ອຸທະກະພັຍ
2009.05.18

ໃນແຕ່ລະຄັ້ງ ທີ່ເກີດ ອຸທະກະພັຍ ຫລືວ່າ ພັຍນ້ຳຖ້ວມ ຢູ່ແຂວງ ບໍລິຄຳໄຊ ຂອງລາວ ຍ້ອນຝົນຕົກໜັກ ນ້ຳໃນແມ່ນ້ຳຂອງ ແລະແມ່ນ້ຳ ສາຂາ ຂື້ນລົ້ນຕະຫລິ່ງ ນັ້ນ ແມ່ນບໍ່ສາມາດ ປ້ອງກັນໄດ້ ເພາະວ່າບໍ່ມີ ຣະບົບປ້ອງກັນ.
ກ່ຽວກັບເລື້ອງນີ້ ພນັກງານຫ້ອງການ ສິ່ງແວດລ້ອມ ແຂວງ ບໍລິຄຳໄຊ ກ່າວວ່າ:
ປ້ອງກັນໄດ້ຍາກ ປ້ອງກັນໄດ້ຍາກ ພັຍທັມມະຊາດ ນີ້ສ່ວນມາກ ພື້ນທີ່ກ່ອນໆ ປີກາຍກ່ອນໆ ມັນຈະເຮັດໃຫ້ ນ້ຳຖ້ວມມາ ນ້ຳຖ້ວມຫລາຍ ແລະ ຜົນເສັຍຫາຍ ກໍເຢິແຢະ.
ທ່ານວ່າ ບັນຫາໃຫຍ່ ໃນຊ່ວງ ລະດູຝົນນັ້ນ ສ່ວນຫລາຍແລ້ວ ຈະມີນ້ຳນອງ ຢູ່ດົນ ມີຄວາມລຳບາກ ໃນການ ສັນຈອນໄປມາ ແລະອັນສຳຄັນ ອີກ ເມື່ອນ້ຳຖ້ວມແລ້ວ ກໍເຮັດໃຫ້ ໄຮ່ນາ ຮົ້ວສວນ ສັດສາວາສິ່ງ ແລະເຮືອນຊານ ບ້ານຊ່ອງ ຂອງປະຊາຊົນ ໄດ້ຮັບຄວາມ ເສັຍຫາຍ ເຮັດໃຫ້ຊາວ ກະສິກອນ ຈຳນວນນຶ່ງ ຈຳເປັນຕ້ອງໄດ້ ຍົກຍ້າຍໄປ ຊອກຫາ ປະກອບອາຊີບ ໃໝ່ ເຊັ່ນໄປເປັນ ກັມມະກອນ ຕາມສະຖານທີ່ ກໍ່ສ້າງຕ່າງໆ ດັ່ງ ພນັກງານຫ້ອງການ ສິ່ງແວດລ້ອມ ເຜີຍໃຫ້ຮູ້ວ່າ:
ບາງຄອບຄົວ ເຂົາເຈົ້າກໍໄປ ຕັດສິນໃຈໄປ ອາດຈະໄປເປັນ ກັມມະກອນ ທີ່ເຂື່ອນຕ່າງໆ ຫລາຍໆ ຣັຖບານກໍຕ້ອງ ຊ່ວຍຢູ່ດີແລ້ວ.
ໃນຕອນທ້າຍ ພນັກງານລາວ ກ່າວເຖິງສາເຫດ ທີ່ເກີດບັນຫາ ພັຍທັມມະຊາດ ນ້ຳຖ້ວມ ແບບກະທັນຫັນ ໂດຍທີ່ຍັງ ບໍ່ທັນມີ ມາຕການປ້ອງກັນ ນັ້ນວ່າ ນອກຈາກ ຍ້ອນຝົນຕົກໜັກ ແລ້ວກໍຍັງມີ ປັດໃຈອື່ນອີກ ຫລາຍຢ່າງ ເຊັ່ນການຕັດໄມ້ ທຳລາຍປ່າ, ການກໍ່ສ້າງ ຖນົນຫົນທາງ ແລະ ມີການລະບາຍ ນ້ຳ ບໍ່ພຽງພໍ.