ຊາວເມືອງສນາມໄຊ ກັງວົນ ເສັຽດິນໃຫ້ຈີນ
2021.04.09

ຊາວເມືອງສນາມໄຊ ແຂວງອັດຕະປື ຮູ້ສຶກກັງວົນ ກ່ຽວກັບບໍຣິສັດ ເຈັ່ຍລັນ ພັທນາກະສິກັມ ຈໍາກັດ ຂອງຈີນ ຈະເຂົ້າມາລົງທຶນ ຟື້ນຟູປ່າ ແລະ ພັທນາຣະບົບນິເວດກະສິກັມ ໃນເນື້ອທີ່ 5,000 ເຮັກຕາ ຢູ່ເຂດເມືອງສນາມໄຊ, ອີງຕາມຄໍາເວົ້າຂອງຊາວບ້ານ ຜູ້ຂໍສະຫງວນຊື່ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ເມສາ ນີ້. ທ່ານກ່າວຕອນນຶ່ງວ່າ:
“ເບິ່ງໆແລ້ວ ຄັນວ່າສິເປີດອະຫຼີອະຫຼໍ ໂອ໋ຽ! ເພິ່ນສິຮັບປະກັນແນວໃດຕໍ່ຊີວິດ ປະຊາຊົນຕໍ່ໄປນ່າ ຄືຈີນເຮັດສວນອ້ອຍສວນກ້ວຍຢູ່ ບ່ອນດົງດຽວນີ້ 2-3 ພັນເຮັກຕາ ຄືກັນວ່າດີໆ ປະຊາຊົນມາເຮັດໃຫ້ປະຊາຊົນມີເງິນ ເຮັດງານທໍາມີເງິນມີຄໍາ ບາດເອົາໄປເອົາມາ ຕົວະເອົາດິນ.”
ທ່ານເວົ້າຕື່ມວ່າ ຫາກຣັຖບາລລາວ ອະນຸຍາດໃຫ້ຈີນມາລົງທຶນແທ້ ປ່າໄມ້ທັງໝົດຈະກາຍເປັນເຂດສັມປະທານ, ຊາວບ້ານໃນ ພື້ນທີ່ຈະເຂົ້າໄປຫາເຄື່ອງປ່າ ຂອງດົງມາກິນມາຂາຍ ລໍາບາກ. ສ່ວນເງື່ອນໄຂທີ່ວ່າ ເມື່ອເຂົ້າມາລົງທຶນແລ້ວ ຈະຮັບເອົາຊາວບ້ານ ເຂົ້າໄປເຮັດວຽກນໍານັ້ນ ຊາວບ້ານຍັງບໍ່ເຊື່ອໝັ້ນ ໃນຄໍາສັນຍາດັ່ງກ່າວ ເນື່ອງຈາກຫຼາຍໆໂຄງການ ທີ່ ບໍຣິສັດຈີນເຂົ້າມາລົງທຶນ ໃນລາວ ກໍມີເງື່ອນໄຂລັກສນະ ແບບດຽວກັນນີ້ ແຕ່ກໍບໍ່ເຫັນວ່າ ຊາວບ້ານຈະໄດ້ເຂົ້າໄປເຮັດວຽກນໍາ ແລະມີຣາຍໄດ້ພໍກຸ້ມຢູ່ກຸ້ມກິນ.
ໃນຂນະດຽວກັນ ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງສນາມໄຊ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ທາງການລາວຈະໃຫ້ບໍຣິສັດຈີນ ເຂົ້າມາສັມປະທານ ໃນເນື້ອທີ່ 5,000 ເຮັກຕາ ຢູ່ເມືອງສນາມໄຊ ຊຶ່ງທ່ານຮູ້ສຶກກັງວົນໃຈຫຼາຍ ເພາະບໍ່ຮູ້ວ່າ ເຂດສໍາປະທານນັ້ນ ຈະກວມເອົາປ່າດິນໄຮ່ດິນສວນ ຂອງປະຊາຊົນຫຼາຍເທົ່າໃດ. ຫາກປະຊາຊົນ ບໍ່ມີທີ່ດິນທໍາການ ຜລິດແລ້ວ ກໍຄົງຕ້ອງໄປເປັນ ລູກຈ້າງບໍຣິສັດຈີນ, ແຕ່ກໍບໍ່ເຊື່ອໝັ້ນປານໃດວ່າ ຈະເຮັດໃຫ້ຄຸນນະພາບຊີວິດ ຂອງປະຊາຊົນດີຂຶ້ນ ດັ່ງທີ່ທ່ານກ່າວວ່າ
“ບໍ່ບາງຄົນກະບໍ່ຮູ້ໄດ໋ ມາຮູ້ຂ່າວຫວ່າງນຶ່ງນີ້ ເອີ! ກະຮູ້ສຶກກັງວົນ. ຖ້າວ່າເອົາແທ້ປະຊາຊົນ ກະສິໄດ້ເປັນຂ້ອຍເຂົາຫັ້ນແຫຼະ ພໍດີແຫຼະ ສິເປັນລູກຈ້າງ ແລ້ວບາດນີ້ ຖ້າວ່າມາເອົາດິນ ເອົາດອນໝົດກະດີ ມັນບໍ່ມີທາງເຮັດທາງຫາເດ໋.”
ຊາວບ້ານໃນເຂດເມືອງສນາມໄຊ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ເມສາ ນີ້ວ່າ ຊາວບ້ານສ່ວນໃຫຍ່ບໍ່ເຫັນດີ ນໍາໂຄງການ ດັ່ງກ່າວ, ແຕ່ທາງການລາວ ກໍບໍ່ໄດ້ໃສ່ໃຈ ໃນຄໍາຄິດເຫັນຂອງປະຊາຊົນ. ແລະວ່າຫາກບໍຣິສັດຈີນ ຕ້ອງການສັມປະທານດິນບ່ອນໃດ ທາງການກໍພ້ອມທີ່ຈະ ອະນຸຍາດ ໃຫ້ທຸກເມື່ອ ດັ່ງທີ່ທ່ານກ່າວວ່າ:
“ຊາເບິ່ງຟັງເບິ່ງ ຢາກບໍ່ຢາກ ມັນກະບໍ່ລອດຈີນຢູ່ແລ້ວ ມັນສິໄປສູ້ເງິນມັນໄດ້. ປະເທດລາວນີ້ມັນຢາກໄດ້ບ່ອນໄດ໋ມັນຊື້ເອົາ ມັນກະໄດ້ ໝົດແລ໋ວ ເບິ່ງໄປຟັງໄປຈັ່ງຊັ້ນແລ໋ວ ມັນບໍ່ໄດ້ ມີແຕ່ເຮົາເນາະ ມັນກະເດືອດຮ້ອນໄປໝົດທີບ.”
ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ໃນແຂວງອັດຕະປື ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ການອະນຸຍາດໃຫ້ບໍຣິສັດຈີນເຂົ້າມາ ລົງທຶນພັທນາພື້ນທີ່ ພາຍໃນເມືອງສນາມໄຊ ນີ້ ກໍເຫັນວ່າເປັນເຣື່ອງດີ, ເພາະປະຊາຊົນໃນພື້ນທີ່ ຈະໄດ້ມີວຽກເຮັດງານທໍາ. ອີກຢ່າງນຶ່ງ ບໍຣິສັດທີ່ຈະເຂົ້າມາລົງທຶນນັ້ນ ກໍຈະເຂົ້າມາພັທນາພື້ນທີ່ ໃຫ້ສະດວກຂຶ້ນ ດັ່ງທີ່ທ່ານກ່າວ ຕອນນຶ່ງວ່າ:
“ກະຢາກໃຫ້ເຮັດຫັ້ນແລ໋ວ ເພາະວ່າດຶງນັກທຸຣະກິດ ເຂົ້າມາລົງທຶນ ປະຊາຊົນມັນກະໄດ້ມີ ວຽກເຮັດງານທໍາເນາະ. ຫຼາຍໆບໍຣິສັດ ເຂົ້າມານີ໋ ເຂົາກະເວົ້າເນາະຄັນບໍຣິສັດໃດ ຫັ້ນມັນ ໄດ້ເຂົ້າມາລົງທຶນ ແລ້ວຫັ້ນມັນເກີດແລ້ວ ມັນກະຕ້ອງມີການພັທນາ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ ເນື້ອທີ່ສໍາຣວດ ສຶກສາຄວາມເປັນໄປໄດ້ ນັ້ນຫຼາຍ ເຖິງ 5,000 ເຮັກຕາ ຖືວ່າກວ້າງໃຫຍ່ຫຼາຍ, ກວມເອົາທີ່ດິນ ແລະປ່າໄມ້ເກືອບ ໝົດ ເມືອງສນາມໄຊ ເພື່ອຈະປູກໄມ້ເສຖກິດ ເປັນຕົ້ນ ໄມ້ຢູກາລິບຕັສ, ຕົ້ນຖົ່ວຣຽນ ແລະໝາກໄມ້ອື່ນໆ ອີກຫຼາຍຊນິດ ດັ່ງທີ່ທ່ານ ກ່າວວ່າ:
“ເຂົາມາສໍາຣວດຫຼາຍເທື່ອແລ້ວ ຢູ່ເຂດປ່າສງວນເນື້ອທີ່ ທີ່ເພິ່ນຢາກໄດ້ຫັ້ນ ຢູ່ປະມານ 5.000 ມັນຈະຕໍ່ຊາຍແດນເມືອງ ປະທຸມພອນ ແລ້ວກະຊາຍແດນ ເມືອງປາກຊ່ອງ. ຕາມແຜນ ພັທນາເວົ້າວ່າ ຈະເຂົາມາປູກມາຟື້ນຟູ ຕົວເຊື່ອມໂຊມ ເພິ່ນຈະເຂົ້າປູກພືດເສຖກິດ ເພາະວ່າເພິ່ນເຊັນ ແມ່ນຫຍັງມາແລ້ວ ກະເລີ່ມເນາະ ຄືວ່າຈໍານວນນຶ່ງ ກົງຈັກເພິ່ນ ກະລົງມາ ນໍາແລ້ວໄດ໋.”
ທ່ານກ່າວຕື່ມວ່າ ສ່ວນຕົວແລ້ວ ກໍເຫັນວ່າ ເນື້ອທີ່ດິນໃຫ້ຈີນສໍາປະທານ ທີ່ທາງການລາວ ອະນຸຍາດໃຫ້ສຶກສາ ຄວາມເປັນໄປໄດ້ນັ້ນ ມັນຫຼາຍເກີນໄປ ເພາະເປັນຫ່ວງນໍາເຣື່ອງ ຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ. ຫາກມີການໃຊ້ສານເຄມີ ຄືກັນກັບສວນກ້ວຍ ກໍຈະເຮັດໃຫ້ປ່າໄມ້, ສັດປ່າ ແລະຊາວບ້ານໃນພື້ນທີ່ ໄດ້ຮັບຜົລກະທົບໜັກໜ່ວງ ແນ່ນອນ.
ສ່ວນເຣື່ອງການປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມນັ້ນ ຍັງບໍ່ທັນຮູ້ວ່າ ຈະກວມເອົາດິນໄຮ່, ດິນນາ ແລະບ້ານເຮືອນ ປະຊາຊົນ ຫລືບໍ່ ຫລືວ່າຈະກວມເອົາເທົ່າໃດ.
ໂຄງການດັ່ງກ່າວຂອງຈີນ ໄດ້ເຊັນສັນຍາສຶກສາ ຄວາມເປັນໄປໄດ້ ຣະຫວ່າງຜູ້ຕາງໜ້າຣັຖບານລາວ ແລະ ບໍຣິສັດ ເຈັ່ຽລັນພັທນາ ກະສິກັມຈໍາກັດຂອງຈີນ ທີ່ນະຄອນຫຼວງວຽງຈັນ ເມື່ອວັນທີ 7 ເມສາ 2021 ໂດຍມີ ຍານາງ ຄໍາຈັນ ວົງແສນບຸນ ຮອງຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນເຂົ້າຮ່ວມ. ນັບແຕ່ນີ້ໄປ ຈະໃຊ້ເວລາສຶກສາຄວາມເປັນໄປໄດ້ ໃນກໍານົດ 6 ເດືອນ.
ບໍຣິສັດີຈີນນີ້ ຈະລົງທຶນປະມານ 800 ລ້ານຢັວນ ຫລື ປະມານ 152 ລ້ານໂດລາສະຫະຣັຖ ເພື່ອພັທນາໂຄງການຟື້ນຟູປ່າໄມ້ ແລະ ພັທນາຣະບົບນິເວດກະສິກັມຄົບວົງຈອນ ພາຍໃຕ້ໂຄງການ ນຶ່ງແລວນຶ່ງເສັ້ນທາງຂອງຈີນ ໂດຍຄາດວ່າຈະສ້າງວຽກເຮັດງານທໍາໃຫ້ ປະຊາຊົນລາວ ຢູ່ແຂວງຈໍາປາສັກ, ເຊກອງ, ແລະອັດຕະປື ໄດ້ປະມານ 50,000 ຫາ 60,000 ຄົນ. ນອກຈາກນັ້ນ ຫລັງຈາກນີ້ໄປ ບໍຣິສັດຈີນ ຍັງມີແຜນທີ່ຈະສ້າງ ໂຮງຮຽນປະຖົມ 20 ແຫ່ງ, ສຸຂສາລາ 20 ແຫ່ງ ແລະອື່ນໆໃຫ້ປະຊາຊົນ ທ້ອງຖິ່ນ ໃຫ້ສໍາເຣັດ ພາຍໃນ ໄລຍະ 5 ປີ.