153 ຫຼັງຄາເຮືອນມອບໃຫ້ແລ້ວ ຜູ້ບໍ່ໄດ້ ຖ້າຕໍ່ໄປ

ໄຊຍາ
2021.04.12
153 ຫຼັງຄາເຮືອນມອບໃຫ້ແລ້ວ ຜູ້ບໍ່ໄດ້ ຖ້າຕໍ່ໄປ ພິທີມອບເຮືອນຖາວອນ 153 ຫລັງ ໃຫ້ຜູ້ປະສົບພັຍ ເຂື່ອນແຕກ ຢູ່ ເມືອງສນາມໄຊ ແຂວງອັດຕະປື
ຂອບໃຈພາບ: ຂປລ

ທາງການແຂວງອັດຕະປື ໄດ້ມອບເຮືອນຢູ່ຖາວອນ ຈຳນວນ 153 ຫລັງ ໃຫ້ຜູ້ປະສົບພັຍ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກຢູ່ ເມືອງສນາມໄຊ ເມື່ອວັນທີ 12 ເມສາ 2021. ເຖິງແມ່ນ ວ່າເຮືອນ ທີ່ມອບໃຫ້ນັ້ນຍັງບໍ່ແລ້ວສົມບູນ ກໍຕາມແຕ່ຕ້ອງໄດ້ມອບໃຫ້ ຜູ້ປະສົບພັຍສ່ວນນຶ່ງ ເພື່ອໃຫ້ຜູ້ຢູ່ອາສັຍ ໄດ້ເຮັດພິທີຂຶ້ນເຮືອນໃໝ່ ໃນໂອກາດບຸນປີໃໝ່ລາວ. ດັ່ງ ເຈົ້າໜ້າທີ່ ເມືອງສນາມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 12 ເມສາ ວ່າ.

"ກະເລີ່ມມອບມື້ນີ້ ແມ່ນຈຳນວນນຶ່ງ. ມື້ນີ້ທາງບໍຣິສັດ ເພິ່ນມອບໃຫ້ທາງພັກ-ຣັຖ ເຮົາກະ 150 ຫລັງເປັນຊຸດທໍາອິດເປັນຄັ້ງທີ 1 ແຕ່ລະຄອບຄົວ ກະທະຍອຍກັນ ຂຶ້ນຫລັງໃໝ່ແລ້ວ ແລ້ວເພິ່ນກະຂຶ້ນໂລດ."

ໃນຂນະທີ່ຍັງມີຜູ້ປະສົບພັຍ ອີກຫລາຍຄອບຄົວ ຍັງບໍ່ໄດ້ຮັບມອບເຮືອນຖາວອນຫລັງໃໝ່. ເຊິ່ງກໍໄດ້ພັກອາສັຍ ຢູ່ຕາມສູນທີ່ ທາງການຈັດໄວ້ໃຫ້. ບາງກຸ່ມກໍໄປສ້າງຕູບນ້ອຍ ຢູ່ຊົ່ວຄາວ ຢູ່ດິນຂອງຍາດຕິພີ່ນ້ອງ. ດັ່ງຜູ້ປະສົບພັຍ ທີ່ຍັງບໍ່ໄດ້ຮັບເຮືອນ ຖາວອນກ່າວວ່າ.

"ເຮືອນຈັດສັນນີ້ຫວາກະເຂົາເຮັດບໍ່ທັນແລ້ວ, ບໍ່ທັນໄດ້ຂຶ້ນນ່າ, ບໍ່ທັນໄດ້ຢູ່ ເຮືອນບໍ່ແລ້ວຫັ້ນນ່າ. ຜູ້ໃດແລ້ວການຂຶ້ນກ່ອນຜູ້ໃດ ບໍ່ແລ້ວກະບໍ່ຂຶ້ນເທົ່ານັ້ນແຫຼະ. ບໍ່ທັນຂຶ້ນງ່າຍດອກ ເພາະວ່າຖ້າມັນແລ້ວພຸ້ນຈັ່ງຊິຂຶ້ນນ່າ."

ຜູ້ປະສົບພັຍອີກຄົນນຶ່ງ ທີ່ບໍ່ຍັງບໍ່ທັນໄດ້ຮັບມອບ ເຮືອນຖາວອນ ໄດ້ກ່າວວ່າຄອບຄົວຂອງຕົນ ໄດ້ອາສັຍຢູ່ເຮືອນພັກຊົ່ວຄາວ ທີ່ທາງຄອບຄົວໄດ້ຫາໄມ້ ມາປຸກສ້າງຂຶ້ນເອງກໍຢາກໄດ້ ເຮືອນຖາວອນທີ່ເພິ່ນ ຊົດເຊີຍໃຫ້ໄວໆ.

"ເຮົາຢູ່ເຮືອນເຮົາເອງຫັ້ນແຫຼະ ບໍ່ທັນໄດ້ນ່າເພິ່ນວ່າປີໃໝ່ແລ້ວເຂົາຊິ ເຮັດຫລືບໍ່ຫັ້ນ ກະຢ້ານ 2023, 2024, 2025 ພຸ້ນລະຈະໄດ້ ຢູ່ເຮືອນ ເອີກະຢາກໃຫ້ມັນເຮັດໄວໆ ຫັ້ນແຫຼະ."

ປະຊາຊົນຜູ້ທີ່ເຄີຍໄປຢ້ຽມຢາມ ເມືອງສນາມໄຊ ກໍໄດ້ກ່າວວ່າ ເຫັນວ່າປະຊາຊົນຢູ່ແບບ ເຮືອນຕູບນ້ອຍໆ ທີ່ທາງການໄດ້ສ້າງໃຫ້ຢູ່ ອາສັຍຊົ່ວຄາວລໍຖ້າເຮືອນພັກຖາວອນ ສ້າງສຳເຣັດ.

"ເຄີຍໄປຢູ່ແບບວ່າເຮືອນເຂົາ ກໍ່ສ້າງໃຫ້ບໍ່ທັນໄດ້ສຳເຣັດນ່າ. ມີແຕ່ພວກເພິ່ນຢູ່ເປັນແບບເຮືອນຕູບນ້ອຍໆ ຢູ່ຫັ້ນນ່າ ພັກ-ຣັຖ ເຂົາແບບວ່າມີໂຄງການເຮັດເປັນກະຕູບໃຫ້ຢູ່ກ່ອນ ຫັ້ນນ່າ. ເພາະວ່າກໍ່ສ້າງເຮືອນ ສຳເຣັດແລ້ວຈຶ່ງຄ່ອຍໄປຢູ່ຫັ້ນນ່າ."

ເມື່ອເດືອນກຸມພາ ທີ່ຜ່ານມາ ນີ້ເຈົ້າໜ້າທີ່ແຂວງອັດຕະປື ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີວ່າ ສຳລັບເຮືອນພັກຖາວອນ 700 ຫລັງ ນັ້ນທາງບໍຣິສັດຮັບເໝົາກໍ່ສ້າງ ຈະກໍ່ສ້າງໃຫ້ສຳເຣັດ ພາຍໃນປີນີ້ ຈຳນວນ 496 ຫລັງ ຢູ່ 3 ຈຸດໄດ້ແກ່ບ້ານ ດົງບາກໃໝ່ຫີນຄຳ, ບ້ານດອນບົກ ໃໝ່ທ່າແສງຈັນ ແລະ ບ້ານຫີນລາດ.

ສ່ວນອີກຈຳນວນ 204 ຫລັງຢູ່ຈຸດ ບ້ານຕຳມໍຢອດ ແລະ ບ້ານປີ່ນດົງ ຈະລົງມືກໍ່ສ້າງພາຍຫລັງ ແລ້ວບຸນປີໃໝ່ລາວເນື່ອງຈາກ ຍັງຢູ່ໃນຂັ້ນຕອນໄກ່ເກັ່ຽ ເຣື່ອງຄ່າຊົດເຊີຍທີ່ດິນ ກັບຊາວບ້ານຈຳນວນ 49 ຄອບຄົວ ເນື່ອງຈາກໄປຖືກດິນປູກຝັງຂອງພວກເຂົາເຈົ້າ.

ໃນການກໍ່ສ້າງເຮືອນພັກ ຖາວອນ 700 ຫລັງ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຫລື PNCP ເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍ ສຳລັບ ການສ້າງເຮືອນພັກຖາວອນ ເປັນມູລຄ່າທັງໝົດ 24,5 ລ້ານໂດລາ ສະຫະຣັຖ, ໂດຍມອບໃຫ້ຣັຖບານລາວ ແລະ ຣັຖບານລາວ ໄດ້ຈ້າງໃຫ້ບໍຣິສັດ ວັນແສງ ອັດຕະປື ກໍ່ສ້າງ ແລະສ້ອມແປງ ເຄຫາສະຖານ ເປັນຜູ້ຮັບເໝົາ ກໍ່ສ້າງເຮືອນພັກຖາວອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.