ເຮືອນຖາວອນ 153 ຫຼັງມອບແລ້ວ ຍັງຢູ່ບໍ່ໄດ້

ອຸ່ນແກ້ວ ສຸກສະຫວັນ
2021.04.15
ເຮືອນຖາວອນ 153 ຫຼັງມອບແລ້ວ ຍັງຢູ່ບໍ່ໄດ້ ເຮືອນຖາວອນ ໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ ເມືອງສນາມໄຊ ແຂວງ ອັດຕະປື
ນັກຂ່າວພົລເມືອງ

ຊາວບ້ານເມືອງສນາມໄຊ ທີ່ປະສົບພັຍ ຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ກ່າວວ່າ ເຮືອນຈຳນວນ 150 ປາຍຫຼັງທີ່ທາງການ ແລະ ບໍຣິສັດມອບ ໃນວັນທີ 12 ເມສາ 2021 ຍັງບໍ່ທັນແລ້ວ 100 ເປີເຊັນ ແລະ ເຂົາເຈົ້າຍັງບໍ່ເຂົ້າໄປຢູ່. ສ່ວນວ່າ ເຮືອນອີກ 400 ປາຍຫຼັງ ທີ່ບໍຣິສັດ ຈະສ້າງໃຫ້ສຳເຣັດ ໃນໄລຍະປີໃໝ່ລາວ ແຕ່ມາເຖິງປັດຈຸບັນ ການກໍ່ສ້າງກໍຍັງ ບໍ່ສຳເລຣັດ.

ຊາວບ້ານຜູ້ທີ່ປະສົບພັຍ ຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໄດ້ໃຫ້ສຳພາດ ຕໍ່ເອເຊັຽເສຣີ ໃນວັນທີ 14 ເມສາ ວ່າ:

ນັກຂ່າວ: ມື້ວານ ມື້ກ່ອນ ຄືວ່າ ມອບໃຫ້ປະມານ 100 ຫຼັງລະ ເພິ່ນວ່າ ຈັ່ງໃດຊັ້ນນະ?

ຊາວບ້ານ: ອັນນີ້ ຢູ່ໃນບ້ານເຮົາ ກະບໍ່ທັນມີແຫຼະ ວ່າເຂົາຊິມາມອບມື້ໃດ. ມີແຕ່ຈຳນວນ ແຕ່ກ່ອນຫັ້ນມັນມີຢູ່ແຕ່ 30 ປາຍຫຼັງ 37 ອັນຈຳນວນທີ່ເຂົາມອບແລ້ວ ເຫຼືອນັ້ນກະຍັງບໍ່ທັນ ໄດ້ມອບ ເພາະມັນບໍ່ທັນໄດ້ແລ້ວ.

ນັກຂ່າວ: ມັນມີຂ່າວອັນທີ່ເພິ່ນມອບໃຫ້ຫັ້ນນ່າ ໂຕນີ້ມັນແມ່ນບໍ່?

ຊາວບ້ານ: ມັນເປັນແບບວ່າ ປະເມີນຜົນໄປຊື່ໆ ແຕ່ວ່າ ຜົນໃນການກໍ່ສ້າງ ຂອງເຂົາຫັ້ນ ມັນບໍ່ທັນ ບໍ່ທັນສຳເຣັດ ແຕ່ວ່າພວກນີ້ມາ ປະເມີນຜົນວ່າ ຢູ່ໃນສົ່ງການນີ້ ເຂົາໄດ້ມອບໃຫ້ ຣັຖບານຮັບຮູ້ 100 [ປາຍຫຼັງ] ແຕ່ໂຕຈິງຂອງມັນ ມັນບໍ່ທັນແລ້ວພໍຫຼັງ ມັນປະເມີນ ຜົນເອົາຊື່ໆຫັ້ນແຫຼະ.

ນັກຂ່າວ: ເພິ່ນວ່າຫັ້ນນະ ທາງການແຂວງອັດຕະປື ໄດ້ມອບເຮືອນຢູ່ຖາວອນ ຈຳນວນ 153 ຫຼັງ ໃຫ້ຜູ້ປະສົບພັຍເຂື່ອນເຊປຽນ -ເຊນ້ຳນ້ອຍແຕກ ຢູ່ເມືອງສນາມໄຊ ໃນວັນທີ 12 ເມສາ ອັນມັນແມ່ນບໍ່ລະ?

ຊາວບ້ານ: ອັນນີ້ຫັ້ນນະ ເວົ້າຄວາມຈິງຫັ້ນ ມັນບໍ່ແມ່ນໄດ໋ ມັນລັກເປັນລັກສນະວ່າ ແບບບິດເບືອນລະໄດ໋ ຈັ່ງຊີ້. ເພາະວ່າແມ່ນຢູ່ວ່າ ພວກເພິ່ນຊິລົງມາຫັ້ນ ມອບຫັ້ນໃນມື້ວັນທີ 12 ນີ້.

ແຕ່ວ່າມາເບິ່ງລະ ໃນເຮືອນນີ້ຍັງບໍ່ທັນແລ້ວ ມັນຍັງບໍ່ທັນແລ້ວພໍຫຼັງ ອັນຈຳນວນຢູ່ໃນ 5 ບ້ານ ຈຳນວນ 150 ຫຼັງຫັ້ນນ່າ. ມັນບໍ່ທັນ ແລ້ວພໍຫຼັງຫັ້ນ ເຂົາປະເມີນຜົນເອົາຊື່ໆ. ເຮົາເປັນ ຄົນປະສົບພັຍ ນອນຢູ່ໃນສູນດອນບົກນີ້ແຫຼະ ເຮົາຢັ້ງຢືນວ່າ ມັນບໍ່ທັນແລ້ວພໍຫຼັງ ເລີຍ ຖືວ່າ ເຂົາປະເມີນຜົນ ປະເມີນຜົນວ່າໂອ້ ວ່າມອບໃຫ້ຣັຖບານຫັ້ນ ແບບວ່າ ຕົວະຣັຖບານ ລະກະເປັນເຮືອນບໍ່ທັນແລ້ວພໍຫຼັງ ລະທ່ານເອີຍ ນີ້ນະ. ຈຳນວນທີ່ວ່າ ພວກເພິ່ນວ່າຊິມອບ ໃນວັນທີ 12 [ເມສາ] ມັນຫາ ກໍ່ໄດ້ຢູ່ 70 ເປີເຊັນ.

ນັກຂ່າວ: ຍັງບໍ່ທັນຮອດ 100 ເປີເຊັນ ເທື່ອ?

ຊາວບ້ານ: ເອີ ມັນຫາກໍ່ໄດ້ແຕ່ 70 ເປີເຊັນ. ນ້ຳໃນ ໄຟຟືນອີ່ຫຍັງ ເຮືອກະຍັງບໍ່ທັນໄດ້ວ່າ ວິຊາການກໍຍັງບໍ່ທັນໄດ້ ມາກວດເຂົາຍັງ ໃຫ້ແກ້ຄືນໝົດເພາະວ່າ ມັນຍັງບໍ່ຜ່ານ ເອີ ມັນເປັນ ແບບນັ້ນ.

ນັກຂ່າວ: ເຮືອນນີ້ ມັນບໍ່ທັນແລ້ວ ແລະ ເຮົາບໍ່ສາມາດທີ່ວ່າ ເຂົ້າໄປຢູ່ໄດ້ ແມ່ນບໍ່?

ຊາວບ້ານ: ເອີ ແມ່ນແລ້ວ ເຮົາຊິມາຢູ່ໄດ້ແນວໃດ ໄຟກະຍັງບໍ່ທັນໄດ້ມີ. ນ້ຳກະຍັງບໍ່ທັນມີ ຫ້ອງນ້ຳຫ້ອງໃນອີ່ຫຍັງກະຍັງບໍ່ທັນມີ ເຂົາຊິຢູ່ໄດ້ຈັ່ງໃດ. ອັນນີ້ແຫຼະ ອັນພວກເພິ່ນວ່າ ຊິມາມອບໃຫ້ເຮົາ ເປັນເຈົ້າຂອງ ໃຫ້ເຂົ້າມາຢູ່ມາກິນຫັ້ນ ຊິຢູ່ໄດ້ແນວໃດ ອີ່ສັງອີ່ສັງ ກະຍັງບໍ່ໄດ້ທັນແລ້ວ. ພວກວິຊາການ ພວກ ຍທຂ ຍັງບໍ່ທັນໄດ້ລົງມາ ກວດຊ້ຳວ່າ ມັນຊິຜ່ານບໍ່ ຫຼື ບໍ່ຜ່ານ ຍັງບໍ່ທັນຮັບຮູ້ເທື່ອ ແບບຕົວະຣັຖບານ ຫັ້ນແຫຼະ ບໍ່ທັນແລ້ວໄດ໋.

ຊາວບ້ານອີກທ່ານນຶ່ງ ກໍໃຫ້ສຳພາດວ່າ ເຂົາເຈົ້າເຮັດພິທີມອບຢູ່ ແຕ່ວ່າ ປະຊາຊົນຍັງບໍ່ທັນໄດ້ໄປຢູ່ ຍ້ອນວ່າ ມັນຍັງບໍ່ແລ້ວ:

ນັກຂ່າວ: ເຮືອນ 150 ຫຼັງນີ້ ເຮົາຊິຢູ່ໄດ້ບໍ່ນີ້?

ຊາວບ້ານ: ຍັງນ່າ ຍັງບໍ່ທັນຢູ່ໄດ້ຊ້ຳນິ ແຕ່ວ່າ ເຂົາຍັງບໍ່ທັນໄດ້ມອບດອກ ໂຕຂອງເຮົານີ້ ບໍ່ທັນໄດ້ມອບໃຫ້ ປະຊາຊົນຢູ່ຫັ້ນນ່າ.

ນັກຂ່າວ: ອ້າວ ຄືວ່າ ເພິ່ນເຮັດພິທີມອບຮັບລະ ອອກຂ່າວ ອອກຄາວ ຈົບເຈືອຫັ້ນນະ?

ຊາວບ້ານ: ແມ່ນແລ້ວ ນ້ອງກະເຫັນຂ່າວ ອອກຂ່າວທາງໂທຣະສັບຫັ້ນ ແຕ່ວ່າ ຢູ່ບ້ານນ້ອງນີ້ຕິ ມັນຍັງບໍ່ທັນໄດ້ ຈັກແຫຼະບ້ານອື່ນ ນ້ອງກະບໍ່ຈັກແຫຼະ ອັນນັ້ນ. ຫາກໍ່ເຫັນຜ່ານມາ ໄປເບິ່ງບ້ານອື່ນ ກະຄືກັນ ບໍ່ມີໃຜ ເຂົາບໍ່ທັນຢູ່ດອກ.

ນັກຂ່າວ: ອັນທີ່ເພິ່ນວ່າ ມອບໃຫ້ 150 ຫຼັງນີ້ ຍັງບໍ່ໆທັນໄດ້ຢູ່ເນາະ?

ຊາວບ້ານ: ບໍ່ 150 ເບາະ ຂ້ອຍເຫັນໃນໂທລະສັບ ຄືພວກນ້ອງນີ້ ກະຍັງບໍ່ທັນໄດ້ ຢູ່ແຫຼະຢູເຮືອນນີ້ ນ້ຳໃນໄຟເຟືອນ ກະບໍ່ທັນໄດ້ມີ. ສະເພາະບ້ານທ່າແສງຈັນ ຍັງບໍ່ທັນໄດ້ຢູ່ພໍຫຼັງນ່າ ໂຕນັ້ນນ່າ.

ນັກຂ່າວ: ເພິ່ນວ່າ ເພິ່ນມອບໃຫ້ວັນທີ 12 [ເມສາ] ນີ້ ມັນແລ້ວຮຽບຮ້ອຍບໍ່ໂຕນີ້ ຫຼືວ່າ ມັນຍັງບໍ່ທັນແລ້ວ?

ຊາວບ້ານ: ໂຕວັນທີ 12 ບໍ່ທັນມາຊ້ຳນ່າ ບ້ານນ້ອງຫັ້ນ ບ້ານທ່າແສງຈັນຫັ້ນ ຍັງບໍ່ທັນມາຮອດຊ້ຳນ່າ ໂຕນັ້ນ. ຍັງບໍ່ທັນມາຮອດຊ້ຳ ເຫັນແຕ່ໃນໂທລະສັບຫັ້ນ ແຕ່ນ້ອງນີ້ແຫຼະ ໃນກ້ອງກະລ່າງຫັ້ນ ເພິ່ນຍັງບໍ່ທັນມອບເທື່ອ ມາສ້ອມແປງຢູ່ນີ້.

ນັກຂ່າວ: ເຮົາເບິ່ງເພິ່ນກໍ່ສ້າງເຮືອນເຮົາຫັ້ນ ມັນແລ້ວຈັກເປີເຊັນລະ ສະເພາະເຮືອນເຮົາຢ່າງດຽວ?

ຊາວບ້ານ: ປະມານສ່ຳນັ້ນລະ ປະມານ 70 ເປີເຊັນ. ເພາະວ່ານ້ຳໃນໄຟຟືນອີ່ຫຍັງຫັ້ນ ຄືນ້ອງເວົ້າຫັ້ນ ນ້ອງກະບໍ່ຈັກຊິວ່າໂຕນີ້ຫັ້ນ ໂດຍສະເພາະ ບ້ານນ້ອງຫັ້ນ ບໍ່ໄດ້ມອບພໍຫຼັງນ່າ ບໍ່ໄດ້ອີ່ສັງພໍຫຼັງນະ.

ນັກຂ່າວ: ເວລາເພິ່ນມອບໃຫ້ຫັ້ນ ເພິ່ນບໍ່ໄດ້ມາແຈ້ງຊາວບ້ານເບາະວ່າ ຈະມີພິທີມອບ?

ຊາວບ້ານ: ຢູ່ບ້ານນີ້ ກະຍັງບໍ່ໄດ້ມີພິທີສັງນ່າ ນ້ອງກະບໍ່ໄດ້ໄປຮ່ວມເຂົາ ແນວເພິ່ນບໍ່ໄດ້ແຈ້ງວ່າ ໄປຮ່ວມເຂົາຢູ່ໃສ ຢູ່ໃສຫັ້ນບໍ່ຈັກ ແຫຼະວ່າເພິ່ນຊິມອບຊິຫຍັງ ເຫັນແຕ່ຢູ່ໃນໂທລະສັບ ບໍ່ມີ ບໍ່ມີ ບໍ່ມີ.

ຊາວບ້ານອີກທ່ານນຶ່ງ ກໍໃຫ້ສຳພາດວ່າ ຍັງບໍ່ໝັ້ນໃຈວ່າ ການກໍ່ສ້າງເຮືອນຈະສຳເຣັດ ຕາມເປົ້າໝາຍ:

ນັກຂ່າວ: ຢາກຖາມ ທ່ານວ່າ ເຮືອນຢູ່ຖາວອນເຮົານີ້ ໄດ້ຢູ່ລະເບາະ?

ຊາວບ້ານ: ບໍ່ເປັນໄປ ເປັນມາແຫຼະ ບໍ່ທັນແລ້ວຈັກເທື່ອ ເຂົາເຮັດນີ້ ມັນບໍ່ທັນແລ້ວຢູ່ຈັ່ງໄດ໋ ຈັ່ງໄດ໋ ປະມານ 30-40 ເປີເຊັນ ແຫຼະ ຄັນໄດ້ຊິໄດ້ ບໍ່ໄດໍຊ້ຳນິ. ເຮືອນໂຕໃຫຍ່ນີ້ ຍັງບໍ່ທັນ ໄດ້ ແຕ່ເຮືອນໂຕນ້ອຍຫັ້ນໄດ້ແລ້ວ. ບາງຫຼັງເຂົາກະຕັ້ງເປັນເສົາຊື່ໆ ຢືນຕົ້ນຊື່ໆ ຢູ່ຫັ້ນ ບໍ່ມີຜູ້ເຮັດນີ້ ເງິນມັນບໍ່ຈ້າງກັມມະກອນ ມັນບໍ່ມີ ເຂົາວ່າ. ກັມມະກອນເຮັດລະ ບໍ່ໄດ້ເງິນ ເຂົາກະໂຕນໃຜໂຕນມັນ.

ນັກຂ່າວ: ມີກັມມະກອນຈັກຄົນຢູ່ແຖບບ້ານເຮົາ ທີ່ເຂົາເຈົ້າມາເຮັດເຮືອນຕອນນີ້ນະ?

ຊາວບ້ານ: ຕອນນີ້ມີປະມານ 20,30 ຄົນ ປານນັ້ນແຫຼະ ຄັນມີກາຍນັ້ນເຂົາກະເມືອໝົດ ເຂົາເຮັດຫາເງິນເບີກໄດ້ ລະເຂົາກະເມືອ. ຢາກຢູ່ເຮືອນຖາວອນ ກະບໍ່ໄດ້ຢູ່ຈັກເທື່ອລະ ລູກເອີຍ.

ນັກຂ່າວ: ໂອລະເຮົາຢູ່ຈັ່ງໃດລະ?

ຊາວບ້ານ: ຢູ່ເຮືອນເຫຼັກຄືເກົ່າລະ ອຶດອັດລະ. ໂອບໍ່ມີຂອງຊິຢູ່ ເຮືອນເຫຼັກມັນຮ້ອນ ແລະມັນຮົ່ວ ແລະ ມັນເປີະເປື້ອນຫຼາຍ.

ເອເຊັຽເສຣີ ບໍ່ສາມາດຕິດຕໍ່ຫາເຈົ້າໜ້າທີ່ ກ່ຽວຂ້ອງໄດ້, ແຕ່ທີ່ຜ່ານມາວັນທີ 12 ເມສາ ເຈົ້າໜ້າທີ່ ເມືອງສນາມໄຊ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ກະເລີ່ມມອບມື້ນີ້ ແມ່ນຈຳນວນນຶ່ງ. ມື້ນີ້ທາງບໍຣິສັດ ເພິ່ນມອບໃຫ້ທາງ ພັກ-ຣັຖ ເຮົາກະ 150 ຫລັງເປັນຊຸດທໍາອິດເປັນຄັ້ງທີ 1 ແຕ່ລະຄອບຄົວ ກະທະຍອຍກັນ ຂຶ້ນຫລັງໃໝ່ແລ້ວ ແລ້ວເພິ່ນກະຂຶ້ນໂລດ."

ກ່ອນໜ້ານີ້ ໃນເດືອນທ້າຍເດືອນມົກກະຣາ 2021, ຍາງ ນາງ ວັນແສງ ສີສົງຄາມ ຜູ້ອຳນວຍການ ບໍຣິສັດ ວັນແສງ ອັດຕະປື ກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ທີ່ຮັບຜິດຊອບ ກໍ່ສ້າງເຮືອນພັກຖາວອນ ໃຫ້ຜູ້ປະສົບພັຍເຂື່ອນແຕກ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ຈະສ້າງໃຫ້ແລ້ວ 400 ປາຍຫຼັງ ພາຍໃນປີໃໝ່ລາວ.

ນັກຂ່າວ: ເຮົາຢືນຢັນເນາະວ່າ ມັນຈະບໍ່ຊັກຊ້າ ໂຕ 400 ຫຼັງ ທຳອິດນີ້ເນາະ?

ວັນແສງ: ບໍ່ ບໍ່ບໍ່ບໍ່ ພາຍໃນເດືອນ 2 ເຮົາຊິມອບຢູ່ 200 ກວ່າຫຼັງ ຫຼັງຈາກນັ້ນ ອີກ 200 ກວ່າຫຼັງ ຄືຂ້າພະເຈົ້າເວົ້ານີ້ແຫຼະ ຕັ້ງແຕ່ ນີ້ຖືກກຸດສົງການເດືອນ 4 ເດືອນ 5, 400 ກວ່າ ຫຼັງຊິໃຫ້ແລ້ວ ເພາະວ່າ 400 ກວ່າຫຼັງ ຄືຂ້າພະເຈົ້າ ຮັບປາກແລ້ວເດ້ ຕ້ອງໃຫ້ແລ້ວໝົດ.

ຈຳນວນບ້ານພັກຖາວອນ ທີ່ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ຈະສ້າງໃຫ້ຜູ້ປະສົບພັຍເຂື່ອນແຕກ ປະມານ 700 ຫຼັງຢູ່ 3 ຈຸດໄດ້ແກ່ ບ້ານດົງບາກໃໝ່ຫີນຄຳ, ບ້ານດອນບົກໃໝ່ ທ່າແສງຈັນ ແລະ ບ້ານຫີນລາດ.

ໃນການກໍ່ສ້າງເຮືອນພັກຖາວອນ 700 ຫລັງບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ເປັນຜູ້ຮັບຜິດຊອບ ຄ່າໃຊ້ຈ່າຍ ເປັນມູນຄ່າທັງໝົດ 24,5 ລ້ານໂດລາ ສະຫະຣັຖ ໂດແມ່ນ ບໍຣິສັດ ວັນແສງ ອັດຕະປື ກໍ່ສ້າງ ແລະສ້ອມແປງ ເຄຫາສະຖານ ເປັນຜູ້ຮັບເໝົາກໍ່ສ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.