ນັກວິຊາການເປັນຫ່ວງ ປານໍ້າຂອງ ຈະສູນພັນ

ສະພາບນ້ຳຂອງ ທີ່ບົກແຫ້ງຢ່າງ ຜິດປົກກະຕິ ໃນເຂດ ເມືອງເຣນູນະຄອນ ແຂວງ ນະຄອນພນົມ ປະເທດໄທຍ ກົງກັນຂ້າມ ກັບ ເມືອງໜອງບົກ ແຂວງຄຳມ່ວນ ປະເທດລາວ. ຖ່າຍເມື່ອ: ວັນທີ 13 ກຸມພາ 2021
ສະພາບນ້ຳຂອງ ທີ່ບົກແຫ້ງຢ່າງ ຜິດປົກກະຕິ ໃນເຂດ ເມືອງເຣນູນະຄອນ ແຂວງ ນະຄອນພນົມ ປະເທດໄທຍ ກົງກັນຂ້າມ ກັບ ເມືອງໜອງບົກ ແຂວງຄຳມ່ວນ ປະເທດລາວ. ຖ່າຍເມື່ອ: ວັນທີ 13 ກຸມພາ 2021 (RFA)

0:00 / 0:00

ນັກວິຊາການໄທຍ ເປັນຫ່ວງນໍາປາ ແມ່ນໍ້າຂອງ ທີ່ມີຄວາມສ່ຽງຕໍ່ການທີ່ຈະສູນພັນ ໃນຂັ້ນຕໍ່ໄປ ຍ້ອນການກໍ່ສ້າງເຂື່ອນ ທັງສ້າງ ໃສ່ແມ່ນໍ້າຂອງ ແລະແມ່ນໍ້າສາຂາ ຊຶ່ງສົ່ງຜົລໃຫ້ ສະພາບແມ່ນໍ້າຂອງ ເກີດການປ່ຽນແປງ ຢ່າງເຫັນໄດ້ຈະແຈ້ງ ໂດຍສະເພາະ 2-3 ປີ ມານີ້.

ຕົວຢ່າງ ເຣື່ອງຝຸ່ນຕົມ ຫລືຕະກອນບໍ່ໄຫລລົງມາ ປົກກະຕິ ຈົນເຮັດໃຫ້ແມ່ນໍ້າຂອງ ປ່ຽນຈາກສີຂຸ່ນທັມຊາດ ໄປເປັນສີຟ້າໃສ, ອີງຕາມຄໍາເວົ້າຂອງ ຍານາງ ສິຣານີ ງອຍຈັນສີ ຜູ້ອໍານວຍການ ສູນວິຈັຍ ແລະ ພັທນາເພາະລ້ຽງສັດນໍ້າຈືດ ກົມປະມົງ ກະຊວງກະເສດ ແລະ ສະຫະກອນ ຂອງໄທຍຕໍ່ RFA ໃນມື້ວັນທີ 9 ກຸມພາ ນີ້:

“ປາມັນຈະເກີດການສູນພັນເຊັ່ນ ປາເອິນ ຊຶ່ງເປັນປາຊນິດໃຫຍ່ ຢູ່ໃນແມ່ນໍ້າຂອງ ກວ່າຈະເຕີບໃຫຍ່ ຈະຕ້ອງໃຊ້ເວລາດົນເຖິງ 4-5 ປີ ຈຶ່ງຈະສາມາດຈະເຣີນພັນ ຫລື ປະສົມພັນໄດ້. ປາບຶກ ກະຄືກັນ ກວ່າຈະເຕີບໂຕ ປະສົມພັນໄດ້ ກະຕ້ອງໃຊ້ເວລາ ດົນຮອດ 5-6 ປີ. ຄວາມຫຼາກຫຼາຍທາງພັລທຸກັມ ຈະສູນເສັຽໄປ. ມັນບໍ່ຄືເກົ່າແລ້ວ ເພາະວ່າເຣື່ອງການສ້າງເຂື່ອນ ນີ້ມັນເປັນສິ່ງທີ່ເຮັດໃຫ້ ຣະບົບ ນິເວດປ່ຽນແປງໄປແທ້ໆ.”

ຍານາງ ສິຣານີ ກ່າວຕື່ມອີກວ່າ ສັດນໍ້າທຸກສາຍພັນ ໃນແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ຈໍາເປັນຕ້ອງມີທີ່ຢູ່ອາສັຍ ຫາກິນ ແລະ ປະສົມພັນ ຈາກຝຸ່ນຕົມ ທີ່ເຕັມໄປດ້ວຍແຮ່ທາດ ຫຼາກຫຼາຍຊນິດ ຊຶ່ງປາບາງສາຍພັນ ຕ້ອງໃຊ້ເວລາຫລາຍປີ ຈຶ່ງຈະເຕີບໃຫຍ່ ແລະ ປະສົມພັນໄດ້ ແຕ່ເມື່ອສະພາບ ແມ່ນໍ້າຂອງ ເກີດການປ່ຽນແປງ ໃນລັກສນະນີ້ ກໍຈະເຮັດໃຫ້ປາ ເກີດການຫຼົງຣະດູບໍ່ກ້າປະສົມພັນ ແລະວາງໄຂ່ ຫຼືຖືກຊາວປະມົງທ້ອງຖິ່ນ ຈັບໄປກິນ ຫລື ຂາຍກ່ອນ.

ແລະໃນມື້ດຽວກັນນີ້ ທ່ານ ຊານນະຣົງ ວົງລາ ຕາງໜ້າກຸ່ມຮັກຊຽງຄານ ແຂວງເລີຍ ປະເທດໄທຍ ກໍກ່າວຕໍ່ RFA ວ່າຕອນນີ້ ສະພາບແມ່ນໍ້າຂອງ ເຂດແຂວງເລີຍ ທີ່ຢູ່ກົງກັນຂ້າມ ກັບ ເມືອງຊະນະຄາມ ແຂວງວຽງຈັນ, ທັງ 2 ແຂວງນີ້ ແມ່ນຢູ່ທ້າຍ ເຂື່ອນໄຊຍະບູຣີ ກະເລີ່ມປ່ຽນຈາກ ສີຂຸ່ນ ມາເປັນສີຟ້າໃສແລ້ວ ຍ້ອນຣະດັບນໍ້າຂອງ ຫລຸດລົງ ຊຶ່ງເປັນທີ່ຄາດກັນວ່າ ຜົລກະທົບຕໍ່ ແມ່ນໍ້າຂອງ ນີ້ຈະຮຸນແຮງຂຶ້ນນັບມື້ ໂດຍສະເພາະ ປາ ແມ່ນໍ້າຂອງ ຖ້າຫາກວ່າ ສະພາບຂອງແມ່ນໍ້າຂອງ ຍັງຂຶ້ນ-ລົງ ຜິດປົກຕິ ບໍ່ເປັນທັມຊາດ ແບບນີ້ຢູ່:

"ຕອນນີ້ກະຄືໃສຢູ່ ແລ້ວກະເປັນໄຄເປັນສາຣ່າຍນັ້ນແຫລະ ຫລາຍແທ້. ອີກສ່ວນນຶ່ງທີ່ເຫັນ ກະຄືປາຕອນນີ້ມັນຫາໄດ້ໜ້ອຍຜິດ ປົກຕິຫຼາຍມັນຫລຸດລົງໄປຫຼາຍ ຖ້າທຽບກັບ 2 ປີ ທີ່ແລ້ວ ກ່ອນຈະມີການເປີດ ເຂື່ອນໄຊຍະບູຣີ ມັນນ່າຈະຫລຸດລົງ ໄປປະມານ 60%.”

ຊາວລາວຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ ກໍເວົ້າຕໍ່ RFA ໃນມື້ວັນທີ 9 ກຸມພາ ນີ້ວ່າຕອນນີ້ສະພາບແມ່ນໍ້າຂອງ ປ່ຽນແປງ ໄປຫຼາຍບໍ່ຄືແຕ່ກ່ອນ. ນັບແຕ່ມີເຂື່ອນກັ້ນແມ່ນໍ້າຂອງ ໄວ້ກະເຮັດໃຫ້ບາງມື້ ນໍ້າຂຶ້ນ ບາງມື້ນໍ້າລົງ ບໍ່ໄຫລຕາມທັມຊາດ ກະທົບຕໍ່ ການຫາປາ ຂອງຊາວບ້ານ ທີ່ຫາໄດ້ໜ້ອຍລົງ ແລະ ຍັງກະທົບຕໍ່ຊາວບ້ານ ທີ່ປູກຜັກຕາມແຄມແມ່ນໍ້າຂອງ ນໍາອີກຍ້ອນຄາດຄະເນ ຣະດັບນໍ້າຂອງ ຂຶ້ນ-ລົງບໍ່ໄດ້:

“ນໍ້າມັນຫລຸດລົງ ບາງເທື່ອມັນກະຂຶ້ນຜິດປົກຕິ ຫັ້ນນ່າ, ມັນບໍ່ຄືແຕ່ເກົ່າ. ການຫາປູຫາປາມັນກະຢາກຍາກຫັ້ນນ່າ. ມັນບໍ່ຄືແຕ່ກ່ອນ ວ່າຊັ້ນສາ ມັນໜ້ອຍລົງ ແມ່ນແຫລະມັນບໍ່ຂຶ້ນ ຕາມຣະດູ ບໍ່ມາຕາມເວລາຫັ້ນນ່າ.”

ແມ່ຄ້າຂາຍປາຄົນນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ເຮັດອາຊີບຂາຍປາ ໃນຕລາດສົດ ມາແຕ່ນ້ອຍ ຈົນເຖົ້າ. ແຕ່ກ່ອນຂາຍດີຫລາຍ ເພາະປາແມ່ນໍ້າຂອງ ມັນແຊບ ແລະ ມີຫລາຍສາຍພັນ ໃຫ້ເລືອກ. ແຕ່ມາດຽວນີ້ ປານໍ້າຂອງເລີ່ມ ຫາຍາກຂຶ້ນ ບາງມື້ກະມີຂາຍ ບາງມື້ກະບໍ່ມີຂາຍ. ຫາກຜູ້ໃດຢາກສັ່ງປານໍ້າຂອງ ໄປກິນຈໍານວນຫລາຍ ກະຕ້ອງໄດ້ສັ່ງລ່ວງໜ້າເປັນ 2-3 ມື້ ຈຶ່ງຈະໄດ້:

“ກະພໍໄດ້ຂາຍຢູ່ ເຈົ້າ ແຕ່ວ່າມື້ນີ້ເຮົາບໍ່ມີ ແຕ່ວ່າປາມັນຢາກອຶດແດ່ ດົນໆເຮົາໄດ້ມາເທື່ອນຶ່ງ ສ່ວນຫລາຍມັນກະເປັນປາເກັດ ເພາະວ່າຄັນແບບລູກຄ້າ ຢາກໄດ້ຫລາຍຈັ່ງຊີ້ຕ້ອງໄດ້ ສັ່ງກ່ອນປະມານ 2 ມື້ 3 ມື້ຊີ້ນ່າ.”

ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ ເມືອງໂຂງ ແຂວງຈໍາປາສັກ ຜູ້ຂໍສງວນຊື່ ກ່າວຕໍ່ RFA ໃນມື້ວັນທີ 9 ກຸມພາ ນີ້ວ່າ ສະພາບແມ່ນໍ້າຂອງຢູ່ ເມືອງໂຂງ ກະເລີ່ມຫລຸດລົງຈົນເຫັນໄຄ ແລະ ເລີ່ມປ່ຽນສີ ເປັນສີຟ້າໃສ ແຕ່ຈະບໍ່ຮຸນແຮງ ຄືແມ່ນໍ້າຂອງ ຢູ່ທາງພາກກາງ ແລະ ພາກເໜືອ ທີ່ຢູ່ໃກ້ທ້າຍເຂື່ອນ ຫລາຍກວ່າ:

“ແມ່ນແລ້ວ ມັນໃສແລ້ວດຽວນີ້ ມັນເປັນເທົາເປັນຫຍັງ ຈັກໜ້ອຍເທົາເປື່ອຍ ກະມີປາກິນ ຍັງເຫັນເທົາປາບໍ່ທັນມີດອກ. ມີແຕ່ມັນກະ ຄືວ່າຫັ້ນແລ້ວຜົລກະທົບ ສຶກສາມາແລ້ວ ກະປ້ອງກັນ ຫລາຍເທື່ອໃດ໋ (ເຂື່ອນໄຟຟ້າ) ກະຫ້າມບໍ່ໄດ້ແລ້ວ ຂອງຣັຖບານເພິ່ນ.”

ກ່ຽວກັບສະພາບການປ່ຽນແປງ ຂອງແມ່ນໍ້າຂອງ ໃນປັດຈຸບັນ ທ່ານ ສໍາຣານ ຣີ່ນນາກ ນັກວິຊາການປະມົງ ຊໍານານການພິເສດ ຢູ່ ແຂວງນະຄອນພະນົມ ໃຫ້ສັມພາດສື່ທ້ອງຖິ່ນ ຂອງໄທຍ ໃນມື້ວັນທີ 8 ກຸມພານີ້ວ່າ ປາກົດການແມ່ນໍ້າຂອງ ປ່ຽນສີ ເຖິງຈະເບິ່ງ ສວຍງາມ ແຕ່ມັນເປັນສັນຍານ ເຕືອນເຖິງຣະບົບນິເວດ ແມ່ນໍ້າຂອງໃນ ອະນາຄົດ ທັງຍັງກະທົບ ຕໍ່ອາຊີບປະມົງ ໃນການຫາປາ ນໍ້າຂອງ ແລະ ການລ້ຽງປາກະຊັງ ນໍາອີກ. ທັງນີ້ກໍຍ້ອນນໍ້າຂອງ ຈະມີປາລິມານ ອອກຊີເຈນຕໍ່າ ຊຶ່ງມີຄວາມສ່ຽງຕໍ່ປາທີ່ຈະຊັອກ ນໍ້າຕາຍ ແລະ ການຫາປາ ກໍຈະຍາກຂຶ້ນ ເພາະປາຈະສູນພັນ. ເມື່ອນໍ້າຂອງບໍ່ໄຫລຕາມຣະດູການ ປາກໍຈະບໍ່ສາມາດປະສົມພັນ ແລະວາງໄຂ່ໄດ້.

ໜ່ວຍງານປະມົງ ແຂວງນະຄອນພະນົມ ຂອງໄທຍ ຍັງຣາຍງານອີກວ່າ ທີ່ຜ່ານມາ ປາໃນແມ່ນໍ້າຂອງ ມີຫລາຍກວ່າ 1 ພັນຊນິດ, ປັດຈຸບັນໄດ້ເລີ່ມ ສູນພັນໄປ 100 ປາຍຊນິດແລ້ວ ເຮັດໃຫ້ຕລາດປານໍ້າຂອງ ຕົກຕໍ່າລົງເລື້ອຍໆ ທັງເປັນຍ້ອນສະພາບອາກາດ ແລະການປ່ຽນແປງຂອງແມ່ນໍ້າຂອງ ອັນເຮັດໃຫ້ນັບມື້ ຈະຫາປາໄດ້ຍາກຂຶ້ນ.