ເຣື້ອງທີ່ເກັບບັນທຶກໄວ້
2009-05-18
ຕຳຣວຈໄທຽ ເຂົ້າຊ່ວຍເຫລືອ ຍີງສາວລາວ 19 ຄົນ ທີ່ຖືກຫລອກ ໄປເຮັດວຽກງານ ແບບບໍ່ຖືກຕ້ອງ ຕາມກົດໝາຍ ທີ່ແຂວງ ສມຸທສາຄອນ ຂອງໄທຽ
2009-05-18
ທາງການລາວ ແລະວຽດນາມ ຈັດພິທີ ວາງສີລາລຶກ ເພື່ອປັກຫລັກໝາຍ ແບ່ງເຂດຊາຍແດນ ໃນແຂວງຫົວພັນ.
2009-05-18
ກຸ່ມປົກປ້ອງ ສິດທິມະນຸສ ແຫ່ງຊາດໄທ ໄດ້ສົ່ງຫນັງສື ເຖີງຣັຖບານໄທ ເພື່ອຮຽກຮ້ອງ ຄວາມເປັນທັມ ແກ່ຊາວມົ້ງ ທີ່ບ້ານ ຫ້ວຍນ້ຳຂາວແລະ ທີ່ສູນກັກຂັງ ຄົນເຂົ້າເມືອງທີ່ ແຂວງຫນອງຄາຍ.
2009-05-18
ຊາວມົ້ງລາວ ໃນເມືອງ La Crosse ຣັຖວິສຄອນຊິນ ໃນພາກເໜືອ ຂອງສະຫະຣັຖ ອະເມຣິກາ ໂຮມຊຸມນຸມ ຮຽກຮ້ອງໃຫ້ ທາງການ ລາວແລະໄທ ຍຸຕິການ ຈັດສົ່ງຊາວມົ້ງລາວ ປະມານ 5,000 ຄົນ ທີ່ອາໃສຢູ່ ສູນບ້ານຫ້ວຍ ນ້ຳຂາວມືອງເຂົາຄໍ້ ແຂວງເພັດສະບູນ ຂອງໄທກັບຄືນ ປະເທດລາວ.
2009-05-18
ສື່ມວລຊົນ ໄທຽ ວ່າກາຣຢ້ຽມຢາມ ໄທຽ ຢ່າງເປັນທາງກາຣ ຂອງ ປະທານປະເທສ ສປປລາວ ມີຄວາມສຳເຣັຈ ພ້ອມກັບເຮັດໃຫ້ ຄວາມສັມພັນ ລາວ-ໄທຽ ຍືນຍົງຕໍ່ໆໄປ
2009-05-18
ອຸທະກະພັຍ ຫລືວ່າ ພັຍນ້ຳຖ້ວມຢູ່ ແຂວງບໍລິຄຳໄຊ ເປັນເລື້ອງທີ່ ແກ້ໄຂໄດ້ຍາກ ເພາະວ່າບໍ່ມີ ຣະບົບ ການປ້ອງກັນ
2009-05-18
ການປະກາດໃຊ້ ກົດຫມາຍ ທີ່ດີນໃຫມ່ ຂອງ ທາງການລາວ ສົ່ງຜົລກະທົບ ຕໍ່ປະຊາຊົນ ໂດຍສເພາະ ໃນເຂດ ຊົນນະບົດ.
2009-05-18
ວັດພູ ຈຳປາສັກ ໄດ້ຖືກຈົດເຂົ້າ ເປັນນຶ່ງ ໃນມໍຣະດົກໂລກ ຕັ້ງແຕ່ປີ 2001 ເປັນຕົ້ນມາ. ນັກທ່ອງທ່ຽວ ນັບມື້ ນັບຫລາຍຂື້ນ ແຕ່ຖ້າປຽບໃສ່ ຫລວງພຣະບາງ ກໍຍັງນ້ອຍຢູ່ ຍ້ອນວ່າຍັງຂາດ ການຊ້ອມແຊມ ແລະ ສະຖາປະນາ ພ້ອມທັງໂຮງແຮມ ຫຼືຫໍພັກ ທີ່ຮັບຕ້ອນ ນັກທ່ອງທ່ຽວ. ທາງດ້ານບູຮານ ວັດຖຸ ແລະ ການຂຸດຄົ້ນ ຫາສິ່ງທີ່ເປັນ ສ່ວນປະກອບ ມໍຣະດົກ ຍັງສືບຕໍ່. ໃນປັດຈຸບັນ ມີສິ່ງໃດແດ່ ທີ່ຄົນທ່ຽວຊົມ ຢ້ຽມຢາມໄດ້ ແລະ ຄວາມເປັນມາຂອງ ຜາສາດຫີນ ວັດພູ ມີແນວໃດ? ເຊີນທ່ານ ຮັບຟັງ ບົດສາຣະຄະດີ ປະຈຳສັປດາ ຂອງພວກເຮົາໄດ້... ສເນີໂດຍ ພົງສວັນ
2009-05-16
ເຊື້ອໄຂ້ ຫວັດໃຫຍ່ ສາຍພັນໃໝ່ 2009 ຊຶ່ງປະເທດ ຕ່າງໆໃນໂລກ ປະເຊີນຢູ່ ໃນຂະນະນີ້ ໂດຍຈໍານວນ ຄົນທີ່ຕິດເຊື້ອ ແລະຈໍານວນ ປະເທດທີ່ ມີຄົນຕິດເຊື້ອ ເພິ່ມຂຶ້ນ ຢ່າງບໍ່ຢຸດຢັ້ງ ຂະນະທີ່ ຈໍານວນ ຜູ້ເສັຽຊີວິດ ຂ້ອນຂ້າງຈະຢູ່ຕົວ. ແລະກ່ຽວກັບວ່າ ຜູ້ເປັນແມ່ ແລະເດັກນ້ອຍ ມີຄວາມສ່ຽງ ທີ່ຈະຕິດເຊື້ອ ໜ້ອຍຫລາຍບພຽງໃດ ແລະແພດໝໍ ມີຂໍ້ແນະນໍາ ແນວໃດພິເສດ ແດ່ບໍ່ ເພື່ອຈະບໍ່ສ່ຽງ ຕໍ່ການຕິດເຊື້ອ ນັ້ນງ່າຍ...... ມະນີຈັນ ຈໍຂໍນໍາມາ ສເນີທ່ານ ໃນຣາຍການ ຜູ້ຍິງ ແລະ ເດັກນ້ອຍ ປະຈໍາ ສັປດານີ້. ເຊີນທ່ານ ຮັບຟັງໄດ້ເລີຍ.
2009-05-15
ໃນພາກ 3 ຫຼືຕອນສຸດທ້າຍ ຂອງການສັມພາດ ທ່ານ ສຸບັນ ສາຣິດທິຣາຊ ປະທານ ກັມມະການ ກວດກາ ແລະປາບປາມ ຢາເສບຕິດ ແຫ່ງຊາຕຂອງ ສປປລາວ ທ່ານ ສຸບັນ ຈະເວົ້າເຖິງ ການແຜ່ລະບາດ ຂອງຢາບ້າ ຫຼື Methamphetamine ຊຶ່ງເປັນ ບັນຫາໜັກ ໃນຕົວເມືອງ ສຳຄັນຂອງລາວ ໃນປັດຈຸບັນ. ສເນີໂດຍ : ວຽງໄຊ
2009-05-14
ໃນພາກ 2 ຂອງການສັມພາດ ທ່ານສຸບັນ ສາຣິດທິຣາຊ ປະທານ ກັມມະການ ກວດກາ ແລະປາບປາມ ຢາເສບຕິດ ແຫ່ງຊາຕ ຂອງ ສປປລາວ ທ່ານ ສຸບັນ ຈະເວົ້າເຖິງແຜນ ແມ່ບົດ 5 ປີ ເພື່ອຕໍ່ຕ້ານ ຢາເສບຕິດ ແລະຫລຸດຜ່ອນ ຄວາມທຸກຍາກ ໃນ ສປປລາວ.
2009-05-14
ຊາວລາວ ສ່ວນໃຫຍ່ ຍັງນິຍົມກັນ ໄປປິ່ນປົວ ສຸຂພາບ ຢູ່ທີ່ໂຮງໝໍ ຂອງປະເທດ ເພື່ອນບ້ານ ຫລາຍຢູ່ຄືເກົ່າ ໂດຍສະເພາະ ປະເທດໄທ ວຽດນາມ ແລະປະເທດຈີນ
2009-05-14
ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ຕ່າງປະເທດລາວ ຢືນຢັນວ່າ ຖ້າຫາກມີ ປະເທດທີສາມ ສົນໃຈ ຈະຮັບເອົາ ຊາວມົ້ງຈໍານວນ 158 ຄົນ ທີ່ຢູ່ໃນ ສູນກວດຄົນ ເຂົ້າເມືອງ ແຂວງໜອງຄາຍ ຂອງໄທ ໄປຕັ້ງຖິ່ນຖານ ຢູ່ປະເທດ ຂອງຕົນ ຈະຕ້ອງຕິດຕໍ່ ກັບທາງ ຣັຖບານລາວ ໂດຍກົງ.