ຈີນ ສົ່ງວັກຊິນປ້ອງກັນ ໂຄວິດ19 ໃຫ້ລາວອີກ
2021.02.08

ວັກຊິນປ້ອງກັນເຊື້ອພຍາດໂຄວິດ-19 ຂອງບໍຣິສັດຊີໂນຟາມ ຈາກຈີນ ຈຳນວນສາມແສນໂດສ ໄດ້ສົ່ງມາເຖິງປະເທດລາວ ແລ້ວ ເມື່ອວັນທີ 08 ກຸມພາ 2021 ຜ່ານມາ. ໂດຍ ວັກຊິນ ຈຳນວນນີ້ຣັຖບານຈີນ ໄດ້ໃຫ້ການຊ່ອຍເຫຼືອແກ່ຣັຖບານລາວ. ເບື້ອງຕົ້ນ ຄາດວ່າຈະສັກໃຫ້ກັບກຸ່ມສ່ຽງກ່ອນ. ດັ່ງເຈົ້າໜ້າທີ່ກະຊວງສາທາຣະນະສຸກ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 08 ກຸມພາ 2021 ວ່າ:
"ເພິ່ນເຮັດພິທີຮັບມື້ນີ້, ໂຕນີ້ເພິ່ນກໍຍັງບໍ່ສັງລວມ ແຕ່ເພິ່ນແບ່ງບູຣິມະສິດ ກຸ່ມສ່ຽງກ່ອນ. ທໍາອິດ ເພິ່ນຈະເລືອກເອົາຜູ້ມີວິຊາຊີບກ່ອນ ພວກແພດໝໍ ບັນດານັກຣະບາດ ນັກອີຫຍັງນີ້ ກ່ອນຢູ່ໂຮງໝໍ ໂຮງພຍາບານ."
ສຳລັບປະຊາຊົນທົ່ວໄປ, ກຸ່ມແຮງງານຕ່າງໆ ແລະ ຜູ້ສູງອາຍຸ 65 ປີ ຍັງບໍ່ມີການສັກວັກຊິນໃຫ້ ແຕ່ຈະມີການພິຈາຣະນາເປັນບາງ ກໍຣະນີ. ສ່ວນຕົນເອງ ທີ່ໄດ້ສັກວັກຊີນປ້ອງກັນ ເຊື້ອພຍາດໂຄວິດ-19 ໄປແລ້ວນັ້ນ ກໍມີອາການຄໍແຫ້ງເລັກນ້ອຍ.
ຈາກນັ້ນກໍບໍ່ມີອາການຫຍັງ ຜິດປົກຕິ ແຕ່ຕາມອົງການອານາມັຍໂລກ ຣະບຸວ່າວັກຊິນ ໂຊໂນຟາມ ປ້ອງກັນບໍ່ໄດ້ 100% ແຕ່ຖ້າ ຕິດເຊື້ອ ກໍຈະບໍ່ມີອາການຮຸນແຮງ. ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ໄດ້ກ່າວຕື່ມວ່າ:
"ກະບໍ່ມີຫຍັງເດລະ, ກະຄືວັກຊິນທົ່ວໄປແຫຼະ ມີແຕ່ວ່າຄໍແຫ້ງ ແມ່ນຫຍັງຊື່ໆ ກະອີງຕາມກົດຂອງອົງການອານາມັຍໂລກວ່າແຫຼະ ເນາະມັນກໍຍັງບໍ່ທັນ ມີຫຼັກການອີຫຍັງສນັບສນູນ ວ່າ 100% ຫັ້ນນ່າບໍ່ແມ່ນວ່າສ່ຽງແທ້ ສ່ຽງວ່າ ເພາະວ່າບ້ານເຮົາ ມັນບໍ່ເຊື້ອເດ້."
ການສັກວັກຊິນປ້ອງກັນເຊື້ອພຍາດໂຄວິດ-19 ຕ້ອງໄປຄຽງຄູ່ກັບການປ້ອງກັນເຊັ່ນການໃສ່ໜ້າກາກ, ລ້າງມື ແລະຮັກສາໄລຍະຫ່າງ ເປັນຕົ້ນ. ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ນະຄອນຫຼວງໄດ້ກ່າວວ່າ:
"ໝົດທຸກຄົນກະໝັ້ນຢູ່ຕິ ໝົດໂລກຫັ້ນແຫຼະ ບໍ່ແມ່ນແຕ່ເຮົາດອກຄັນສັກວັກຊິນແລ້ວໄປ ແນວນັ້ນອາສາສມັກ ກໍຈະຕ້ອງໃສ່ໜ້າກາກ N95 ຄືເກົ່າເຮົາກະບໍ່ກ້າ ລ່ອງສ່ຽງຄືກັນເດ້."
ເຖິງວັກຊິນ ຊີໂນຟາມ ຈະປ້ອງກັນບໍ່ໄດ້ 100% ແລະ ເປັນວັກຊິນ ທີ່ໄດ້ຮັບການຊ່ອຍເຫຼືອ ຈາກ ຈີນ ກໍຕາມທາງເຈົ້າໜ້າທີ່ ມີຄວາມສ່ຽງ ກໍຕ້ອງສັກເພື່ອປ້ອງກັນ ເອົາໄວ້ເພື່ອໃຫ້ ຮ່າງກາຍ ມີພູມຕ້ານທານຖ້າຕິດເຊື້ອ ກໍຈະຜ່ອນໜັກໃຫ້ເປັນເບົາ. ດັ່ງ ເຈົ້າໜ້າທີ່ໂຮງໝໍ ແຂວງຫຼວງພຣະບາງ ໄດ້ກ່າວວ່າ:
"ກະດີໃຈແລ້ວ ທີ່ໄດ້ມີວັກຊິນມາສັກປ້ອງກັນ ຄວບຄຸມພຍາດໂຄວິດ-19 ນີ້ ຖືວ່າພະນັກງານພວກເຮົາ ກໍພໍຈິດພໍໃຈແລ້ວ ມີວັກຊິນ ນີ້ນ່າ. ຖ້າວ່າເຮົາໄດ້ສັກຈິງ ຍົກໂຕຢ່າງເນາະ ໄດ້ໝັ້ນໃຈຕໍ່ພູມຄຸ້ມກັນ ທີ່ເຮົາກະມີໂອກາດຕິດເຊື້ອ ໂຕນີ້ກະນ້ອຍລົງ ກໍຈະໄດ້ພໍ ປ້ອງກັນໄດ້ຫັ້ນແຫຼະ."
ທ່ານ ບຸນກອງ ສີຫາວົງ ຣັຖມົນຕຼີກະຊວງສາທາຣະນະສຸຂ ໄດ້ກ່າວຕໍ່ນັກຂ່າວໃນໂອກາດ ຮັບວັກຊິນຊ່ອຍເຫຼືອຈາກຈີນ ເມື່ອວັນທີ 08 ກຸມພາ 2021 ວ່າ. ພາຍຫຼັງທີ່ໄດ້ສັກວັກຊິນ ປ້ອງກັນເຊື້ອພຍາດໂຄວິດ-19 ຂອງຊີໂນຟາມ ຈາກຈີນແລ້ວປະມານ 3 ພັນໂດສ, ໃຫ້ແກ່ ເຈົ້າໜ້າທີ່ສາທາຣະນະສຸຂ ທີ່ມີຄວາມສ່ຽງກໍເຫັນວ່າມີອາການປົກຕິ ບໍ່ມີຜົລຂ້າງຄຽງ.
ດັ່ງນັ້ນທາງການລາວຈbjງໄດ້ສັ່ງມາຕື່ມອີກ 3 ແສນໂດສ ຈາກທີ່ໄດ້ໄດ້ຕົກລົງກັນໃນສັນຍາຈີນຈະໃຫ້ການຊ່ອຍເຫຼືອ 1,5 ລ້ານໂດສ ເຊິ່ງເປົ້າໝາຍແມ່ນຈະສັກໃຫ້ໄດ້ທັງໝົດ 10% ຂອງພົລເມືອງລາວ.