ເຣື້ອງທີ່ເກັບບັນທຶກໄວ້
2024-08-27
ເຖິງວ່າມີ ໂຄງການອາຫານທ່ຽງ ດຳເນີນການ ຢູ່ເມືອງເຊໂປນ ແຕ່ກໍຍັງມີເດັກນັກຮຽນ ຈຳນວນບໍ່ໜ້ອຍ ປະລະການຮຽນ ແລະ ບາງໂຮງຮຽນ ແມ່ນເກີນແຜນ ທີ່ກຳນົດໄວ້.
2024-08-27
ຄົນງານລາວ ຈຳນວນໜຶ່ງ ທີ່ເຮັດວຽກຢູ່ ໂຄງການພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ຍັງບໍ່ໄດ້ຮັບເງິນເດືອນ ຈາກນາຍຈ້າງ.
2024-08-27
ເພື່ອຟື້ນຟູປະຊາກອນເສືອໂຄ່ງ ໃນທຳມະຊາດ ຂອງ ສປປ ລາວ ລວມເຖິງການບໍລິຫານ-ຄຸ້ມຄອງກິດຈະກຳຕ່າງໆ ທີ່ກ່ຽວກັບເສືອໂຄ່ງ ລັດຖະບານ ຈຶ່ງຮ່ວມມືກັບອົງການທອງທຶນ ອະນຸລັກທຳມະຊາດໂລກ ປະຈຳລາວ ປະກາດແຜນດຳເນີນງານເສືອໂຄງແຫ່ງຊາດ ປີ 2025-2035.
2024-08-27
ລາວ ແລະຫວຽດນາມ ຕຽມຈະສົ່ງເສີມການໃຊ້ເງິນກີບ ແລະເງິນດົງ ໃນດ້ານການຄ້າ ແລະການລົງທຶນ ລະຫວ່າງ 2 ປະເທດ.
2024-08-27
ໂຮງຮຽນປະຖົມ ແລະ ມັດທະຍົມເອກະຊົນ ຫຼາຍແຫ່ງ ທົ່ວປະເທດ ເປີດຮັບສະມັກຄູສອນພາສາຈີນ ຢ່າງຕໍ່ເນື່ອງ ຍ້ອນປັດຈຸບັນພາສາຈີນເປັນທີ່ນິຍົມຫຼາຍ ພາຍຫຼັງມີນັກທຸລະກິດຈີນ ເດີນທາງເຂົ້າມາລົງທຶນ ໃນລາວເພີ່ມຂຶ້ນ.
2024-08-26
ເຂື່ອນໄຊຍະບູລີ ລະບາຍນ້ໍາ ໃນລະດູຝົນ ເຮັດໃຫ້ນ້ໍາຖ້ວມ ເນື້ອທີ່ດິນການກະເສດ ຂອງພໍ່ແມ່ປະຊາຊົນ ຈາກນັ້ນ ເມື່ອນ້ໍາຫລຸດລົງ ກໍເຮັດໃຫ້ປາກະຊັງ ແຄມແມ່ນ້ໍາຂອງ ຕາຍ ແລະ ເສັຍຫາຍ ເປັນຈໍານວນຫລາຍ.
2024-08-26
ຊາວບ້ານຈໍານວນໜຶ່ງກ່າວວ່າ ບໍລິສັດ ສໍາປະທານກິດຈະການມັນຕົ້ນ AIDC ທີ່ເຂົ້າມາລົງທຶນສ້າງຕັ້ງໂຮງງານປຸງແຕ່ງແປ້ງມັນຕົ້ນ ແລະ ທັງມີກິດຈະການປູກມັນຕົ້ນ ແລະ ສົ່ງເສີມການປູກມັນຕົ້ນຢູ່ບ້ານເພັຍລາດ ແລະ ບ້ານຂັນລາຍ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ຍາດເອົາພື້ນທີ່ດິນ ປູກມັນຕົ້ນຂອງຊາວບ້ານ.
2024-08-26
ຊາວເມືອງຊຽງຮ່ອນ ແຂວງໄຊຍະບູລີ 1,300 ປາຍຄົນ ໄດ້ຮັບຜົນກະທົບຫຼາຍ ຈາກໄພນໍ້າຖ້ວມ ໃນມື້ວັນທີ 20 ແລະ 21 ສິງຫານີ້ ລວມເຖິງຖ້ວມເນື້ອທີ່ການຜະລິດ ແລະບ້ານເຮືອນຂອງປະຊາຊົນ 300 ປາຍຄອບຄົວ.
2024-08-26
ຢູ່ຕາມສື່ສັງຄົມອ໋ອນລາຍນ໌ ຍັງມີການເປີດຮັບສະມັກພະນັກງານຕອບແຊັດ ແລະ ມີຄົນຫຼາຍສັນຊາດສະມັກໄປເຮັດວຽກນັ້ນຍ້ອນນາຍໜ້າ ຮັບປະກັນວ່າຈະບໍ່ຕົກວຽກເນື່ອງຈາກບໍລິສັດຕອບແຊັດທີ່ຍັງເປີດດຳເນີນການເປັນບໍລິສັດ ເຖິງແມ່ນວ່າ ມີການກວາດລ້າງແລ້ວຈຳນວນຫຼາຍ.
2024-08-26
ຄູສອນສາດສະໜາຄຣິສຕຽນລາວ ປະຈໍາຄຣິສຕະຈັກ ວັງໄຊ ເມືອງໄຊ ແຂວງອຸດົມໄຊ, ອາຍຸ 40 ປີປາຍ ໄດ້ຖືກຄາດຕະກຳ ເປັນເວລາ 1 ເດືອນແລ້ວ ແຕ່ ຍັງບໍ່ມີຄວາມຄືບໜ້າທາງຄະດີເທື່ອ ໂດຍເຈົ້າໜ້າທີ່ ຍັງບໍ່ສາມາດ ຈັບຜູ້ກະທຳຄວາມຜິດ ມາດຳເນີນຄະດີ.
2024-08-24
ນາງ ສີລິນາ ພະອາໄພ ນັກກິລາໂອລິມປິກ 2024 ທີ່ປາຣີ ປະເທດຝຣັ່ງ ຈະມາເລົ່າເຖິງເຫດການ ທີ່ເຮັດໃຫ້ຊາວໂລກ ໄດ້ຮູ້ຈັກປະເທດລາວ ຫຼາຍຂຶ້ນ ຍ້ອນຄວາມມີນໍ້າໃຈ ເປັນນັກກິລາໂດຍແທ້ ຂອງນາງນັ້ນເອງ.
2024-08-23
ກອງປະຊຸມ ວ່າດ້ວຍການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເໜັ້ນໜັກໃສ່ການພັດທະນາ ເສດຖະກິດ ຫຼາຍກວ່າ ການປົກປັກຮັກສາສິ່ງແວດລ້ອມ ແລະຄວາມຍືນຍົງ ຂອງແມ່ນ້ຳຂອງ.
2024-08-23
ຊາວບ້ານ ຈໍານວນ 15 ຄອບຄົວ ໃນ 3 ບ້ານ ຢູ່ເມືອງໂຂງ ແຂວງຈໍາສັກ ປະກອບມີ ບ້ານບຶງງາມ, ບ້ານ ທ່າຄໍ້ ແລະ ບ້ານເສັດເຕົາເຫຼັກ ເຊິ່ງສູນເສັຍທີ່ດິນປຸກສ້າງ ໃຫ້ກັບການພັດທະນາ ສະໜາມກ໊ອບ ລວມມູນຄ່າ ໄດ້ຮັບເງິນຄ່າຊົດເຊີຍແລ້ວ ຈາກບໍລິສັດຜູ້ພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ແລະທາງການແຂວງຈໍາສັກແລ້ວ.
2024-08-23
ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການເຖີງບໍລິສັດລົງທຶນຂຸດຄົ້ນແຮ່ທາດທົ່ວປະເທດໃຫ້ເພີ່ມມາດຕະການກວດກາອ່າງບັນຈຸສານເຄມີ ອ່າງຫາງແຮ່ ອ່າງດັກຝຸ່ນຕົມໃນຂອບເຂດໂຄງການໃນໄລຍະລະດູຝົນເພື່ອຮັບປະກັນຄວາມປອດໄພ.
2024-08-23
ເກີດເຫດນໍ້າຖ້ວມ ໃນ 3 ແຂວງທາງພາກເໜືອ ຂອງປະເທດລາວ ປະກອບດ້ວຍ ແຂວງໄຊຍະບູລີ, ແຂວງຫຼວງນໍ້າທາ ແລະ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິິ້ງ ແຂວງບໍ່ແກ້ວ ເຮັດໃຫ້ເນື້ອທີ່ນາ, ສັດລ້ຽງ, ບ້ານເຮືອນ ແລະອື່ນໆ ຂອງປະຊາຊົນ ໄດ້ຮັບຜົນກະທົບຈໍານວນຫຼາຍ.