ເຮືອນຖາວອນ 700 ຫຼັງ ຈະບໍ່ແລ້ວ ປີນີ້
2021.02.05

ທີ່ຜ່ານມາ ປະຊາຊົນຜູ້ທີ່ປະສົບພັຍ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ກໍພາກັນຈົ່ມວ່າ ການກໍ່ສ້າງ ເຮືອນພັກຖາວອນ 700 ຫຼັງ ມີຄວາມຊັກຊ້າ ແລະ ໃນຕອນນີ້ ເຂົາເຈົ້າກໍມີ ຄວາມລຳບາກ ໃນການຢູ່ເຮືອນ ພັກຊົ່ວຄາວ ທີ່ແອອັດ ແລະ ຮ້ອນອົບເອົ້າ.
ຫລ້າສຸດໃນວັນທີ 5 ກຸມພາ ທີ່ຜ່ານມາ ເຈົ້າໜ້າທີ່ທາງການກໍຊີ້ແຈງວ່າ ການກໍ່ສ້າງເຮືອນຢູ່ຖາວອນ 700 ຫຼັງໃຫ້ຜູ້ປະສົບພັຍ ຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ເມືອງ ສນາມໄຊ ແຂວງອັດຕະປື ຈະບໍ່ແລ້ວຕາມກຳນົດ ພາຍໃນປີ 2021 ຍ້ອນວ່າ ບາງພື້ນທີ່ ຍັງບໍ່ທັນບຸກເບີກທີ່ດິນ ໃຫ້ແກ່ການກໍ່ສ້າງ. ເຈົ້າໜ້າທີ່ແຂວງອັດຕະປື ທີ່ຮັບຜິດຊອບວຽກງານ ການກໍ່ສ້າງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 5 ກຸມພາ ວ່າ:
"ຕາມເຫັນເພິ່ນອອກມາຫັ້ນວ່າ, ຈະແລ້ວຕາມແຜນໃນປີ 2021 ເພາະມັນຄາແບ່ງດິນບໍ່ທັນແລ້ວຈຸດບ້ານສະໝອງໃຕ້ແຫຼະ, ບຸກເບີກ ເນື້ອທີ່ໃໝ່ ແລ້ວຈະຈັດສັນໃໝ່ເອີ! ຄາດວ່າ ປີ 2022 ຫຼື 2023 ຄືຊິແລ້ວ ຕາມເບິ່ງໃດ໋ ໜ້າວຽກມັນບໍ່ທັນຄືບໜ້າ."
ທ່ານກ່າວອີກວ່າ ຕາມແຜນການຄືຈະສ້າງເຮືອນຖາວອນທັງໝົດ 496 ຫຼັງ ຢູ່ 3 ຈຸດຄື; ຢູ່ບ້ານດົງບາກ, ບ້ານທ່າແສງຈັນ, ແລະ ບ້ານຫີນລາດ ຊຶ່ງໃນນັ້ນ 440 ຫຼັງ ຜູ້ຮັບເໝົາຈະສ້າງ ໃຫ້ສຳເຣັດພາຍໃນ ເດືອນພືສພາ ສ່ວນວ່າອີກ 56 ຫຼັງ ຈະໃຫ້ສ້າງສຳເຣັດ ໃນທ້າຍປີ 2021, ແຕ່ວ່າບໍຣິສັດກໍ່ສ້າງ ມີພຽງແຕ່ບໍຣິສັດດຽວ ນາຍຊ່າງກໍມີໜ້ອຍ ເຮັດໃຫ້ການກໍ່ສ້າງ ມີຄວາມຫຼ້າຊ້າ.
ນອກຈາກນີ້, ການບຸກເປີກທີ່ດິນ ສຳລັບການກໍ່ສ້າງເຮືອນອີກ 204 ຫຼັງ ຢູ່ບ້ານຕຳມະຢອດ ແລະ ບ້ານປິນດົງ ຍບໍ່ທັນສຳເລັດ ຍ້ອນວ່າ ເນື້ອທີ່ດິນດັ່ງກ່າວ ເປັນດິນປູກຝັງຂອງ ຊາວບ້ານສະໝອງໃຕ້ ຈຳນວນ 49 ຄອບຄົວ ຊຶ່ງປັດຈຸບັນ ຍັງຢູ່ໃນຂັ້ນຕອນ ປຶກສາຫາລືກັບຊາວບ້ານ ເລື່ອງຄ່າຊົດເຊີຍ.
ເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 5 ກຸມພາ ວ່າການສ້າງເຮືອນຢູ່ຖາວອນ ຢູ່ເຂດບ້ານປິນດົງ ແລະ ບ້ານຕຳມະຢອດ ຈະມີຄວາມຊັກຊ້າ ຍ້ອນວ່າ ຍັງໄກ່ເກັ່ຽເລື່ອງທີ່ດິນຢູ່.
"ບໍ່ແລ້ວ ຕາດວ່າ ທ້າຍປີຈັ່ງຊິແລ້ວ ໂອ້.. ມັນກະຄືວ່າ ແລ້ວປຸກເຮືອນ ບາງຈຸດກະເຄັຽພື້ນທີ່ຍັງບໍ່ທັນແລ້ວເດ້ ເຄັຽພື້ນທີ່ກ່ອນ ຄືຈຸດ ປິນດົງ ປະຊາຊົນປູກມັນຕົ້ນໃສ່ ກະເລີຍວ່າ ໄດ້ຖ້າເຂົາເອົາມັນຕົ້ນອອກ ກະຊິໄດ້ປຸກໄດ້ 90 ກວ່າ ຫຼັງ ມັນກະຊິຊ້າໜ້ອຍນຶ່ງ."
ຊາວບ້ານຈຳນວນນຶ່ງ ກະຍັງພັກຢູ່ສູນພັກຊົ່ວຄາວ ທີ່ທາງການຈັດສັນໃຫ້ ແຕ່ຈຳນວນນຶ່ງ ກໍຕັດສິນໃຈອອກໄປບຸກເຮືອນຢູ່ເອງ. ຊາວບ້ານຜູ້ທີ່ປະສົບພັຍ ເຂື່ອນແຕກ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 5 ກຸມພາ ວ່າ:
"ເຮືອນຊານບ້ານຊ່ອງ ບໍວ່າແຕ່ສູນເຮົາ ບໍ່ວ່າແຕ່ສູນດົງບາກ ບໍ່ວ່າແຕ່ສູນຫີນລາດ ຜູ້ຢູ່ຍັງຢູ່ເຮືອນເຫຼັກ ກະຍັງຢູ່ຫັ້ນແຫຼະ ເຮັດເອງ ຄືພໍ່ນີ້ກະ 67 ຄອບຄົວ ເຂົາປຸກເອົງ 3 ປີ ແລ້ວ ນິ ຈັກຊິວ່າ ຢູ່ໄປຈັ່ງຊິແລ້ວ ລູກເອີຍ."
ກ່ຽວກັບເລື່ອງນີ້, ຍານາງ ວັນແສງ ສີສົງຄາມ ຜູ້ອຳນວຍການ ບໍຣິສັດ ວັນແສງ ອັດຕະປື ກໍ່ສ້າງ ແລະ ສ້ອມແປງ ເຄຫະສະຖານ ທີ່ໄດ້ຮັບສັມປະທານ ສ້າງເຮືອນພັກ 700 ຫຼັງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 1 ກຸມພາ ວ່າ: ພາຍໃນເດືອນພຶສພາ ນີ້ຈະສ້າງໃຫ້ ສຳເຣັດ 440 ຫຼັງ ແລ້ວມອບສົ່ງໃຫ້ທາງການ ສ່ວນການກໍ່ສ້າງເຮືອນ 200 ກວ່າຫຼັງທີ່ເຫຼືອນັ້ນ ຕ້ອງລໍຖ້າໃຫ້ທາງການບຸກເບີກ ເນື້ອທີ່ດິນໃຫ້ກ່ອນ, ຍ້ອນວ່າມັນເປັນດິນປູກຝັງຂອງຊາວບ້ານ ແລະ ຕ້ອງຖ້າໃຫ້ຊາວບ້ານ ເກັບກ່ຽວຜົລປູກອອກກ່ອນ.
ບໍຣິສັດເຊປຽນ-ເຊນ້ຳນ້ອຍ ຫຼື PNCP ທີ່ເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍໃນການກໍ່ສ້າງມູນຄ່າ 24.5 ລ້ານ ໄດ້ຈ້າງບໍຣິສັດ ວັນແສງ ອັດຕະປືກໍ່ສ້າງ ແລະສ້ອມແປງເຄຫະສະຖານ ເພື່ອກໍ່ສ້າງເຮືອນພັກຖາວອນ ທັງໝົດ 700 ຫຼັງ ຢູ່ 5 ຈຸດ, ສ່ວນວ່າທາງການລາວ ເປັນຜູ້ດູແລຈັດສັນເນື້ອທີ່ດິນ, ໃຫ້ແກ່ການກໍ່ສ້າງ.
ນອກຈາກນີ້ ທາງການໄທຍ ແລະ ອົງການ UN-Habitat ແຫ່ງປະເທດຍີ່ປຸ່ນ ໄດ້ຊ່ວຍສ້າງໄດ້ຊ່ວຍສ້າງບ້ານພັກຖາວອນ 111 ຫຼັງ ໃຫ້ຊາວບ້ານສຳເຣັດແລ້ວ. ປັດຈຸບັນໄດ້ມີການ ຕິດຕັ້ງລະບົບໄຟຟ້າ ແລະນ້ຳປະປາຮຽບຮ້ອຍແລ້ວ, ໃນຂນະທີ່ຊາວບ້ານດົງບາກ ແລະ ບ້ານທ່າແສງຈັນ ຈຳນວນນຶ່ງ ກໍໄດ້ເຂົ້າໄປຢູ່ເຮືອນ ດັ່ງກ່າວແລ້ວ.