເລືອກຕັ້ງເປັນ ສສຊ ທັງໝົດ 13 ຄົນ ຈະເລືອກເອົາ 10 ຄົນ, ສ່ວນຜູ້ສມັກຮັບເລືອກຕັ້ງເປັນ ສສຂ ຍັງບໍ່ຮູ້ຕົວເລກ ຄັກແນ່ ຊຶ່ງ ເບື້ອງຕົ້ນຮູ້ວ່າ ໃນ 11 ເມືອງ ຈະມີຜູ້ສມັກ ຮັບເລືອກຕັ້ງເປັນ ສສຂ ເມືອງລະ 4-5 ຄົນ ແລະຈະເລືອກເມືອງລະ 2 ຄົນ:
“ສໍານັກງານອົງການ ກະຄືຈະແມ່ນຕິດແລ້ວ ບາງຜແນກບາງອົງການ ເພິ່ນກໍກຽມລົງຫລາຍໆທ່ານ ແລ້ວນ່າ. ສສຊ ປະຈໍາເຂດ ທົ່ວແຂວງນີ້ມີ 13 ທ່ານເນາະ ແລ້ວຂີດອອກ 3. ສສຂ ນີ້ມີ 11 ເມືອງແຕ່ລະເມືອງມີ 5 ທ່ານ ບາງເມືອງກະ 4 ທ່ານຂີດອອກ 2.”
ຢູ່ນະຄອນຫລວງວຽງຈັນ ທີ່ມີຜູ້ສມັກຮັບເລືອກຕັ້ງເປັນ ສສຊ ທັງໝົດ 23 ຄົນ ຈະເລືອກເອົາ 18 ຄົນ ນັ້ນ ກໍເລີ່ມລົງຫາສຽງແລ້ວ ຢູ່ເມືອງໄຊທານີ ທັງຕິດປ້າຍ ທັງແນະນໍາໂຕ ຊຶ່ງມີພະນັກງານ-ຣັຖກອນ ແລະຊາວບ້ານເຂົ້າຮ່ວມ.
ແລະຢູ່ເມືອງອື່ນໆກໍເລິ່ມລົງໂຄສະນາ ຫາສຽງເຊັ່ນກັນ ດັ່ງຊາວນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 9 ກຸມພາ ນີ້ວ່າຕົນເອງກໍພ້ອມ ທີ່ຈະໄປໃຊ້ສິດເລືອກຕັ້ງ ເຖິງແມ່ນວ່າຈະມີຄົນໃນໃຈ ຫຼືບໍ່ກໍຕາມ ຍ້ອນວ່າທາງພັກ-ຣັຖ ເພິ່ນມີຄົນຂອງເພິ່ນ ຢູ່ແລ້ວ ເພາະມີພຽງພັກດຽວ ເທົ່ານັ້ນ:
“ເອີ໋ ເຂົາກະເລີ່ມແລ້ວ ມັນກະລົງໝົດທຸກເຂດຫັ້ນແຫລະ ແຕ່ວ່າມັນໄປ ຄືວ່າແຫລະໄປຫລາຍບ່ອນ ມັນບໍ່ທັນຮອດກະມີຫັ້ນນ່າ ສິເລືອກໃນໃຈຫລືນອກໃຈຫັ້ນນ່າ ເຮົາເລືອກໄປທີ່ມັນ ບໍ່ຖືກເປົ້າ ເຂົາກະເອົາອອກຄືເກົ່າຫັ້ນນ່າ ອັນນີ້ຄັນສິເວົ້າ ຄືເຂົາເຈົ້າໝາຍໄວ້ ຫັ້ນນ່າ.”
ຕາມກົດໝາຍວ່າດ້ວຍ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ມາຕຣາ 17 ກໍານົດໄວ້ວ່າ ການໂຄສະນາຫາສຽງ ໃຫ້ເລີ່ມພາຍຫລັງ ວັນປະກາດ ລາຍຊື່ ຜູ້ສມັກຮັບເລືອກຕັ້ງ ຕາມການຕົກລົງ ຂອງຄະນະກັມການເລືອກຕັ້ງ ຣະດັບຊາດ ແລະ ຕ້ອງຢຸດລົງກ່ອນ ວັນເລືອກຕັ້ງ 1 ວັນ. ຄະນະກັມການເລືອກຕັ້ງ ເປັນຜູ້ກໍານົດ ຣະບຽບ ການຈັດຕັ້ງໂຄສະນາ ຫາສຽງ.
ຜູ້ສມັກເລືອກຕັ້ງທັງ ສສຊ ແລະ ສສຂ ຈະມີເວລາໂຄສະນາ ຫາສຽງ ພຽງ 10 ປາຍມື້ເທົ່ານັ້ນ ກ່ອນຮອດມື້ເລືອກຕັ້ງ ທີ 21 ກຸມພາ 2021.