ສປປ ລາວ ອາດບໍ່ໄດ້ປະເຊີນ ບັນຫາເສຖກິຈ ຢ່າງດຽວ, ແຕ່ການສຶກສາ ນຳ

ພອນ ພູມມີທອນ
2023.09.25
ສປປ ລາວ ອາດບໍ່ໄດ້ປະເຊີນ ບັນຫາເສຖກິຈ ຢ່າງດຽວ, ແຕ່ການສຶກສາ ນຳ ຮູບເດັກນ້ອຍນັກຮຽນ ເມື່ອຫຼາຍປີກ່ອນ ຈາກຄອບຄົວທີ່ທຸກຍາກ ຢູ່ເມືອງປາກຊ່ອງ ຫລັງຈາກເລີກຮຽນ ຈະອອກໄປເກັບກາເຟ ເພື່ອຫາລາຍໄດ້ ຊ່ອຍຄອບຄົວ.
RFA

ຕັ້ງແຕ່ ວັນທີ 1 ກັນຍາ 2023 ທີ່ຜ່ານມາ ໂຮງຮຽນໄດ້ເປີດສົກຮຽນໃໝ່ ປີ 2023-2024 ທົ່ວປະເທດ ແລ້ວ ແຕ່ໃນສອງສົກຮຽນທີ່ຜ່ານມາ ລະບົບການສຶກສາຢູ່ປະເທດລາວ ຍັງປະເຊີນ ກັບບັນຫາ ທ້າທາຍຫລາຍຢ່າງ ທີ່ຍັງແກ້ໄຂບໍ່ຕົກ ແລະ ອາດສົ່ງຜົລກະທົບ ຕໍ່ສົກຮຽນໃໝ່ ປີນີ້.

ຕັ້ງແຕ່ສົກຮຽນ 2021-2022 ຫາສົກຮຽນ 2022-2023, ມີ 3 ບັນຫາທ້າທາຍທີ່ສຳຄັນ ຄື ການເຂົ້າຮຽນຫລຸດລົງ ໃນທຸກຂັ້ນ, ທຸກສາຍ ແລະ ການປະລະການຮຽນເພີ່ມຂຶ້ນ ແລະ ຜົລການຮຽນຂອງນັກຮຽນຕໍ່າ ເມື່ອທຽບໃສ່ ມາຕຖານຫລັກສູດ ອີງຕາມຣາຍງານຂອງ ທ່ານ ສີທອງ ສີຂາວ, ຮອງຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ທີ່ຣາຍງານ ຕໍ່ ກອງປະຊຸມ ຜູ້ບໍຣິຫານການສຶກສາ ແລະ ກິລາ ທົ່ວປະເທດ ໃນມື້ວັນທີ 21-22 ສິງຫາ 2023.

ສາເຫດ ທີ່ເຮັດໃຫ້ການເຂົ້າຮຽນຫລຸດລົງ ແລະ ການປະລະການຮຽນຫລາຍຂຶ້ນ ຍ້ອນສະພາບຄວາມຫຍຸ້ງຍາກ ດ້ານເສຖກິຈ ແລະ ການເງິນ, ເງິນກີບທີ່ອ່ອນຄ່າລົງຕໍ່ເນື່ອງ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ, ຫລາຍຄອບຄົວ ຈຶ່ງຕັດສິນໃຈ ບໍ່ສົ່ງລູກຮຽນຕໍ່. ເຖິງແມ່ນວ່າ ຈະບໍ່ມີຕົວເລກຢ່າງເປັນທາງການ ແຕ່ຈຳນວນນັກຮຽນ ທີ່ເຂົ້າຮຽນຕໍ່ ຊັ້ນມັທຍົມປາຍ ຢູ່ເມືອງງອຍ ແຂວງຫລວງພຣະບາງ ໃນສົກຮຽນນີ້ ກໍຖືວ່າຫລຸດລົງ ໂດຍຫລຸດລົງມາເລື້ອຍໆ ຕັ້ງແຕ່ມີການຣະບາດຂອງໂຄວິດ-19 ໃນສົກຮຽນ 2022-2023 ມີ ນັກຮຽນຫລຸດລົງ ຈາກປີກ່ອນ ເຖິງ 30% ໂດຍມີ ສະພາບເສຖກິຈ ເປັນປັດໄຈສຳຄັນທີ່ສຸດ ທີ່ເຮັດໃຫ້ນັກຮຽນບໍ່ຮຽນຕໍ່.

ສ່ວນຫລາຍ ນັກຮຽນທີ່ບໍ່ຮຽນຕໍ່ຊັ້ນປະຖົມ ພໍ່ແມ່ຈະເປັນຄົນຕັດສິນໃຈ ບໍ່ສົ່ງລູກຮຽນຕໍ່ ແຕ່ຫາກເປັນຊັ້ນມັທຍົມ ນັກຮຽນຈະຕັດສິນໃຈອອກເອງ ເພື່ອໄປເຮັດວຽກ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງງອຍ ແຂວງຫລວງພຣະບາງ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 6 ນີ້ວ່າ:

“ປີນີ້ຫລຸດລົງ ຕົວເລກນັກຮຽນມັທຍົມປາຍ ຫລຸດລົງ ປີກາຍ ກັບປີກ່ອນ ກໍຫລຸດລົງ ປະມານ 30% ປີກາຍ ຕັ້ງແຕ່ໂຄວິດມາແລ້ວ ກໍນັກຮຽນຫລຸດລົງຫລາຍ ສ່ວນຫລາຍປະ ຖົມກໍມີຄືກັນ ໂດຍ ດ້ານເສຖກິຈ ເພາະວ່າ ພໍ່ແມ່ ໄປເຮັດວຽກຢູ່ໄຮ່ຢູ່ສວນ ແລ້ວເອົາລູກໄປນຳ ແລ້ວກໍບໍ່ໃຫ້ມາເຂົາໂຮງຮຽນເລີຍ ມີແຕ່ມັທຍົມເຂົາເຈົ້າຈົບ ມ.4 ເຂົາເຈົ້າກໍອອກໄປຫາເງິນເລີຍ.”

ໂດຍນັກຮຽນ ໃນເຂດຫ່າງໄກ ຈະມີໂອກາດ ປະລະການຮຽນ ຫລາຍກ່ວານັກຮຽນໃນເມືອງ.

ດັ່ງ ຄຣູໂຮງຮຽນ ມັທຍົມຕົ້ນ ຢູ່ແຂວງບໍຣິຄຳໄຊ ທ່ານນຶ່ງ ກ່າວໃນມື້ດຽວກັນວ່າ:

“ກໍຫລຸດລົງ ເຂດນອກ ເຂດຫ່າງໄກສອກຫລີກຫັ້ນແຫລະ ມັນກໍມີຫລາຍສາເຫດຫັ້ນອອກ ມ.ຕົ້ນ ແລ້ວບໍ່ໄປຕໍ່ ມ.ປາຍ ມັນກໍມີຫລາຍສາເຫດຫັ້ນແຫລະ. ອັນນຶ່ງກໍກ່ຽວກັບອັດຕຣາເງິນເຟີ້, ກ່ຽວກັບເສຖກິຈນີ້ແຫລະ ເປັນຫລັກ. ບາງຈຳນວນ ກໍໄປເຮັດວຽກຢູ່ໄທຍ ບາງຈຳນວນກໍຢູ່ບ້ານ ເຮັດໄຮ່ ເຮັດນາ.”

ຢູ່ບ້ານດ່ານ ເມືອງທົ່ງມີໄຊ ແຂວງໄຊຍະບູຣີ ນັກຮຽນໃນເຂດບ້ານ ຈະອອກໂຮງຮຽນຕັ້ງແຕ່ຊັ້ນ ມ.4 ຍ້ອນສ່ວນຫລາຍ ຄອບຄົວທຸກຍາກ ຂາດເຂີນດ້ານການເງິນ ສ່ວນຫລາຍພໍ່ແມ່ຢາກໃຫ້ລູກເຂົາຮຽນຕໍ່ ແຕ່ນັກຮຽນເລືອກບໍ່ຮຽນຕໍ່ເອງ ຍ້ອນຄ່າໃຊ້ຈ່າຍສູງຂຶ້ນ ເປັນຕົ້ນ ໃນສົກຮຽນນີ້ ຄ່າຊຸດນັກຮຽນ ແລະ ອຸປະກອນການຮຽນ ຫລາຍຢ່າງ ກໍແພງຂຶ້ນເຖິງ 2 ເທົ່າ ຍ້ອນບັນຫາເງິນເຟີ້.

ສະພາບຂອງໂຮງຮຽນ ແລະ ການຮຽນ ການສອນກໍບໍ່ດີ ກໍມີສ່ວນ ເຮັດໃຫ້ນັກຮຽນປະລະການຮຽນ ເຊັ່ນ ໂຮງຮຽນຫລາຍບ່ອນ ກໍຂາດເຂີນອຸປກອນໃນການຮຽນ ການສອນ ເປັນຕົ້ນ ອຸປະກອນກິລາ ແລະ ອຸປະກອນທົດລອງ ວິທຍາສາດ, ບາງບ່ອນອາຄານຮຽນເປ່ເພ, ໂຕະບໍ່ພຽງພໍ.

ດັ່ງຄຣູອາສາ ຢູ່ເມືອງທົ່ງມີໄຊ ແຂວງໄຊຍະບູຣີ ນາງນຶ່ງ ກ່າວວ່າ:

“ໂອ ອຸປກອນກໍຫັ້ນ ສ່ວນຫລາຍແບບພັງ ບໍ່ໄດ້ວ່າ ສິສະເນາະ ປື້ມແບບຮຽນກໍຂາດໆເຂີນໆ ກໍໃຊ້ຊໍ້າກັນຫລາຍປີແລ້ວ ປື້ມຫຍັງ ກໍບໍ່ພໍ ປື້ມສ່ວນຮວມ ສ່ວນຫລາຍບໍ່ໄດ້ມາໃໝ່ຫັ້ນນ່າ ໃຊ້ສອນກັນຫລາຍປີ ມັນກໍຈະຂາດ ເປັນຫຍັງມັນກໍຂາດຢູ່ດອກເນາະ ເຄື່ອງໃຊ້ຂອງໃນໂຮງຮຽນສິກໍໄດ້.”

ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກ່າວວ່າ ປັຈຸບັນມີການຕັ້ງ ຄະນະກັມມະການ ສະກັດກັ້ນ ການປະລະການຮຽນ ຂອງນັກຮຽນຢູ່ແລ້ວ ໂດຍຈະເນັ້ນໄປນັກຮຽນມັທຍົມຕົ້ນ ເປັນຫລັກ ຍ້ອນ ເປັນການສຶກສາ ພາກບັງຄັບ.

ດັ່ງທ່ານກ່າວວ່າ:

“ໄທເຮົາ ກໍໄດ້ມີຄະນະຮັບຜິດຊອບ ຂັ້ນເມືອງເຮົາ ລົງສະກັດກັ້ນ ການປະລະການຮຽນຂອງນັກຮຽນນີ້ແຫລະ ແຕ່ວ່າ ຈຳນວນນຶ່ງ ເຂົາກໍກັບຄືນມາ ແຕ່ ຈຳນວນນຶ່ງເຂົາກໍບໍ່ກັບຄືນມາ. ຈຳນວນບໍ່ກັບ ຄືຢູ່ ມ.ຕົ້ນ ພວກເຮົາ ສ່ວນຫລາຍ ກໍລະດົມໃຫ້ໄປຮຽນນອກໂຮງຮຽນຫັ້ນນ່າ. ສະເພາະ ມ.ຕົ້ນເນາະ. ສະເພາະ ມ.ປາຍ ເຮົາຍັງບໍ່ໄດ້ມີເທື່ອ.”

ເຖິງຢ່າງໃດກໍຕາມ ເມື່ອສົມທຽບ ລາຍຮັບຂອງຜູ້ທີ່ຮຽນຕໍ່ ແລະ ຜູ້ທີ່ບໍ່ໄດ້ຣຽນຕໍ່ນັ້ນ ຜູ້ທີ່ບໍ່ຮຽນຕໍ່ ສາມາດຫາຣາຍຮັບໄດ້ຫລາຍກວ່າ ຍ້ອນເຣີ່ມຕົ້ນກ່ອນ ຂະນະທີ່ຄົນຮຽນຕໍ່ ເມື່ື່ອຮຽນຈົບອອກມາ ກໍບໍ່ມີວຽກເຮັດ ເຮັດໃຫ້ ເຖິງແມ່ນວ່າທີ່ຜ່ານມາທາງການ ຈະມີການນຳໃຊ້ແນວທາງຈູງໃຈ ໃຫ້ນັກຮຽນ ຮຽນຕໍ່ ແຕ່ກໍບໍ່ສາມາດເຮັດໄດ້ເຖິງ 100%.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ກະຊວງສຶກສາທິການ ແລະ ກິລາ ທ່ານນຶ່ງກ່າວວ່າ:

“ມີມາຕການອອກ ກໍມີຫລາຍຂໍ້ຢູ່ ຫລັກໆ ກໍໃຫ້ແຕ່ລະຫລາຍພາກສ່ວນລະດົມ ຊ່ວຍກັນເນາະ ອຳນາດການປົກຄອງບ້ານໆ ເມືອງ ແຂວງ ເຜີຍແຜ່ ໃນການຮຽນ ກັບບໍ່ໄດ້ຮຽນ ຜ່ານມາ ມັນກໍບໍ່ເຖິງຂັ້ນໄດ້ຜົລ 100% ຍ້ອນ ອີງໃສ່ ໄລຍະນີ້ເສຖກິຈບໍ່ດີເເດ່.”

ສຳລັບນັກຮຽນຊັ້ນ ມ.7 ນັ້ນ ກໍມີບາງພາກສ່ວນທີ່ເລືອກ ແລະ ຮຽນຕໍ່ມະຫາວິທຍາໄລ ແຕ່ ຫລາຍສ່ວນ ກໍຕັດສິນໃຈບໍ່ຮຽນຕໍ່ ຍ້ອນຄອບຄົວຍັງທຸກຍາກ ອີກຢ່າງຮຽນຕໍ່ໄປ ກໍບໍ່ມີວຽກເຮັດ ການຮຽນຕໍ່ຈຶ່ງເປັນການເສັຽເວລາ ແລະ ເປືອງເງິນຫລາຍ.

ດັ່ງນັກຮຽນ ມ.7 ຢູ່ເມືອງດາກຈຶງ ແຂວງເຊກອງ ທ່ານນຶ່ງ ກ່າວວ່າ:

“ນຶ່ງສະພາບ ເສຖກິຈ ປັຈຸບັນ ມີເງິນເຟິີ້ຫລາຍ ຖ້າຮຽນໃຊ້ເງິນສູງ ສອງມາ ຖ້າຮຽນຈົບແລ້ວ ບໍ່ໄດ້ວຽກຫຍັງ ຮຽນໄປກໍເສັຽເວລາຊື່ໆ ຮຽນຈົບໄປແລ້ວ ແບບກໍບໍ່ມີວຽກເຮັດ ເປືອງເງິນເປືອງຄຳຊື່ໆ ຮຽນກໍສຳຄັນ ເຮັດວຽກກໍສຳຄັນ ເພາະວ່າ ເປົ້າໝາຍດຽວກໍຄືເງິນ ຖ້າວ່າເຮົາຮຽນໄປແລ້ວ ເຮົາບໍ່ໄດ້ວຽກ ເຮົາກໍຊອກຫາເງິນຄືເກົ່າ ສະນັ້ນ ນ້ອງຈຶ່ງເລີຍຕັດສິນໃຈບໍ່ຢາກຮຽນ.”

ດ້ານນັກຮຽນ ທີ່ອອກໂຮງຮຽນຕັງແຕ່ມັທຍົມຕົ້ນ ເມື່ອ 2 ປີທີ່ແລ້ວ ກ່າວວ່າ ບໍ່ສາມາດແບກຮັບຄ່າໃຊ້ຈ່າຍ ໃນການຮຽນໄດ້ ຍ້ອນຕ້ອງເປັນຄົນຫາເງິນເອງ ແລະ ຕ້ອງຊ່ວຍເຫລືອຄອບຄົວ ອີກທັງ ຮຽນຕໍ່ ກໍບໍ່ມີເສັ້ນສາຍໃນການເຮັດວຽກ ຈຶ່ງຕັດສິນໃຈລາອອກ.

ດັ່ງອະດິດ ນັກຮຽນຢູ່ເມືອງນອງ ແຂວງ ສວັນນະເຂດ ທ່ານນຶ່ງກ່າວວ່າ:

“ຄອບຄົວກໍບໍ່ມີເງິນສົ່ງໄປຮຽນ ຮຽນກໍຫາເງິນເອງ ໄປຮຽນແລ້ວ ກໍບໍ່ມີໃຜຈະຊ່ວຍວຽກໃຫ້ແມ່ ກໍເລີຍຕັດສິນໃຈອອກ ພໍ່ແມ່ທີ່ເປັນຜູ້ໃຫຍ່ ບໍ່ແມ່ນຄົນທຳນາ ຜູ້ທີ່ໄດ້ເຮັດວຽກ ຖ້າຄົນແບບວ່າປະຊາຊົນ ອາດຈະຮຽນຈົບ ກໍບໍ່ມີຫຍັງເຮັດ ຮຽນກໍເສັຍເວລາຊື່ໆ.”

ນອກຈາກລະດັບປະຖົມ ແລະ ມັທຍົມ ທີ່ມີນັກຮຽນຫລຸດລົງແລ້ວ ການສຶກສາຊັ້ນສູງ ຍັງມີຈຳນວນນັກສຶກສາຫລຸດລົງນຳ ອີງຕາມຂໍ້ມູນຈຳນວນນັກສຶກສາ ທີ່ລົງທະບຽນເຂົ້າສອບເສັງ ເພື່ອຮຽນຕໍ່ ມະຫາວິທຍາໄລ ແລະ ຄວາມຕ້ອງການໃນສົກຮຽນ 2023-2024 ທີ່ ທ່ານ ສຸຣິອຸດົງ ສູນດາລາ ຮອງຣັຖມົນຕີຣ ກະຊວງສຶກສາທິການ ແລະ ກິລາ ເຜີຍແຜ່ໃນມື້ວັນທີ 13 ສິງຫາທີ່ຜ່ານມາ ມີດັ່ງນີ້:

  • ມະຫາວິທຍາໄລ ສຸພານຸວົງ, ມີນັກຮຽນລົງທະບຽນ 31% ຫລື 484 ຄົນ ຈາກຈຳນວນທີ່ຕ້ອງການ 1,566 ຄົນ.
  • ມະຫາວິທຍາໄລ ສະຫວັນນະເຂດ, ມີນັກຮຽນລົງທະບຽນ 18% ຫລື 271 ຄົນ ຈາກຈຳນວນທີ່ຕ້ອງການ 1,516 ຄົນ.
  • ມະຫາວິທຍາໄລ ຈຳປາສັກ, ມີນັກຮຽນລົງທະບຽນ 16% ຫລື 221 ຄົນ ຂອງຈຳນວນທີ່ຕ້ອງການ 1,405 ຄົນ

ມີພຽງ ມະຫາວິທຍາໄລແຫ່ງຊາຕ ເທົ່ານັ້ນ ທີ່ມີນັກຮຽນລົງທະບຽນ 7,440 ຄົນ ເກີນຈຳນວນທີ່ຕ້ອງການ 6,688 ຄົນ, ແຕ່ເຖິງຢ່າງໃດກໍຕາມ ຈຳນວນນັກຮຽນ ທີ່ສອບເສັງ ເພື່ອເຂົ້າຮຽນຕໍ່ມະຫາວິທຍາໄລແຫ່ງຊາຕ ກໍຫລຸດລົງເລື້ອຍໆ. ອີງຕາມສະຖິຕິ ໃນການສອບເສັງ ເຂົ້າສຶກສາຕໍ່ ໃນມະຫາວິທຍາໄລແຫ່ງຊາຕ ນັບແຕ່ສົກປີ 2020-2021 ທີ່ຜ່ານມາ ມີນັກຮຽນຊັ້ນ ມ.7 ລົງທະບຽນສອບເສັງ ແລະ ເຂົ້າຮຽນຕາມລະບົບ 9,000 ກວ່າຄົນ,  ສົກປີ 2021-2022 ມີນັກຮຽນເດີນທາງເຂົ້າມາສອບເສັງໂຕຈິງ 6,625 ຄົນ ແລະ ສົກປີ 2022-2023 ມີນັກຮຽນຊັ້ນ ມ.7 ລົງທະບຽນສອບເສັງ ແລະ ເຂົ້າຮຽນຕາມລະບົບ 6,990 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.