ການສ້າງເຂື່ອນໄຟຟ້າ, ໂຄງການຕ່າງ ລ້ວນແຕ່ສົ່ງຜົລກະທົບ ກັບວິຖີຊີວິດຊາວບ້ານ
2023.09.26
ການສ້າງເຂື່ອນໄຟຟ້າ ກັ້ນແມ່ນໍ້າຂອງ, ໂຄງການພັທນາຕ່າງໆ ທີ່ຣັຖບານ ລາວອະນຸມັດໃຫ້ ແລະການຍຶດ ທີ່ດິນປະຊາຊົນ ໃຫ້ນາຍທຶນສັມປະທານ ສົ່ງຜົລກະທົບ ຕໍ່ວິຖີຊີວິດຂອງປະຊາຊົນ ທັງຝັ່ງລາວ ແລະໄທຍ ຢ່າງຫລວງຫລາຍ, ອີງຕາມຄໍາເວົ້າ ຂອງນັກວິຊາການ ແລະພາກປະຊາສັງຄົມໄທຍ ໃນງານເສວະ ນາ ໃນຫົວຂໍ້ “ສົດຈາກສນາມ: ຄວາມປ່ຽນແປງ, ຄວາມເດືອດຮ້ອນ ແລະອະນາຄົດ ໃນສາຍຕາ ປະຊາຊົນ ລຸ່ມນໍ້າຂອງ” ຊຶ່ງເປັນສ່ວນນຶ່ງ ຂອງງານສັບປະດາສິ່ງແວດລ້ອມ ແມ່ນໍ້າຂອງ-ອາຊ້ຽນ ຢູ່ບາງກອກ ປະເທດໄທຍ.
ຢູ່ປະເທດລາວ ປະຊາກອນຢູ່ຕາມຊົນນະບົດ ຍັງເຮັດກະສິກັມ ຫລາຍກວ່າ 80% ທີ່ຍັງຕ້ອງເພິ່ງພາ ຊັພຍາກອນທັມມະຊາຕ ເປັນຕົ້ນ ທີ່ດິນ, ປ່າໄມ້, ແມ່ນໍ້າ ໃນການດໍາຣົງຊີວິດ ແລະເຮັດກະສິກັມ, ແຕ່ທີ່ຜ່ານມາ ປະຊາຊົນ ແມ່ນໄດ້ຮັບຜົລກະທົບ ຈາກໂຄງການພັທນາຂນາດໃຫຍ່ຕ່າງໆ ບໍ່ວ່າຈະເປັນເຂື່ອນໄຟຟ້າ, ການຂຸດຄົ້ນບໍ່ແຮ່ ຮວມເຖິງການຍຶດທີ່ດິນ ແລະການປ່ຽນແປງຂອງດິນຟ້າອາ ກາດ.
ດັ່ງ ດຣ. ປະພາດ ປີ່ນຕົບແຕ່ງ ອາດີດຜູ້ອໍານວຍການ ສະຖາບັນວິໄຈສັງຄົມ ຈຸລາລົງກອນ ມະຫາວິທຍາໄລ ກ່າວໃນງານເສວນາ ວັນທີ 25 ກັນຍານີ້ວ່າ:
“ເສຖກິຈຂອງລາວ ຍັງຢູ່ບົນພື້ນຖານ ການກະເສດເປັນຫລັກ 80% ຂອງຄົນຢູ່ໃນຊົນບົດ ແລະຍັງມີລັກສະນະ ການຜລິດເຂົ້າ ເພື່ອບໍຣິໂພກເປັນຫລັກ ບໍ່ໄດ້ຂາຍ ແລະຖານຊີວິດ ກໍຍັງເພິ່ງພາຊັພຍາກອນ ດິນ, ນໍ້າ, ປ່າ ແຕ່ກໍພົບພໍ້ກັບການຮຸກຮານ ຖານຊັພຍາກອນ ຈາກໂຄງ ການຂນາດໃຫຍ່ ໂຄງການສັມປະທານຕ່າງໆ ຜລິດໄຟຟ້າ ເຂື່ອນຕ່າງໆພວກນີ້ ການແຍ່ງຍຶດທີ່ດິນ ການປ່ຽນແປງຂອງສະພາບພູມີອາກາດ ອັນນີ້ແມ່ນສະຖານະການຮ່ວມ ຂອງພີ່ນ້ອງ ໃນພູມີພາກນີ້.”

ຍ້ອນຜົລກະທົບ ຂອງໂຄງການພັທນາ ແລະການໃຫ້ສັມປະທານທີ່ດິນ ເພື່ອປູກພືດເສຖກິຈຕ່າງໆ ເຮັດໃຫ້ປະຊາຊົນລາວ ຍັງມີເສຖກິຈຂນາດນ້ອຍ ບໍ່ມີໂຄງຮ່າງພື້ນຖານ ຂາດຖນົນຫົນທາງ ເຮັດໃຫ້ຊາວບ້ານ ບໍ່ສາມາດສ້າງລາຍຮັບ ທີ່ພຽງພໍໄດ້ ຈາກການປູກເຂົ້າ ແລະປູກພືດອື່ນໆກ ດັ່ງນັ້ນ ຈຶ່ງເຮັດໃຫ້ຫລາຍຄົນ ອອກໜີໄປເຮັດວຽກຢູ່ບ່ອນອື່ນ ເພື່ອຫາລາຍໄດ້ລ້ຽງຄອບຄົວ.
ດັ່ງທີ່ທ່ານກ່າວວ່າ:
“ການສະສົມທຶນ ໂດຍໃຫ້ຕ່າງ ປະເທດປະທານເປັນຫລັກ ໂດຍບໍ່ໄດ້ພັທນາຕລາດພາຍໃນ ເພື່ອເຮັດໃຫ້ມີຖນົນຫົນທາງ ທີ່ສາມາດຄ້າຂາຍ ສິນຄ້າກະເສດຢູ່ພາຍໃນໄດ້. ອັນນີ້ ໜ້າຈະເປັນປະເດັນສໍາຄັນ ທີ່ຕ້ອງຄິດເຖິງການສ້າງລາຍໄດ້ ຫລືຕລາດ ລະດັບທີ່ເຊື່ອມໂຍງຊຸມຊົນ ກັບເມືອງໄດ້ ເພື່ອໃຫ້ມີລາຍໄດ້ພຽງພໍ ກັບສະພາບການດໍາຣົງຊີບທີ່ຂຍາຍໂຕໄດ້ ”
ປັດຈຸບັນ ຣັຖບານລາວ ມີແຜນສ້າງເຂື່ອນໄຟຟ້າໃສ່ແມ່ນໍ້າຂອງ 8 ຫາ 11 ແຫ່ງ ແລະກໍສ້າງເສັດແລ້ວ 2 ແຫ່ງ ຄືເຂື່ອນໄຊຍະບູຣີ ຢູ່ທາງພາກເໜືອ ແລະເຂື່ອນດອນສະໂຮງ ທາງພາກໃຕ້; ຮວມທັງເຂື່ອນໃນແມ່ນໍ້າສາຂາ ຂອງແມ່ນໍ້າຂອງ ເຮັດໃຫ້ລາວ ມີເຂື່ອນຫລາຍກວ່າ 91 ແຫ່ງ.
ການສ້າງເຂື່ອນໃນລາວ ທີ່ຈີນ ແລະໄທຍ ລົງທຶນນັ້ນນັ້ນ ສະທ້ອນໃຫ້ເຫັນເຖິງຜົລກະທົບ ທີ່ເກີດຂຶ້ນໃນປະເທດລຸ່ມນໍ້າ ຂອງຢ່າງຈະແຈ້ງ. ເຂື່ອນ ບໍ່ພຽງແຕ່ເຮັດໃຫ້ວິຖີຊີວິດ ຂອງປະຊາຊົນ ປ່ຽນແປງໄປ ແຕ່ຫາກຍັງສົ່ງຜົລກະທົບຕໍ່ ລວມຍອດມູນຄ່າຜລິຕພັນພາຍໃນ ຫລື GDP ຂອງປະເທດ ໃນເຂດລຸ່ມນໍ້າຂອງນໍາດ້ວຍ, ອີງຕາມຄໍາເວົ້າຂອງຍານາງ ເປມຣືດີ ດາວເຣືອງ ຜູ້ປະສານງານເຄືອຂ່າຍ ປະຊາຊົນ ຈັບຕາການລົງທຶນ ສ້າງເຂື່ອນຢູ່ລາວ ຂອງໄທຍ ໃນງານດຽວກັນນັ້ນ.
“ເຮົາຄິດວ່າ ການສ້າງເຂື່ອນມາກມາຍ ໃນລາວຂະນະນີ້ ແມ່ນສະທ້ອນໃຫ້ເຫັນ ເຖິງສິ່ງທີ່ກໍາລັງເກີດຂຶ້ນ ໃນພູມີພາກຢ່າງຈະແຈ້ງ ບໍ່ວ່າຈະເປັນເຣື່ອງ ຕົວລະຄອນຕ່າງໆ ຜູ້ລົງທຶນ ສິ່ງທີ່ເກີດຂື້ນ ຜົລກະທົບ ຊຶ່ງເກີດຂື້ນໃນປະເທດລາວເອງ ແລະຜົລກະທົບຂ້າມຊາຍແດນ ມັນໄດ້ສະແດງໃຫ້ເຫັນຈະແຈ້ງໃນລາວ ເພາະສະນັ້ນ ສິ່ງທີ່ເກີດຂຶ້ນໃນລໍານໍ້າຂອງ ບໍ່ໄດ້ກະທົບ ແຕ່ຕໍ່ວິຖີຊີວິດຊາວບ້ານ ແບບເລັກໆນ້ອຍໆ ແຕ່ກະທົບທັງຕໍ່ GDP ນໍາດ້ວຍ ເພາະ GDP ຂອງກັມພູຊາ 17% ເຄີຍໄດ້ມາຈາກຜົລຜລິດທາງປະມົງ.”

ໃນເດືອນພຶສພາ 2023 ນີ້ ທາງການລາວ ກໍມີແຜນສເນີ ແຜນການສ້າງເຂື່ອນໄຟຟ້າພູງອຍ ຂນາດ 728 ເມກະວັດ ຢູ່ແມ່ນໍ້າຂອງ ທີ່ຈະມີຜົລກະທົບ ຕໍ່ປະຊາຊົນ 6 ເມືອງ ຂອງແຂວງຈໍາປາສັກ, ທັງໝົດ 86 ບ້ານ, ສໍາລັບເມືອງໂຂງຈຽມຂອງໄທຍ ປະຊາຊົນ ກໍໄດ້ຮັບຜົລກະທົບ 6 ບ້ານ.
ດັ່ງຍານາງ ເປມຣືດີ ດາວເຮືອງ ກ່າວວ່າ:
“ບັນຫາຂອງເຂື່ອນພູງອຍ ເຂື່ອນພູງອຍຕັ້ງຢູ່ 18 ກິໂລລົງໄປຂ້າງລຸ່ມຂອງເມືອງປາກເຊ ຂອງແຂວງຈໍາປາສັກ. ຖ້າກັ້ນເຂື່ອນພູງອຍບົນລໍານໍ້າຂອງສາຍຫລັກ ນໍ້າຈະເກີດນໍ້າຍື່ງ ເພາະວ່າຈະສ້າງໂດຍໃຊ້ລໍານໍ້າຂອງເປັນອ່າງເນາະ ນໍ້າຕອນເທິງຈະຍຶ່ງຂຶ້ນ 80 ກິໂລ ຈົນເຖິງແຂວງອຸບົນຣາຊທານີຂອງໄທຍ ມາຈົນເຖິງເຂື່ອນປາກມູນ ເຂື່ອນພູງອຍຈະເຮັດໃຫ້ນໍ້າຍຶ່ງໄປເຖິງເຂື່ອນປາກມູນ ຍັງບໍ່ຈະແຈ້ງວ່າພູງອຍ ຈະເຮັດໃຫ້ປາກມູນຈົບເລີຍ ຫລືຈະພຽງແຕ່ເສື່ອມປະສິດທິພາບ ທຸກຢ່າງໄດ້ຮັບຜົລກະທົບເມິດ ຮວມທັງອຸທິຍານທີ່ຢູ່ໃກ້ຄຽງ ຄື ແກ່ງຕະນະ ຊຶ່ງໃນການສຶກສາຜົລກະທົບ ເວົ້າເລີຍວ່າຖ້າພູງອຍສ້າງ ຕະນະຈະຖ້ວມສນິດກາຍເປັນນໍ້ານຶ່ງໄປເລີຍ.”
ລ່າສຸດ ເມື່ອວັນທີ 13 ກັນຍານີ້ ທາງການໄທຍ ໄດ້ໃຫ້ການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທຍ ຫຼື EGAT ທີ່ເປັນຣັຖວິສາຫະກິຈໄຟຟ້າໄທຍ ເຊັນສັນຍາຊື້ໄຟຟ້າ ຈາກເຂື່ອນປາກແບງ ໃນແມ່ນໍ້າຂອງນັ້ນແລ້ວ.
ອີງຕາມການຣາຍງານ ກ່ຽວກັບການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ຈາກໂຄງການເຂື່ອນປາກແບງ, ຈະມີຊາວບ້ານ ໄດ້ຮັບຜົລກະ ທົບໂດຍກົງ ແລະທ້າງອ້ອມ 26 ບ້ານ ຢູ່ 4 ເມືອງ ໃນ 3 ແຂວງຄື ເມືອງປາກແບງ ແຂວງອຸດົມໄຊ 4 ບ້ານ, ເມືອງປາກທາ ແຂວງບໍ່ແກ້ວ 17 ບ້ານ, ເມືອງຊຽງຮ່ອນ ແຂວງໄຊຍະບູຣີ 3 ບ້ານ ແລະເມືອງຄອບ ແຂວງໄຊຍະ ບູຣີ 2 ບ້ານ. ໃນຈຳນວນ 26 ບ້ານທີ່ວ່ານັ້ນ ຈະມີ 7 ບ້ານ, 923 ຄອບຄົວ, ປະມານ 4,700 ປາຍຄົນ ຈະສູນເສັຍທີ່ດິນ ແລະຖືກໃຫ້ໂຍກຍ້າຍ. ທັງ 2 ທ່ານທີີວ່ານັ້ນ ຮຽກຮ້ອງໃຫ້ປະຊາຊົນ ໃນປະເທດລຸ່ມແມ່ນໍ້າຂອງ ຮ່ວມກັນ ໃນການກວດສອບຣັຖບານ ແລະຮຽກຮ້ອງໃຫ້ບໍຣິສັດຂ້າມຊາດ ຕ້ອງມີທໍາມາພິບານ ໃນການລົງທຶນ.