UNHCR ຢາກໄປຢ້ຽມຢາມ ເຜົ່າມົ້ງ ທີ່ກັບຄືນ ລາວ
ຫວາດ ສີມູນ ຣາຍງານ
2008.06.10
2008.06.10
ຄະນະ ຜູ້ແທນ ຂອງສຳນັກງານ ຂ້າຫລວງໃຫຍ່ ສະຫະປະຊາຊາຕ ດ້ານຜູ້ອົພຍົບ ຫລື UNHCR ປະຈຳໄທຽ ໄດ້ແສດງ ກາຣຮຽກຮ້ອງ ຕໍ່ທາງກະຊວງ ກາຣຕ່າງປະເທດ ຂອງໄທຽ ຫວ່າງມໍ່ໆມານີ້ ເພື່ອໃຫ້ຊ່ວຍ ປະສານງານ ກັບທາງກາຣ ສປປລາວ ທີ່ວ່າ ຍອມອະນຸຍາຕ ໃຫ້ທາງ ຄະນະ ເຈົ້າໜ້າທີ່ ຈາກສຳນັກງານ ຂ້າຫລວງໃຫຍ່ ສະຫະ ປະຊາຊາຕ ໄດ້ມີໂອກາດ ເດີນທາງ ເຂົ້າໄປຢ້ຽມຢາມ ຊາວເຜົ່າມົ້ງ ທີ່ຖືກ ສົ່ງກັບຄືນ ໄປປະເທດລາວ ແລ້ວນັ້ນ.
ກ່ຽວກັບ ເຣື່ອງນີ້ ທາງກາຣໄທຽ ກໍໄດ້ຮັບປາກ ທີ່ຈະຊ່ວຍ ປະສານງານໃຫ້ ແລະ
ເຊື່ອວ່າ ທາງ ກາຣລາວ
ຄົງຈະຍອມ
ໃຫ້ອະນຸຍາຕ ຕາມກາຣຂໍຮ້ອງ ດັ່ງກ່າວນີ້ ດັ່ງທີ່ ທ່ານ ນົພດົລ ປັທມະ ຣັຖມົນຕຣີ ກາຣຕ່າງ ປະເທດຂອງໄທຽໄດ້ກ່າວວ່າ:
ພ້ອມດຽວກັນນີ້ ທາງຣັຖມົນຕຣີ ກາຣຕ່າງປະເທດ ຂອງໄທຽ ກໍບໍ່ໄດ້ກ່າວເຖີງ ເຣື່ອງທີ່ວ່າ ທາງກາຣໄທຽ ຈະຍອມ ອະນຸຍາຕ ໃຫ້ຄະນະຕົວແທນ ຂອງ UNHCR ໄດ້ມີ ໂອກາດ ເດີນທາງ ເຂົ້າໄປກວດ ແລະ ຢ້ຽມຢາມ ຊາວມົ້ງ ເກືອບ 8,000 ຄົນ ທີ່ປະທ້ວງ ຢູ່ຕາມ ຖນົນ ເຂຕບໍຣິເວນ ຂອງປະຕູ ເຂົ້າສູນ ຮອງຮັບ ຊົ່ວຄາວ ທີ່ບ້ານ ຫ້ວຍນ້ຳຂາວ ຫລືບໍ? ຊື່ງເຂົາເຈົ້າ ກໍຢືນຢັນ ທີ່ຈະດຳເນີນ ກາຣປະທ້ວງ ຕໍ່ໄປ ແລະ ວ່າ ຈະບໍ່ຍອມ ກັບຄືນ ເມືອງລາວ ເຖີງແມ່ນ ທາງກາຣໄທຽ ຈະບັງຄັບ ກໍຕາມ.