ສາວລາວ 4 ຄົນ ຖືກຈັບ ທີ່ອຸດອນ

ຍິງສາວ ຊາວລາວ 4 ຄົນ ຖືກ ເຈົ້າໜ້າທີ່ ຕໍາຣວດ ເມືອງອຸດອນ ຈັບ ໃນຂໍ້ຫາ ຂາຍບໍຣິການ ທາງເພສ, ອີງຕາມ ແຫລ່ງຂ່າວ ທ້ອງຖີ່ນ ແຈ້ງຕໍ່ທາງ ວິທຍຸ ເອເຊັຽເສຣີ.
ຫວາດ ສີມູນ ຣາຍງານ
2008.06.09

ໃນຕອນກາງຄືນ ຂອງມື້ວັນເສົາ ທີ່ 7 ມີຖຸນານີ້ ທາງເຈົ້າໜ້າທີ່ ຕຳຣວຈເມືອງອຸດອນທານີ ໄດ້ນຳ ກຳລັງອອກລາຕເວນ ເພື່ອຮັກສາ ຄວາມເປັນຣະບຽບ ຮຽບຮ້ອຍ ຕາມເສັ້ນທາງ ຕ່າງໆ ໃນຕົວເມືອງ ອຸດອນທານີແລະ ກໍພົບເຫັນ ມີກຸ່ມ ຍີງສາວ 4 ຄົນ ທີ່ຍ່າງໄປມາ​​ແບບ ບໍ່ຢ້ານກົວ ຕໍ່ທາງເຈົ້າໜ້າທີ່ກົດໝາຍແຕ່ຢ່າງໃດ ເຮັດໃຫ້ທາງເຈົ້າໜ້າທີ່ ມີຄວາມສົງສັຍ ຈື່ງແຈ້ງຕົວວ່າ ເປັນຕຳຣວຈ ແລ້ວກໍ​​ເຂົ້າຈັບ ນຳຕົວໄປສືບສວນ


​ຍິງ​ສາວ ດັ່ງກ່າວ ​ໄດ້​ແກ່: ນາງບັງອອນ ພົມມະຈີ, ນາງລານີ ຈັນວົງສາ, ນາງແອ໊ດ ທັມວົງສາແລະ ນາງແພນ ທີ່ມີອາຍຸແຕ່ 20–21 ປີ ​​ແລະ ວ່າ ເປັນຣາສດອນເມືອງໄຊທານີ ນະຄອນ ຫລວງວຽງຈັນ.


ພາຍຫລັງ ດຳເນີນກາຣສືບສວນ​-ສອບສວນ ແລ້ວຍີງສາວລາວ ທັງໝົດ ດັ່ງກ່າວ ກໍສາຣະພາບວ່າ ໄດ້ພາກັນ ຂ້າມດ່ານຊາຍແດນ ທີ່ຂົວມິຕພາບ ໜອງຄາຍ ຢ່າງຖືກຕ້ອງຕາມກົດໝາຍ ແລະ ພາກັນເຊົ່າຫ້ອງພັກ ຢູ່ໃນເຂຕຕົວເມືອງ ອຸດອນເພື່ອຂາຍບໍຣິກາຣ ທາງເພສ​ ​ແລະວ່າ ກ່ອນໃບອະນຸຍາດ ຜ່ານແດນ ຈະໝົດອາຍຸ ກໍພາກັນ ກັບຄືນ ສປປລາວແລ້ວກໍ ຂໍໃບອະນຸຍາດເດີນທາງໄປຍັງປະເທດໄທຽ ຕື່ມອີກ ແລະ ກໍເຄີຽພາກັນ ເຮັດແບບນີ້ ມາແລ້ວຫລາຍໆເທື່ອໃນຣະຍະຜ່ານມາ.


ເຈົ້າໜ້າທີ່ ຕຳຣວຈໄທຽ ໄດ້ແຈ້ງ ເພີ່ມວ່າ: ​ໃນຂະນະນີ້ກຳລັງປະກອບສຳເນົາ ເພື່ອຍື່ນ ຕໍ່ທາງກາຣສາລໄທຽ ດຳເນີນຕາມກົດໝາຍເຊັ່ນດຽວກັບ ທີ່ເຄີຽ ໄດ້ປະຕິບັຕ ມາແລ້ວ ກັບຜູ້ຕ້ອງຫາ ທີ່ຈັບໄດ້ຕາມຫ້າງຮ້ານ ສະຖານທີ່ ບັນເທີງ ຄາຣາໂອເກະ ຕ່າງໆ ຕາມເຂຕຊາຍແດນແລະວ່າ ຫລັງຈາກ ຈັດສົ່ງກັບບ້າເດີມ ແລ້ວ ສ່ວນຫລາຍ ກໍຈະຫາວິທີທາງ ເຂົ້າໄປຍັງ ປະເທດໄທຽ ຄືນໃໝ່ ດັ່ງກ່າວນີ້ຕລອດມາ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 22, 2010 02:14 PM

ຕຳຣວດໄທເປັນບ້າຕີເບາະ? ຄົນຍ່າງຢູ່ຖະຫນົນກະຈັບ. ຜູ້ຍິງເຂົາຂ້າມໄປຕາມກົດຫມາຍ ເຂົາລັກນອນນຳໃຜ ກະຊິເປັນຫຍັງ. ສົງໄສຢາກໄດ້ເງິນຫຼາຍກວ່າ

Anonymous
Dec 11, 2012 10:58 PM

ເຂົ້າບໍ່ມີທາງເລືອກຕິ



[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Aug 26, 2011 05:17 PM

ອີງຕາມສະພາບຄວາມເປັນຈີງ ຫາກສາວລາວໄດ້ປະຕິບັດຕາມທີ່ແຫລ່ງຂ່າວກາວມາກໍ່ໃຫ້ພົວພັນສົງຕົວໃຫ້ສະຖານທູດຝ່າຍລາວ ດີທີສູດ

Anonymous
Sep 07, 2011 05:34 PM

pen pu ying la wug tuo dae te

Anonymous
Sep 07, 2011 01:49 PM

pen pu yig ker bor hu juk yane

Anonymous
Jan 21, 2013 01:13 AM

ຂາຍຫນ້າພໍໍແມ່


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Sep 25, 2011 03:48 PM

ຢາກໃຫ້ສາວລາວຫາຢູຫາກີນດວ້ຍຄວາມສູດຈະຫລີດ ບໍ່ຕອ້ງຈຳເປ້ນທິ່ຈະຕອ້ງໄປຂາຍບໍລີການຢູໃທເລີຍ

Anonymous
Sep 07, 2011 01:44 PM

kh kid jug dai