ຮອບ 4 ປີ ຄົນເປັນໂຣຄ ມະເຮັງ ເພີ່ມຂຶ້ນ

ສຸພັດຕາ
2021.02.04
ຮອບ 4 ປີ ຄົນເປັນໂຣຄ ມະເຮັງ ເພີ່ມຂຶ້ນ ການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກນ້ອຍຜູ້ຍິງ ທີ່ໄດ້ຮັບການສນັບສນຸນ ຈາກອົງການ GIVI, WHO ແລະ UNICEF ປະຈໍາລາວ
Photo Credit: UNICEF Laos

ສູນມະເຮັງ-ໂຮງໝໍມິຕພາບ ແຫ່ງ ສປປລາວ ພົບວ່າ ໃນປີ 2020 ມີຊາວລາວ ທັງຍິງແລະຊາຍ ເປັນໂຣຄມະເຮັງຫຼາຍຂຶ້ນ 205 ຄົນ, ເມື່ອທຽບໃສ່ຈຳນວນເມື່ອສີ່ປີກ່ອນ ຄືໄດ້ເພິ້ມ ຈາກ 216 ຄົນໃນປີ 2017 ຂຶ້ນເປັນ 421 ຄົນໃນປີ 2020 ທີ່ຜ່ານມາ.

ຄົນລາວ ສ່ວນໃຫຍ່ມັກເປັນມະເຮັງ ຢູ່ພາກສ່ວນຫົວ ເປັນຕົ້ນ: ມະເຮັງໂພ້ງດັງ, ຄໍ ແລະ ກໍມະເຮັງປາກມົດລູກ ແລະມະເຮັງເຕົ້ານົມ ຕາມລໍາດັບ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຢູ່ສູນມະເຮັງ-ໂຮງໝໍມິຕພາບ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ກຸມພາ ນີ້:

“ທັງເສັຽຊີວິດນິ່ ກໍເພີ້ມຂຶ້ນທຸກປີເນາະ, ຈໍານວນຄົນເຈັບ ທີ່ມາປົວນໍາເຮົານິ່ ກະເພີ້ມຂຶ້ນແຕ່ລະປີ, ຫຼັງໆກໍຊິມີ ເປັນມະເຮັງທີ່ກ່ຽວກັບ ພາກສ່ວນເຮົານ່ະ ອາຈຢູ່ດັງ, ອາຈຢູ່ຄໍ, ອາຈຢູ່ ໂພ້ງດັງ ອັນຕໍ່ມາລະແມ່ນ ມະເຮັງປາກມົດລູກ ໃນເພດຍິງ, ສ່ວນຫຼາຍ ແມ່ນວ່າ ອັນດັບນຶ່ງພຸ້ນແຫຼະ ແລະ ຕໍ່ມາ ມະເຮັງຂອງເຕົ້ານົມນິ່ ກະຫຼາຍ.”

ທ່ານກ່າວວ່າ ຕາມການເກັບກໍາຂໍ້ມູນ ຂອງວິຊາການ ດ້ານສະຖິຕິໂຣຄມະເຮັງ ຢູ່ ສູນມະເຮັງ-ໂຮງໝໍມິຕພາບ ໃນປີ 2017-2020 ແມ່ນ ຍັງພົບວ່າ ຜູ້ຍິງເປັນມະເຮັງຫຼາຍກວ່າຜູ້ຊາຍ ຄືຜູ້ຍິງ ເປັນມະເຮັງ 634 ຄົນ, ຂນະທີ່ຜູ້ຊາຍ ເປັນມະເຮັງຢູ່ທີ່ 568 ຄົນ.

ທ່ານກ່າວຕື່ມອີກວ່າ ສ່ວນສະຖິຕິການເສັຽຊີວິດ ຍ້ອນໂຣຄມະເຮັງນັ້ນ ແມ່ນຍັງບໍ່ມີຂໍ້ມູນຣະອຽດເທື່ອ, ອີກທັງຊາວລາວເປັນມະເຮັງ ແມ່ນບໍ່ມີສະຖິຕິລວມຂອງປະເທດທັງໝົດ, ເປັນພຽງແຕ່ ສະຖິຕິຂອງຊາວລາວ ເປັນມະເຮັງ ທີ່ມາປິ່ນປົວ ຢູ່ສູນມະເຮັງ-ໂຮງໝໍ ມິຕພາບເທົ່ານັ້ນ.

ກ່ຽວກັບເຣື່ອງນີ້ ຊາວລາວຢູ່ແຂວງຫຼວງພຣະບາງ ຜູ້ນຶ່ງເວົ້າວ່າ ກໍຮູ້ສຶກຢ້ານ ວ່າໂຕເອງຈະເປັນໂຣຄມະເຮັງ ຍ້ອນລູກຊາຍຂອງຕົນ ອາຍຸ 11 ປີ, ເປັນມະເຮັງເມັດເລືອດຂາວ ເຮັດໃຫ້ຮ່າງກາຍລູກຊາຍຈ່ອຍຜອມ, ນໍ້າໜັກຫຼຸດ ພາຍຫຼັງໄດ້ຮັບເຄມີບໍາບັດ, ອີກທັງ ໃນໄລຍະ 3 ປີ, ທີ່ຜ່ານມາ ຕົນຍັງພົບເຫັນເດັກນ້ອຍ ອາຍຸ 10 ປາຍປີ ເປັນມະເຮັງ ເມັດເລືອດຂາວ ແລະຍັງເຂົ້າ-ອອກໂຮງໝໍ ເພື່ອຮັບເຄມີບໍາບັດ ໃຫ້ມີຊີວິດລອດຢ່າງຕໍ່ເນື່ອງ ຈົນຮອດທຸກມື້ນີ້.

ນອກຈາກນີ້ ໃນໄລຍະ 4 ເດືອນ ທີ່ຜ່ານມາ ຕົນຍັງພົບເດັກນ້ອຍ ເປັນມະເຮັງຕາ ແລ້ວເສັຽຊີວິດ, ພາຍຫຼັງໄດ້ຮັບການປິ່ນປົວ ໄດ້ພຽງ ແຕ່ 2 ເດືອນ:

“ເຮົາກໍຢ້ານຢູ່ ທັມມະດາ ກໍບໍ່ຈະເຫັນແຫຼະ, ມີແຕ່ວ່າ ລູກຊາຍເປັນມະເຮັງ ແລ້ວກໍໄປໂຮງໝໍ ກໍເຫັນໝົດ, ຈຶ່ງຮູ້ວ່າ ບໍ່ໄດ້ມີແຕ່ ລູກເຮົາເປັນ ຫັ່ນນ່ະ, ມີເດັກນ້ອຍ ຖາມໃຜກໍເປັນພຍາດ ດຽວກັນ, ບາງຄົນກໍປົວໄດ້ 8-9 ເດືອນ, ບາງຄົນກໍປົວມາໄດ້ 3 ປີແລ້ວ, ລູກເຂົາເຈົ້າກໍແຂງແຮງ ກໍດີຂຶ້ນ, ແຕ່ເຮົາກະຕ້ອງຂະລໍາແນວກິນ ຂອງຂະເຈົ້າ ຜູ້ນຶ່ງຫັ້ນ ເປັນມະເຮັງຕາ ປົວໄດ້ 2 ເດືອນປາຍ ກໍເສັຽຊີວິດ.”

ຊາວລາວ ຢູ່ແຂວງຊຽງຂວາງ ທ່ານນຶ່ງເວົ້າວ່າ ໃນໄລຍະ 4-5 ປີ, ທີ່ຜ່ານມາ ໂຕເອງເປັນຜູ້ນຶ່ງ ທີ່ເປັນແມ່ລ້ຽງດ່ຽວ ແລ້ວມີລູກສາວ ອາຍຸ 15 ປີີ ເສັຽຊີວິດ ຍ້ອນໂຣຄມະເຮັງກະດູກ ແລ້ວກໍຄິດຢ້ານ ຢ້ານໂຕເອງ ຈະເປັນມະເຮັງຄືກັນກັບລູກ ຍ້ອນໂຣຄມະເຮັງ ມັນມີນໍາໝົດທຸກຄົນ ຕ່າງແຕ່ວ່າ ຈະກໍາເນີດເກີດຂຶ້ນ ໃນມື້ໃດຊື່ໆ:

“ແມ່ນ ກະບໍ່ຊ່າງຊິເວົ້ານ່າລູກ, ເຮົາຢູ່ ເຮົາກິນ ກໍຕາມທັມມະດານິ່ແຫຼະ, ເຂົາເຈົ້າກໍພັດບອກວ່າ ພຍາດໂຕນີ້ນາ ທຸກຄົນມັນຈະມີໝົດ, ຕ່າງແຕ່ວ່າ ມັນຈະເປັນ ຫຼືບໍ່ເປັນ ມັນກໍາເນີດ ເກີດຂຶ້ນມາຫັ້ນນາ.”

ຊາວລາວ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ໃນໄລຍະ 4-5 ປີ, ທີ່ຜ່ານມາລູກສາວຂອງນ້ອງສາວ ເສັຽຊີວິດຍ້ອນເປັນມະເຮັງ ເມັດເລືອດຂາວ ແລະໂຕເອງກໍເຄີຍເປັນມະເຮັງ ປາກມົດລູກ, ແຕ່ໄດ້ປິ່ນປົວເອົາກ້ອນມະເຮັງຮ້າຍ ນັ້ນອອກໝົດແລ້ວ ແລະ ບໍ່ຄິດ ຢ້ານໂຣຄມະເຮັງ ຍ້ອນວ່າ ມັນເປັນໄປຕາມທັມມະຊາດ:

“ມີລູກຂອງນ້ອງສາວ ເປັນໄຂ້ຍຸງ ແລ້ວຢູ່ໄປ ຢູ່ມາ ວ່າເປັນໄຂ້ຍຸງ ລົງຕັບ ວ່າເປັນຕັບ, ພັດວ່າກວດໄປກວດມາ ເຈາະອັນຫຼັງຫັ້ນ ແລ້ວໄປກວດແລ້ວເປັນມະເຮັງ ເມັດເລືອດຂາວຈັ້ງຊີ້, ຫຼາຍອັນຫຼາຍແນວໂພດ ແລ້ວແບບວ່າ ລາວຮັບຄວາມເຈັບບໍ່ໄຫວແລ້ວ, ລາວກໍເສັຽຊີວິດ, ກໍບໍ່ຮູ້ສຶກຢ້ານດອກ ເພາະວ່າກະບໍ່ໄດ້ກັງວົນ ຫຍັງຫຼາຍດອກ, ແຕ່ລະມື້ເຮົາມີໜ້າທີ່ຫາເງິນ, ເຮົາກໍຫາໄປຫາກິນ ເຮົາກໍກິນໄປ, ກໍທັມມະດາ ກໍໃຊ້ຊີວິດປົກກະຕິ.”

ເຈົ້າໜ້າທີ່ ຢູ່ສູນມະເຮັງ-ໂຮງໝໍມິຕພາບ ຜູ້ດຽວກັນນີ້ເວົ້າວ່າ ສໍາລັບສາເຫດ ທີ່ພາໃຫ້ເກີດໂຣຄມະເຮັງ ມີຢູ່ 2 ສາເຫດທີ່ສໍາຄັນ ຄື: ເປັນ ມະເຮັງຈາກພັນທຸກັມ ແລະເປັນມະເຮັງຈາກ ສະພາບແວດລ້ອມ:

“ຄືຢູ່ໃນເມືອງຊີ້, ຄວັນຣົດຈັ່ງຊີ້, ຄວັນຈາກໂຮງງານຈັ່ງຊີ້, ນໍ້າເສັຍທີ່ມັນຕິດປົນເປື້ອນ ກັບອາຫານການກິນ, ສົມມຸດວ່າເນາະ, ແຕ່ວ່າ ຄົນມັນໄດ້ຮັບ ປະເພດສານເຫຼົ່ານີ້ນ່ະ, ມັນໃຊ້ ເວລາຫຼາຍປີ ບໍ່ແມ່ນວ່າ ອັນນັ້ນປຸ໊ບ ມັນຈະເປັນປັ໊ບໂລດ, ຫຼາຍ 15 ປີ, 10 ປີ ຊົ່ວມັນຊິກໍ່ໃຫ້ເກີດ ເປັນມະເຮັງ.”

ທ່ານກ່າວມ້ວນທ້າຍວ່າ ດີແທ້ຢາກໃຫ້ຊາວລາວທຸກຄົນ, ຫັນມາໃສ່ໃຈເຣື່ອງສຸຂພາບ ຂອງໂຕເອງຢ່າງຈິງຈັງ ເປັນຕົ້ນ: ອອກກໍາລັງກາຍ ແລະ ກິນສຸກ ສະອາດ, ເຊັ່ນ: ການກິນອາຫານອໍແກນິກ, ກິນຊີ້ນສັດ ທີ່ມີການລ້ຽງແບບທັມມະຊາດ, ບໍ່ລ້ຽງດ້ວຍຫົວອາຫານ ເພື່ອເລັ່ງໃຫ້ໃຫຍ່ໄວ ແລະບໍ່ກິນຂອງມັນ, ຂອງທອດ, ຂອງປີ້ງ ເພື່ອພວກເຮົາຈະບໍ່ເປັນໂຣຄມະເຮັງ ແລະບໍ່ມີຄວາມສ່ຽງເສັຽຊີວິດ.

ສຳລັບຈຳນວນໃນທົ່ວປະເທດ ອີງຕາມຣາຍງານ ຂອງອົງການອະນາມັຍໂລກ ຣະບຸວ່າ ໃນປີ 2020 ມີຊາວລາວເປັນມະເຮັງ (ຜູ້ປ່ວຍໃໝ່) 9.133 ຄົນ ແລະ ມີຊາວລາວ ເສັຽຊີວິດ ຍ້ອນໂຣຄມະເຮັງ 6.208 ຄົນ, ເຊິ່ງຊາວລາວ ສ່ວນໃຫຍ່ ມັກເປັນ ມະເຮັງຕັບ, ມະເຮັງເຕົ້ານົມ, ມະເຮັງປອດ, ມະເຮັງລໍາໄສ້ໃຫຍ່ ແລະມະເຮັງກະເພາະອາຫານ ຕາມລໍາດັບ.  ນອກຈາກນີ້ ໃນໄລຍະ 5 ປີ, ທີ່ຜ່ານມາ ມີຊາວລາວທົ່ວປະເທດ ທີ່ເປັນໂຣຄມະເຮັງ ທັງໝົດ 16.631 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.