ເມືອງຫົງສາ ອະນຸຍາດ ໃຫ້ນັກລົງທຶນຈີນ ເຊົ່າດິນນາຊາວບ້ານ ປູກໝາກໂມ
2023.09.18

ໃນວັນທີ 13 ກັນຍາ ຜ່ານມາອຳນາດການປົກຄອງ ເມືອງຫົງສາ ແຂວງໄຊຍະບູຣີ ຈັດພິທີເຊັນສັນຍາອະນຸຍາດໃຫ້ບໍຣິສັດ ນໍ້າເຜິ້ງພັທນາກະສິກັມ ຈຳກັດ ຈາກຈີນ ເຊົ່າທີ່ດິນປູກ ໝາກໂມໃນຂອບເຂດ 5 ບ້ານ ຂອງເມືອງ ຄືບ້ານໂພນໄຊ, ສີບຸນເຮືອງ, ໂພນສູງ, ແທ່ນຄຳ ແລະ ບ້ານນາແກ່ນຄຳ ໂດຍບໍຣິສັດ ຈະເປັນຜູ້ສນອງທຶນ 100% ລວມຄ່າເຊົ່າທີ່ດິນ ພັນທະອາກອນຕ່າງໆ, ຄ່າບໍຣິການບ້ານ ແລະ ຄ່າບໍຣິການວິຊາການ ລວມມູນຄ່າ ການລົງທຶນທັງໝົດ 10 ຕື້ກີບ ໂດຍໂຄງການ ມີອາຍຸເຊົ່າ 5 ປີ ນັບແຕ່ເດືອນພຶສຈິກາ ປີ 2024 ຫາ ເດືອນຕຸລາ ປີ 2029.
ການເຊົ່າດິນນາ ເພື່ອປູກໝາກໂມເທື່ອນີ້ ແມ່ນເປັນການຕໍ່ສັນຍາເຊົ່າ ຂອງບໍຣິສັດ ນໍ້າເຜິ້ງ ພັທນາກະສິກັມ ຈຳກັດ ທີ່ເຂົ້າມາເຊົ່າດິນນາ ເພື່ອປູກໝາກໂມເມື່ອ 4 ປີກ່ອນ ແລະ ສັນຍາຈະຄົບ 5 ປີ ໃນຣະດູແລ້ງ ປີ 2024.
ປັດຈຸບັນຢູ່ເມືອງຫົງສາ ມີດິນປູກໝາກໂມ ທັງໝົດ 200 ປາຍເຮັກຕ້າຣ໌ ໂດຍບໍຣິສັດຈະເຣີ່ມປູກໝາກໂມ ຫຼັງເກັບກ່ຽວເຂົ້ານາປີ ໃນເດືອນທັນວາ ແລະ ຈະເກັບໝາກໂມ ໃນເດືອນເມສາ. ສຳລັບການເຊົ່າດິນນາ ແລະ ຄ່າມ້ຽນສິ່ງເສດເຫຼືອທັງໝົດ ລວມປະມານ 6 ລ້ານກີບ ນອກຈາກນີ້ຍັງມີຄ່າຊົດເຊີຍ ຫາກຄັນນາເປ່ເພຕື່ມ.
ດັ່ງເຈົ້າໜ້າທີ່ ຜູ້ຂໍສງວນຊື່ ແລະ ຕຳແໜ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 18 ກັນຍານີ້ວ່າ:
“ປະມານ 200 ປາຍເຮັກຕ້າຣ໌ ຄ່າເຊົ່າທີ່ດິນ ນີ້ສັນຍາໃໝ່ ປະມານເຮັດຕ້າຣ໌ນຶ່ງ (ຢູ່ທີ່) 6 ລ້ານ. 6 ລ້ານຫັ້ນ ຄ່າມ້ຽນຢູ່ໃນຫັ້ນ ແມ່ນລ້ານຫ້າ ແລ້ວກໍຄ່າຄັນນາຫັ້ນ ໄລ່ນອກ. ຄ່າຄັນນາເປ່ເພຫັ້ນນ່າ ໂຕນັ້ນໄລ່ເປັນແມັດ, ແມັດລະ 10,000 ກີບ.”
ປັດຈຸບັນ ມີບໍຣິສັດຈີນ ມາເຊົ່າດິນນາຊາວບ້ານ ທັງໝົດ 3 ບໍຣິສັດ. ບໍຣິສັດ ນໍ້າເຜິ້ງພັທນາ ກະສິກັມ ເຊົ່າດິນນາ ໃນບໍຣິເວນ 5 ບ້ານ, ບໍຣິສັດເອເຊັຽເຊົ່າດິນນາ 7 ບ້ານ ແລະ ບໍຣິສັດ ຈົງຢວນ ເຊົ່າດິນນາໃນ 2 ບ້ານ. ໂດຍພື້ນທີ່ປູກໝາກໂມ ຈະກະຈາຍຢູ່ທົ່ວເຂດ ເທສບານເມືອງຫົງສາ ຍ້ອນບາງບ່ອນບໍ່ພຽງ ຫຼື ບໍ່ມີນໍ້າເຂົ້າເຖິງ ສ່ວນໝາກໂມ ທີ່ປູກໄດ້ທັງໝົດນັ້ນ ຈະສົ່ງອອກໄປຈີນ ໂດຍຜ່ານດ່ານສາກົລບໍ່ເຕັນ ໃນແຂວງຫຼວງນໍ້າທາ.
ສາເຫດທີ່ຊາວບ້ານ ໃຫ້ບໍຣິສັດຈີນເຊົ່າດິນນາ ໃນການປູກໝາກໂມນັ້ນ ຍ້ອນຣະດູແລ້ງ ຊາວບ້ານບໍ່ໄດ້ເຮັດການກະເສດ.
ດັ່ງຊາວບ້ານ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ກ່າວວ່າ:
“ຊ່ວງນັ້ນເພາະວ່າ ເລີກເກັບກ່ຽວ. ສ່ວນຫຼາຍຂະເຈົ້າ ກໍບໍ່ໄດ້ເຮັດຫຍັງ ການຜລິດຫັ້ນນ່າ ພື້ນທີ່ຕ່າງໆ ຂະເຈົ້າປະໄວ້ເນາະ ເພາະວ່າ ຮອດຣະດູການ ເຂົາກໍມາຫາເຊົ່າ ເພາະວ່າມີໂຄງການ ຂະເຈົ້າມີປະມູນ ຄ່າເຊົ່າກໍໃຫ້ຣັຖບານ ຮັບຜິດຊອບ.”
ຊາວບ້ານອີກທ່ານນຶ່ງ ທີ່ໃຫ້ຈີນເຊົ່າດິນນາກ່າວວ່າ ຜົລຕອບແທນ ບໍ່ຄຸ້ມຄ່າປານໃດ ແຕ່ເນື່ອງຈາກໃນຣະດູແລ້ງ ບໍ່ໄດ້ເຮັດຫຍັງ ຈຶ່ງຕັດສິນໃຈ ໃຫ້ບໍຣິສັດເຊົ່າດິນ ດີກ່ວາປ່ອຍຖີ້ມ ໂດຍຊາວບ້ານທ່ານນີ້ ມີດິນາບໍ່ເຖິງເຮັກຕ້າຣ໌ ຄ່າເຊົ່າທີ່ດິນ ຈຶ່ງຢູ່ປະມານ 1.2 ລ້ານກີບ ລວມກັບຄ່າມ້ຽນສິ່ງເສດເຫຼືອ ແລ້ວຈະມີລາຍຮັບຢູ່ປະມານ 2 ລ້ານກີບ.
ດ່ັງທ່ານໄດ້ກ່າວວ່າ.
“ຖ້າເຊົ່າມັນຈະຜ່ານຣັຖເນາະ ນາຂ້ອຍຄ່າເຊົ່າປະມານລ້ານສອງເນາະ ແລ້ວຄ່າມ້ຽນເຄື່ອງໝາກໂມ ຄ່າທີ່ເຂົາຕາມຄັນນາ ຕົກມືແລ້ວໄດ້ 2 ລ້ານ 2. ຖາມວ່າຄຸ້ມບໍ່ ມັນກໍບໍ່ຄ່ອຍຄຸ້ມດອກເນາະ ແຕ່ວ່າທາງເມືອງເຂົາກໍມາລົງ ໃຫ້ປະມານນີ້ ກໍໄດ້ເອົາ ກໍປະຕິເສດບໍ່ໄດ້ເນາະ.”
ເມື່ອເວົ້າເຖິງຜົລກະທົບ ດ້ານສານເຄມີ ຈາກສວນໝາກໂມ ປັດຈຸບັນບໍ່ເຫັນຜົລກະທົບ ຢ່າງຈະແຈ້ງເທື່ອ ຍ້ອນທ່ານຫາກໍໃຫ້ບໍຣິສັດ ເຊົ່າດິນນາ ໄດ້ປະມານ 2 ປີ ຫຼັງຈາກເກັບກູ້ໝາກໂມແລ້ວ ເຂົ້າທີ່ປູກກໍຍັງໃຫ້ຜົລຜລິດຄືເກົ່າ, ແຕ່ທ່ານບໍ່ແນ່ໃຈວ່າ ໃນອະນາຄົດ ອີກ 5 ປີ, 10 ປີ ຈະມີຜົລກະທົບ ແນວໃດ.
ສ່ວນຊາວບ້ານບາງສ່ວນ ທີ່ບໍ່ເຫັນດີກັບການໃຫ້ເຊົ່າດິນນາ ຍ້ອນບາງຄົນພົບປັນຫາວ່າ ນັກລົງທຶນຈີນ ໄດ້ຂຸດດິນນາລົງເລິກ ເກີນໄປເຮັດໃຫ້ເມື່ອເຖິງຣະດູເຮັດນາປີ, ການໄຖນາເພື່ອກຽມດິນ ເຮັດໄດ້ຍາກຂຶ້ນ, ແລະຊາວບ້ານ ບໍ່ສາມາດປະຕິເສດ ຂັ້ນເທີງໄດ້ ຈຶ່ງຕ້ອງໃຫ້ນັກລົງທຶນຈີນ ເຊົ່າດິນນາຕື່ມ.
ດັ່ງຊາວບ້ານນາ ແກ່ນຄຳ ເມືອງຫົງສາ ແຂວງໄຊຍະບູຣີ ຍານາງນຶ່ງກ່າວວ່າ:
“ກໍມີຫັ້ນແຫຼະ ທຳອິດຫັ້ນໄທບ້ານ ກໍບໍ່ພໍໃຈຫຼາຍ ຂະເຈົ້າກໍບໍ່ຢາກ ແຕ່ວ່າທາງເມືອງຮັບໂຄງການມາແລ້ວຫັ້ນນ່າ ກໍຕ້ອງປະຕິບັດຕາມ ແຜນຂອງເມືອງດ້ວຍການພັທນາ ຂອງເມືອງເນາະວ່າ ຊັ້ນສະ. ຂະເຈົ້າຈຳເປັນຕ້ອງ ຍອມຮັບແດ່ຫັ້ນແຫຼະ ຖ້າພໍເຈິ ກໍໍບໍ່ຄືຊິຫຍຸ້ງຍາກ ແຕ່ວ່າຈຳເປັນ.”
ຍານາງກ່າວຕື່ມວ່າ ທີ່ຜ່ານມາຊາວບ້ານ ຢາກໄດ້ຮັບຄ່າເຊົ່າດິນນາ ເພີ່ມແຕ່ກໍບໍ່ສາມາດເວົ້າຫຍັງໄດ້ຍ້ອນທາງຫ້ອງການເມືອງ ແລະ ບໍຣິສັດໄດ້ກຳນົດລາຄາມາກ່ອນແລ້ວ. ກ່ອນໜ້ານີ້ໃນປີ 2021 ບໍຣິສັດ ນໍ້າເຜິ້ງພັທນາກະສິກັມ ຈຳກັດ ກໍໄດ້ເຂົ້າໄປເຊົ່າດິນນາ ແລະ ສວນຊາວບ້ານ ຈຳນວນ 6 ບ້ານ ຢູ່ເມືອງເງິນ ແຂວງໄຊຍະບູຣີ ເພື່ອປູກໝາກໂມ ຈຳນວນ 180 ເຮັກຕ້າຣ໌ຄືກັນ ໂຄງການເທື່ອນີ້ ໄດ້ສ້າງຜົລກະທົບຫຼາຍດ້ານ ໃຫ້ຊາວບ້ານເປັນຕົ້ນ ນັກລົງທຶນໄດ້ຂຸດດິນນາເລິກ 30-40 ຊັງຕີແມັດ ເຮັດໃຫ້ການປັບໜ້າດິນ ໃຊ້ເວລາດົນກ່ວາເກົ່າ. ສານເຄມີທີ່ໃຊ້ໃນສວນໝາກໂມ ເຮັດໃຫ້ຜົລຜລິດເຂົ້າຫຼຸດລົງ ຈາກ 3-4 ຕັນຕໍ່ເຮັກຕ້າຣ໌ ເຫຼືອ 1-2 ຕັນຕໍ່ເຮັກຕ້າຣ໌.
ໃນເດືອນເມສາ ທີ່ຜ່ານມາກໍມີນັກລົງທຶນຈີນ ໄດ້ເຂົ້າໄປປູກໝາກໂມ ຢູ່ບ້ານນາແມດ ເມືອງແບງ ແຂວງອຸດົມໄຊ, ແຕ່ນັກລົງທຶນຈີນ ໄດ້ຖິ້ມເສດເຫຼືອ ຂອງສານເຄມີໄວ້ ຫຼັງຈາກເກັບກ່ຽວຜົລຜລິດແລ້ວ, ເຮັດໃຫ້ຊາວບ້ານ ພາກັນຢ້ານອັນຕະຣາຍ ຈາກສານເຄມີ ດັ່ງກ່າວ.