ຜູ້ຊື່ຂ່າວ ເອເຊັຍເສຣີ ໄດ້ຕິດຕາມສອບຖາມອົງການຣົດໄຟແຫ່ງຊາດລາວ ແລະມີເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ໃຫ້ລາຍລະອຽດວ່າ:
" ດັດ ແປງ ແລ້ວ ຖ້າ ເຮົາ ດັດ ແປງ ໂອ ເຄ ແລ້ວ ເຮົາ ຈຶ່ງ ຈະ ມີ ຣົດ ເຂົ້າ ມາ ແລ່ນ ຫົວ ຈັກຣົດ ຫຼື ຕັດ ຕູ້ ແຕ່ 4-5 ຕູ້ ແລ່ນ ນວນ ທາງ ເສັຍ ກ່ອນ ໃຫ້ ມັນ ໄດ້ ລະດັບ ຢູ່ດີ "
ໃນຂະນະທີ່ຂ່າວສານໄທວ່າມີການທົດລອງແລ່ນກໍເປັນພຽງແຕ່ການທົດລອງໃນຂັ້ນຕົ້ນທໍ່ນັ້ນ ແລະພົບວ່າ ເມື່ອແລ່ນທົດລອງລາງກັບຫົວຈັກຣົດຍັງໃຊ້ບໍ່ໄດ້ 100 ສ່ວນ 100 ກໍຕ້ອງໄດ້ທົດລອງຈົນໃຫ້ແນ່ໃຈ ແຕ່ຄົງຈະເລີ້ມບໍຣິການ ພາຍໃນກາງເດືອນມີຖຸນາດັ່ງທີ່ຂ່າວ ຈາກຝ່າຍໄທອອກມາເມື່ອວັນທີ 6 ມີຖຸນາ ຜ່ານມານີ້ບໍ່ໄດ້. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງອະທິບາຍວ່າ:
" ໃນ ການ ທົດ ລອງ ເຮົາ ເອົາ ຣົດ EM80 ມາ ຕ ວັ ດ ສະພາບ ທາງ ບ່ອນ ໃດ ລະດັບ ມັນ ບໍ່ ດຽວ ນີ້ ກຳລັງ ໃຫ້ ເຂົາ ເຊັກ ຄືນ ນໍ ໃຫ້ ມັນ ຢູ່ ໃນ ລະດັບ ທີ່ Design ໄວ້ ກ່ອນ ເດີມ ຫັ້ນ "
ໃນສ່ວນອັດຕຣາຄ່າບໍຣິການຍັງຢູ່ໃນຂັ້ນ ພິຈາຣະນາຂອງຄະນະ ກັມມະການຮ່ວມມື ດ້ານຣົດໄຟລາວ ແລະ ໄທວ່າຈະມີການຄິດຄ່າ ບໍຣິການກັນແບບໃດ໋ ເພາະ ລະຍະທາງມີແຕ່ 3 ກິໂລແມຕ ເຄິ່ງທໍ່ນັ້ນ.
ສ່ວນຄວາມຄືບໜ້າ ໃນການສຶກສາຄວາມເປັນໄປໄດ້ທີ່ຈະກໍ່ສ້າງທາງຣົດໄຟຕໍ່ໄປອີກ 9 ກິໂລແມຕກໍຍັງຢູ່ໃນການສຶກສາວ່າ ຈະໃຊ້ເງິນທຶນການຊ່ອຍເຫຼືອ 220,000 ຢູໂຣຈາກຝັ່ຣງເສດ ນັ້ນຈັ່ງໃດ.