ຕຳຣວຈໄທຽ ເຂົ້າຊ່ວຍ ຍີງສາວລາວ

ຕຳຣວຈໄທຽ ເຂົ້າຊ່ວຍເຫລືອ ຍີງສາວລາວ 19 ຄົນ ທີ່ຖືກຫລອກ ໄປເຮັດວຽກງານ ແບບບໍ່ຖືກຕ້ອງ ຕາມກົດໝາຍ ທີ່ແຂວງ ສມຸທສາຄອນ ຂອງໄທຽ
ຫວາດ ສີມູນ
2009.05.18

ເຈົ້າໜ້າທີ່ ຕຳຣວຈໄທຽ ສາມາດເຂົ້າຊ່ວຍ ຍີງສາວລາວ 19 ຄົນ ທີ່ຖືກຫລອກລວງ ໄປເຮັດວຽກງານ ຢູ່ປະເທສໄທຽ ແບບຜິດກົດໝາຍ ແລະ ນຳໄປສົ່ງມອບ ໃຫ້ທາງ ເຈົ້າໜ້າທີ່ ຢູ່ບ້ານ ເກຕຕະກາຣ ແລ້ວເພື່ອໃຫ້ກາຣ ຊ່ວຍເຫລືອ ແລະ ຄຸ້ມຄອງຕໍ່ໄປ.

ເຈົ້າໜ້າທີ່ ຕຳຣວຈໄທຽ ໄດ້ເປີດເຜີຽວ່າ ພາຍຫລັງ ໄດ້ຮັບຂ່າວຈາກ ສາຍລັບ ທາງເຈົ້າໜ້າທີ່ ກໍເຂົ້າໄປກວດ ຄົ້ນບ້ານສອງແຫ່ງ ທີ່ເມືອງ ກະທູມແບນ ແຂວງ ສມຸທສາຄອນ ໃນມື້ວັນທີ່ 17 ພືສພາ ນີ້ ແລະພົບເຫັນ ມີເດັກຍີງສາວ ອາຍຸຣະຫວ່າງ 12-17 ປີຮວມເປັນ 19 ຄົນດ້ວຍກັນ ທີ່ຖືກຫລອກລວງ ໃຫ້ເຂົ້າມາຮ້ອຍ ພວງມະລັຍ ດັ່ງທີ່ທ່ານ ໄດ້ກ່າວວ່າ:

ທ່ານວ່າ: “ເດັກຈຳພວກນີ້ ມາເຮັດວຽກ ທີ່ທາງນາຍຈ້າງ ບອບກວ່າ ຈະໄດ້ຄ່າ ແຮງງານ 3,000 ບາທ ແຕ່ຄວາມຈີງແລ້ວ ໄດ້ແຕ່ 1,000 ບາທ ເທົ່ານັ້ນ ພ້ອມກັບຍັງໄດ້ ເຮັດວຽກ ແຕ່ເຊົ້າໆ ຈົນຮອດ 7 ໂມງແລງ ແລະມີເຂົ້າ ໃຫ້ກິນແຕ່ພຽງ 2 ຄາບ ແລະມີກາຣ ຫ້າມບໍ່ໃຫ້ ອອກໄປເຂຕ ນອກບ້ານ ແລະ ມີແຕ່ໃຫ້ ພາກັນຮ້ອຍ ພວງມະລັຍ ເທົ່ານັ້ນ”

ເຈົ້າໜ້າທີ່ ຕຳຣວຈ ໄດ້ແຈ້ງເພີ່ມວ່າ ພວກແຮງງານ ດັ່ງກ່າວບໍ່ ສາມາດທີ່ຈະ ໄປແຈ້ງຕໍ່ທາງ ເຈົ້າໜ້າທີ່ໄດ້ ກ່ຽວກັບເຣື່ອງ ທີ່ວ່າພວກ ເປັນນາຍຈ້າງ ເອົາຣັດເອົາປຽບ ນັ້ນແຕ່ ປະກາຣໃດ ເພາະຢ້ານຈະມີ ໂທສເນື່ອງຈາກ ວ່າພວກຕົນໄດ້ ພາກັນເຂົ້າ ປະເທສໄທຽ ແບບຜິດ ກົດໝາຍນັ້ນ ແລະ ປັຈຈຸບັນນີ້ ແມ່ນໄດ້ນຳສົ່ງ ຕໍ່ທາງກາຣ ກ່ຽວຂ້ອງຂອງໄທຽ ໃຫ້ຄວາມຊ່ວຍເຫລືອ ແລະ ໄດ້ກ່າວຢ້ຳວ່າ ເຫຕກາຣດັ່ງກ່າວ ບໍ່ເຄີຽພົບເຫັນ ມາກ່ອນໃນ ເຂຕແຂວງ ສມຸທສາຄອນ ຍ້ອນວ່າ ພວກທີ່ເຂົ້າໄປ ເຮັດວຽກໄດ້ນັ້ນ ສ່ວນຫລາຍແມ່ນ ມີໃບ ອະນຸຍາຕ ເຮັດວຽກ ຢ່າງຄັກແນ່ ດັ່ງທີ່ທ່ານໄດ້ ແຈ້ງເພີ່ມວ່າ:

ທ່ານວ່າ: “ສ່ວນຫລາຍແລ້ວ ຢູ່ໃນແຂວງນີ້ ຈະມີກາຣ ຈົດທະບຽນ ກັນຢ່າງຖືກຕ້ອງ ແລະຕ້ອງມີ ກາຣເຮັດວຽກ ຢູ່ຕາມໂຮງງານ ແຕ່ວ່າໃນ ກໍຣະນີນີ້ ນັ້ນແມ່ນເຮັດ ຢູ່ຕາມບ້ານ ທາງເຈົ້າໜ້າທີ່ ຈື່ງບໍ່ຄ່ອຍ ສາມາດ ໄປກວດໄດ້ ເພາະມີແຕ່ ກວດຢູ່ກັບ ໂຮງງານ ເທົ່ານັ້ນ”

ທາງເຈົ້າໜ້າທີ່ ໄດ້ກ່າວເນັ້ນ ເພີ່ມວ່າ ໃນຣະຍະ ຜ່ານມານັ້ນ ແຮງງານຊາວລາວ ທີ່ເຂົ້າມາຫາ ເຮັດວຽກງານ ໃນໄທຽ ກໍມີຢ່າງ ຫລວງຫລາຍ ແລະອີກຢ່າງໜື່ງ ພວກນາຍຈ້າງ ກໍສາມາດ ຈ້າງໄດ້ ໃນຣາຄາຕໍ່າ ແລະ ກໍບໍ່ມີກາຣ ຄ້ຳປະກັນ ແຕ່ຢ່າງໃດ ສະນັ້ນ ທາງເຈົ້າໜ້າທີ່  ກ່ຽວຂ້ອງຝ່າຍໄທຽ ຈື່ງໄດ້ ປະສານງານ ກັບທາງ ກາຣຝ່າຍລາວ ເພື່ອຮ່ວມກັນ ປາບຂະບວນກາຣ ຄ້າແຮງງານ ດັ່ງກ່າວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.