ແຫລ່ງຂ່າວ ພາຍໃນ ຈາກເຈົ້າໜ້າທີ່ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຂອງໄທ ທ່ານນື່ງ ທີ່ບໍ່ຂໍເປີດເຜີຽ ຊື່ ບອກວ່າ ການປະຊຸມ ຂອງ ສະພາມົນຕຣີ ກັມມາທິການ ແມ່ນໍ້າຂອງ ຫລື MRC ຈາກ ວັນທີ 16-18 ມົກກະຣາ 2013 ທີ່ ເມືອງຫລວງພຣະບາງ ຈະບໍ່ເວົ້າເຖິງ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ແຕ່ຢ່າງໃດ ດັ່ງທ່ານ ໄດ້ກ່າວວ່າ:
"ປະຊຸມຣະດັບ ຄະນະມົນຕຣີ ວັນທີ 16 ແລະ 17 ຈະເປັນການ ປຶກສາຫາລື ກັບປະເທດ ໃຫ້ການຊ່ວຍເຫລືອ ແລະ ວັນທີ 18 ເປັນການ ອອກໄປສນາມເບິ່ງ ເຂື່ອນ ໄຊຍະບູຣີ. ໃນຣະດັບ ຄະນະມົນຕຣີ ນີ້ຈະບໍ່ມີການ ເວົ້າເຣື້ອງ ເຂື່ອນ ໄຊຍະບູຣີ ແຕ່ຢ່າງອື່ນ ອາດຈະກ່ຽວຂ້ອງ".
ຫລາຍອົງກອນ ທີ່ບໍຂື້ນກັບ ຣັຖບານ ຕ້ອງການຢາກໃຫ້ ກອງປະຊຸມ ຍົກເອົາບັນຫາ ເຂື່ອນ ໄຊຍະບູຣີ ຂື້ນມາເວົ້າຕື່ມ ແລະຈະເປັນໄປໄດ້ ຫລືບໍ່ນັ້ນ ບໍ່ມີຜູ້ໃດສາມາດ ເວົ້າໄດ້ ແຕ່ກໍອາດເວົ້າເຖິງ ບັນຫາ ເລັກໆນ້ອຍ ທີ່ກ່ຽວຂ້ອງ. ການປະຊຸມ ເທື່ອນີ້ ເປັນການປະຊຸມ ຂອງຣັຖມົນຕຣີ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຈາກ ກັມພູຊາ ວຽດນາມ ໄທ ແລະ ລາວ ຜູ້ຊື່ງເປັນ ເຈົ້າພາບ. ນອກນັ້ນ ກໍມີຜູ້ຕາງໜ້າ ປະເທດ ໃຫ້ການຊ່ວຍເຫລືອ ແກ່ກັມມາທິການ ແມ່ນໍ້າຂອງ ສາກົນ.
ເມື່ອນັກຂ່າວ ຖາມວ່າເປັນຫຍັງ ກອງປະຊຸມ ເທື່ອນີ້ ຈຶ່ງບໍ່ເວົ້າເຖິງ ເຂື່ອນ ໄຊຍະບູຣີ ຊື່ງຫລາຍປະເທດ ສົນໃຈ ທ່ານກໍຕອບວ່າ ຣັຖບານລາວ ໄດ້ໃຊ້ສິດ ອະທິປະຕັຍ ໃນການຕັດສີນໃຈ ໄປແລ້ວ.