ຊາວມົ້ງ ຈະໄປ ປະເທດທີສາມ ຕ້ອງຜ່ານ ທາງການລາວ
2009.05.14
ທ່ານ ທອງລຸນ ສີສຸລິດ ກ່າວວ່າ ຊາວມົ້ງ ຈໍານວນນີ້ແມ່ນ ປະຊາຊົນລາວ ໄປຈາກ ປະເທດລາວ ແລະ ຈະຕ້ອງກັບຄືນ ປະເທດລາວ ເສັຽກ່ອນ ກ່ອນຈະໄປຕັ້ງ ຖິ່ນຖານ ຢູ່ປະເທດ ທີ່ສົນໃຈ ຮັບເອົາ ດັ່ງທີ່ທ່ານໄດ້ ກ່າວໃນຕອນນຶ່ງ ໃນເວລາໃຫ້ ສັມພາດນັກຂ່າວ ຢູ່ທີ່ກະຊວງ ການຕ່າງປະເທດ ຂອງໄທ ໃນຂະນະ ຢ້ຽມຢາມ ປະເທດໄທ:
ຂໍໃຫ້ ຄັນຜູ້ໃດ ຢາກໄປ ປະເທດທີສາມ ຫລືວ່າປະເທດ ທີສາມມາເອົາ ກໍຂໍໃຫ້ໄປ ເວົ້າກັບລາວ ເພາະວ່າອັນນີ້ ຄືຄົນລາວ ທາງໄທ ກໍຍິນດີ ທີ່ຈະໄປເວົ້າ ກັບທາງລາວ ເພື່ອພິຈາຣະນາ ແຕ່ລະລາຍໆ.
ທ່ານ ທອງລຸນ ຕອບຄໍາຖາມ ນັກຂ່າວວ່າ ໃນຂະນະນີ້ ບໍ່ທັນມີ ປະເທດໃດ ຕິດຕໍ່ໄປຍັງ ຣັຖບານລາວ ເພື່ອຂໍຮັບເອົາ ຊາວມົ້ງ 158 ຄົນ ໄປຕັ້ງຖິ່ນຖານ. ນອກນັ້ນ ທ່ານວ່າ ທ່ານໄດ້ຫາລື ກັບຝ່າຍໄທ ໃນເລື້ອງການສົ່ງ ຊາວມົ້ງລາວ ທັງໝົດ ຢູ່ສູນ ບ້ານຫ້ວຍນໍ້າຂາວ ແຂວງເພັດສະບູນ ຂອງໄທ ກັບຄືນ ປະເທດລາວ ດັ່ງທ່ານ ໄດ້ກ່າວຢືນຢັນ ອີກວ່າ:
ມົ້ງເຂົ້າເມືອງ ຜິດກົດໝາຍ ຢູ່ໄທນີ້ ທາງລາວຍີນດີ ຈະຮັບເອົາໄປ ໝົດທຸກຄົນ ແລະໄທ ກໍຍິນດີ ຈະສົ່ງໄປ ແລະກໍທາງລາວ ຈະຈັດສັນໃຫ້ ຄືທີ່ ຜ່ານມາ ຈັດສັນໃຫ້ ເຂົາເຈົ້າກັບ ປະເທດດ້ວຍ ຄວາມສະໝັກໃຈ ແລະເມື່ອກັບ ປະເທດແລ້ວ ທາງຣັຖບານ ກໍຕຽມທີ່ດິນ ທໍາມາຫາກິນໃຫ້ ພວກເຂົາເຈົ້າ.
ຜ່ານມາທາງການ ໄທໄດ້ສົ່ງ ຊາວມົ້ງ ກັບຄືນໃຫ້ລາວ ປະມານ 2,000 ຄົນ ແລ້ວແລະຈະສືບ ຕໍ່ສົ່ງຄືນ ໃຫ້ລາວອີກ ຈໍານວນ ທີ່ເຫລືອຢູ່ ປະມານ 5,000 ຄົນ ຕາມ ນະໂຍບາຍ ແລະກົນໄກ ການຕົກລົງ ລະຫວ່າງ ສອງປະເທດ.