ເຣື້ອງທີ່ເກັບບັນທຶກໄວ້
2023-09-19
ທາງການລາວມີແຜນ ພັທນາພະລັງງານສະອາດ ແລະ ພະລັງງານທາງເລືອກ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອການນໍາໃຊ້ພາຍໃນປະເທດ, ສ້າງລາຍຮັບ ເຂົ້າສູ່ປະເທດ ແລະເພື່ອໃຫ້ສອດຄ່ອງ ກັບເປົ້າໝາຍ ການໃຊ້ພະລັງງານສະອາດ ໃຫ້ໄດ້ 30% ຂອງການໃຊ້ພະລັງງານ ທັງໝົດ ພາຍໃນປີ 2025.
2023-09-19
ຣັຖບານ ອະນຸມັດໃຫ້ 1,143 ບໍຣິສັດ ແລະສ່ວນຫຼາຍແມ່ນບໍຣິສັດ ສັນຊາຕຈີນ ທີ່ຂຸດຄົ້ນແຮ່ທາດ ຈຳນວນ 1,336 ໂຄງການ ແຕ່ປະເທດ ບໍ່ໄດ້ຮັບປໂຍດເທົ່າທີ່ຄວນ, ສ່ວນປະຊາຊົນ ໄດ້ຮັບຜົລກະທົບ ໂດຍສະເພາະ ສູນເສັຍທີ່ດິນ ແລະໄດ້ຄ່າຊົດເຊີຍບໍ່ເໝາະສົມ ຈຶ່ງເກີດການຮຽກຮ້ອງຫຼາຍຂຶ້ນ.
2023-09-19
ຣັຖບານຕຣຽມ ຫຼຸດຜ່ອນການນຳເຂົ້າສິນຄ້າ ຫຼາຍຊນິດ ເພື່ອໃຫ້ເສຖກິຈ ການເງິນໃນລາວດີຂຶ້ນ ແລະ ເພື່ອສົ່ງເສີມຜລິຕພັນພາຍໃນ ໃຫ້ຫຼາຍຂຶ້ນ ໂດຍຄົນລາວສາມາດ ຊື້-ຂາຍ ພາຍໃນໄດ້ດ້ວຍຕົນເອງ, ແຕ່ຫຼາຍພາກສ່ວນ ຍັງບໍ່ເຫັນຄວາມເປັນໄປໄດ້ ເນື່ອງຈາກຣັຖບານ ຂາດການສົ່ງເສີມ ການຜລິດພາຍໃນ ທີ່ໄດ້ຄຸນນະພາບ ມາຕຖານ.
2023-09-19
ແຂວງຢູນນານຂອງຈີນ ສເນີຊື້ງົວຈາກ ສປປ ລາວ 23,000 ໂຕ ໃນປີນີ້, ແຕ່ຄາດວ່າ ທາງການລາວ ອາດ ບໍ່ສາມາດສນອງໄດ້ ຍ້ອນງົວລາວບໍ່ໄດ້ມາຕຖານ 12 ຂໍ້ ຕາມທີ່ທາງການຈີນກຳນົດ ເຊັ່ນປີ 2021 ຈີນໃຫ້ໂຄຕາ 50 ພັນໂຕ ແຕ່ສົ່ງໄປໄດ້ພຽງ 8,100 ໂຕ.
2023-09-18
ຊາວບ້ານທີ່ຢູ່ເຂດຫຼັກ 9 ບ້ານໜອງຜື ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ຈະບໍ່ຍອມຍ້າຍອອກຈາກທີ່ດິນ ຕາມການແຈ້ງການ ຂອງທາງການແຂວງ.
2023-09-18
ກອງປະຊຸມປຶກສາຫາລື ຄວາມເປັນໄປໄດ້ ໃນການຈັດປ່າສງວນແຫ່ງຊາຕ ພູຫິນປູນ ໃຫ້ເປັນອຸທະຍານແຫ່ງຊາຕ ຈັດຂຶ້ນໃນວັນທີ 29 ສິງຫາ 2023 ທີ່ຜ່ານມາ ເພື່ອການປົກປັກຮັກສາ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ລະບົບນິເວດທັມມະຊາຕ ແລະເພື່ອສນັບສນູນ ການພັທນາເສຖກິຈໃນລາວ.
2023-09-18
ເມືອງຫົງສາ ແຂວງໄຊຍະບູຣີ ຈັດພິທີເຊັນສັນຍາອະນຸຍາດໃຫ້ບໍຣິສັດ ນໍ້າເຜິ້ງພັທນາກະສິກັມ ຈຳກັດ ຈາກຈີນ ເຊົ່າທີ່ດິນຂອງນາຊາວບ້ານ ເພື່ອປູກໝາກໂມ ເຊິ່ງຊາວບ້ານບາງສ່ວນເຕັມໃຈ ເນື່ອງຈາກໄລຍະຣະດູແລ້ງ ດິນນາຈະຖືກປ່ອຍຫວ່າງ ແຕ່ອີກບາງສ່ວນ ອາດຈຳເປັນຕ້ອງ ປະຕິບັດຕາມ ທາງເມືອງ ເພາະໂຄງການ ຜ່ານຂັ້ນເມືອງ ແລະເມືອງເປັນຜູ້ຕົກລົງ.
2023-09-18
ທ່ານ ລູ໋ ຊີ່ເຫວີ່ຍ ທະນາຍຄວາມດ້ານສິດທິມະນຸສຊາວຈີນ ທີ່ຖືກເຈົ້າໜ້າທີ່ຕໍາຣວດລາວ ຈັບໂຕ ຢູ່ສະຖານີຣົຖໄຟທ່ານາແລ້ງ ນະຄອນຫຼວງວຽງຈັນ ເມື່ອວັນທີ 28 ກໍຣະກະດາ ທີ່ຜ່ານມານັ້ນ, ຫຼ້າສຸດ ມີຣາຍງານວ່າ ທາງການລາວ ໄດ້ສົ່ງໃຫ້ແກ່ທາງການຈີນແລ້ວ.
2023-09-18
ການກໍ່ສ້າງ ເຂື່ອນໄຟຟ້າປາກແບງ ເຣີ່ມຂຶ້ນ ຢ່າງເປັນທາງການ ພາຍຫຼັງ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ໄດ້ເຊັນສັນຍາ ຊື້ໄຟຟ້າແລ້ວ ຂະນະທີ່ ປະຊາຊົນ ບໍ່ໜ້ອຍ ຄາດວ່າ ຈະຮັບຜົລກະທົບ ແລະ ຍັງບໍ່ຮູ້ຊາຕາກັມ ເຮັດໃຫ້ເກີດ ຄວາມກັງວົນ ເພາະຄວາມບໍ່ແນ່ນອນ ເຣື່ອງຄ່າຊົດເຊີຍຕ່າງໆ.
2023-09-17
ກອງກໍາລັງຊົນກຸ່ມນ້ອຍ ໃນພະມ້າ ຈັບແກ້ງຕອບແຊັດ ຫຼື Call Center ທີ່ເປັນຊາວຈີນ 1,000 ປາຍຄົນ ແລ້ວ ສົ່ງມອບໃຫ້ເຈົ້າໜ້າທີ່ຈີນ.
2023-09-16
ສໍາພາດ ດຣ. ໂກ້ ສິດທິພັນ, ຜູ້ຊ່ຽວຊານ ດ້ານພະຍາດຊຶມເຊື້ອ ຢູ່ໂຮງໝໍ ແຂວງຈໍາປາສັກ ໃນຊ້ວງລະດູຝົນປີນີ້ ປະຊາຊົນກໍເລີ່ມຕິດເຊື້ອພະຍາດໄຂ້ເລືອດອອກ ເພີ່ມຂຶ້ນນໍາທຸກມື້.
2023-09-15
ກຸ່ມບໍຣິສັດ ໂຄລາວ (KOLAO Group) ເຊິ່ງເປັນບໍຣິສັດຮ່ວມທຶນ ລາວ-ເກົາຫຼີໃຕ້ ໄດ້ເປີດບໍຣິການຣົຖສາມລໍ້ໄຟຟ້າ ຢູ່ນະຄອນຫລວງວຽງຈັນ ເພື່ອໃຫ້ບໍຣິການ ເຊິ່ງທາງຜູ້ລົງທຶນ ຄາດຫວັງຫລຸດຜ່ອນ ບັນຫາມົລພິດທາງອາກາດ ແລະບັນຫາຣົຖຕິດ.
2023-09-15
ເມືອງລະມາມ ແຂວງເຊກອງ ແລະ ນະຄອນຫລວງວຽງຈັນ ຂາຍເຂົ້າສານໃຫ້ປະຊາຊົນ ໃນລາຄາຖືກກວ່າຕລາດຫລາຍ ເປັນການຊ່ອຍເຫລືອ ໃນຍາມເສຖກິຈຫຍຸ້ງຍາກ ແລະເງິນກີບເຟີ້ແຮງ.
2023-09-15
ບໍຣິສັດ ຍອດງື່ມ ພາວເວີ້ ມະຫາຊົນ ໄດ້ເຣີ່ມຈໍາໜ່າຍນໍ້າມັນແອັດຊັງທັມມະດາ ພາຍໃນແຂວງຊຽງຂວາງ ແລະ ແຂວງໃກ້ຄຽງ ຜ່ານປໍ້ານໍາມັນຕົວແບບ ແລະ ນໍ້າມັນຕົວແທນ ຂອງບໍຣິສັດ ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ.
2023-09-15
ຜູ້ຕ້ອງຫາ ຄະດີຄ້າຢາເສບຕິດ 4 ຄົນ ຖືກສານປະຊາຊົນຊັ້ນຕົ້ນ ແຂວງອຸດົມໄຊ ຕັດສິນປະຫານຊີວິດ ພາຍຫຼັງຖືກຈັບ ໃນຂໍ້ຫາຄ້າຂາຍເຮໂຣອິນ ຈຳນວນ 152 ກິໂລ ແລະຢາໄອສ໌ ອີກ 1,604 ກິໂລ, ສ່ວນຄວາມຈິງ ສປປ ລາວ ບໍ່ມີບົດລົງໂທດ ປະຫານຊີວິດ ແລະ ໂທດສູງສຸດຄືຕິດຄຸກ ຕລອດຊີວິດ.