ເຣື້ອງທີ່ເກັບບັນທຶກໄວ້
2023-06-20
ເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ອອກແຈ້ງການ ໃຫ້ໃຊ້ເງິນກີບ ຢູ່ໃນເຂດນັ້ນ, ໃຫ້ພາກທຸຣະກິຈ ແລະຮ້ານຄ້າ ໃຊ້ເງິນກີບ ແລະ ອັດຕຣາແລກປ່ຽນ ປະຕິບັດຕາມ ທີ່ທາງທະນາຄານ ແຫ່ງ ສປປ ລາວ ກໍານົດ.
2023-06-18
ເພງ ບຸນຄຸນພໍ່, ຜູ້ມີພຼະຄຸນ, ບໍ່ລືມ ບຸນຄຸນພໍ່ ເພື່ອລະລຶກເຖິງ ບຸນຄຸນພໍ່ ໃນໂອກາດ ວັນພໍ່ ສາກົລ, ຮວມທັງ ສະຫະຣັຖ ອາເມຣິກາ ແລະ ການາດາ.
2023-06-17
ນັກເຄື່ອນໄຫວ ທາງດ້ານ ປະຊາທິປະໄຕ ຖືກຈັບ ຫຼັງຈາກມາຢາມບ້ານ, ຣັຖບານລາວ ມອບສັນ ຊາຕລາວ ໃຫ້ແກ່ ຄົນວຽດນາມ 119 ຄົນ ຢູ່ເມືອງແອດ ແຂວງຫົວພັນ, ນັກລົງທຶນຈີນ ຢູ່ເມືອງ ເຊໂປນ ແຂວງ ສວັນນະເຂດ ຕ້ອງການ ທີ່ດິນ ເປັນຈຳນວນຫຼາຍ ເພື່ອປູກຕົ້ນວິກ.
2023-06-17
ເຜົ່າໄທດໍາ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.
2023-06-16
ມີການປະກາດຂາຍ ກາສິໂນ ສວັນເລເຈນ ແລະ ຣີສອດ ທີ່ຢູ່ບ້ານໜອງເດີ່ນ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ໃຫ້ແກ່ນັກທຸຣະກິຈຊາວ ເຊິ່ງມູນຄ່າການຊື້-ຂາຍ 45 ລ້ານໂດລ້າຣ໌ ສະຫະຣັຖ.
2023-06-16
ຫ້ອງການ ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ອອກແຈ້ງການ ກ່ຽວກັບການຈົດທະບຽນການຄ້າອອນລາຍນ໌ ແລະ ຂໍອະນຸຍາດດໍເນີນທຸຣະກິຈ ການຄ້າທາງອິເລັກໂທຣນິກ ເພື່ອໃຫ້ຜູ້ຄ້າຂາຍ ເຄື່ອງອອນລາຍນ໌ ດໍາເນີນການຂຶ້ນທະບຽນ ການຄ້າຕາ ລະບຽບກົດໝາຍ.
2023-06-16
ປະຊາຊົນ 33% ຂອງແຂວງເຊກອງ ກຳລັງປະເຊີນກັບ ການຂາດແຄນອາຫານ ເນື່ອງຈາຫຼາຍປັດໄຈ ໂດຍສະເພາະ ຊາວບ້ານ ບໍ່ມີທີ່ດິນທຳກິນ ແລະພັຍທັມມະຊາຕ ເຊິ່ງທີ່ຜ່ານມາແຂວງເຊກອງ ໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ ເພື່ອສົ່ງເສີມໃຫ້ຊາວບ້ານ ສາມາດມີສະບຽງອາຫານ.
2023-06-16
ແຂວງບໍລິຄໍາໄຊ ຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານ ປະມານ 50 ຄອບ ຄົວ ຢູ່ບ້ານ ກ້ວຍອຸດົມ ເມືອງປາກຊັນ ທີ່ເສັຽທີ່ດິນ ປະເພດດິນປ່າ, ດິນສວນ ແລະ ດິນນາ ປະມານ 50 ເຮັກຕ້າຣ໌ ໃຫ້ແກ່ໂຄງການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5.
2023-06-15
ປະເທດລາວ ຍັງຂາດເລືອດ ເພື່ອຊ່ອຍເຫລືອຄົນເຈັບທີ່ຕ້ອງການເລືອດ ເນື່ອງຈາກ ມີຜູ້ມາບໍຣິຈາກເລືອດຫລຸດໜ້ອຍລົງ ຂະນະທີ່ທົ່ວປະເທດ ມີຄົນເຈັບ ຕ້ອງການເລືອດຫລາຍຂຶ້ນ ໃຈແຕ່ລະປີ ແລະ ອີກບັນຫາສຳຄັນນຶ່ງ ຄືຂາດເຂີນງົບປະມານ ໃນການສນັບສນູນ ເຂົ້າໃນການຂົນຂວາຍ ການບໍຣິຈາກເລືອດ.
2023-06-15
ແຂວງຫຼວງພຣະບາງ ກໍາລັງສຶກສາຄວາມເປັນໄປໄດ້ ເພື່ອສເນີໃຫ້ບໍຣິສັດເອກກະຊົນ ສັມປະທານ ແລະພັທນາກິຈກັມທ່ອງທ່ຽວ ຢູ່ພື້ນທີ່ອ້ອມຂ້າງ ຖໍ້າຕິ່ງ ໂດຍຈະໃຫ້ບໍຣິສັດເອກກະຊົນ ພັທນາແຕ່ພື້ນທີ່ອ້ອມຂ້າງຖໍ້າຕິ່ງເທົ່ານັ້ນ ແລະບໍ່ໃຫ້ແຕະຕ້ອງ ບໍຣິເວນຖໍ້າທີ່ມີພຣະພຸທຮູບ ເຊິ່ງເປັນຂອງຣັຖບານລາວ.
2023-06-15
ແຕ່ລະມື້ ທະນາຄານແຫ່ງ ສປປ ລາວ ຈະກໍານົດອັດຕຣາ ແລກປ່ຽນເງິນຕຣາ ຕ່າງປະເທດ ໃຫ້ທະນາຄານ ທຸຣະກິຈ ປະຕິບັດຕາມ ເຊິ່ງບໍ່ໃຫ້ຫລຸດ ແລະ ບໍ່ໃຫ້ລື່ນອັດຕຣາ ແລກປ່ຽນ ທີ່ທະນາຄານແຫ່ງ ສປປ ລາວ ກໍານົດ, ແຕ່ທະນາຄານ ບໍ່ມີເງິນຕຣາ ຕ່າງປະເທດ ສນອງ ໃຫ້ກັບຄວາມຕ້ອງການ.
2023-06-15
ທ້າວ ອາລຸນ ຫຼື “ຈ່ອຍ” ພົມມະລາດ ປັດຈຸບັນ ມີອາຍຸໄດ້ 24 ປີ, ເປັນຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ຖືກຈັບ ຢູ່ປະເທດມາເລເຊັຽ ໃນວັນທີ 8 ເດືອນ 6 ປີ 2021 ປັດຈຸບັນ ໄດ້ສົ່ງຂ່າວຫາຄອບຄົວແລ້ວ ວ່າຍັງມີຊີວິດຢູ່.
2023-06-14
ປັດຈຸບັນ ທະນາຄານຫຼາຍແຫ່ງ ບໍ່ມີເງິນຕຣາຕ່າງປະເທດ ໃຫ້ແລກ ຈຶ່ງເຮັດໃຫ້ຫລາຍຄົນ ຕ້ອງໄປແລກ ຢູ່ຕລາດມືດ ເຊິ່ງເຮັດໃຫ້ ຄ່າເງິນກີບ ສູງກວ່າທະນາຄານເລື້ອຍໆ ບໍ່ມີຄວາມຄົງທີ່, ຈຶ່ງເຮັດໃຫ້ຈຳເປັນຕ້ອງໄປແລກປ່ຽນ ເງິນຕຣາຕ່າງປະເທດ ຢູ່ຕລາດມືດ.
2023-06-14
ສະຫະພາບຢູໂຣບ ແລະ ທາງການລາວ ມີການປະຊຸມ ເພື່ອປຶກສາລື ເຣື່ອງສິດທິມະນຸສ ຢູ່ນະຄອນຫລວງວຽງຈັນ ໃນປັບປຸງການເຄົາຣົບ ສິດທິມະນຸສ, ແຕ່ອົງການຈັດຕັ້ງ ດ້ານສິດທິມະນຸສ ເຫັນວ່າ ການປະຕິບັດ ສິທິມະນຸສ ຢູ່ລາວ ບໍ່ໄດ້ດີຂຶ້ນ.
2023-06-14
ກະຊວງພາຍໃນ ໄດ້ເປີດໂທຣະສັບສາຍດ່ວນ ໝາຍເລຂ 1526 ເພື່ອເປີດໂອກາດໃຫ້ ປະຊາຊົນໄດ້ ສະແດງຄວາມຄິດເຫັນ ໂດຍສະເພາະ ການຮ້ອງຮຽນຕ່າງໆ ຕໍ່ບຸກຄົນ ແລະ ການຈັດຕັ້ງ ທີ່ພົວພັນກັບກະຊວງພາຍໃນ ແຕ່ຜູ້ຮ້ອງຮຽນ ຕ້ອງບອກຂໍ້ມູນສ່ວນໂຕ ໃຫ້ເຈົ້າໜ້າທີ່ ຈົດບັນທຶກໄວ້.