ຣັຖບານ ຕຣຽມປັບປຸງ ລັກສູດການສຶກສາ ເພື່ອຈູງໃຈ ນັກຮຽນ-ນັກສຶກສາ

ຈຳປາທອງ
2023.09.26
ຣັຖບານ ຕຣຽມປັບປຸງ ລັກສູດການສຶກສາ ເພື່ອຈູງໃຈ ນັກຮຽນ-ນັກສຶກສາ ນັກຮຽນຕ່າງແຂວງ ທີ່ຢູ່ຫ່າງໄກ ທີ່ກຳລັງກັບບ້ານ ຫຼັງຈາກເລີກໂຮງຮຽນ.
RFA

ພາຍຫລັງຈໍານວນນັກຮຽນ ເຂົ້າຮຽນຕໍ່ມະຫາວິທຍາໄລ ແລະສະຖາບັນການສຶກສາຊັ້ນສູງຢູ່ລາວ ຫລຸດລົງຫລາຍ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກິລາ ມີແຜນສ້າງແຮງຈູງໃຈ ໃຫ້ນັກຮຽນ ທີ່ຈົບ ມ.7 ສົນໃຈເຂົ້າຮຽນເພີ່ມຂຶ້ນ.

ດັ່ງເຈົ້າໜ້າທີ່ດ້ານການສຶກສາ ຜູ້ຂໍສງວນຊື່ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກັນຍານີ້ວ່າ:

ບາງຫລັກສູດມັນກໍໝົດໄປແລ້ວເນາະ ຄວາມຕ້ອງການຂອງແຮງງານ ຕລາດແຮງງານພັດຕ້ອງການແຮງງານໄປທາງດ້ານນີ້ ເຮົາກໍຕ້ອງການສ້າງຫລັກສູດ ໄປທາງດ້ານນັ້ນ ຜ່ານມາໂຕຢ່າງວ່າ 10 ປີແລ້ວ ຄວາມຕ້ອງການມັນບໍ່ຕ້ອງການແລ້ວ ຕລາດແຮງງານມັນຕ້ອງການຫຍັງດຽວນີ້ ກໍສ້າງຫລັກສູດໄປລັກສະນະນັ້ນ ເພິ່ນກໍມີການຮ່ວມມືກັບຜູ້ປະກອບການ ເດ້ເນາະ ບໍຣິສັດໜ້າງານຕ່າງໆນ່າ ຮຽນຈົບໄປແລ້ວ ເພິ່ນອາຈຮັບໄປເລີຍ.

ທ່ານກ່າວຕື່ມວ່າ ນອກຈາກນີ້ ທາງຂັ້ນເທິງຍັງມີແຜນ ຊ່ອຍທຶນການສຶກສາ ໃຫ້ນັກ ຮຽນທີ່ທຸກຍາກ ໄດ້ເຂົ້າຮຽນມະຫາວິທຍາໄລ ຫລື ໃນລະດັບອະນຸປະຣິນຍາ.

ທຶນການສຶກສາ ເພິ່ນອາຈໃຫ້ທຶນໂຕນັ້ນໂຕນີ້ ມັນມີກົດເກນຂອງ ຈາກກະຊວງແຮງງານ ຕິ໋. ກະຊວງກະສິກັມບໍ່ ຫລືກະຊວງໃດນີ້ແຫລະ ທີ່ວ່າເກນການສັນຍາຄອບຄົວທຸກຍາກ ແນວໃດຫັ້ນ ມັນມີການວັດຢູ່ໃນກະຊວງອື່ນອີກ.

ທ່ານ ຫລ້າວັນ ວົງຄໍາສານ ຮອງຫົວໜ້າກົມການສຶກສາຊັ້ນສູງ ກ່າວຕໍ່ນັກຂ່າວໃນລາວໃນເດືອນກັນຍານີ້ວ່າ ກະຊວງສຶກສາທິການ ແລະກິລາ ຈະປັບປຸງມາຕຖານຫລັກສູດແຫ່ງຊາຕ ໃຫ້ສອດຄ່ອງແລະແທດເໝາະກັບແຕ່ລະໄລຍະ, ປະເມີນຄືນຫລັກສູດທີ່ໃຊ້ຢູ່ວ່າ ຈະຍົກເລີກຫລັກສູດໃດ ແລະຈະປັບປຸງຫລັກສູດໃດ ເພື່ອໃຫ້ນັກສຶກສາທີ່ຮຽນຈົບໄປແລ້ວ ສາມາດປະກອບອາຊີບ ດ້ວຍຕົນເອງໄດ້. ພ້ອມທັງປັບປຸງຄຸນນະພາບການສອນ, ຍົກຄຸນນະພາບຄຣູ, ອາຈານ, ໃຫ້ນັກສຶກສາເຂົ້າເຖິງອິນເຕີເນັດ, ສ້າງສູນບໍຣິການ ໃຫ້ຄໍາປຶກສາແກ່ນັກສຶກສາ,

ສ້າງເຄືອຂ່າຍ ຕລາດແຮງງານ ແລະອື່ນໆ. ນອກຈາກນັ້ນ ກໍຈະເພີ່ມນະໂຍບາຍ ໃນສາຂາວິຊາທີ່ນັກສຶກສາ ບໍ່ສມັກຮຽນ ເຊັ່ນ ວິທຍາສາດ ວິສາວະກັມ, ເທັກໂນໂລຈີ, ຄະນິດສາດ ເປັນຕົ້ນ.

ເຈົ້າໜ້າທີ່ດ້ານການສຶກສາ ຢູ່ແຂວງສວັນນະເຂດ ທ່ານນຶ່ງກໍເວົ້າວ່າ ແຜນການດັ່ງກ່າວ ມີຈຸດປະສົງໃຫ້ນັກຮຽນ ທີ່ຈົບ ມ.7 ສົນໃຈເຂົ້າຮຽນຕໍ່ມະຫາວິທຍາໄລ ຫລາຍຂຶ້ນ ເພາະໂຕເລກມັນຫລຸດລົງຫລາຍ, ແຕ່ ບໍ່ຮູ້ວ່າແຜນການນັ້ນ ຈະໄດ້ຜົລ ຫລືບໍ່ ເພາະສາເຫດຫລັກ ແມ່ນເສຖກິຈລາວຕົກຕໍ່າ ຫຍຸ້ງຍາກທາງດ້ານການເງິນ ໂດຍສະເພາະບັນຫາເງິນເຟີ້ ເງິນກີບອ່ອນຄ່າລົງນໍາລື້ອຍໆ ແລະວ່າແຜນທີ່ຈະແກ້ໄຂບັນຫານັ້ນ ບໍ່ຖືກຈຸດ ບໍ່ແກ້ສາເຫດທີ່ແທ້ຈິງ. ບັນຫາມີຢູ່ວ່າ ການຮຽນຕໍ່ແມ່ນຕ້ອງໄດ້ໃຊ້ເງິນຫລາຍ, ເມື່ອຮຽນຈົບມາແລ້ວ ບໍ່ມີວຽກເຮັດງານທໍາ, ເມື່ອມີວຽກເຮັດກໍໄດ້ເງິນເດືອນໜ້ອຍ ບໍ່ກຸ້ມຢູ່ບໍ່ກຸ້ມກິນເຮັດໃຫ້ຫລາຍຄົນ ພາກັນໄປເຮັດວຽກຢູ່ໄທຍ ທີ່ໄດ້ເງິນຫລາຍກວ່າ ຢູ່ລາວຫລາຍເທົ່າ.

ດັ່ງທີ່ທ່ານກ່າວວ່າ:

ເຫັນບໍ່ໃນໂຕເລກເຂົາ ມັນກໍຫລຸດຢູ່ແລ້ວເດ້ ເພາະວ່າເວົ້າເຣື່ອງເສຖກິຈເນາະ ຄັນເຈົ້າໄປຮຽນມະຫາໄລ 4 ປີ ປຣີນຍາຕຣີເຈົ້າຕ້ອງໃຊ້ເງິນໄປເທົ່າໃດ ຈົບມະຫາໄລສາຍອື່ນໆ ນີ້ກໍຍັງບໍ່ໄດ້ວຽກຢູ່ ບາດນີ້ເງິນກໍແຂງຄ່າ ດຽວນີ້ ເງິນເດືອນນຶ່ງ ຄືຂ້າຣາຊການນີ້ມັນກໍມີລ້ານ 2 ລ້ານເນາະ ດຽວນີ້ຄົນນີ້ໄປທໍາງານຢູ່ປະເທດເພື່ອນບ້ານນີ້ຫລາຍຂຶ້ນ ອັນເຮົາຕ້ອງເວົ້າສະພາບເສຖກິຈ ທີ່ມັນຜັນຜວນຢູ່ເທົ່າທຸກມື້ນີ້.

ທ່ານກ່າວຕື່ມວ່າ ການສຶກສາຂອງລາວ ບໍ່ມີສິ່ງດຶງດູດໃຈ ໃຫ້ນັກຮຽນຮຽນຕໍ່ແລະໃນເວລາປະເທດ ປະສົບກັບບັນຫາເສຖກິຈ ຕົກຕໍ່າຢູ່ນີ້ ກໍເປັນເຣື່ອງຍາກຕື່ມອີກ. ເຖິງແມ່ນຂັ້ນເທິງຈະໂຄສະນາ ຊັກຊວນໃຫ້ພໍ່ແມ່ຜູ້ປົກຄອງ ສົ່ງເສີມໃຫ້ລູກຫລານຂອງຕົນ ສຶກສາຕໍ່ກໍຕາມ ແຕ່ກໍບໍ່ໄດ້ຜົລ ຍ້ອນຕ້ອງໄດ້ໃຊ້ເງິນຫລາຍ, ບໍ່ມີເງິນໃຫ້ ແລະອີກເຫດຜົລນຶ່ງ ເມື່ອຮຽນຈັບກໍບໍ່ມີວຽກເຮັດ, ເປັນຄຣູອາສາມັກຫລາຍປີ ກໍໍບໍ່ໄດ້ເຂົ້າເປັນຣັຖກອນ, ເງິນເດືອນກໍບໍ່ໄດ້, ເຮັດໃຫ້ພວກເຂົາເຈົ້າໝົດກໍາລັງໃຈ.

ດັ່ງທີ່ທ່ານກ່າວວ່າ:

ມະຫາວິທຍາໄລ ດຽວນີ້ມັນຫລຸດລົງແຮງອື່ຫລີ ມັນບໍ່ມີແນວຈູງໃຈ ມີແຕ່ເສັຽເງິນ ຄົນລາວນີ້ນິໄສ ຄືຢາກເປັນນາຍ ຮຽນຈົບມາແລ້ວ ປະຣິນຍາຕຣີ ກໍຢາກເປັນນາຍບໍ່ຢາກເປັນກັມກອນໄດ໊, ແຕ່ຈົບມາແລ້ວຈະໄດ້ເຂົ້າສັງກັດຣັຖບໍ່ ຫລືໄປເຮັດນໍາເອກຊົນບໍ່ ບໍ່ແນ່ນອນ ສະແດງວ່າເຂົາຈະບໍ່ຕ້ອງ ການແບບນັ້ນແລ້ວ ເຂົາຕ້ອງການຫາວຽກເຮັດງານທໍາດີກວ່າ.

ໃນຂະນະດຽວກັນ ເຈົ້າໜ້າທີ່ ມະຫາວິທຍາໄລແຫ່ງຊາຕ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກໍກ່າວເຖິງເຣື່ອງກະຊວງສຶກສາທິການ ແລະກິລາ ຈະປັບປຸງຫລັກສູດໃນລະດັບມະຫາວິທຍາໄລ ນີ້ວ່າ ຍັງບໍ່ຮູ້ລາຍລະອຽດເທື່ອວ່າ ຈະປັບປຸງໃນຮູບແບບໃດແລະໃນທິດທາງໃດ ແລະການປັບປຸງນັ້ນບໍ່ແມ່ນເຣື່ອງງ່າຍ ຕ້ອງໃຊ້ເວລາ.

ກໍບໍ່ສາມາດຈະຕອບໄດ້ວ່າ ເພິ່ນຈະປັບໄປໃນຮູບແບບໃດ ແນວໃດເພາະວ່າການທີ່ຈະປັບປຸງ ຫລັກສູດນີ້ ປັບມັນບໍ່ແມ່ນຂອງງ່າຍເດ້ ມັນເປັນໃຊ້ເວລາໄລຍະຍາວ ໄລຍະນຶ່ງພຸ້ນ.

ກ່ຽວກັບເຣື່ອງນີ້ ພໍ່ແມ່ຜູ້ປົກຄອງນັກຮຽນຜູ້ນຶ່ງ ກໍເວົ້າເຖິງຫລັກສູດ ຂອງມະຫາວິທຍາໄລ ໃນລາວວ່າ ບໍ່ຈໍາເປັນຕ້ອງປັບປຸງ ມັນກໍດີຢູ່ແລ້ວ ມີແຕ່ເດັກນ້ອຍນັກ ຮຽນຊັ້ນ ມ. 7 ຫາກບໍ່ຢາກຮຽນຕໍ່ຕ່າງຫາກ ຍ້ອນຕ້ອງໃຊ້ເງິນຫລາຍຂຶ້ນ ຂະນະທີ່ເງິນກີບອ່ອນຄ່າ ລົງຫລາຍ ເງິນກີຍເຟີ້.

ຫລັກສູດມັນໂອເຄແລ້ວ ມັນບໍ່ກ່ຽວກັນດອກ ຫລັກສູດໂຕຂອງມະຫາວິທຍາໄລແຫ່ງຊາຕ ມັນເປັນຂອງລະດັບຊາຕ ໄດ້ມາຕຖານເນາະ ພາກເສຖກິຈນັ້ນແຫລະມັນບັງຄັບ ໂຕນີ້ນີ້ແຫລະ ທີ່ຈິງງານມັນກໍມີຫລາຍຢູ່ລາວ ແຕ່ວ່າມາຄາຢູ່ເຣື່ອງອັດຕຣາເງິນເຟີ້ ຂອງລາວເຮົານີ້ນ່າ ມັນໜັກຫລາຍແລ້ວບາດນີ້ ເງິນເດືອນພື້ນຖານຂອງຄົນລາວເຮົາຢູ່ນີ້ຄ່າໜ້ອຍ ມັນກໍບໍ່ແມ່ນວ່າຈະໄດ້ຂຶ້ນ ມັນບັງຄັບໃຫ້ຄົນອອກນອກປະເທດ ຫລາຍຂຶ້ນ.

ນັກສຶກສາທີ່ຈົບຊັ້ນມ 7 ຜູ້ນຶ່ງ ກໍເວົ້າເຖິງສາເຫດສໍາຄັນທີ່ບໍ່ຮຽນຕໍ່ ມະຫາວິທຍາໄລ ວ່າ ເປັນຍ້ອນບໍ່ມີເງິນ ແລະເສຖກິຈ ໃນລາວຕອນນີ້ ເງິນເຟີ້ ແລະເງິນກີບອ່ອນຄ່າໜັກ. ​ຄົນທີ່ຮຽນຕໍ່ມະຫາວິທຍາໄລ ໄດ້ຕ້ອງແມ່ນຄົນມີເງິນເທົ່ານັ້ນ. ຫລາຍຄົນທີ່ຈົບຊັ້ນ ມ.7 ກໍຢາກຮຽນຕໍ່ ແຕ່ຈໍາເປັນຕ້ອງໄປຫາເຮັດວຽກ ເອົາເງິນລ້ຽງຊີບ ຕົນເອງ ແລະຄອບຄົວ ແລະອີກສາເຫດນຶ່ງ ທີ່ບໍ່ຮຽນຕໍ່ ແມ່ນເມື່ອຮຽນຈົບອອກມາແລ້ວ ບໍ່ມີວຽກເຮັດ ຫລືຖ້າມີກໍໄດ້ເງິນເດືອນຕໍ່າ ບໍ່ກຸ້ມກິນ.

ດັ່ງທີ່ລາວກ່າວວ່າ:

ມັນກໍກ່ຽວກັບຄ່າຄອງຊີບຫັ້ນແຫລະ ກ່ຽວກັບເງິນຄໍາແດ່ ການໃຊ້ຈ່າຍແດ່ ຄັນຮຽນໄປກໍຢ້າເປັນໜີ້ເປັນສິນ ກໍເລີຍວ່າບໍ່ຮຽນ ສ່ວນຫລາຍກໍຫາເຮັດວຽກເອົາ ຜູ້ທີ່ຮຽນກໍມີຕົ້ນທຶນຫລາຍຫັ້ນແຫລະ ຈຶ່ງຮຽນໄດ້ ຕອນນີ້ເງິນມັນເຟີ້ອີ່ຫຍັງມັນກໍແພງເດ້. ຈົບມາສູງພັດຢາກໄດ້ເງິນເດືອນສູງນໍາ ມັນກະບໍ່ໄດ້ ຍ້ອນໂຕນີ້ແຫລະ.

ໃນປີ 2023 ນີ້ ມະຫາວິທຍາໄລແຫ່ງຊາຕ ບໍ່ມີນັກສຶກສາພຽງພໍ ໂດຍສະເພາະ ສາຍວິທຍາສາດ-ທັມມະຊາຕ, ສາຍວິທຍາສາດ-ສັງຄົມ ຊຶ່ງເມື່ອວັນທີ 8 ກັນຍານີ້ ກໍໄດ້ປະກາດຮັບສມັກ ເອົານັກສຶກສາຕື່ມ 1,746 ຄົນ ໃນເກືອບທຸກວິຊາ ໃນຂະນະທີ່ປີ 2023 ນີ້ມີນັກຮຽນຈົບຊັ້ນ ມ.7 ທັງໝົດ 49,926 ຄົນ, ອີງຕາມຂໍ້ມູນຈາກຫ້ອງການ ວິຊາການມະຫາວິທຍາໄລແຫ່ງຊາຕ ແລະຫ້ອງການກະຊວງສຶກສາ ທິການ ແລະກິລາ. ໃນຈໍານວນທີ່ວ່ານີ້ ເຂົ້າຮຽນມະຫາວິທຍາໄລ ແຫ່ງຊາຕພຽງ 7,363 ຄົນ. ເມື່ອທຽບໃສ່ສົກປີ 2022-2023 ທີ່ມີ 11,976 ຄົນ ຊຶ່ງຖືວ່າມີແນວໂນ້ມ ຫລຸດລົງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.