ເຣື້ອງທີ່ເກັບບັນທຶກໄວ້
2008-06-13
ນັກສະແດງ ລາວ-ອັອສເຕຣເລັຍ ມີຄວາມສຶກ ອົບອຸ່ນ ທີ່ໄດ້ກັບໄປ ປະເທດລາວ ແລະ ພູມໃຈ ທີ່ໄດ້ມີສ່ວນຮ່ວມ ໃນການສ້າງພາພຍົນ ເຣື້ອງ “ສະບາຍດີ ຫລວງພຣະບາງ”
2008-06-12
ນັກຂຽນ ຊາວລາວ ຜູ້ໜື່ງ ທີ່ອາສັຍ ຢູ່ຕ່າງປະເທດ ວ່າ ສະພາບກາຣ ໃນ ສປປລາວ ຄ້າຍໆ ຄືກັນ ກັບຢູ່ໃນ ພະມ້າ, ຊຶ່ງຖືກນໍາໄປ ລົງຂ່າວ ໃນວາຣະສານ ສະຫະຣັດ.
2008-06-12
ໂຄງກາຣ ສ້າງເຂື່ອນ ໄຟຟ້າ ໃນເຂຕພາຄໃຕ້ ຂອງລາວ ອາຈຈະສ້າງ ຜົລກະທົບ ຕໍ່ນິເວສວິທຍາ ແລະ ກາຣກະສິກັມ ຂອງປະຊາຊົນ ຊາວກັມພູຊາ.
2008-06-11
ແຜນການ ຂອງຣັຖບານລາວ ເພື່ອປູກຕົ້ນໄມ້ ໃຫ້ໄດ້ 1 ລ້ານຕົ້ນ ຕໍ່ປີ ເພື່ອປະກອບສ່ວນ ເຂົ້າໃນ ການຫລຸດຜ່ອນ ພາວະໂລກຣ້ອນ ຈະຍືນຍົງ ແລະ ໄດ້ຄາດໝາຍ ຫຼືບໍ່?
2008-06-11
ນັກລົງທຶນຕ່າງປະເທດ ສົນໃຈ ເຂົ້າໄປລົງທຶນ ການທ່ອງທ່ຽວ ໃນແຂວງສວັນນະເຂດ ແຕ່ມີບັນຫາ ຄວາມບໍ່ຊັດເຈນ ເຣື້ອງສັມປະທານ ທີ່ດິນ ຈາກຣັຖບານ.
2008-06-11
ລາວ ແລະ ໄທ ຕົກລົງ ໃນໂຄງການນໍາ ນໍ້າ ຈາກແມ່ນໍ້າງື່ມ ຂອງລາວ ໄປໃຊ້ສໍາລັບ ການກະເສດ ໃນໄທ.
2008-06-11
ກຸ່ມຊາວມົ້ງ 17 ຄອບຄົວ ຜູ້ທີ່ ສມັກໃຈ ກັບຄືນ ສປປລາວ ແລະ ກໍ່ໄດ້ໄປພັກພື້ນ ທີ່ສູນ ຊົ່ວຄາວ ທີ່ແຂວງ ບໍຣີຄຳໄຊ, ໃນເວລານີ້ ຖືກສົ່ງ ກັບຄືນໄປ ບ້ານເກີດ ເມືອງນອນ ຂອງພວກຂະເຈົ້າ ຫມົດແລ້ວ.
2008-06-10
ໃນຣາຍການ ຜູ້ຍີງ ແລະ ເດັກນ້ອຍ ປະຈໍາສັບປະດານີ້ ມະນີຈັນ ຈະນໍາເອົາເຣື້ອງລາວ ກ່ຽວກັບ ການຕໍ່ຕ້ານການຄ້າມະນຸດ ຢູ່ລາວ ມາສເນີ ທ່ານ, ຊຶ່ງປາກົດວ່າ ມີຄວາມຄືບໜ້າ ແຕ່ຈະຕ້ອງໄດ້ ແກ້ໄຂບັນຫາ ການສໍ້ຣາດ ບັງຫລວງ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ ຢ່າງຈິງຈັງ.
2008-06-10
ທາງກາຣໄທຽ ວ່າ ເຈົ້າໜ້າທີ່ ອົງກາຣ ສະຫະ ປະຊາຊາຕ ດ້ານຜູ້ອົພຍົບ ຮຽກທວງ ຂໍເດີນທາງ ໄປຢ້ຽມຢາມ ຊາວມົ້ງ ທີ່ຖືກສົ່ງ ກັບຄືນ ໄປປະເທດລາວ.
2008-06-10
ໃນເດືອນນີ້ ມີຊາວບ້ານ ທີ່ແຂວງສາຣະວັນ ໄດ້ຮັບ ເຄາະຮ້າຍ ຈາກລູກຣະເບີດ ທີ່ບໍ່ທັນແຕກ ແຕກໃສ່ ອີກ 5 ຄົນ ໃນຈຳນວນ 12 ຄົນ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ໃນປີນີ້ ເພາະ ຄວາມຮູ້ເທົ່າບໍ່ເຖີງການ ຂອງພວກຂະເຈົ້າ.
2008-06-10
ຫຼັງຈາກທີ່ ອົງການ ຣົດໄຟ ແຫ່ງຊາດລາວ ແລະ ການຣົດໄຟ ແຫ່ງປະເທດໄທ ໄດ້ເປີດທົດລອງ ແລ່ນ ລະຫວ່າງ ສອງປະເທດ ຊຶ່ງທາງການໄທ ໄດ້ບອກກັບ ຜູ້ສື່ຂ່າວ ວ່າ ທຸກຢ່າງ ໃນການທົດລອງ ແລ່ນເປັນໄປ ດ້ວຍດີ ແລະ ພ້ອມທີ່ ຈະເປີດບໍຣິການ ໄດ້ທຸກເວລາ
2008-06-10
ໂຄງການ ປັບປຸງ ສນາມບິນ ຫລວງພຣະບາງ ປະເຊີນກັບ ຄ່າໃຊ້ຈ່າຍ ທີ່ສູງຂຶ້ນ ເນື່ອງຈາກ ສະພາບ ເສຖກິດ ປັ່ນປ່ວນ, ແຕ່ກໍຈໍາເປັນ ຕ້ອງລົງທຶນ ກໍ່ສ້າງຕໍ່ໄປ ຕາມແຜນການ.
2008-06-10
ໃນຣະຍະ ຜ່ານມາ ມັກຈະມີ ກາຣວິພາກ ວິຈາຣກັນ ໂດຽທົ່ວໄປ ກ່ຽວຣະບົບ ຕຸລາກາຣສາລ ໃນ ສປປລາວ ປັຈຈຸບັນ ເຖີງຂັ້ນ ທີ່ວ່າ: ໃນເມື່ອ ມີກາຣຕັດສີນ ຄະດີ ໄປແລ້ວ ກໍບໍ່ປາກົດ ຖືກນຳ ປະຕິບັຕ ເທົ່າທີ່ຄວນ ຫລືບໍ່ ກໍມີກາຣ ແກ່ຍາວ ຕໍ່ໆໄປ.
2008-06-09
ຜູ້ຍິງ ວຽດນາມ ທີ່ທຸກຈົນ ຕາມເຂດ ຊາຍແດນ ລາວ-ວຽດນາມ ຖືກຂະບວນ ການຄ້າມະນຸດ ຫລອກລວງ ໃຫ້ມາ ຄ້າປະເວນີ ໃນລາວ ດ້ວຍຄວາມຫວັງ ທີ່ວ່າ ຈະມີຊີວີດ ທີ່ດີ ໃນລາວ.
2008-06-09
ຍິງສາວ ຊາວລາວ 4 ຄົນ ຖືກ ເຈົ້າໜ້າທີ່ ຕໍາຣວດ ເມືອງອຸດອນ ຈັບ ໃນຂໍ້ຫາ ຂາຍບໍຣິການ ທາງເພສ, ອີງຕາມ ແຫລ່ງຂ່າວ ທ້ອງຖີ່ນ ແຈ້ງຕໍ່ທາງ ວິທຍຸ ເອເຊັຽເສຣີ.