ເຣື້ອງທີ່ເກັບບັນທຶກໄວ້
2023-09-26
ເສັ້ນເປ່ເພຫຼາຍຈຸດ ໂດຍສະເພາະ ແຂວງຫຼວງພຣະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຈຶ່ງເຮັດໃຫ້ພາກສ່ວນກ່ຽວຂ້ອງ ສເນີຂໍງົບປະມານ ປັບປຸງເສັ້ນທາງການເຂົ້າເຖິງ ແຫຼ່ງທ່ອງທ່ຽວ ແລະ ການບໍຣການ ໃຫ້ໄດ້ມາຕຖານສາກົລ ເພື່ອຕ້ອບຮັບການທ່ອງທ່ຽວ ລາວປີ 2024.
2023-09-26
ທາງການລາວ ມີແຜນສ້າງແຮງຈູງໃຈ ໃຫ້ນັກຮຽນ, ນັກສຶກສາ ໂດຍການຕຣຽມປັບປຸງຫຼັກສູດໃໝ່ ຂະນະທີ່ ສາເຫດ ທີ່ເຮັດໃຫ້ຈຳນວນ ນັກຮຽນ-ນັກສຶກສາ ຫລຸດລົງຫລາຍ ເປັນຍ້ອນບັນເສຖກິຈ, ຄວາມທຸກຍາກ, ການບໍ່ມີວຽກເຮັດ ຫຼັງຈາກຮຽນຈົບ ແລະເງິນເດືນອໜ້ອຍ, ບໍ່ສາມາດປະຄອງ ຄ່າຄອງຊີບໄດ້.
2023-09-26
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນສິງຫາ 2023 ນີ້ຢູ່ທີ່ 980 ລ້ານໂດລ້າຣ໌ສະຫະຣັຖ ໃນນັ້ນມູນຄ່າສົ່ງອອກປະມານ 446 ລ້ານໂດລ້າຣ໌, ມູນຄ່າການ ນຳເຂົ້າປະມານ 534 ລ້ານໂດລ້າຣ໌ ແລະ ຂາດດຸນການຄ້າ 88 ລ້ານໂດລ້າຣ໌.
2023-09-26
ການສ້າງເຂື່ອນໄຟຟ້າ ກັ້ນແມ່ນໍ້າຂອງ ແລະການໃຫ້ສັມປະທານ ໂຄງການຕ່າງໆຢູ່ລາວ ສົ່ງຜົລຮ້າຍຕໍ່ວິຖີຊີວິດ ຂອງປະຊາຊົນລຸ່ມແມ່ນໍ້າ ຂອງ ໂຄງການຕ່າງໆ ລວມທັງເຂື່ອນ ໄດ້ສ້າງຄວາມປ່ຽນແປງ ໃນທາງລົບ ແລະມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມຫລາຍ.
2023-09-25
ບັນຫານັກຮຽນປະລະການຮຽນ, ຈຳນວນນັກສຶກສາ ໃນມະຫາວິທຍາໄລ ຫຼຸດລົງ ໃນແຕ່ລະປີ ເປັນໂຈດ ຫຼື ຄຳຖາມ ທີ່ທ້າທາຍ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫາຄຳຕອບ, ໃນຂະນະທີ່ ບັນຫາເສຖກິຈ ອາດເປັນສ່ວນນຶ່ງ ໂດຍສະເພາະ ການຮຽນທີ່ບໍ່ສາມາດຕອບໂຈດ ທາງເສຖກິຈ ໃຫ້ຫຼາຍຄອບຄົວໄດ້.
2023-09-25
ໃນໄລຍະຜ່ານມາ, ທາງການລາວ ໃນທ້ອງຖິ່ນຫຼາຍແຂວງ ໄດ້ຈັດພິທີທຳລາຍສິນຄ້າຜິດກົດໝາຍ ຫຼາຍປະເພດ ເປັນຕົ້ນແມ່ນ ຢາເສບຕິດ, ສິນຄ້ານຳເຂົ້າ ບໍ່ຖືກຕ້ອງ, ອຸປະກອນຕັດໄມ້ ທຳລາຍປ່າ, ອຸປະກອນລ່າເນື້ອ ແລະສັດນ້ຳ.
2023-09-25
ຕຳຣວດ ນະຄອນບານ ຂອງໄທຍ ບຸກຄົ້ນຮ້ານຄາຣາໂອເກະ ເຂດບາງກອກນ້ອຍ, ບາງກອກ (ກຸງເທບ) ຊຶ່ງສາມາດຈັບນາງ ກັນລະຍາ ຂຸນພຣະເທບ, ເຈົ້າຂອງຮ້ານຄາຣາໂອເກະ ເນື່ອງຈາກເຈົ້າໜ້າທີ່ ກວດພົບວ່າ ພາຍໃນຮ້ານມີເດັກຍິງສາວ ຊາວລາວ ຈາກແຂວງຈຳປາສັກ ອາຍຸ 14-15 ປີ ໃຫ້ບໍຣິການ.
2023-09-25
ສະຖານທູດໄທຍ ປະຈໍາລາວ ໄດ້ສົ່ງຈົດໝາຍ ໄປຍັງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອໃຫ້ທາງການລາວ ກວດສອບຫາຄວາມຈິງ ແລະໃຫ້ຄໍາຕອບ ກ່ຽວກັບເຫດການ ທີ່ຫົວໜ້າ ແລະຮອງຫົວໜ້າ ຂອງບໍຣິສັດ ປຕທ (ລາວ) ຊຶ່ງຖືກຄວບຄຸມ ໃນວັນທີ 18 ກັນຍາ 2023.
2023-09-25
ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງການຕ່າງປະເທດ ໄດ້ກ່າວປາໄສ ຕໍ່ສະມັດຊາໃຫຍ່ ອົງການສະຫະປະຊາຊາຕ ສໄມທີ 78 ໂດຍທ່ານກ່າວເຖິງການຈັດຕັ້ງວາລະ ແຜນພັທນາ ເສຖກິຈ-ສັງຄົມ ເພື່ອບັນລຸເປົ້າໝາຍການພັທນາ ແບບຍືນຍົງ ໃນປີ 2030 ຂອງລາວ.
2023-09-24
ຂແນງການອະສັງຫາລິມະຊັບ ຂອງຈີນ ຊະລໍໂຕ ເຮັດໃຫ້ສົ່ງຜົລຕໍ່ເສຖກິຈຂອງຈີນ ໂດຍລວມ ໃນຂະນະທີ່ປະເທດລາວ ທີ່ເປັນປະເທດລູກໜີ້ ຂອງຈິີນ ກໍຍັງປະສົບກັບບັນຫາ ເງິນເຟີ້.
2023-09-24
ປັດຈຸບັນ ລາວມີຄວາມສ່ຽງຜິດສຳຣະໜີ້ ຍ້ອນທຶນສຳຮອງ ລະຫວ່າງ ປະເທດຢູ່ໃນ ລະດັບຕໍ່າ ໃນຂະນະທີ່ ອັຕຣາແລກປ່ຽນ ຍັງຄົງຖີບໂຕຂຶ້ນສູງ.
2023-09-24
ຄວາມເຊື່ອຂອງໄທດໍາ ກ່ຽວກັບ ຂັວນຕ່າງໆ ທີ່ຢູ່ໃນຮ່າງກາຍ ຂອງມະນຸດ ຕລອດຊີວິຕ ຂອງຄົນຜູ້ນັ້ນ ໄປຈົນເຖິງມື້ຕາຍ.
2023-09-24
ຣັຖວິສາຫະກິຈ ໄຟຟ້າລາວ ຊື້ໄຟຟ້າ ຈາກຕ່າງປະເທດ, ຊາວບ້ານ ຫຼາຍສິບຄົນ ຢູ່ເຂດເມືອງປາກອູ ຖືກ ບໍຣິສັດບໍ່ແຮ່ຈີນ ກັກຂັງ-ປັບໃໝ, ຣັຖບານ ຈະປ່ອຍເງິນກູ້ ດອກເບັ້ຍຕ່ຳ ໃຫ້ພາກທຸຣະກິຈ.
2023-09-23
ວັດລາວພຸທທະເມຕຕາ ຈັດບຸນຊ່ວງເຮືອປະເພນີປະຈໍາປີຄັ້ງທີ 8 ວັນອາ ທິດ ທີ 10 ກັນຍານີ້ ທີ່ສວນສາທະນະອ່າວໂພຮິກ ເມືອງລໍຕັນ ຣັຖເວີຈິເນັຍ ໃນຂົງເຂດນະຄອນຫລວງ ວໍຊິງຕັນດີຊີ ສະຫະຣັຖອາເມຣິກາ.
2023-09-22
ການສືກສາ ສຳຣວດຂອງ 13 ອົງກອນໃນ 14 ແຂວງພົບວ່າ 91% ຄົວເຮືອນ ປະສົບບັນຫາ ຄ່າຄອງຊີບສູງ ຈາກອັດຕຣາເງິນເຟີ້, ການປ່ຽນແປງດິນຟ້າອາກາດ ແລະ ການຣະບາດໂຄວິດ-19 ໃນໄລຍະຜ່ານມາ.