ເຣື້ອງທີ່ເກັບບັນທຶກໄວ້
2023-09-22
ວັນທີ 20 ກັນຍາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ແຂວງບໍ່ແກ້ວ ເຮັດບົດບັນທຶກ ສຶກສາອົບຮົມ ແລະກ່າວເຕືອນ ຄູ່ຮັກ 1 ຄູ່ ທີ່ຢູ່ກິນກັນກ່ອນຈົດ “ທະບຽນສົມຣົດ ຫຼື (ໃບຢັ້ງຢືນການແຕ່ງດອງ)” ຕາມກົດໝາຍ ເນື່ອງຈາກພວກກ່ຽວ ແມ່ນຢູ່ກິນກັນໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ບ້ານດອນມູນ ເມືອງຕົ້ນເຜິ້ງ.
2023-09-22
ວິທຍາໄລລາຊາ ແຂວງອຸດົມໄຊ ແລະສະຖາບັນບໍຣິຫານ ທຸຣະກິຈຊານຕົງ ຂອງຈີນ ພົວພັນຮ່ວມມືກັນ ແລະ ພ້ອມດຽວກັນນັ້ນ ທາງຝ່າຍຈີນ ໄດ້ໃຫ້ທຶນນັກສຶກສາລາວ ໄປຮຽນວິຊາສະເພາະຢູ່ຈີນ ເຊິ່ງເຮັດໃຫ້ນັກຮຽນມີຄວາມກະຕືລື້ລົ້ນ ຫຼາຍຂຶ້ນ.
2023-09-22
ວັນທີ 20 ກັນຍາ ທີ່ຜ່ານມານີ້ ທ່ານ ຈ້າວ ເຫວີ່ຍ ປະທານສະພາບໍຣິຫານ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ໄດ້ປະທານເປີດໂຮງຮຽນປະຖົມດອກງິ້ວຄໍາ ເຊິ່ງເປັນໂຮງຮຽນລະດັບຊັ້ນອະນຸບານ ຫາ ຊັ້ນປະຖົມສຶກສາ ທີ່ຕັ້ງຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ.
2023-09-22
ບໍຣິສັດ ປຕທ (ລາວ) ປະກາດ ປະສົບກັບບັນຫາຂາດແຄນນໍ້າມັນເຊື້ອເພີງໃນເບື້ອງຕົ້ນ ຍ້ອນບັນຫາແລກປ່ຽນເງິນຕຣາ ຕ່າງປະເທດ ສໍາລັບຊື້ນໍ້າມັນເຊື້ອເພີງ ແຕ່ພາຍຫຼັງໄດ້ມີການແຈ້ງການແກ້ໄຂສະບັບເດີມ ໂດຍມີເນື້ອໃນໃຈຄວາມ ທາງບໍຣິສັດ ໄດ້ຮັບການສນັບສນູນ ນ້ຳມັນເພື່ອຈຳໜ່າຍຢ່າງພຽງພໍແລ້ວ.
2023-09-21
ປະຊາຊົນ ບໍ່ໄດ້ຄາດຫວັງ ແລະ ບໍ່ເຊື່ອໝັ້ນ ຕໍ່ລະບົບສານ ຍ້ອນປະຊາຊົນ ຈຳນວນບໍ່ໜ້ອຍ ປະເຊີນກັບການຕັດສິນຄະດີ ທີ່ບໍ່ເປັນກາງ ແລະ ການໃຊ້ເວລາ ໃນການຕັດສິນຄະດີ ຫຼືແມ່ນແຕ່ການ ອ້າງເຖິງບຸກຄົນສຳຄັນ ເພື່ອເອົາຊະນະຄະດີ ຕ່າງໆທີ່ເກີດຂຶ້ນກັບປະຊາຊົນ.
2023-09-21
ເຣີ່ມກຳນົດການເສັຍຄ່າທໍານຽມທາງ ຫລື ຄ່າທາງ ປະຈໍາປີ 2023 ພາຍໃນວັນທີ 30 ກັນຍາ 2023 ເຊິ່ງປີນີ້ໄດ້ຂຍາຍຈາກປີກ່ອນໆ ເຖິງ 3 ເດືອນ ຫາກເຈົ້າຂອງຣົຖ ບໍ່ເສັຍຄ່າທໍານຽມ ໃນໄລຍະດັ່ງກ່າວ ຈະຖືກປັບໃໝໃນອັດຕຣາ 0.1% ຕໍ່ມື້ ຂຶ້ນຢູ່ກັບປະເພດຣົຖ.
2023-09-21
ວິທຍາໄລຄຣູ ດົງຄໍາຊ້າງເປີດຮັບສມັກ ນັກຮຽນຈົບຊັ້ນ ມ.7 ໃນວັນທີ 06 ກັນຍາ 2023 ທີ່ຜ່ານມາ ຈົນມາຮອດປັດຈຸບັນ ໄດ້ນັກຮຽນບໍ່ຄົບ ຕາມໂຕເລຂທີ່ກະຊວງສຶກສາທິການ ແລະ ກິລາໄດ້ກຳນົດໃຫ້ ປະຈຳສົກຮຽນ 2023-2024 ຍ້ອນນັກຮຽນ ບໍ່ຢາກຮຽນຄຣູ.
2023-09-21
ເງິນກີບເຟີ້ໃນເດືອນສິງຫາ ຫລຸດລົງ 25.9% ຈາກ 27.8% ອີງຕາມການຣາຍຂອງ ສູນສະຖິຕິແຫ່ງຊາ, ແຕ່ສະພາບໂຕຈິງ ຫລາຍຄົນ ເຫັນວ່າ ອາດບໍ່ເປັນຄວາມຈິງ ເພາະວ່າ ລາຄາສິນຄ້າ ແລະຄ່າຄອງຊີບຍັງແພງຂຶ້ນເລື້ອຍໆ ລວມເຖິງອັດການແລກປ່ຽນ.
2023-09-21
ທາງການລາວ ແລະ ແຂວງກວາງຊີ ຈະມີການຮ່ວມມື ໃນການຊຸກຍູ້ການລົງທຶນ ຂຍາຍຕລາດ ແລະ ຍົກລະດັບສິນຄ້າການກະເສດ ໂດຍສະເພາະສເນີໃຫ້ມີນະໂຍບາຍພິເສດ ໃຫ້ສິນຄ້າດ້ານການກະເສດ ຂອງລາວ ສາມາດສົ່ງອອກໄປຈຳໜ່າຍ ຢູ່ປະເທດຈີນຫຼາຍຂຶ້ນ.
2023-09-20
ພວກຊາວບ້ານ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ຫຼາຍຄອບຄົວ ທີ່ເຄີຍອາສັຍຢູ່ ແລະ ເຮັດການກະເສຕ ເປັນເວລາດົນ, ແຕ່ຍັງບໍ່ມີໃບຕາດິນ ຈຳເປັນຕ້ອງຍ້າຍໄປຢູ່ບ້ານຈັດສັນ ພາຍຫຼັງທາງການລາວ ໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນຈີນ ແລະ ວຽດນາມ.
2023-09-20
ກະຊວງ ສາທາຣະນະສຸຂ ເຕືອນປະຊາຊົນ ໃຫ້ລະວັງການຣະບາດ ຂອງພະຍາດໝາກສຸກລີງ ຫລັງກວດພົບຜູ້ຕິດເຊື້ອ ກໍຣະນີທໍາອິດ ເນື່ອງຈາກວ່າ ຜູ້ຕິດເຊື້ອອາດເຈັບປ່ວຍ ເຖິງແກ່ຊີວິດໄດ້ ຫາກປິ່ນປົວ ບໍ່ທັນເວລາ.
2023-09-20
ຊາຍ 4 ຄົນ ທີ່ລັກຕັດໄມ້ ໃນເຂດປ່າຫວງຫ້າມ ຖືກທາງການ ແຂວງບໍ່ແກ້ວ ຈັບໄດ້ ພ້ອມດຳເນີນຄະດີ ຕາມກົດໝາຍ ສ່ວນຜູ້ຮ່ວມຂະບວນການ ອີກ 2 ຄົນ ໜີໄດ້ ເຮັດໃຫ້ເກີດຂໍ້ສົງໄສ ຫຼາຍຢ່າງ ໃນການປົກປັກຮັກສາປ່າໄມ້ ໃນປະເທດ ເຖິງແມ່ນວ່າ ຣັຖບານໄດ້ຕັ້ງເປົ້າໝາຍ ໃນການປົກປັກຮັກສາ ປ່າໄມ້.
2023-09-20
ຄົນງານລາວ ຈຳນວນບໍ່ໜ້ອຍ ເຮັດວຽກແບບຜິດກົດໝາຍ ຢູ່ປະເທດໄທຍ ເຊິ່ງສ່ຽງຕໍ່ການຖືກນາຍຈ້າງ ຂົ່ມເຫັງ, ເອົາລັດເອົາປຽບ ແລະ ຕົກເປັນເຫຍື່ອ ຂອງການຄ້າມະນຸສ ຂະນະທີ່ທີ່ເດັກນ້ອຍ ນັກຮຽນ ໃນລາວ ປະລະການຮຽນ ເພື່ອໄປເຮັດວຽກ ຢູ່ປະເທດໄທຍຫຼາຍຂຶ້ນ ສະທ້ອນໃຫ້ເຫັນເຖິງບັນຫາ.
2023-09-20
ຫຼ້າສຸດນີ້ ເດັກນ້ອຍລາວ ທີ່ຕົກເປັນເຫຍື່ອການຄ້າມະນຸສ ເຮັດວຽກຕອບແຊັດ ຢູ່ໃນໂຮງກາສິໂນຂອງຈີນ ໃນປະເທດພະມ້າ ທີ່ອອກມາຈາກກາສິໂນ ດັ່ງກ່າວ ເມື່ອວັນ 29 ເດືອນສິງຫາ 2023 ມີຈໍານວນທັງໝົດ 16 ຄົນ ປັດຈຸບັນ ແມ່ນຢູ່ໃນການຄວບຄຸມ ຂອງເຈົ້າໜ້າທີ່ຕໍາຣວດພະມ້າ.
2023-09-19
ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ຫົວໜ້າ ທະນາຄານ ກະສິກັມ ແຫ່ງຊາຕຈີນ ສາຂາຢູນນານ ປະເທດຈີນ ໄດ້ປຶກສາຫາລື ກ່ຽວກັບກັບຮ່ວມມືລະຫວ່າງ 2 ປະເທດ ໂດຍສະເພາະໃນຂົງເຂດການຄ້າ ການລົງທຶນ, ການເງິນ ແລະ ການທະນະຄານ ເພື່ອໃຊ້ເງິນຢວນ ສຳລະໃນລະດັບທ້ອງຖິ່ນ.