ກົດຫມາຍ ທີ່ດີນໃຫມ່

ການປະກາດໃຊ້ ກົດຫມາຍ ທີ່ດີນໃຫມ່ ຂອງ ທາງການລາວ ສົ່ງຜົລກະທົບ ຕໍ່ປະຊາຊົນ ໂດຍສເພາະ ໃນເຂດ ຊົນນະບົດ.
ສິດນີ
2009.05.18

ເຈົ້າຫນ້າທີ່ ກ່ຽວຂ້ອງ ຂອງທາງການລາວ ຜູ້ທີ່ບໍ່ປະສົງ ອອກຊື່ ທ່ານນື່ງ ໄດ້ເປີດເຜີຍຕໍ່ ວີທຍຸ ເອເຊັຽເສຣີ ວ່າພາຍຫລັງທີ່ ມີການປະກາດ ໃຊ້ກົດຫມາຍ ທີ່ດີນໃຫມ່ ໂດຍຫນ່ວຍງານ ທີ່ກ່ຽວຂ້ອງ ໄດ້ເລີ້ມລົງມື ກວດກາວັດແທກ ທີ່ດີນຂອງ ແຕ່ລະຄອບຄົວ ຫລືຂອງບຸກຄົນ ທີ່ຄອບຄອງ ທີ່ດີນເພື່ອ ທຳມາຫາກີນ ບໍ່ວ່າຈະເປັນ ທີ່ດີນສືບທອດ ຈາກມໍຣະດົກ ຫລືທີ່ດີນ ຊ່າວໃຫມ່ ກໍ່ຈະຖືກ ວັດແທກໃຫ້ຫົມດ ເພື່ອທາງການ ຈະໄດ້ອອກ ເອກກະສານ ສິດທິທີ່ດີນ ໃຫ້ຖືກຕ້ອງ ຕາມກົດຫມາຍ ຍົກເວັ້ນແຕ່ ບຸກຄົນທີ່ມີ ໃບຕາດີນແລ້ວ.

ທ່ານວ່າການອອກ ເອກກະສານ ທີ່ດີນ ໃຫ້ຜູ້ທີ່ເປັນ ເຈົ້າຂອງ ຕ້ອງໄດ້ຈ່າຍຄ່າ ທຳນຽມ ໃຫ້ແກ່ຣັຖບານ ແປງລະ 8 ແສນກີບ ໂດຍບໍ່ຈຳກັດ ຄວາມກວ້າງຫລືແຄບ ຂອງດີນຕອນນັ້ນ ແລະ ເງີນຈຳນວນດັ່ງກ່າວ ບໍ່ຮ່ວມໃນເງີນ ເສັຽພາສີ ທີ່ດີນນຳ.

ໃນຣະຍະທີ່ ຜ່ານມາ ເທົ່າເຖີງ ປັດຈຸບັນ ປະຊາຊົນ ກໍ່ໄດ້ຈັບຈອງ ທີ່ດີນເພື່ອການ ທຳມາຫາກີນ ປາສຈາກ ເອກກະສານ ທີ່ຖືກຕ້ອງ ໃນການຈັບຈອງ ບາງຄົນກໍ່ຈອງ ໃນປ່າສະຫງວນ ແລະ ປ່າເສຖາກິດ ຊະຫນິດຕ່າງໆ ຂອງຣັຖບານ ດັ່ງນັ້ນ ໃນເວລານີ້ ຣັຖບານ ຈື່ງມີກົດຫມາຍ ຈັດສັນທີ່ດີນ ຂື້ນມາ ເພື່ອຄວາມເປັນ ຣະບຽບຮຽບ ຮ້ອຍ ແລະເປັນທັມ ຕໍ່ປະຊາຊົນ ໃນທົ່ວປະເທດ.

ແຕ່ການຈັດສັນ ທີ່ດີນ ໃນບາງເຂດ ແລະບາງ ກໍຣະນີ ສົ່ງຜົລກະທົບ ຕໍ່ປະຊາຊົນ ໃນຫລາຍເຂດ ໂດຍສະເພາະ ໃນເຂດ ຊົນນະບົດ ທີ່ຣັຖບານ ໄດ້ອະນຸມັດ ທີ່ດີນ ປະຊາຊົນ ໃຫ້ບໍຣີສັດ ຕ່າງຊາດ ມາໃຊ້ ໃນການປູກຕົ້ນ ໄມ້ເສຖກິດ ແລະຢາງພາຣາ ຫລືການ ຂຸດຄົ້ນແຮ່ທາດ ປະເພດຕ່າງໆ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.