ທາງການ ອອກມາຕການ ໃຫ້ຜູ້ຄ້າອອນລາຍນ໌ ຂຶ້ນທະບຽນ

ອຸ່ນແກ້ວ
2023.06.16
ທາງການ ອອກມາຕການ ໃຫ້ຜູ້ຄ້າອອນລາຍນ໌ ຂຶ້ນທະບຽນ ກະຊວງອຸດສາຫະກັມ ແລະ ການຄ້າ, ນະຄອນຫຼວງວຽງຈັນ ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ໃນວັນທີ 15 ພຶສພາທີ່ຜ່ານມາ, ຫ້ອງການກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ 0991 ກ່ຽວກັບການແຈ້ງຢືນຢັນຮັບຮູ້ ແລະ ຂໍອະນຸຍາດດຳເນີນທຸຣະກິຈ ການຄ້າທາງອິເລັກໂທຣນິກ ເພື່ອໃຫ້ຜູ້ຄ້າຂາຍ ເຄື່ອງອອນລາຍນ໌ ດໍາເນີນການຂຶ້ນທະບຽນ ການຄ້າຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 15 ມິຖຸນາ 2023 ວ່າ:

“ຖ້າຈະໃຫ້ຖືກຕ້ອງກໍແມ່ນ ຖ້າວ່າ ເປັນບຸກຄົນພາຍໃນຫັ້ນ ກໍຄວນເບິ່ງວ່າ ກິຈການຫັ້ນ ເພິ່ນເຮັດເປັນແບບໃດເນາະ ລັກສະນະບໍຣິສັດ ບໍ ຫຼືວ່າ ຂາຍຄົວເຮືອນທົ່ວໄປນີ້ ໂຕນີ້ເພິ່ນກໍກ້າວແລ້ວເນາະ ເພິ່ນກໍກ້າວເຂົ້າສູ່ລະບົບແລ້ວເນາະ ແຕ່ຫາກເຈົ້າດໍາເນີນທຸຣະກິຈ ພາຍໃນ ເຈົ້າກໍຕ້ອງເສັຽອາກອນ ອາກອນລາຍໄດ້ ອາກອນກໍາໄລ.”

ທ່ານ ກ່າວຕື່ມວ່າ ສໍາລັບບຸກຄົນ ຫຼືນິຕິບຸກຄົນ ທີ່ດໍາເນີນທຸຣະກິຈ ການຄ້າອອກລາຍນ໌ ໃຫ້ປະກອບເອກະສານສເນີ ຕໍ່ກົມການຄ້າຄາພາຍໃນ ກະຊວງອຸດສາຫະກັມ ແລະ ການຄ້າເພື່ອຂໍການຢືນຢັນຮັບຮູ້ ແລະ ຂໍອະນຸຍາດດໍາເນີນທຸຣະກິຈການຄ້າ ທາງອິເລັກໂທຣນິກ ໃຫ້ສໍາເລັດພາຍໃນວັນທີ 15 ສິງຫາ 2023, ຖ້າຫາກບໍ່ມາຂໍອະນຸຍາດ ຕາມກໍານົດເວລາດັ່ງກ່າວ ຈະຖືກປະຕິບັດມາຕການ ທີ່ໄດ້ກໍານົດໄວ້ ໃນມາດຕຣາ 59 ຂອງດໍາຣັດ ວ່າດ້ວຍການຄ້າອິເລັກໂທຣນິກ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.​

ສໍາລັບການແຈ້ງຢັ້ງຢືນຮັບຮູ້ ແລະ ຂໍອະນຸຍາດດໍາເນີນທຸຣະກິຈ ການຄ້າທາງອິເລັກໂທຣນິກ ດັ່ງກ່າວນີ້ ຜູ້ທີ່ຕ້ອງຂຶ້ນທະບຽນ ສ່ວນຫຼາຍ ແມ່ນເປັນຫົວໜ້າໜ່ວຍທຸຣະກິຈ ຂນາດໃຫຍ່ ເປັນຕົ້ນ ຜູ້ຄ້າຂາຍອອນລາຍນ໌ ທີ່ເປັນຜູ້ດໍາເນີນການສັ່ງຊື້ ແລະ ນໍາເຂົ້າສິນຄ້າ ຈາກຕ່າງປະເທດ ເຂົ້າມາຍັງປະເທດລາວ.​

ນັກການຕລາດ ອອນລາຍນ໌ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 15 ມິຖຸນາ ວ່າ:

“ຂນາດໃຫຍ່ ມັນຕ້ອງກໍໄດ້ຈົດເນາະ ເພາະວ່າ ສິນຄ້າທີ່ເຮົາເອົາເຂົ້າມາລາວ ຈະເປັນສິນຄ້າທາງຝັ່ງໄທຍແມ່ນບໍ່ ມັນຕ້ອງມີ ອຢ ເນາະ ເພາະວ່າ ສິນຄ້າມັນຕ້ອງໄດ້ຜ່ານ ອຢ ປະເທດໃດ ປະເທດນັ້ນ ມັນຈຶ່ງຈະເພິ່ນການຂາຍໃຫ້ເຮົາ ໄດ້ດີຂຶ້ນ. ຖ້າວ່າ ເຮົາບໍ່ຈົດທະບຽນ ມັນກໍຈະບໍ່ຜ່ານ ອຢ ແມ່ນບໍ່ ຖ້າຜ່ານ ອຢ ແລ້ວກໍຕ້ອງຈົດທະບຽນເນາະ ຕ້ອງໃສ່ເທື່ອລະຂັ້ນຕອນ. ອໍ້ ອາກອນນີ້ ມັນຕ້ອງໄດ້ເບິ່ງຂນາດ ຈອງທຸຣະກິຈຂອງເຮົາ, ເຮົາຕ້ອງໄດ້ໄປພົວພັນເອງ.”

ສ່ວນການຂາຍເຄື່ອງອອນລາຍນ໌ ຂນາດນ້ອຍ ຫຼື ການເຮັດທຸຣະກິຈ ແບບທົດລອງ ພາຍໃນຄອບຄົວ ຍັງບໍ່ຈໍາເປັນ ຕ້ອງຂຶ້ນທະບຽນຂໍອະນຸຍາດ ດໍາເນີນທຸຣະກິຈການຄ້າ ທາງອິເລັກໂທຣນິກ ເທື່ອ ຍ້ອນການຂຶ້ນທະບຽນມີຄ່າໃຊ້ຈ່າຍ ຂະນະທີ່ ການດໍາເນີນທຸຣະກິຈ ຂນາດນ້ອຍ ພັດຍັງບໍ່ທັນມີຄວາມໝັ້ນຄົງ ແລະ ໄດ້ຮັບລາຍໄດ້ ຈາກການຂາຍຫຼາຍ ພໍເທົ່າໃດ.

ເຈົ້າໜ້າທີ່ ກ່ຽວຂ້ອງຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ອີກທ່ານນຶ່ງ ໄດ້ກ່າວວ່າ:

“ທີ່ ຍັງບໍ່ທັນເປີດທະບຽນທຸຣະກິຈ ທີ່ຄ້າຂາຍທົ່ວໄປນີ້ ມັນບໍ່ມີຫຍັງດອກ ແບບ ເໜືອນກັບທຸຣະກິຈຄອບຄົວທົ່ວໄປ ແຕ່ຖ້າເຮົາໄດ້ຮັດໃຫ້ມັນຖືກຕ້ອງ ແບບຂຶ້ນທະບຽນບໍຣິສັດ ບໍ່ ກໍໄປເສັຽພາສີຕາມທະບຽນ ບໍຣິສັດ ທຸຣະກິຈໃໝ່ ເຮົາຄ້າຂາຍທົ່ວໄປ ບໍ່ຈໍາເປັນຕ້ອງເປີດທະບຽນທຸຣະກິຈ ກໍໄດ້ ມັນເໝືອກັບເປັນທຸຣະກິຈຄອບຄົວ ຍັງບໍ່ມີຊັບສິນຫຍັງ ທະບຽນມັນກໍບໍ່ແພງດອກ ປະມານ 203 ລ້ານນີ້ຕິ ມັນກໍໜ້າຈະໄດ້ ເພາະວ່າ ມັນຂຶ້ນກັບທຸຣະກິຈຂນາດເຮົາຢາກໃສ່ ຂນາດໃຫຍ່ ຂນາດນ້ອຍ ຂນາດກາງ ຄື ຖ້າຄ້າຂາຍທົ່ວໄປ ມັນເປັນທະບຽນທຸຣະກິຈ ທັມມະດາ ມັນບໍ່ແພງດອກ.”

ທີ່ຜ່ານມາ ຜູ້ຄ້າຂາຍອອນລາຍ ໃນປະເທດລາວ ສ່ວນຫຼາຍແມ່ນເປັນຜູ້ຄ້າຣາຍຍ່ອຍ ຫຼື ເປັນໂຕແທນຈໍາໜ່າຍສິນຄ້າ ໃກ້ແກ່ຜູ້ຄ້າລາຍໃຫຍ່ ທີ່ດໍາເນີນການຜລິດສິນຄ້າ ຫຼື ນໍາເຂົ້າສິນຄ້າຈາກຕ່າງປະເທດ ໂດຍສະເພາະປະເທດໄທຍ ແລະ ຈີນ ດ້ວຍໂຕເອງ ສະນັ້ນ ການຂຶ້ນທະບຽນແຈ້ງຢັ້ງຢືນຮັບຮູ້ ແລະ ຂໍອະນຸຍາດດໍາເນີນທຸຣະກິຈ ການຄ້າທາງອິເລັກໂທຣນິກ ຕາມທີ່ທາງການລາວກໍານົດ ຈຶ່ງເປັນໜ້າທີ່ຂອງຜູ້ຄ້າລາຍໃຫຍ່.​

ແມ່ຄ້າອອນລາຍນ໌ ໃນຖານະໂຕແທນ ຂາຍສິນຄ້າແຟຊັ້ນ ໄດ້ກ່າວວ່າ:

“ອໍ ນີ້ຍັງບໍ່ຮູ້ ເພາະວ່າ ຫາກເຣີ່ມຂາຍ ບໍ່ໄດ້ຈົດທະບຽນ ຖ້າວ່າ ເປັນຄ້າຂາຍໃຫຍ່ ໜ້າຈະມີສ່ວນບຸກຄົນ ອັນທີ່ຈົດທະບຽນ ເພາະວ່າ ຂະເຈົ້າຈະເອົາອັນເຄື່ອງນໍາເຂົ້າມາ ເພາະວ່າ ອັນທີ່ຍັງບໍ່ຈົດ ເພາະວ່າ ເຮົາເປັນໂຕແທນຍ່ອຍຊື່ໆ.”

ສໍາລັບການຄ້າຂາຍ ໃນປະເທດລາວ ບໍ່ຈໍາເປັນຕ້ອງຂຶ້ນທະບຽນ ຕາມລະບຽບກົດໝາຍ ຂອງທາງການ ແລະ ບຸກຄົນທົ່ວໄປ ກໍສາມາດໂພສຕ໌ ຮູບພາບ ສິນຄ້າ, ລາຄາ ແລະ ຣາຍລະອຽດ ກ່ຽວກັບສິນຄ້າ ໃນສື່ສັງຄົມອອນລາຍນ໌ ທັນທີ ເຮັດໃຫ້ຜູ້ຄ້າຂາຍອອນລາຍນ໌ ບໍ່ໄດ້ຮັບການຄວບຄຸມ ສ່ວນຜູ້ຊື້ສິນຄ້າອອນລາຍນ໌ ກໍບໍ່ໄດ້ຮັບການຄຸ້ມຄອງ ເທົ່າທີ່ຄວນຈະເປັນ.​

ແມ່ນຄ້າອອນລາຍນ໌ ທີ່ເປັນໂທແທນ ຂາຍອາຫານເສີມ ໄດ້ກ່າວວ່າ:

“ຜູ້ຂາຍຕາມກຸ່ມນີ້ ບໍ່ໄດ້ຂຶ້ນທະບຽນ ລົງທະບຽນອີ່ຫຍັງ ມີແຕ່ວ່າ ຜູ້ທີ່ວ່າ ຢູ່ໃນກຸ່ມ ເພິ່ນອະນຸຍາດ ຫຼື ບໍ່ອະນຸຍາດສໍ່ານີ້ ຊື່ໆ ແບບວ່າ ມັນຂຶ້ນກັບເຈົ້າຂອງກຸ່ມວ່າ ຂະເຈົ້າຕັ້ງກົດມາແບບໃດ ກົດລະບຽບຫັ້ນນ່າ ເວລາເຂົ້າກຸ່ມ ເຈົ້າກໍຕ້ອງແບບ ເຂົາຈະມີກົດລະບຽບເຮົາກໍຕ້ອງອ່ານ ໂຮນັ້ນແລ້ວ ຫັ້ນນ່າ ແຕ່ວ່າ ຣັຖບານບໍ່ໄດ້ກັບຄ່າຫຍັງ ໂຕນີ້ເຮົາຍັງເຂົ້າບໍ່ເຖິງເທື່ອ.”

ປີ 2022 ທົ່ວປະເທດລາວ ມີການລາຍໄດ້ຈາກການຄ້າຂາຍ ອອນລາຍນ໌ ເກືອບ 700 ລ້ານ ໂດລ້າຣ໌ ໃນຂະນະທີ່ ທາງການ ແລະ ພາກສ່ວນກ່ຽວຂ້ອງ ຍັງບໍ່ທັນມີລະບົບໃນການເກັບພາສີ-ອາກອນ ຈາກຜູ້ຄ້າຂາຍອອນລາຍນ໌ ຍ້ອນບໍ່ທັນມີງົບປະມານ ແລະ ບຸກຄະລາກອນ ອີງຕາມການຣາຍງານຂອງ ທ່ານ ມະໄລທອງ ກົມມະສິດ, ຣັຖມົນຕຣີກະຊວງອຸດສາຫະກັມ ແລະ ການຄ້າ ຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ເດືອນທັນວາ 2022 ທີ່ຜ່່ານມາ.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.