ສະຫະຣັດອາເມຣິກາ ສືບຕໍ່ ໃຫ້ທຶນ ກູ້ຣະເບີດ
2021.02.09

ຣັຖບານສະຫະຣັຖອາເມຣິກາ ສືບຕໍ່ໃຫ້ການຊ່ອຍເຫຼືອ ແກ່ ສປປລາວ ມູນຄ່າ 7 ລ້ານໂດລາ. ເພື່ອນໍາໃຊ້ໃນການເກັບກູ້ຣະເບີດ ບໍ່ທັນແຕກທີ່ຕົກຄ້າງ ອອກຈາກເນື້ອທີ່ດິນ 900 ເຮັກຕ້າ ແລະ ໂຄສະນາ ສຶກສາຄວາມສ່ຽງພັຍ ໃຫ້ໄດ້ 180 ຄັ້ງ ຜູ້ເຂົ້າຮ່ວມ ຢ່າງນ້ອຍ 4.5 ພັນຄົນ ຢູ່ເມືອງເປົ້າໝາຍ ເຊັ່ນ, ເມືອງຄູນ, ເມືອງຜາໄຊ, ເມືອງໜອງແຮັດ, ເມືອງພູກູດ ແລະ ເມືອງແປກ ແຂວງຊຽງຂວາງດັ່ງ ທ່ານ ປີເຕີ ເຣມອນ ເອກອັຄຣັຖທູດ ສະຫະຣັຖອາເມຣິກາປະຈຳລາວໄດ້ກ່າວ ໃນພີທີມອບການຊ່ອຍເຫຼືອ ເມື່ອວັນທີ 08 ກຸມພາ ວ່າ:
"ຣັຖບານ ສະຫະຣັຖ ອາເມຣິກາ ເຊິ່ງເປັນຜູ້ໃຫ້ທຶນ ທີ່ໃຫຍ່ທີ່ສຸດໃນຂແນງການ ແກ້ໄຂບັນຫາຣະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ໄດ້ຮັບການຊຸກຍູ້ ໃນການສືບຕໍ່ໃຫ້ການສນັບສນູນ ໂດຍຂະບວນການເຮັດວຽກທີ່ດີ ຂອງອົງການເກັບກູ້ຣະເບີດ ແມັກ ຢູ່ ແຂວງຊຽງຂວາງ. ພວກເຮົາຍັງຄົງມຸ້ງໝັ້ນ ໃນການຮ່ວມມືກັບ ສປປ ລາວ ເພື່ອບັນລຸເປົ້າໝາຍ ກໍຄືການຮັບປະກັນ ວ່າບັນຫາ ຣະເບີດບໍ່ທັນແຕກ ທີ່ຕົກຄ້າງຈະບໍ່ເປັນອຸປສັກກີດກັ້ນ ໃນການພັທນາປະເທດຊາດ ພາຍໃນປີ 2030."
ແຂວງຊຽງຂວາງເປັນແຂວງ ທີ່ໄດ້ຮັບການຊ່ອຍເຫຼືອ ຈາກຕ່າງປະເທດ ແລະ ຣັຖບານເປັນໄລຍະຍາວ ຜ່ານມາບໍ່ມີບັນຫາເຣື່ອງ ທຶນຮອນ. ແຕ່ໄລຍະຜ່ານມາ ເກີດການຣະບາດ ເຊື້ອພຍາດໂຄວິດ-19 ເຮັດໃຫ້ຢຸດການເຄື່ອນໄຫວໄລຍະນຶ່ງ. ດັ່ງເຈົ້າໜ້າທີ່ ອົງການຄຸ້ມຄອງ ຣະເບີດແຫ່ງຊາດ ເພື່ອຣະເບີດບໍ່ທັນແຕກໃນລາວ ໄດ້ກ່າວຕໍ່ເອເຊັຽເສຣີເມື່ອວັນທີ 09 ກຸມພາ ວ່າ:
"ຄັນໂດຍສະເພາະ ແຂວງຊຽງຂວາງ ຣັຖບານມີແຜນໃນການຊ່ອຍໄລຍະຍາວ ໄລຍະ 3 ປີ ໄລຍະ 4 ປີ ຖືວ່າບໍ່ຄ່ອຍມີບັນຫາ ເຣື່ອງທຶນຮອນ, ສະພາບໂຄວິດ-19 ນີ້ມັນກໍຫຍຸ້ງຍາກ ຣັຖບານອະນຸຍາດ ມີການເຄື່ອນໄຫວໃນປີ 2019 ນີ້."
ຜ່ານມາແຂວງຊຽງຂວາງ ກໍເນັ້ນໜັກໃສ່ໂຄສະນາປະຊາສັມພັນ ໃຫ້ຊາວບ້ານຮູ້ຈັກ ການປ້ອງກັນໂຕເອງຈາກຣະເບີດບໍ່ທັນແຕກ. ໃນຂນະດຽວກັນໂຄງການໂຄສະນານີ້ຍັງໄປບໍ່ເຖິງ ຊາວບ້ານຢູ່ເຂດຫ່າງໄກສອກຫຼີກ. ຖ້າປະຊາຊົນສເນີໃຫ້ໜ່ວຍງານ ໄປກວດກາ ຣະເບີດ ກໍຕ້ອງໄດ້ຂຶ້ນແຜນ ໃຊ້ເວລາເປັນປີ. ດັ່ງເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ເມືອງຜາໄຊແຂວງຊຽງຂວາງ ໄດ້ກ່າວວ່າ:
"ເວົ້າຕາມຄວາມຈິງນັ້ນແທ້ຫັ້ນ, ໂຄງການນີ້ມັນຍັງບໍ່ທັນໄປເຖິງເຂດນອກ, ເພາະວ່າມັນເປັນພູເປັນຜາເນາະ, ຫຼື ປ່າໄມ້ໃຫຍ່ມີຄວາມ ຫຍຸ້ງຍາກ. ຜ່ານມາມັນກໍມີສະພາບແດ່ອັນທີ່ວ່າ ປະຊາຊົນຫາກວ່າຢາກກວດກູ້ ມັນຈະໄດ້ຂຶ້ນແຜນຕາມກຳນົດ, ເບື້ອງຣັຖບານເຮົານີ້ ຂຶ້ນແຜນ ປີແລ້ວມັນເອີ້ນວ່າມັນໄດ້ໃຊ້ເວລາຍາວ."
ເຖິງວ່າຂແນງການ ທີ່ກ່ຽວຂ້ອງຈະໄດ້ມີການລົງມາ, ໂຄສະນາປະຊາສັມພັນໃຫ້ຊາວບ້ານ ຫ້ວຍດອກຄຳ ເມືອງຄຳ ໄດ້ປ້ອງກັນ ຕົນເອງ. ແຕ່ໃນຫຼາຍພື້ນທີ່ຍັງບໍ່ທັນໄດ້ ເກັບກູ້ຣະເບີດອອກ, ສົ່ງຜົລໃຫ້ຊາວບ້ານ ຢ້ານໃນເວລາອອກໄປໄຮ່, ໄປສວນເປັນຕົ້ນ. ດັ່ງຊາວບ້ານ ຫ້ວຍດອກຄຳ ເມືອງຄຳ ແຂວງຊຽງຂວາງ ໄດ້ກ່າວວ່າ:
"ໂຕຢ່າງວ່າໄປຖາງປ່າຖາງສວນຕ່າງໆ ນ່າ, ເຂົາເຈົ້າກໍຣະມັດຣະວັງ ກໍເບີ່ງຕິດຕາມໂຕຢ່າງ ວ່າຊິດັງຟືນດັງໄຟ ເຂົາກໍຊິດັງໃສ່ບ່ອນ ເຂົາເຈົ້າຂຸດດິນໂຜ່ມາຫັ້ນແຫຼະ. ແມ່ນບ່ອນທີ່ບໍ່ມີ ຣະເບີດ ແຕ່ບ່ອນທີ່ບໍ່ເຄີຍຂຸດຈັກເທື່ອ ປະຊາຊົນເຂົາບໍ່ກ້າເດ້. ສ່ວນຫຼາຍມັນຣະເບີດ ບໍ່ຢາກໝົດເດ້ ທຸກໆຕະລາງແມັດ ມັນກໍບໍ່ໄດ້ກວດດອກ ຂຽນໃບສເນີເຂົາຕັ້ງກວດໃຫ້ ແຕ່ທົ່ວໆ ຍັງບໍ່ທັນມີຜູ້ໃດໄປກວດ."
ສ່ວນຜູ້ທີ່ອາສັຍຢູ່ເຂດ ເທສບານຂອງແຂວງຊຽງຂວາງ ເຊັ່ນ, ເມືອງແປກ ກໍ່ຮູ້ສຶກປອດພັຍ. ຜ່ານມາບໍ່ໄດ້ຍິນຂ່າວຣະເບີດແຕກໃສ່ ປະຊາຊົນ. ນອກຈາກນີ້ເຂດນີ້ຍັງ ໄດ້ຮັບການພັທນາ ເຊັ່ນ; ໂຄງຮ່າງພື້ນຖານເຊິ່ງນັ້ນກໍຢັ້ງຢືນວ່າເຂດນີ້ ປອດຈາກຣະເບີດບໍ່ທັນ ແຕກ. ດັ່ງຊາວບ້ານໂພນສວັນ ເມືອງແປກ ໄດ້ກ່າວວ່າ:
"ກໍຄືເຂົາບໍ່ຢ້ານບໍ່ກົວຫຍັງນ່າ, ຢູ່ໄທບ້ານເຮົານີ້ແຖວບ້ານໂພນສວັນກາງ ບ້ານເຮົານີ້ບໍ່ມີເທສບານ ນີ້ມັນກໍເຂົາເຈົ້າສ່ວນຫຼາຍແມ່ນເຂົາ ກູ້ໝົດແລ້ວເນາະ. ແຕ່ ທາງນອກຢ້ານເດ້ ບ້ານດີ ບ້ານເຫຼັກນີ້ແຫຼະ ແຖບຣະເບີດແຕກຫຼາຍໆລູກນະ."
ກ່ອນໜ້າເມື່ອວັນທີ 21 ມົກຣາ ທີ່ຜ່ານມາ ເພື່ອເປັນວັນສລອງຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມື ແບບກວມລວມຂອງ ສະຫະຣັຖອາເມຣິກາ ແລະສປປລາວ. ສະຫະຣັຖ ໄດ້ມອບພາຫະນະຈຳນວນ 16 ຄັນ ແລະເຄື່ອງກວດກາຣະເບີດຈຳນວນ 134ເຄື່ອງ, ໃຫ້ທີມເກັບກູ້ຣະເບີດເຄື່ອນທີ່ ປະຈຳຢູ່ແຂວງຄຳມວ່ນ, ສວັນນະເຂດ, ສະລາວັນ, ອັດຕະປື ແລະ ຫົວພັນ.
ນັບແຕ່ຊຸມປີ 1990 ເປັນຕົ້ນມາ ຣັຖບານ ສະຫະຣັຖ ອາເມຣິກາ ໄດ້ໃຫ້ການຊ່ອຍເຫຼືອ ຮວມມູນຄ່າ 230 ລ້ານໂດລາ ເຊິ່ງໄດ້ ນຳໃຊ້ເຂົ້າໃນວຽກງານ ແກ້ໄຂບັນຫາຣະເບີດບໍ່ທັນແຕກ ແລະຊ່ອຍເຫຼືອຜູ້ເຄາະຮ້າຍ ເພື່ອຫຼຸດຜ່ອນ ອາການບາດເຈັບ, ເສັຽຊີວິດ ອັນເກີດຈາກ ອຸບັດຕິເຫດຣະເບີດແຕກ ແລະ ເພີ່ມເນື້ອທີ່ດິນ ທີ່ປອດພັຍໃນການຜລິດກະສິກັມ.
ໃນວັນທີ 03 ກຸມພາ ຜ່ານມາ ຣັຖບານຢີ່ປຸ່ນກໍໄດ້ມອບພາຫະນະ ແລະ ອຸປກອນພາກສນາມໃຫ້ແກ່ ໂຄງການເກັບກູ້ຣະເບີດ ແຫ່ງຊາດ ເພື່ອສນັບສນູນທີມງານ ແຂວງຈຳປາສັກ, ສາລະວັນ ແລະ ເຊກອງ ການມອບການຊ່ອຍເຫຼືອເທື່ອນີ້ ຕົກເປັນມູນຄ່າ 8.5 ລ້ານໂດລາ ສະຫະຣັຖ.