ປວັດສາຕລາວ ຕອນທີ 28

ສົມເດັຈພຣະເຈົ້າ ໄຊຍະເຊຕຖາທິຣາຊ ຍົກຣິພົລໂຍທາຫາຣ ໄປຕີເມືອງ ພິສນຸໂລກ ຄັ້ງທີ່ 1 ພຣະມະຫິນທະຣາຊາ ໄດ້ມີ ພຣະຣາຊສາຣ ມາຖວາຍ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ເພື່ອຂໍໃຫ້ ພຣະອົງຄ໌ ຍົກທັພ ໄປຕີເອົາ ເມືອງພິສນຸໂລກ. ພຣະເຈົ້າ ໄຊຍະເຊຕຖາທິຣາຊ ຊົງຊາບ ພຣະຣາຊສາຣ ນັ້ນແລ້ວ ກໍຊົງມີ ຄວາມພໍພຣະທັຍ ເປັນຢ່າງຍິ່ງ ຈຶ່ງມີ ພຣະຣາຊອາຈຍາ ໃຫ້ ພຣະຍາ ຈັນກອງນາງ, ພຣະຍາຂາວ ດອກໝາກ, ພຣະຍາ ຣາຊວັດ ແລະ ພຣະຍາ ຍົສລືກຽຣ ເກນທັພ ໄດ້ພົລແສນນຶ່ງ ຊ້າງ ພັນຕົວ ຍົກໄປຕີ ເອົາເມືອງເຂັມ ຄື 12 ພັນນາລື້. ສ່ວນ ພຣະອົງຄ໌ ເກນພົລ ໄດ້ 280 ພັນຄົນ ຍົກພົລ ລົງໄປ ຕີເອົາ ເມືອງພິສນຸໂລກ.
ວຽງໄຊ
2013.01.14

Watch the video on youtube

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.