ເຂື່ອນໃນລາວ ອາດສົ່ງຜົນກະທົບ ຕໍ່ກັມພູຊາ

ໂຄງກາຣ ສ້າງເຂື່ອນ ໄຟຟ້າ ໃນເຂຕພາຄໃຕ້ ຂອງລາວ ອາຈຈະສ້າງ ຜົລກະທົບ ຕໍ່ນິເວສວິທຍາ ແລະ ກາຣກະສິກັມ ຂອງປະຊາຊົນ ຊາວກັມພູຊາ.
ຫວາດ ສີມູນ ຣາຍງານ
2008.06.12

ໂຄງກາຣ ສ້າງເຂື່ອນໄຟຟ້າ ຕາມລຳແມ່ນ້ຳເຊກອງ ໃນພາຄໃຕ້ ຂອງລາວ ອາຈຈະສ້າງ ຜົລກະທົບ ຕໍ່ສະພາບແວດລ້ອມ ໃນກັມພູຊາ ໂດຽສະເພາະ ດ້ານກາຣປະມົງ, ລ້ຽງສັຕ ແລະ ກາຣປູກ ພືຊພັນ ຕ່າງໆ ຂອງປະຊາຊົນ ທີ່ອາສັຍ ໃຊ້ແມ່ນ້ຳດຽວກັນ.

ເພື່ອປ້ອງກັນ ບໍ່ໃຫ້ມີບັນຫາ ທີ່ອາຈຈະ ເກີດຂື້ນ ໃນຂ້າງໜ້ານັ້ນ ທາງເຈົ້າໜ້າທີ່ ກັມພູຊາ ແລະ ນັກຊ່ຽວຊານ ຕ່າງປະເທດ ໄດ້ຮຽກທວງ ໃຫ້ທາງກາຣ ກ່ຽວຂ້ອງຂອງກັມພູຊາ ໄດ້ນຳເອົາ ເຣື່ອງນີ້ ຂື້ນມາເປັນບັນຫາຊາຍແດນຄາວ ທີ່ຈະມີກາຣພິຈາຣະນາ ໂຄງກາຣ ນຳໃຊ້ ແມ່ນ້ຳຂອງ ຮ່ວມກັບທາງກາຣກ່ຽວຂ້ອງ ຂອງລາວແລະ ທາງອົງກາຣ ຈັດຕັ້ງສາກົລ ທີ່ບໍ່ຂື້ນ ກັບຣັຖບາລ ຫລື NGO ຕ່າງກໍວ່າພາຄສ່ວນ ປະຊາຊົນທ້ອງຖີ່ນ ຈາກທັງສອງປະເທດ ແມ່ນບໍ່​​ໄດ້ຮູ້ກ່ຽວກັບ ເຣື່ອງຄວາມເສັຽຫາຍ ທີ່ຈະຕາມມາ ພາຍຫລັງແຕ່ຢ່າງໃດເລີຽ.

ໃນຂະນະດຽວກັນນີ້ ທາງກາຣ ກ່ຽວຂ້ອງຂອງອົງກາຣ ລຸ່ມແມ່ນ້ຳຂອງ ກໍຕ້ອງໄດ້ ພຍາຍາມເພື່ອໃຫ້ສາມາດ ດຳເນີນ ວຽກງານຕາມໂຄງກາຣ ພັທນາຕ່າງໆ ທີ່ທາງອົງກາຣ ໄດ້ວາງໄວ້ ໃນເມື່ອກ່ອນແລະນອກຈາກນັ້ນ ໂຄງກາຣ ສ້າງເຂື່ອນ ຕາມແມ່ນ້ຳເຊກອງ ຢູ່ໃນເຂຕຊາຍແດນ ຂອງທາງກາຣລາວ ນັ້ນ ກໍຍີ່ງ ຈະເຮັດໃຫ້ເກີດມີຜົລກະທົບ ຢ່າງຫລວງຫລາຍ ແກ່ປະຊາຊົນ ຊາວກັມພູຊາ ບໍ່ຕໍ່າກວ່າ 5 ໝື່ນຄົນ ທີ່ອາສັຍ ຢູ່ຕາມສອງແຄມ ແມ່ນ້ຳເຊກອງ ດັ່ງກ່າວ ທີ່ເຣີ່ມໄຫລ ຈາກປະເທດວຽດນາມແລ້ວເຂົ້າພາຄໃຕ້ ຂອງລາວ ກ່ອນທີ່ລົງສູ່ປະເທດ ກັມພູຊາ ແລະ ເຂົ້າສູ່ແມ່ນ້ຳຂອງໃນຊາຍແດນ ກັມພູຊາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.