ຊາວໄທຂໍໃຫ້ຫາຣື ເຣື້ອງເຂື່ອນໃນທີ່ປະຊຸມ

ສະມາຊິກ ສະພາ ຜູ້ແທນ ສະມາຊິກ ວຸດຖິສະພາ ແລະ ຊາວໄທ ຮຽກຮ້ອງ ໃຫ້ ນໍາປະເດັນ ເຂື່ອນ ໄຊຍະບຸຣີ ເຂົ້າໃນວາຣະ ການປະຊຸມ MRC ຢູ່ ຫລວງພຣະບາງ.
ໄມຊູລີ
2013.01.15
F-Ithiphonh-protest ທ່ານ ອິທທິພົນ ຄໍາສຸກ ແກນນໍາ ຂອງຄນະປະທ້ວງ ການກໍ່ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແຂວງໄຊຍະບູຣີ
RFA

ຫລັງຈາກ ມີການເປີດເຜີຍວ່າ ໃນກອງປະຊຸມ ກັມມະທິການ ແມ່ນໍ້າຂອງ ຫຼື MRC ຈະມີຂື້ນຢູ່ ແຂວງ ຫລວງພຣະບາງ ໃນມື້ວັນທີ່ 16-18 ມົກກະຣາ 2013 ຈະບໍ່ມີການຫາຣື ເຣື້ອງ ການກໍ່ສ້າງເຂື່ອນ ໄຊຍະບູຣີ ໃນປະຊຸມ ເຮັດໃຫ້ ບັນດາ ສະມາຊິກ ສະພາຜູ້ແທນ ຣາຊດອນ ແລະ ສະມາຊິກ ວຸດຖິສະພາ ຂອງໄທ ບາງທ່ານ ໄດ້ຮວບຮວມ ຣາຍຊື່ແລ້ວ ສົ່ງໜັງສືເປີດຊອງ ໄປຍັງ ນາຍຍົກຣັຖມົນຕຣີ ຍານາງ ຍີ່ງລັກ ຊີນນະວັດ ເພື່ອຮຽກຮ້ອງໃຫ້ ສະແດງບົດບາດ ໃນການແກ້ໄຂ ບັນຫາ ແມ່ນໍ້າຂອງ ກໍຣະນີ ເຂື່ອນ ໄຊຍະບູຣີ ຂະນະດຽວກັນ ກຸ່ມເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ຂອງໄທຍ ກໍໄດ້ສົ່ງໜັງສື ໄປຍັງ ຣັຖມົນຕຣີ ວ່າການກະຊວງ ຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ເພື່ອໃຫ້ຍົກບັນຫາ ເຣື້ອງເຂື່ອນ ໄຊຍະບູຣີ ເຂົ້າໃນວາຣະ ກອງປະຊຸມ. ດັ່ງທ່ານ ອິດທິພົນ ຄໍາສຸຂ ຕົວແທນເຄືອຂ່າຍ ກ່າວວ່າ:

“ທ່ານວ່າ ເຮົາໄດ້ເຮັດໜັງສື ເຖີງ ຣັຖມົນຕຣີ ກະຊວງ ຊັພຍາກອນ ແລະ ສີ່ງແວດລ້ອມ ໃນຖານະທີ່ທ່ານ ເປັນກັມມະທິການ ວ່າໃຫ້ ບັນຈຸວາຣະ ຂອງ ເຂື່ອນໄຊຍະບູຣີ ໃຫ້ເຂົ້າໄປ ໃນວາຣະປະຊຸມ ເພາະເຮົາໄດ້ຍິນ ຫຼື ໄດ້ຫລັກຖານ ມາວ່າ ມັນບໍ່ມີເຣື້ອງ ຂອງເຂື່ອນ ໄຊຍະບຸຣີ ຢູ່ໃນວາຣະຂອງ ກອງປະຊຸມ ກໍເລີຍ ສົ່ງໜັງສືໄປ ແລະກໍ Fax ໄປອີກ ແຕ່ຍັງບໍ່ໄດ້ ຮັບຄໍາຕອບ ເທື່ອວ່າ ເຂົາຈະເຮັດ ແນວໃດ”.

ຢ່າງໃດກໍຕາມ ໃນເວາ 11:30 ນາທີ ຕອນເຊົ້າ ຕາມເວລາເມືອງໄທ ຢູ່ທີ່ ຣັຖສະພາຂອງໄທ ສະມາຊິກ ສະພາຜູ້ແທນ ຣາຊດອນ ແລະ ສະມາຊິກ ວຸດຖິສະພາ ໄດ້ມີການ ຖແລງຂ່າວ ຮຽກຮ້ອງໃຫ້ ນາຍຍົກ ຣັຖມົນຕຣີໄທຍ ທົບທວນ ການປະຕິບັດ ຕາມມະຕິ ຄະນະຣັຖມົນຕຣີ ເຣື້ອງການ ອະນຸມັດ ການຊື້ໄຟຟ້າໃໝ່ ຊື່ງ ຕາມມະຕິ ຄະນະ ຣັຖມົນຕຣີໄທ ເວົ້າວ່າ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ ຈະສາມາດລົງນາມ ຊື້ໄຟຟ້າໄດ້ ກໍຕໍ່ເມື່ອ ຜ່ານ ຂະບວນການ ຂອງ MRC ເສັຍກ່ອນ ແຕ່ໃນຕົວຈີງ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ ກັບລົງນາມ ຊື້ໄຟຟ້າ ໃນຂະນະທີ່ ຂະບວນການ ຂອງ MRC ຍັງບໍ່ມີຂໍ້ຍັຕຕິ ຮວມທັງ ຂະບວນການແຈ້ງ ແລະ ປຶກສາຫາຣື ລ່ວງໜ້າ PNPCA ຍັງບໍ່ສາມາດ ສອບຖາມ ຄວາມຄິດເຫັນ ໄດ້ແທ້ ຢ່າງທົ່ວເຖີງ ແລະ ຄວາມຄິດເຫັນ ຂອງກະຊວງ ທັມມະຊາດ ແລະ ສີ່ງແວດລ້ອມ ໃນຖານະ MRC ໄທ ແລະ ກະຊວງ ພະລັງງານ ທີ່ກໍາກັບນໍາ ການໄຟຟ້າ ຝ່າຍພລິດ ຂອງໄທ ກໍຍັງບໍ່ຄິດ ໃນທິດທາງ ດຽວກັນ.

ໃນການຮຽກຮ້ອງ ເທື່ອນີ້ ຕົວແທນ ສສ ແລະ ສວ ຂອງໄທ ຄໍານືງເຖີງເຣື້ອງ ຜົນກະທົບ ຂ້າມພົມແດນ ຈາກການກໍ່ສ້າງ ເຂື່ອນໄຊຍະບຸຣີ ທີ່ຈະມີຕໍ່ ປະເທດ ສະມາຊິກ MRC ໃນດ້ານ ຣະບົບນິເວດ ພັນປາ ການປະມົງ ການກະສິກັມ ແລະ ຄວາມໝັ້ນຄົງ ທາງອາຫານ ປະຊາຊົນ ລຸ່ມແມ່ນໍ້າຂອງ ກ່ວາ 65 ລ້ານ ຄົນ ນັ້ນເປັນຫລັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.