ເຣື້ອງທີ່ເກັບບັນທຶກໄວ້
2013-01-15
ໄດ້ມີການ ຮຽກຮ້ອງ ໃຫ້ກອງປະຊຸມ ຣັຖມົນຕຣີ 4 ປະເທດ ແມ່ນໍ້າຂອງ ທີ່ ຫລວງພຣະບາງ ໃນວັນທີ 16 ແລະ 17 ມົກກະຣາ ນີ້ ໃຫ້ທົບທວນ ຂໍ້ຕົກລົງ ເຣື້ອງ ການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ທີ່ບໍ່ໄດ້ ຮັບປະຕິບັດ ນັ້ນຄືນໃໝ່ ຮວມເຖິງເຣື້ອງ ເຂື່ອນ ໄຊຍະບູຣີ ຊຶ່ງ ຣັຖບານລາວ ໄດ້ເລີ່ມກໍ່ສ້າງ ທັງໆ ທີ່ຍັງມີ ຂໍ້ຂັດແຍ້ງ ກັນຢູ່. ສເນີໂດຍ : ມະນີຈັນ
2013-01-15
ນັກລົງທຶນ ຊາວວຽດນາມ ພາກັນຫລັ່ງ ໄປເປີດ ກິຈການ ຢູ່ເຂດ ອຸດສະຫະກັມ ຫລັກ 18 ແຂວງ ອັດຕະປື.
2013-01-15
ສະມາຊິກ ສະພາ ຜູ້ແທນ ສະມາຊິກ ວຸດຖິສະພາ ແລະ ຊາວໄທ ຮຽກຮ້ອງ ໃຫ້ ນໍາປະເດັນ ເຂື່ອນ ໄຊຍະບຸຣີ ເຂົ້າໃນວາຣະ ການປະຊຸມ MRC ຢູ່ ຫລວງພຣະບາງ.
2013-01-15
ກອງປະຊຸມ ສະພາ ມົນຕຣີ ກັມມາທິການ ແມ່ນໍ້າຂອງ ສາກົນ ຈະບໍ່ເວົ້າ ເຣື້ອງເຂື່ອນ ໄຊຍະບູຣີ.
2013-01-15
ຣາຍການ ດົນຕຣີ ເພງລາວ ສມັຍ-ສາກົນ ນໍາສເນີ ທ່ານຜູ້ຟັງ ໃຫ້ຮູ້ຈັກ ນັກຮ້ອງ ນັກແຕ່ງ ເພງລາວ ທັງ ອະດີດ ແລະ ປະຈຸບັນ ໃນທົ່ວ ທຸກມຸມໂລກ. ສເນີໂດຍ: ໄມຊູລີ
2013-01-15
ການຫາຍສາປສູນ ຂອງ ທ່ານສົມບັດ ສົມພອນ ທີ່ເປັນຂ່າວ ໂດ່ງດັ່ງ ມາຫລາຍ ອາທິດແລ້ວ ອາດມີຜູ້ຄຶດວ່າ ຈະຄ່ອຍມິດໄປ ເຊັ່ນດຽວກັບ ເຫດການ ອື່ນໆ ທີ່ ທາງການລາວ ບໍ່ຢາກໃຫ້ ໃຜຮູ້ ຫລື ເວົາເຖິງນັ້ນ ກັບກາຍເປັນວ່າ ຍິ່ງນັບມື ຂຍາຍວົງກ້ວາງ ອອກໄປ. ດັ່ງ ວຽງໄຊ ມີຣາຍງານ ມາສເນີທ່ານ.
2013-01-14
ກຸ່ມປົກປ້ອງ ສະພາບແວດລ້ອມ ຕ່າງພາກັນ ບໍ່ພໍໃຈ ຕໍ່ທາງການ ລາວ ໃນໂຄງການ ເຂື່ອນ ເທີນຫີນບູນ ພາກຂຍາຍ.
2013-01-14
ທາງການລາວ ເລີ້ມຈໍາກັດ ສິດທິ ຂອງ ພົລເມືອງ ໃນການ ຊອກຫາ ຂໍ້ມູນ ອ່ານຂ່າວສານ ຈາກທາງ ອິນເຕີແນັຕ ຫລາຍຂຶ້ນ ໂດຍການ ຊ່ວຍເຫຼືອ ຈາກ ວຽດນາມ.
2013-01-14
ຊາວລາວ ບາງກຸ່ມ ໃນ ນະຄອນຫຼວງ ວຽງຈັນ ເຫັນວ່າ ທາງການລາວ ບໍ່ຈິງຈັງ ຫລື ອາຈເມີນເສີຍ ໃນການ ສືບສວນ ສອບສວນ ເຣື່ອງ ການລັກພາຕົວ ທ່ານ ສົມບັດ ສົມພອນ.
2013-01-14
ສົມເດັຈພຣະເຈົ້າ ໄຊຍະເຊຕຖາທິຣາຊ ຍົກຣິພົລໂຍທາຫາຣ ໄປຕີເມືອງ ພິສນຸໂລກ ຄັ້ງທີ່ 1 ພຣະມະຫິນທະຣາຊາ ໄດ້ມີ ພຣະຣາຊສາຣ ມາຖວາຍ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ເພື່ອຂໍໃຫ້ ພຣະອົງຄ໌ ຍົກທັພ ໄປຕີເອົາ ເມືອງພິສນຸໂລກ. ພຣະເຈົ້າ ໄຊຍະເຊຕຖາທິຣາຊ ຊົງຊາບ ພຣະຣາຊສາຣ ນັ້ນແລ້ວ ກໍຊົງມີ ຄວາມພໍພຣະທັຍ ເປັນຢ່າງຍິ່ງ ຈຶ່ງມີ ພຣະຣາຊອາຈຍາ ໃຫ້ ພຣະຍາ ຈັນກອງນາງ, ພຣະຍາຂາວ ດອກໝາກ, ພຣະຍາ ຣາຊວັດ ແລະ ພຣະຍາ ຍົສລືກຽຣ ເກນທັພ ໄດ້ພົລແສນນຶ່ງ ຊ້າງ ພັນຕົວ ຍົກໄປຕີ ເອົາເມືອງເຂັມ ຄື 12 ພັນນາລື້. ສ່ວນ ພຣະອົງຄ໌ ເກນພົລ ໄດ້ 280 ພັນຄົນ ຍົກພົລ ລົງໄປ ຕີເອົາ ເມືອງພິສນຸໂລກ.
2013-01-14
ສາຣະຄະດີ ເຣື່ອງ ”ຂ້ານ້ອຍ" (I Little Slave) ພາຄ 23 ສເນີໂດຍ : ດຣ. ບຸນສັງ ຄຳແກ້ວ
2013-01-14
ຣັຖສະພາ ສະຫະຣັຖ ອະເມຣິກາ ຊຸດທີ 113 ມີສະມາຊິກ ເພດຍິງ ຫລາຍຂຶ້ນ ຊຶ່ງສະແດງ ໃຫ້ເຫັນວ່າ ແມ່ຍິງ ໄດ້ພັທນາ ກ້າວໜ້າ ແລະ ເປັນທີ່ຍອມຮັບ ໃນບົດບາດ ຂັ້ນຜູ້ນໍາ. ສເນີໂດຍ : ມະນີຈັນ ໃນຣາຍການ ຜູ້ຍິງ-ເດັກນ້ອຍ ປະຈໍາ ສັປດານີ້ ໂດຍມີຄໍາ ສັມພາດ ຍານາງ ບຸຈັນ ເສນທະວົງ ອະດີດ ປະທານ ສະມາຄົມ ສັຕຣີ ລາວ-ອະເມຣິກັນ ໃນ ນະຄອນຫລວງ Washington D.C
2013-01-14
ວັດນາວາຣາມ ເປັນທີ່ເພິ່ງ ທາງໃຈ ຂອງ ຊາວພຸທລາວ ແລະ ຊາວພຸທທົ່ວໄປ ຊື່ງຕັ້ງຢູ່ ເມືອງ Sanford ຣັດ ຟລໍຣິດາ ພາກໃຕ້ສຸດ ຂອງ ສະຫະຣັດ ອະເມຣິກາ ເປັນວັດ ທີ່ມີງານບຸນ ຕ່າງໆໃນ 12 ເດືອນ. ບຸນທີ່ພິເສດ ກໍແມ່ນ ບຸນປີໃໝ່ ລາວ ທີ່ ມີການ ສເລີມສລອງໃຫຽ່ ກວ່າວັດອື່ນໆ ໃນຣັດນີ້. ສເນີໂດຍ : ຈໍາປາທອງ
2013-01-11
ຄະນະ ກັມມາທິການ ສິດທິມະນຸດ ອາຊຽນ ຮູ້ກ່ຽວກັບ ການລັກພາຕົວ ທ່ານ ສົມບັດ ສົມພອນ ແຕ່ ຍັງບໍ່ໄດ້ ດໍາເນີນການ ແນວໃດເທື່ອ.
2013-01-11
ນັກການທູຕ ນັກເຄື່ອນໄຫວ ນາໆຊາຕ ຮຽກຮ້ອງໃຫ້ ຣັຖບານລາວ ຕອບ ຂໍ້ຂ້ອງໃຈ ເຣື້ອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.