ກຸ່ມປົກປ້ອງ ສິດທິມະນຸສ ແຫ່ງຊາດ ໄທ

ກຸ່ມປົກປ້ອງ ສິດທິມະນຸສ ແຫ່ງຊາດໄທ ໄດ້ສົ່ງຫນັງສື ເຖີງຣັຖບານໄທ ເພື່ອຮຽກຮ້ອງ ຄວາມເປັນທັມ ແກ່ຊາວມົ້ງ ທີ່ບ້ານ ຫ້ວຍນ້ຳຂາວແລະ ທີ່ສູນກັກຂັງ ຄົນເຂົ້າເມືອງທີ່ ແຂວງຫນອງຄາຍ.
ສິດນີ
2009.05.18

ລາຍງານຣະບຸວ່າ ຄະນະ ກັມມະການ ສິດທິມະນຸສຊົນ ແຫ່ງຊາດໄທ ຮ່ວມກັບສະພາ ທະນາຍຄວາມ ແລະອົງການ ທະຫານຜ່ານເສີກ ຊາວມົ້ງ ທີ່ສະຫາຣັຖ ອາເມຣີກາ ໄດ້ຮ່ວມກັນ ສົ່ງຈົດຫມາຍຫາ ຣັຖບານໄທ ເພື່ອຮຽກຮ້ອງ ຄວາມເປັນທັມ ແລະ ຕອບຂໍ້ຂ້ອງໃຈ ຊາວມົ້ງ ໃນບັນຫາ 3 ປະເດັນຄື ນື່ງ: ມີການທາຣຸນ ທ້າວ ຊົວຢາງ ແລະ ສະມາຊີກ ຄອບຄົວຂອງລາວ ແທ້ຈີງຫລືບໍ່. ສອງ: ການສົ່ງຊາວມົ້ງ ຜູ້ທີ່ມີສ່ວນ ກ່ຽວຂ້ອງກັບ ອົງການສືບລັບ ຂອງສະຫາຣັຖ ໃນປາງສົງຄາມ ຄືນກັບ ລາວ 57 ຄອບຄົວ ນັ້ນຈະມີ ອັນຕະຣາຍ ຫລືບໍ ແລະ ສາມ: ເຈົ້າຫນ້າທີ່ໄທ ທີ່ຮັກສາຄວາມ ສງົບໃນສູນ ພັກພິງ ທີ່ປະເທດໄທ ນັ້ນ ໄດ້ບີບບັງຄັບ ຊາວມົ້ງ ໃຫ້ກັບລາວ ດ້ວຍການຫລຸດ ປາຣີມານ ອາຫານການກີນ ໃນແຕ່ລະວັນ ຫລືບໍ່.

ກຸ່ມດັ່ງກ່າວ ບອກວ່າ ໃນສາມປະເດັນ ທີ່ກ່າວມານັ້ນ ຕອ້ງການຢາກໃຫ້ ຣັຖບານໄທ ຕັ້ງຄະນະ ກັມມະການ ສືບສວນກ່ຽວກັບ ເລື້ອງນີ້ ໃຫ້ຄັກແນ່ ແລະ ທີ່ຖ້ວນກ່ອນ ຈະສົ່ງພວກຂະເຈົ້າ ກັບຄືນ ສປປລາວ ດັ່ງທີ່ ຣັຖບານໄທ ໄດ້ປະກາດ ໃນຣະຍະ ທີ່ຜ່ານມາວ່າ ຊາວມົ້ງ ທີ່ບ້ານຫ້ວຍ ນ້ຳຂາວແລະທີ່ ສູນກັກຂັງ ຄົນເຂົ້າເມືອງທີ່ ແຂວງຫນອງຄາຍ ຕ້ອງຖືກສົ່ງກັບ ສປປລາວ ໃຫ້ຫົມດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.