ເດັກນ້ອຍລາວ ເຫຍື່ອຄ້າມະນຸສ ໃນກາສິໂນຈີນ ທີ່ປະເທດພະມ້າ ຖືກຕຳຣວດພະມ້າຄວບຄຸມ

ສຸພັດຕາ
2023.09.20
ເດັກນ້ອຍລາວ ເຫຍື່ອຄ້າມະນຸສ ໃນກາສິໂນຈີນ ທີ່ປະເທດພະມ້າ ຖືກຕຳຣວດພະມ້າຄວບຄຸມ ເດັກນ້ອຍທີ່ຕົກເປັນເຫຍື່ອຄ້າມະນຸສ ຈາກສາມຫຼ່ຽມຄຳ ໄປພະມ້າ ຖືກມັນຕິດເສົາ ແລ້ວໃຊ້ອຸປະກອນໄຟຟ້າຊັອດ (ຮູບຊ້າຍມື) ແລະ ຮ່ອງຮອຍຖືກທໍຣະມານ ດ້ວຍເຄື່ອງໄຟຟ້າ ເຮັດໃຫ້ເປັນບາດແຜ ຕາມຮ່າງກາຍ, ນີ້ຄືຜູ້ທີ່ຕົກເປັນເຫຍື່ອການຄ້າມະນຸສ ຂ້າມຊາດ ທີ່ກາສິໂນ ໃນເມືອງເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ.
ນັກຂ່າວ ພົລເມືອງ

ຫຼ້າສຸດນີ້ ເດັກນ້ອຍລາວ ທີ່ຕົກເປັນເຫຍື່ອການຄ້າມະນຸສ ຖືກຕົວະຍົວະໄປເຮັດວຽກຕອບແຊັດ ຢູ່ໃນໂຮງກາສິໂນໂກຊາຍ ຂອງຈີນ ໃນເມືອງເມັຽວະດີ ຣັຖກະຍິ່ນ ປະເທດພະມ້າ ທີ່ອອກມາຈາກ ກາສິໂນ ດັ່ງກ່າວ ເມື່ອວັນ 29 ເດືອນສິງຫາ 2023 ມີຈໍານວນທັງໝົດ 16 ຄົນ ປັດຈຸບັນ ແມ່ນຢູ່ໃນການຄວບຄຸມ ຂອງເຈົ້າໜ້າທີ່ຕໍາຣວດພະມ້າ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ສະຖານທູດລາວ ປະຈໍາປະເທດພະມ້າ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ກັນຍາ 2023 ນີ້ວ່າ:

ເອີ່ ທາງການພະມ້າ ກະໄດ້ແຈ້ງມາແລ້ວເນາະ. ແຈ້ງມາ ເຮົາກະໄດ້ຣາຍງານເມືອງທາງບ້ານແລ້ວຫັ້ນ (ທາງປະເທດລາວ) ເຂົາລັກອອກມາ ວັນທີ 29 ເດືອນ 8 (ປີ 2023) 16 ຄົນ ຕາມຣາຍງານ ເຂົາເຈົ້າລັກອອກມາ ລະຕໍາຣວດກະຈັບເອົາ. NGOs ຂະເຈົ້າເວົ້ານັ້ນນ່າ NGOs ຂະເຈົ້າເວົ້າ ກະຢູ່ນໍາເຈົ້າໜ້າທີ່ຕໍາຣວດຫັ້ນແຫຼະເນາະ. ເພິ່ນຫາກດູແລຢູ່ຫັ້ນແຫຼະ ກະມີອົງການ NGOs ຂອງພະມ້າຢູ່. ເຂົາກະແຈ້ງມາ ວ່າມີ 16 ຄົນຢູ່ຫັ້ນ. ເຂົາເຈົ້າກະຮູ້ຢູ່ NGOs ທ້ອງຖິ່ນຂອງພະມ້າ.”

ສໍາລັບວັນເວລາ ວ່າເມື່ອໃດ ຄົນລາວຈໍານວນດັ່ງກ່າວນີ້ ຈະໄດ້ກັບບ້ານນັ້ນ ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດພະມ້າ ທ່ານດຽວກັນນີ້ ກ່າວຕື່ມວ່າ:

“ເບິ່ງຂັ້ນຕອນເພິ່ນກ່ອນເນາະ ບໍ່ວ່າຂັ້ນຕອນເພິ່ນຈັ່ງໃດ ເພິ່ນກະດໍາເນີນການ ຕາມຂັ້ນຕອນເພິ່ນກ່ອນ ຂະເຈົ້າກະຊິມີຕໍາຣວດ ຕ້ານການຄ້າມະນຸສ ທີ່ຈະປະສານກັນ ສາມປະເທດ.”

ຂະນະທີ່ ແຫຼ່ງຂ່າວທີ່ເຊື່ອຖືໄດ້ ຜູ້ນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ກັນຍາ 2023 ນີ້ວ່າ ເດັກນ້ອຍລາວ ທີ່ຖືກປ່ອຍອອກໄປ ຈາກກາສິໂນ ຂອງຈີນນັ້ນ ແມ່ນມີຈໍານວນທັງໝົດ 16 ຄົນ ບໍ່ແມ່ນ 28 ຄົນ ຄືດັ່ງ ທີ່ຜູ້ປົກຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ໄດ້ຣາຍງານໃຫ້ວິທຍຸ ເອເຊັຽເສຣີ ຮູ້ ໃນກ່ອນໜ້ານີ້.

ແຫຼ່ງຂ່າວນີ້ ຍັງກ່າວອີກວ່າ ກ່ອນໜ້ານີ້ ປະມານ 5-6 ເດືອນຫຼັງ ເດັກນ້ອຍລາວ ທີ່ເຮັດວຽກໃນກາສິໂນດັ່ງກ່າວນີ້ ແລະເຮັດວຽກບໍ່ໄດ້ ແມ່ນໄດ້ອອກເມືອຮອດບ້ານຂະເຈົ້າແລ້ວ ຈໍານວນ 12 ຄົນ ດ້ວຍການໄຖ່ໂຕ ຂອງຄອບຄົວຂອງຂະເຈົ້າ ແລະຫຼ້າສຸດ ໃນທ້າຍເດືອນ 8 ປີ 2023 ນີ້ ກໍອອກໄປອີກ 16 ຄົນ ລວມແລ້ວເປັນ 28 ຄົນ ທີ່ໄດ້ອອກຈາກກາສິໂນແຫ່ງນີ້. ປັດຈຸບັນ ຍັງເຫຼືອຢູ່ນີ້ ມີແຕ່ 17 ຄົນ ເປັນເພດຍິງ 3 ຄົນ ແລະເພດຊາຍ 14 ຄົນ.

ແຫຼ່ງຂ່າວນີ້ ຍັງກ່າວສຸດທ້າຍວ່າ:

“ຕອນທີ່ຄົນລາວ ຈໍານວນ 16 ຄົນ ດັ່ງກ່າວ ຈະໄດ້ອອກຈາກກາສິໂນ ແຫ່ງນີ້ນັ້ນ ແມ່ນເປັນເວລາເຮັດວຽກ ແລ້ວຄົນຈີນບໍ່ໃຫ້ອອກໄປທາງນອກເລີຍ ມີຄົນມາຍາມຢູ່ໜ້າປະຕູຫ້ອງການ ອອກໄປຖ່າຍເບົາກໍບໍ່ໄດ້ ເພາະວ່າເວລານັ້ນ ຄົນຈີນ ເຂົາລັກເອົາຄົນລາວຈໍານວນດັ່ງກ່າວອອກໄປເລີຍ ແຕ່ວ່າຕອນທໍາອິດນັ້ນ ຮູ້ແລ້ວວ່າ ຂະເຈົ້າຊິໄດ້ອອກ ແຕ່ບໍ່ຮູ້ວ່າ ຊິໄດ້ອອກໃນມື້ໃດ ຄົນຈີນ ເຂົານັບຄົນກ່ອນວ່າຈັກຄົນ ທີ່ເຂົາຊິເອົາຢູ່ຕໍ່ ແລະຈັກຄົນ ທີ່ເຂົາຈະສົ່ງກັບຫັ້ນຮູ້ໝົດແລ້ວ ແຕ່ວ່າ ເວລາທີ່ເຂົາຊິເອົາຄົນອອກນັ້ນ ເຂົາຈະບໍ່ໃຫ້ເຮົາອອກໄປທາງນອກເລີຍ ໃຫ້ຢູ່ແຕ່ພາຍໃນບໍຣິສັດ.”

ແຫຼ່ງຂ່າວທີ່ເຊື່ອຖືໄດ້ ຜູ້ທີ່ສອງ ກໍເວົ້າວ່າ ບັນດາຄົນລາວ ຍັງຕິດຄ້າງຢູ່ໂຮງກາສິໂນຂອງຈີນ ໃນພະມ້າ ທັງ 17 ຄົນນີ້ ຂໍໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຊ່ອຍເຫຼືອພວກຂະເຈົ້າໂດຍໄວ ເພາະຕອນນີ້ ຍັງເຫຼືອໜ້ອຍຄົນແລ້ວ ພວກຂະເຈົ້າກັງວົນວ່າ ໃນຕໍ່ໜ້າ ຫາກຫາເງິນໃຫ້ຄົນຈີນບໍ່ໄດ້ ບໍ່ຮູ້ວ່າ ຄົນຈີນ ຈະເຮັດຫຍັງໃຫ້ກັບພວກຂະເຈົ້າກະບໍ່ຮູ້.

ກ່ຽວກັບການພົບເຫັນ ເດັກນ້ອຍລາວ ຈໍານວນ 16 ຄົນ ຖືກປ່ອຍອອກຈາກກາສິໂນ ຂອງຈີນ ໃນພະມ້າ ວ່າງທ້າຍເດືອນສິງຫາ 2023 ແລະຍັງຖືກກັກໂຕ ຢູ່ທີ່ພະມ້າຢູ່ນີ້ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ລາວ ຫາກໍຮູ້ ຈາກເອເຊັຽເສຣີ ໃນມື້ນີ້ ວັນທີ 20 ກັນຍາ 2023 ນີ້ ແລະເຈົ້າໜ້າທີ່ທ່ານນຶ່ງ ກໍຝາກເຖິງເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ພະມ້າ ນັ້ນວ່າ:

ກະໃຫ້ຕັ້ງສະຕິ ອຸ່ນອ່ຽນທຸ່ນທ່ຽງ ເພາະວ່າ ເບື້ອງເຈົ້າໜ້າທີ່ເຮົາ ກໍຈະສືບຕໍ່ປະສານຫາເບື້ອງທາງການລາວ ທີ່ປະຈໍາຢູ່ພະມ້າ ເພື່ອໃຫ້ພົວພັນ ກັບເຈົ້າໜ້າທີ່ຂອງພະມ້າ ເພື່ອໃຫ້ການຊ່ອຍເຫຼືອ.”

ທາງດ້ານພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ທີ່ຮູ້ຂ່າວ ວ່າ ເດັກນ້ອຍລາວ ທີ່ຖືກປ່ອຍອອກມານັ້ນ ຕອນນີ້ ຍັງຢູ່ໃນປະເທດພະມ້າ ແລະກໍຢູ່ໃນການດູແລເບິ່ງແຍງ ຂອງເຈົ້າໜ້າທີ່ຕໍາຣວດພະມ້າ ພວກເພິ່ນກໍດີໃຈ ທີ່ຮູ້ວ່າ ເດັກນ້ອຍເລົ່ານັ້ນປອດພັຍ ແລະຄົງໄດ້ກັບບ້ານໂດຍໄວ.

ດັ່ງແມ່ຂອງເດັກນ້ອຍຊາຍຄົນນຶ່ງ ທີ່ຖືກເຄາະຮ້າຍ ແລະຍັງຕິດຄ້າງຢູ່ໂຮງກາສິໂນ ຂອງຈີນ ໃນພະມ້າ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແມ່ ໃນນາມແມ່ເກາະເນາະ ເປັນແມ່ຜູ້ນຶ່ງ ລູກໄປຕົກສະພາບແບບນັ້ນ ກໍໄດ້ອອກມາແບບນີ້ ໄດ້ຍິນຂ່າວດີແບບນີ້ ກະດີໃຈທີ່ສຸດແຫຼະ ຊິບໍ່ແມ່ນລູກແມ່ ກໍແມ່ກໍດີໃຈນໍາເພິ່ນ ພໍ່ແມ່ທີ່ລູກໄດ້ອອກມາຫັ້ນ ເປັນຈັ່ງໃດກະສາທຸ ຂໍໃຫ້ເປັນຄິວລູກແມ່ໄວໆແດ່ເດີິ້ ແມ່ກະຢາກໄດ້ຍິນຂ່າວດີ ຢາກເຫັນໜ້າລູກເນາະ ແມ່ກໍດີໃຈນໍາພໍ່ແມ່ແຕ່ລະຄົນ ທີ່ເພິ່ນສົ່ງລູກກັບມາຫັ້ນ ເປັນຈັ່ງໃດກໍຂໍໃຫ້ລູກຫັ້ນ ປະສານງານຕໍ່ ຕິດຕໍ່ຫາເຈົ້າໜ້າທີ່ເພິ່ນຊ່ອຍ ຜູ້ທີ່ຍັງຄ້າງຢູ່ຫັ້ນອອກມາ ໃຫ້ພໍ່ໃຫ້ແມ່ທີ່ຍັງເຫຼືອ ເປັນຈັ່ງໃດກະຂອບອົກຂອບໃຈລູກຫຼາຍໆ ທີ່ຕິດຕາມຂ່າວໃຫ້ພວກພໍ່ພວກແມ່.”

ສໍາລັບຜູ້ເປັນແມ່ ທີ່ລູກຊາຍເປັນນຶ່ງ ໃນຈໍານວນ 16 ຄົນ ທີ່ໄດ້ອອກມາ ຈາກກາສິໂນຂອງຈີນນັ້ນແລ້ວ ແລະຮູ້ຂ່າວວ່າ ປັດຈຸບັນ ລູກຊາຍຍັງຢູ່ພະມ້າ ກໍກ່າວວ່າ:

“ໂອ້...ເຮັດໄປເຮັດມາ ຍັງຢູ່ພະມ້າຢູ່ເນາະ ຕາຍແລ້ວ... ຍັງວ່າເປັນຫ່ວງຢູ່ ຄືຊິບໍ່ໄດ້ອອກມາແລ້ວຕິ ເປັນຈັ່ງຊີ້ນ່າ ຕາຍລະ.”

ຂະນະທີ່ ແມ່ຂອງເດັກນ້ອຍຍິງສາວຄົນນຶ່ງ ທີ່ລູກສາວ ເຄີຍເຮັດວຽກຢູ່ໂຮງກາສິໂນດັ່ງກ່າວນີ້ ແລ້ວຖືກຂາຍຕໍ່ ໄປເຮັດວຽກຢູ່ບໍຣິສັດອື່ນນັ້ນ ກໍກ່າວວ່າ:

“ແມ່ນິ່ກໍອຸກໃຈສຸດ ລູກແມ່ນີ້ ມັນເຫຼືອແຮງມັນຢູ່ຄົນດຽວໂພດຫັ້ນນ່່າ ດຽວນີ້ຫັ້ນ ຄືລູກຜູ້ອື່ນຍັງແຄນໂອ່ ຂະເຈົ້າຍັງໄດ້ຢູ່ນໍາກັນ ເຫຼືອແຮງລູກແມ່ນີ້ໂອ່ ເຂົາໄປຊ່ວຍຊິໄດ້ບໍ່ ຫຼືວ່າບໍ່ໄດ້ບໍ່. ແນວໃດກະຂໍໃຫ້ລູກຫັ້ນ ຊ່ວຍແມ່ຫັ້ນແດ່. ຂໍແທ້ຂໍວ່າແຫຼະ ເປັນຫູເປັນຕາຊ່ວຍແມ່ແດ່. ໝົດປັນຍາແລ້ວແມ່ນີ້ ຢູ່ທຸກມື້ນີ້ຄືຄົນຕາຍທັງເປັນແຫຼະ ຢູ່ບໍ່ໄດ້ແຫຼະ.”

ເຖິງແນວໃດກໍດີ ຕາມທີ່ໄດ້ເວົ້າໄດ້ລົມກັບບັນດາ ພໍ່ແມ່ຜູ້ຄອງຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ຫຼາຍຄົນ ທີ່ລູກເຕົ້າ ຖືກຄ້າມະນຸສໄປພະມ້າ ແລະຍັງຕິດຄ້າງຢູ່ທີ່ນັ້ນ ກໍຫວັງວ່າ ໃນມື້ນຶ່ງພວກລູກເຕົ້າ ຄົງໄດ້ຮັບການຊ່ອຍເຫຼືອ ຈາກທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ແລະໄດ້ກັບບ້ານໂດຍໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.