ລາວ ນິຍົມ ໄປປົວ ສຸຂພາບ ຢູ່ປະເທດ ໃກ້ຄຽງ

ຊາວລາວ ສ່ວນໃຫຍ່ ຍັງນິຍົມກັນ ໄປປິ່ນປົວ ສຸຂພາບ ຢູ່ທີ່ໂຮງໝໍ ຂອງປະເທດ ເພື່ອນບ້ານ ຫລາຍຢູ່ຄືເກົ່າ ໂດຍສະເພາະ ປະເທດໄທ ວຽດນາມ ແລະປະເທດຈີນ
ສົມເນ
2009.05.14

ຣັຖບານລາວ ໄດ້ຖແລງມາ ຕລອດວ່າ ຂະແໜງ ສາທາຣະນະສຸຂ ຂອງລາວໄດ້ຮັບ ການພັທນາໃຫ້ ຂຍາຍຕົວ ມາຕລອດ. ຕາມຫາງສຽງຂອງ ການສອບຖາມຄົນ ສ່ວນຫລາຍຕ່າງ ກໍເວົ້າວ່າ ຊາວລາວ ເກີດມີ ຄວາມນິຍົມ ໄປປິ່ນປົວຫລື ກວດສຸຂພາບ ໃນປະເທດ ເພື່ອນບ້ານເພາະ ເຂົາເຈົ້າເຊື່ອໝັ້ນ ໃນຄວາມສາມາດ ຂອງໝໍ ແລະວິຊາການ ທີ່ກ້າວໜ້າ ແລະ ມີຄວາມພໍໃຈ ກັບສິ່ງ ເອື້ອອໍານວຍ ຄວາມສະດວກຕ່າງໆ ຂອງຕ່າງປະເທດ.

ເຂົາເຈົ້າວ່າ ເມື່ອສົມທຽບກັບ ການບໍຣິການ ຢູ່ໃນ ໂຮງພະຍາບານ ຂອງລາວແລ້ວ ຈະວ່າດ້ານ ວິຊາການ ກໍຄືສິ່ງອໍານວຍ ຄວາມສະດວກຕ່າງໆ ຍັງບໍ່ທັນ ກ້າວໜ້າ.

ຍິ່ງໄປກວ່ານັ້ນ ຄົນເຈັບນັບເປັນ ຮ້ອຍໆຄົນຕ້ອງໄດ້ ລໍຖ້າຈົນຮອດ ທ່ຽງວັນ ເພື່ອຟັງວ່າ ແພດຈະຮຽກຊື່ ຂອງຕົນຫລືບໍ່. ຫລາຍ ກໍຣະນີ ທໍ້ຖອຍໃຈ ແລ້ວກໍຈົ່ມອອກ ມາວ່າ ເປັນຫຍັງຜູ້ທີ່ ມາຕາມຫລັງຈື່ງ ໄດ້ຮັບ ບໍຣິການ ກ່ອນຜູ້ທີ່ມາ ລໍຖ້າຕັ້ງແຕ່ ເຊົ້າໆພຸ້ນ.

ຄົນສ່ວນໃຫຍ່ ຍອມຮັບວ່າ ແພດ-ໝໍ ທີ່ໃຫ້ ບໍຣິການ ຢູ່ຕາມໂຮງໝໍ ໃນປະເທດລາວ ມີຈໍານວນໜ້ອຍ ຖ້າທຽບໃສ່ ຈໍານວນຄົນເຈັບ. ເມື່ອຕົກຢູ່ໃນ ສະພາບທີ່ມີ ຄວາມຫຍຸ້ງຍາກ ໃນການໄດ້ຮັບ ບໍຣິການ ແລ້ວ ຄົນເຈັບສວ່ນໃຫຍ່ ຖ້າມີ ຄວາມສາມາດ ໃນດ້ານການເງິນ ແດ່ນັ້ນ ຈຶ່ງເລືອກທາງ ໄປກວດ ຫລືປິ່ນປົວ ຢູ່ສະຖານທີ່ ພະຍາບານ ຂອງປະເທດ ເພື່ອນບ້ານ.








ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.